Skip to content
The Believer's Library

Biblica® Open Lao Contemporary Version

Proverbs 13 OLCV

Side by side with the Father's Heart Bible™

1ລູກ​ທີ່​ມີ​ປັນຍາ​ເອົາໃຈໃສ່​ຟັງ​ຄຳສັ່ງສອນ​ຂອງ​ພໍ່,ແຕ່​ຄົນ​ມັກ​ເຢາະເຢີ້ຍ​ບໍ່​ຍອມ​ຟັງ​ຄຳ​ຕຳໜິ.

2ຄົນ​ເຮົາ​ມີ​ຄວາມ​ຍິນດີ​ກັບ​ສິ່ງ​ທີ່​ດີ​ຈາກ​ຜົນ​ແຫ່ງ​ປາກ​ຂອງ​ຕົນ,ແຕ່​ຄົນ​ບໍ່​ສັດຊື່​ກໍ​ປາຖະໜາ​ຫາ​ຄວາມ​ໂຫດຮ້າຍ.

3ຜູ້​ທີ່​ລະວັງ​ປາກ​ກໍ​ຮັກສາ​ຊີວິດ​ຂອງ​ຕົນ​ໄວ້,ແຕ່​ຜູ້​ທີ່​ເວົ້າ​ບໍ່​ຄິດ​ຈະ​ມາ​ສູ່​ຄວາມ​ຈິບຫາຍ.

4ຄວາມ​ກະຫາຍ​ຂອງ​ຄົນ​ຂີ້ຄ້ານ​ຈະ​ບໍ່​ໄດ້​ຮັບ​ການ​ເຕີມເຕັມ,ແຕ່​ຄວາມ​ປາຖະໜາ​ຂອງ​ຄົນ​ດຸໝັ່ນ​ຈະ​ຖືກ​ເຕີມເຕັມ​ຢ່າງ​ພໍໃຈ.

5ຄົນ​ຊອບທຳ​ກຽດຊັງ​ສິ່ງ​ທີ່​ບໍ່​ຖືກຕ້ອງ,ແຕ່​ຄົນ​ຊົ່ວ​ເຮັດ​ໃຫ້​ຕົນ​ມີ​ກິ່ນເໝັນແລະ ນໍາ​ຄວາມ​ອັບອາຍ​ຂາຍ​ໜ້າ​ມາ​ສູ່​ຕົນ.

6ຄວາມ​ຊອບທຳ​ຮັກສາ​ຄົນ​ສັດຊື່ແຕ່​ຄວາມ​ຊົ່ວຮ້າຍ​ຂວໍ້າ​ຄົນ​ບາບ.

7ຄົນ​ທີ່​ທຳທ່າ​ເປັນ​ຄົນ​ຮັ່ງມີ, ແຕ່​ບໍ່ມີ​ອັນໃດ​ເລີຍ;ແຕ່​ຄົນ​ທີ່​ເຮັດ​ເໝືອນ​ຄົນ​ທຸກຍາກ, ແຕ່​ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ.

8ຄົນ​ຮັ່ງມີ​ອາດ​ໃຊ້​ເງິນ​ໄຖ່​ຊີວິດ​ຂອງ​ຕົນ​ໄດ້,ແຕ່​ຄົນ​ທຸກຍາກ​ບໍ່​ເຄີຍ​ຖືກ​ຂົ່ມຂູ່.

9ຄວາມ​ສະຫວ່າງ​ຂອງ​ຄົນ​ຊອບທຳ​ສ່ອງແສງ​ແຈ້ງ,ແຕ່​ຕະກຽງ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ດັບ​ໄປ.

10ມີ​ຄວາມ​ອວດຕົວ​ຢູ່​ບ່ອນ​ໃດ​ກໍ​ມີ​ການ​ຜິດ​ຖຽງ​ກັນ,ແຕ່​ປັນຍາ​ພົບ​ໄດ້​ໃນ​ຜູ້​ທີ່​ຮັບ​ຟັງ​ຄຳແນະນຳ.

11ເງິນ​ທີ່​ໄດ້​ມາ​ຢ່າງ​ບໍ່​ສັດຊື່​ກໍ​ເສຍ​ໄປ​ໄວ,ແຕ່​ຜູ້​ໃດ​ກໍ​ຕາມ​ທີ່​ສະສົມ​ເງິນ​ໄວ້​ເທື່ອ​ລະ​ໜ້ອຍ​ເຮັດ​ໃຫ້​ເງິນ​ນັ້ນ​ເພີ່ມພູນ​ຂຶ້ນ.

12ຄວາມ​ຫວັງ​ທີ່​ຖືກ​ປະ​ໄວ້​ເຮັດ​ໃຫ້​ທໍລະມານ​ໃຈ,ແຕ່​ຄວາມ​ປາຖະໜາ​ທີ່​ບັນລຸ​ຜົນ​ສໍາເລັດ​ເປັນ​ດັ່ງ​ຕົ້ນໄມ້​ແຫ່ງ​ຊີວິດ.

