Skip to content
The Believer's Library

Biblica® Open Lao Contemporary Version

Proverbs 12 OLCV

Side by side with the Father's Heart Bible™

1ຜູ້​ໃດ​ກໍ​ຕາມ​ທີ່​ຮັກ​ການ​ເຟິກຝົນ​ວິໄນ​ກໍ​ຮັກ​ຄວາມ​ຮູ້,ແຕ່​ຜູ້​ໃດ​ກໍ​ຕາມ​ທີ່​ກຽດຊັງ​ການ​ດັດແປງ​ແກ້ໄຂ​ກໍ​ໂງ່ຈ້າ.

2ຄົນ​ດີ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ​ຢາເວ,ແຕ່​ພຣະອົງ​ກ່າວໂທດ​ຄົນ​ທີ່​ວາງ​ແຜນ​ຊົ່ວ.

3ບໍ່​ມີ​ຜູ້ໃດ​ຢືນ​ຢູ່​ດ້ວຍ​ຄວາມ​ຊົ່ວ​ຂອງ​ຕົນ,ແຕ່​ຮາກຖານ​ຂອງ​ຄົນ​ຊອບທຳ​ຈະ​ບໍ່​ຖືກ​ຖອນ​ຈັກ​ເທື່ອ.

4ເມຍ​ທີ່​ມີ​ກຽດ​ເປັນ​ມົງກຸດ​ຂອງ​ຜົວ,ແຕ່​ເມຍ​ທີ່​ເຮັດ​ໃຫ້​ອັບອາຍ​ຂາຍ​ໜ້າ​ເປັນ​ດັ່ງ​ກະດູກ​ຜ່ອຍ.

5ແຜນການ​ຂອງ​ຄົນ​ຊອບທຳ​ນັ້ນ​ຍຸຕິທຳ,ແຕ່​ຄໍາແນະນໍາ​ຂອງ​ຄົນ​ຊົ່ວຮ້າຍ​ນັ້ນ​ເປັນ​ການ​ຫລອກລວງ.

6ຄໍາເວົ້າ​ຂອງ​ຄົນ​ຊົ່ວຮ້າຍ​ດັກ​ລໍຖ້າ​ເອົາ​ຊີວິດແຕ່​ຄໍາເວົ້າ​ຂອງ​ຄົນ​ທ່ຽງທຳ​ຊ່ວຍ​ຄົນ​ໃຫ້​ພົ້ນ​ໄດ້.

7ຄົນ​ຊົ່ວຮ້າຍ​ຈະ​ຫລົ້ມຈົມ ແລະ ດັບສູນ​ໄປ,ແຕ່​ເຮືອນ​ຂອງ​ຄົນ​ຊອບທຳ​ຕັ້ງ​ໝັ້ນຄົງ​ຢູ່.

8ຄົນ​ໄດ້​ຮັບ​ການ​ຍົກຍ້ອງ​ຕາມ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ຕົນ,ແຕ່​ຄົນ​ທີ່​ຄິດ​ຄົດໂກງ​ຈະ​ຖືກ​ໝິ່ນປະໝາດ.

9ເປັນ​ຄົນ​ທໍາມະດາ​ແຕ່​ມີ​ຄົນຮັບ​ໃຊ້ກໍ​ດີກວ່າ​ເຮັດ​ທໍາທ່າ​ເປັນ​ຄົນ​ຍິ່ງໃຫຍ່​ແຕ່​ບໍ່​ມີ​ອາຫານ​ກິນ.

10ຄົນ​ຊອບທຳ​ເປັນ​ຫ່ວງ​ນໍາ​ການ​ເປັນ​ຢູ່​ຂອງ​ສັດລ້ຽງ​ຂອງ​ພວກເຂົາ,ແຕ່​ຄວາມ​ກະລຸນາ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ຍັງ​ໂຫດຮ້າຍ​ຢູ່.

11ຄົນ​ທີ່​ເຮັດວຽກ​ໄຖ​ດິນ​ຂອງ​ຕົນ​ຈະ​ມີ​ອາຫານ​ຢ່າງ​ອຸດົມ​ສົມບູນ,ແຕ່​ຄົນ​ທີ່​ມີ​ແຕ່​ໃຝ່ຝັນ​ກໍ​ເປັນ​ຄົນ​ບໍ່ຮູ້ຈັກຄິດ.

12ຄົນ​ຊົ່ວຮ້າຍ​ປາຖະໜາ​ຢາກ​ໄດ້​ປ້ອມ​ປ້ອງກັນ​ຂອງ​ຄົນ​ເຮັດ​ຊົ່ວ,ແຕ່​ຮາກຖານ​ຂອງ​ຄົນ​ຊອບທຳ​ຈະ​ໝັ້ນຄົງ​ຢູ່.

13ຄົນ​ເຮັດ​ຊົ່ວ​ຈະ​ຖືກ​ບ້ວງແຮ້ວ​ຍ້ອນ​ຄຳເວົ້າ​ຊົ່ວ​ຂອງ​ຕົນ,ແຕ່​ຄົນ​ຊອບທຳ​ກໍ​ພົ້ນ​ຈາກ​ຄວາມ​ເດືອດ​ຮ້ອນ.

