Side by side with the Father's Heart Bible™ (ບົດເພງສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ຮ້ອງຫາພຣະອົງ, ຂໍໂຜດມາຫາຂ້ານ້ອຍໂດຍໄວ;ຂໍໂຜດຮັບຟັງເມື່ອຂ້ານ້ອຍຮ້ອງຫາພຣະອົງ.
2ຂໍໃຫ້ຄຳອະທິຖານຂອງຂ້ານ້ອຍເປັນເໝືອນເຄື່ອງຫອມຢູ່ຕໍ່ໜ້າພຣະອົງ;ຂໍໃຫ້ການຊູມືຂຶ້ນອ້ອນວອນຂອງຂ້ານ້ອຍເປັນເໝືອນເຄື່ອງບູຊາເວລາຄ່ຳ.
3ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຕັ້ງຍາມເບິ່ງແຍງປາກຂອງຂ້ານ້ອຍ;ເຝົ້າເບິ່ງປະຕູຮີມສົບຂອງຂ້ານ້ອຍ.
4ຂໍຢ່າໃຫ້ຈິດໃຈຂອງຂ້ານ້ອຍຖືກໂນ້ມນ້າວໄປຫາສິ່ງທີ່ຊົ່ວໄປມີສ່ວນກັບການກະທຳທີ່ຊົ່ວຮ້າຍໄປຮ່ວມກັບບັນດາຄົນທີ່ເຮັດຊົ່ວ;ຂໍຢ່າໃຫ້ຂ້ານ້ອຍກິນຂອງແຊບຂອງພວກເຂົາ.
5ຂໍໃຫ້ຄົນຊອບທຳຕີຂ້ານ້ອຍ ນັ້ນເປັນຄວາມກະລຸນາ;ຂໍໃຫ້ລາວຕັກເຕືອນຂ້ານ້ອຍ ນັ້ນເປັນນ້ຳມັນເທິງຫົວຂອງຂ້ານ້ອຍ.ຫົວຂອງຂ້ານ້ອຍຈະບໍ່ປະຕິເສດ,ແຕ່ຂ້ານ້ອຍຈະຍັງຄົງຂໍອະທິຖານຕໍ່ຕ້ານການກະທຳຂອງຄົນຊົ່ວ.
6ບັນດາຫົວໜ້າຂອງພວກເຂົາຈະຖືກໂຍນລົງຈາກໜ້າຜາ,ແລະ ຄົນຊົ່ວຮ້າຍຈະຮຽນຮູ້ວ່າຄຳເວົ້າທີ່ຂ້ານ້ອຍໄດ້ກ່າວໄວ້ນັ້ນຖືກຕ້ອງ.
7ພວກເຂົາຈະເວົ້າວ່າ “ກະດູກຂອງພວກເຮົາກໍກະຈັດກະຈາຍຢູ່ທີ່ປາກຂຸມຝັງສົບ,ຄືກັນກັບດິນທີ່ແຕກແຫງເພາະຖືກໄຖ”.
8ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ, ແຕ່ດວງຕາຂອງຂ້ານ້ອຍແມ່ນຈ້ອງທີ່ພຣະອົງ,ຂ້ານ້ອຍລີ້ໄພຢູ່ໃນພຣະອົງ ຂໍຢ່າຍອມໃຫ້ຂ້ານ້ອຍຕາຍໄປ.
9ຂໍປົກປ້ອງຂ້ານ້ອຍໃຫ້ພົ້ນຈາກບ້ວງແຮ້ວທີ່ພວກເຂົາວາງໄວ້,ຈາກກັບດັກທີ່ບັນດາຄົນເຮັດຊົ່ວວາງໄວ້ສຳລັບຂ້ານ້ອຍ.
10ຂໍໃຫ້ຄົນຊົ່ວຮ້າຍຕົກລົງໄປໃນຕາໜ່າງຂອງພວກເຂົາເອງ,ໃນຂະນະທີ່ຂ້ານ້ອຍຜ່ານພົ້ນໄປໄດ້ຢ່າງປອດໄພ.