13ຜູ້​ໃດ​ກໍ​ຕາມ​ທີ່​ດູຖູກ​ຄຳສັ່ງສອນ​ຈະ​ໄດ້​ຮັບ​ຄວາມ​ຈິບຫາຍ,ແຕ່​ຜູ້​ໃດ​ທີ່​ເຄົາລົບນັບຖື​ຄຳສັ່ງສອນ​ກໍ​ໄດ້​ຮັບ​ບຳເໜັດ.

14ຄຳສອນ​ຂອງ​ຄົນ​ມີ​ປັນຍາ​ເປັນ​ນ້ຳ​ພຸ​ແຫ່ງ​ຊີວິດ,ມັນ​ຊ່ວຍ​ໃຫ້​ຄົນ​ພົ້ນ​ຈາກ​ບ້ວງແຮ້ວ​ແຫ່ງ​ຄວາມ​ຕາຍ.

15ຄົນ​ທີ່​ມີ​ປັນຍາ​ນຳ​ໄປ​ສູ່​ຄວາມ​ພໍໃຈ,ແຕ່​ທາງ​ຂອງ​ຄົນ​ບໍ່​ສັດຊື່​ນຳ​ໄປ​ສູ່​ຄວາມ​ຈິບຫາຍ.

16ທຸກຄົນ​ທີ່​ສະຫລາດ​ກໍ​ປະຕິບັດ​ດ້ວຍ​ຄວາມຮູ້ແຕ່​ຄົນ​ໂງ່ຈ້າ​ເປີດເຜີຍ​ຄວາມ​ໂງ່​ຂອງ​ຕົນ​ອອກ​ມາ.

17ຜູ້ສົ່ງຂ່າວ​ທີ່​ຊົ່ວຮ້າຍ​ຈະ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ,ແຕ່​ທູດ​ທີ່​ສັດຊື່​ໄດ້​ນຳ​ການ​ຮັກສາ​ມາ.

18ຜູ້​ທີ່​ເມີນເສີຍ​ຕໍ່​ຄໍາສັ່ງສອນ​ກໍ​ຈະ​ໄດ້​ຮັບ​ຄວາມ​ທຸກຍາກ ແລະ ຄວາມ​ອັບອາຍ,ແຕ່​ຜູ້​ທີ່​ຍອມຮັບ​ການ​ປັບປຸງ​ແກ້ໄຂ​ຈະ​ໄດ້​ຮັບ​ກຽດ.

19ຄວາມ​ປາຖະໜາ​ທີ່​ບັນລຸ​ຜົນ​ສໍາເລັດ​ເປັນ​ຄວາມ​ຊື່ນບານ​ແກ່​ວິນຍານ,ແຕ່​ຄົນ​ໂງ່​ຈ້າ​ກຽດຊັງ​ການ​ຫັນໜີ​ຈາກ​ຄວາມ​ຊົ່ວ.

20ຄົບ​ກັບ​ຄົນ​ສະຫລາດ​ກໍ​ຈະ​ເປັນ​ຄົນສະຫລາດ,ເພາະ​ໝູ່​ຂອງ​ຄົນ​ໂງ່​ຈ້າ​ກໍ​ໄດ້​ຮັບ​ອັນຕະລາຍ.

21ຄວາມ​ເດືອດຮ້ອນ​ໄລ່​ຕາມ​ຄົນ​ບາບ,ແຕ່​ຄົນ​ຊອບທຳ​ໄດ້​ຮັບ​ສິ່ງ​ທີ່​ດີ​ເປັນ​ບໍາເໜັດ.

22ຄົນ​ດີ​ປະ​ມໍລະດົກ​ໄວ້​ໃຫ້​ລູກ​ຫລານ,ແຕ່​ຊັບສົມບັດ​ຂອງ​ຄົນ​ບາບ​ກໍ​ສະສົມ​ໄວ້​ໃຫ້​ຄົນ​ຊອບທຳ.

23ທົ່ງນາ​ທີ່​ບໍ່​ໄດ້​ໄຖ​ກໍ​ຍັງ​ເກີດ​ພືດ​ຜັກ​ໃຫ້​ຄົນ​ທຸກຍາກ,ແຕ່​ຄວາມ​ບໍ່​ຍຸຕິທຳ​ກວາດ​ເອົາ​ທຸກສິ່ງ​ໄປ​ໝົດ.

24ຜູ້​ທີ່​ບໍ່​ໃຊ້​ໄມ້ແສ້​ກໍ​ກຽດຊັງ​ລູກ​ຂອງ​ຕົນ,ແຕ່​ຜູ້​ທີ່​ຮັກ​ລູກ​ກໍ​ເອົາໃຈໃສ່​ສັ່ງສອນ​ພວກເຂົາ.

25ຄົນ​ຊອບທຳ​ໄດ້​ກິນ​ຈົນ​ເຫລືອ,ແຕ່​ທ້ອງ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ອຶດຫິວ​ຢູ່​ເລື້ອຍ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]