14ຜົນ​ຈາກ​ປາກ​ຂອງ​ພວກເຂົາ ເຮັດ​ໃຫ້​ມະນຸດ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ດີ,ແລະ ການ​ງານ​ຈາກ​ມື​ຂອງ​ພວກເຂົາ​ຈະ​ນໍາ​ລາງວັນ​ມາ​ໃຫ້​ພວກເຂົາ.

15ທາງ​ຂອງ​ຄົນ​ໂງ່ຈ້າ​ກໍ​ເບິ່ງ​ຄື​ວ່າ​ຖືກຕ້ອງ,ແຕ່​ຄົນ​ມີ​ປັນຍາ​ຍ່ອມ​ຟັງ​ຄຳ​ແນະນຳ.

16ຄົນ​ໂງ່ຈ້າ​ສະແດງ​ຄວາມ​ຮ້າຍ​ອອກ​ມາ​ໃຫ້​ເຫັນ​ທັນທີ,ແຕ່​ຄົນ​ສະຫລາດ​ບໍ່​ສົນໃຈ​ຕໍ່​ຄຳ​ໝິ່ນປະໝາດ.

17ພະຍານ​ທີ່​ສັດຊື່​ກໍ​ເວົ້າ​ຄວາມຈິງ,ແຕ່​ພະຍານ​ບໍ່​ຈິງ​ກໍ​ເວົ້າ​ແຕ່​ຄວາມ​ຕົວະ.

18ຄຳ​ເວົ້າ​ທີ່​ບໍ່​ຄິດ​ກໍ​ສຽບ​ແທງ​ດັ່ງ​ດາບ,ແຕ່​ລີ້ນ​ຂອງ​ຄົນ​ມີ​ປັນຍາ​ກໍ​ປິ່ນປົວ​ໃຫ້​ຫາຍ​ດີ.

19ຮິມສົບ​ທີ່​ເວົ້າ​ຄວາມ​ຈິງ​ຍືນຍົງ​ຕະຫລອດໄປ,ແຕ່​ລີ້ນ​ທີ່​ຕົວະ​ຢູ່​ໄດ້​ພຽງ​ຊົ່ວຄາວ.

20ການ​ຫລອກລວງ​ຢູ່​ໃນ​ໃຈ​ຂອງ​ຜູ້​ທີ່​ວາງ​ແຜນການ​ຊົ່ວຮ້າຍ,ແຕ່​ຜູ້​ທີ່​ສົ່ງເສີມ​ຄວາມ​ສະຫງົບສຸກ​ມີ​ແຕ່​ຄວາມ​ຊື່ນຊົມຍິນດີ.

21ບໍ່​ມີ​ເຫດຮ້າຍ​ອັນໃດ​ຕົກ​ໃສ່​ຄົນ​ຊອບທຳແຕ່​ຄົນ​ຊົ່ວຮ້າຍ​ກໍ​ຈະ​ເຕັມໄປ​ດ້ວຍ​ຄວາມ​ເດືອດຮ້ອນ.

22ພຣະເຈົ້າ​ຢາເວ​ກຽດຊັງ​ປາກ​ທີ່​ເວົ້າ​ຕົວະ,ແຕ່​ພຣະອົງ​ພໍໃຈ​ນໍາ​ຄົນ​ທີ່​ສັດຊື່.

23ຄົນ​ສະຫລາດ​ເກັບ​ຄວາມ​ຮູ້​ໄວ້​ສໍາລັບ​ພວກເຂົາ​ເອງ,ແຕ່​ໃຈ​ຂອງ​ຄົນ​ໂງ່ຈ້າ​ສະແດງ​ຄວາມ​ໂງ່​ຈ້າ​ຂອງ​ພວກເຂົາ​ອອກ​ມາ.

24ມື​ທີ່​ດຸໝັ່ນ​ກໍ​ຈະ​ໄດ້​ປົກຄອງ,ແຕ່​ຄວາມ​ຂີ້ຄ້ານ​ຈົບ​ລົງ​ດ້ວຍ​ການ​ຖືກ​ບັງຄັບ​ໃຊ້​ແຮງງານ.

25ຄວາມ​ກະວົນ​ກະວາຍ​ເຮັດ​ໃຫ້​ໜັກ​ໃຈ,ແຕ່​ຄຳ​ໜູນໃຈ​ເຮັດ​ໃຫ້​ມີ​ກໍາລັງ​ຂຶ້ນ.

26ຄົນ​ຊອບທຳ​ເລືອກ​ໝູ່​ຢ່າງ​ລະມັດລະວັງ,ແຕ່​ທາງ​ຂອງ​ຄົນ​ຊົ່ວຮ້າຍ​ນໍາພາ​ພວກເຂົາ​ໃຫ້​ຫລົງ​ເສຍ​ໄປ.

27ຄົນ​ຂີ້ຄ້ານ​ບໍ່​ຍອມ​ປິ້ງ​ຊີ້ນ​ທີ່​ຄົນ​ອື່ນ​ຫາ​ມາ​ໃຫ້,ແຕ່​ຄົນ​ດຸໝັ່ນ​ຊອກຫາ​ອາຫານ​ມາ​ໄດ້​ຢ່າງ​ຫລວງຫລາຍ.

28ທາງ​ແຫ່ງ​ຄວາມ​ຊອບທຳ​ມີ​ຊີວິດ;ທາງ​ນັ້ນ​ນຳ​ໄປ​ສູ່​ຊີວິດ​ນິລັນດອນ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]