Side by side with the Father's Heart Bible™ (ບົດປະພັນຂອງດາວິດ)
1ຂໍຖວາຍສັນລະເສີນແດ່ພຣະເຈົ້າຢາເວ ສີລາຂອງຂ້ານ້ອຍ,ຜູ້ຝຶກມືຂອງຂ້ານ້ອຍໃຫ້ເຮັດສົງຄາມ,ຝຶກນິ້ວມືຂອງຂ້ານ້ອຍໃຫ້ສູ້ຮົບ.
2ພຣະອົງເປັນພຣະເຈົ້າຜູ້ເຕັມດ້ວຍຄວາມຮັກ ແລະ ເປັນປ້ອມປ້ອງກັນຂອງຂ້ານ້ອຍ,ເປັນທີ່ໝັ້ນ ແລະ ເປັນຜູ້ກອບກູ້ຂອງຂ້ານ້ອຍ,ເປັນໂລ່ຂອງຂ້ານ້ອຍ ຜູ້ທີ່ຂ້ານ້ອຍເຂົ້າໄປລີ້ໄພ,ຜູ້ປາບຊົນຊາດທັງຫລາຍໃຫ້ຢູ່ໃຕ້ອຳນາດຂອງຂ້ານ້ອຍ.
3ຂ້າແດ່ພຣະເຈົ້າຢາເວ ມະນຸດເປັນຜູ້ໃດ ພຣະອົງຈຶ່ງຫ່ວງໃຍພວກເຂົາ?ບຸດຂອງມະນຸດເປັນຜູ້ໃດ ພຣະອົງຈຶ່ງຄິດເຖິງພວກເຂົາ?
4ມະນຸດເປັນເໝືອນລົມຫາຍໃຈວັນເວລາຂອງພວກເຂົາເໝືອນເງົາທີ່ຜ່ານໄປຢ່າງວ່ອງໄວ.
5ຂ້າແດ່ພຣະເຈົ້າຢາເວ ຂໍໂນ້ມຟ້າສະຫວັນ ແລະ ລົງມາຂໍໂຜດແຕະພູເຂົາທັງຫລາຍ ເພື່ອໃຫ້ຄວັນພຸ່ງຂຶ້ນ.
6ຂໍໃຫ້ສາຍຟ້າແມບ ແລະ ລູກທະນູຂອງພຣະອົງພຸ່ງເຂົ້າໃສ່ສັດຕູທັງຫລາຍ;ເຮັດໃຫ້ພວກເຂົາແຕກກະຈັດກະຈາຍໄປ.
7ຂໍໂຜດຍື່ນມືຂອງພຣະອົງຈາກເບື້ອງສູງລົງມາປົດປ່ອຍຂ້ານ້ອຍ ແລະ ກອບກູ້ຂ້ານ້ອຍຈາກກະແສນ້ຳແຮງ,ຈາກມືຂອງບັນດາຄົນຕ່າງດ້າວ
8ຜູ້ທີ່ປາກຂອງພວກເຂົາມີແຕ່ຄຳຕົວະຜູ້ທີ່ມືຂວາຂອງພວກເຂົາມີແຕ່ການຫລອກລວງ.
9ພຣະເຈົ້າຂອງຂ້ານ້ອຍ, ຂ້ານ້ອຍຈະຮ້ອງເພງບົດໃໝ່ຖວາຍແດ່ພຣະອົງ;ຂ້ານ້ອຍຈະບັນເລງພິນສິບສາຍຖວາຍແດ່ພຣະອົງ,
10ແດ່ອົງຜູ້ໃຫ້ໄຊຊະນະແກ່ກະສັດທັງຫລາຍ,ຜູ້ຊ່ວຍກອບກູ້ດາວິດຜູ້ຮັບໃຊ້ຂອງພຣະອົງ.ໃຫ້ພົ້ນຈາກຄົມດາບ.
11ຂໍປົດປ່ອຍຂ້ານ້ອຍ;ຊ່ວຍກູ້ຂ້ານ້ອຍໃຫ້ພົ້ນຈາກມືຂອງຄົນຕ່າງດ້າວຜູ້ທີ່ປາກຂອງພວກເຂົາມີແຕ່ຄຳຕົວະ,ຜູ້ທີ່ມືຂວາຂອງພວກເຂົາມີແຕ່ການຫລອກລວງ.
12ແລ້ວລູກຊາຍຂອງພວກເຮົາທີ່ຢູ່ໃນໄວໜຸ່ມຂອງພວກເຂົາຈະເປັນເໝືອນຕົ້ນໄມ້ທີ່ໄດ້ຮັບການບຳລຸງລ້ຽງເປັນຢ່າງດີ,ແລະ ບັນດາລູກສາວຂອງພວກເຮົາຈະເປັນດັ່ງເສົາທັງຫລາຍທີ່ແກະສະຫລັກເພື່ອເພື່ອປະດັບວັງ.
13ເລົ້າທັງຫລາຍຂອງພວກເຮົາກໍຈະເຕັມໄປດ້ວຍສະບຽງທຸກຊະນິດ.ຝູງແກະຂອງພວກເຮົາຈະເພີ່ມຈຳນວນຂຶ້ນເປັນພັນ,ເປັນສິບພັນໃນທົ່ງນາຂອງພວກເຮົາ;
14ຝູງງົວຂອງພວກເຮົາກໍຈະມີລູກດົກ.ຢູ່ທີ່ນັ້ນຈະບໍ່ມີການທຳລາຍກຳແພງ,ບໍ່ມີການຕົກເປັນຊະເລີຍ,ບໍ່ມີສຽງຄ່ຳຄວນຕາມຖະໜົນຫົນທາງຂອງພວກເຮົາ.
15ຄວາມສຸກມີແກ່ຊົນຊາດທີ່ໄດ້ຮັບພອນເຊັ່ນນີ້;ຄວາມສຸກມີແກ່ຊົນຊາດທີ່ມີພຣະເຈົ້າຢາເວເປັນພຣະເຈົ້າ.