1ພຣະເຈົ້າຢາເວກຽດຊັງຕາຊິງທີ່ບໍ່ສັດຊື່,ແຕ່ພຣະອົງພໍໃຈນໍາການຊັ່ງຕວງທີ່ຖືກຕ້ອງ.
2ເມື່ອຄວາມອວດຕົວມາ, ຄວາມອັບອາຍຂາຍໜ້າກໍຕາມມາ,ແຕ່ປັນຍາມານໍາຄວາມຖ່ອມຕົວ.
3ຄວາມສັດຊື່ນຳທາງຄົນທ່ຽງທຳ,ແຕ່ຄວາມບໍ່ສັດຊື່ກໍຖືກທຳລາຍດ້ວຍກົນອຸບາຍຂອງຕົນ.
4ຄວາມຮັ່ງມີຈະຊ່ວຍຫຍັງບໍ່ໄດ້ໃນວັນແຫ່ງຄວາມໂກດຮ້າຍ,ແຕ່ຄວາມຊອບທຳຊ່ວຍໃຫ້ພົ້ນຈາກຄວາມຕາຍ.
5ຄວາມຊອບທຳຂອງຄົນບໍ່ມີທີ່ຕຳໜິເຮັດໃຫ້ທາງຂອງພວກເຂົາຊື່ໄປ.ແຕ່ຄົນຊົ່ວຮ້າຍຈະລົ້ມລົງດ້ວຍຄວາມຊົ່ວຮ້າຍຂອງຕົນ.
6ຄວາມຊອບທຳຂອງຄົນທ່ຽງທຳຊ່ວຍພວກເຂົາໃຫ້ພົ້ນ,ແຕ່ຄົນບໍ່ສັດຊື່ຈະຖືກບ້ວງແຮ້ວຍ້ອນຄວາມປາດຖະໜາຊົ່ວຂອງຕົນ.
7ຄວາມຫວັງທີ່ຝາກໄວ້ນໍາຄົນຊົ່ວກໍຕາຍໄປພ້ອມກັບພວກເຂົາ;ຄໍາສັນຍາທັງໝົດແຫ່ງອໍານາດຂອງພວກເຂົາກໍຈະສູນເປົ່າ.
8ຄົນຊອບທຳໄດ້ຮັບການກອບກູ້ໃຫ້ພົ້ນຈາກຄວາມເດືອດຮ້ອນ.ແຕ່ຄວາມເດືອດຮ້ອນນັ້ນຈະຕົກໃສ່ຄົນຊົ່ວຮ້າຍແທນ.
9ປາກຂອງຄົນບໍ່ຮູ້ພຣະເຈົ້າທຳລາຍເພື່ອນບ້ານຂອງຕົນ,ແຕ່ຄົນຊອບທຳໜີໄປໄດ້ໂດຍອາໄສຄວາມຮູ້.
10ເມື່ອຄົນຊອບທຳຈະເລີນຮຸ່ງເຮືອງ, ບ້ານເມືອງກໍຊົມຊື່ນຍິນດີ;ເມື່ອຄົນຊົ່ວຮ້າຍຈິບຫາຍໄປ, ກໍມີສຽງໂຮຮ້ອງຍິນດີ.
11ໂດຍພອນຂອງຄົນທ່ຽງທຳ ບ້ານເມືອງກໍໄດ້ຮັບການຍົກຍ້ອງ,ແຕ່ໂດຍປາກຂອງຄົນຊົ່ວຮ້າຍ ບ້ານເມືອງກໍຖືກທໍາລາຍ.
12ຄົນບໍ່ຮູ້ຈັກຄິດກໍດູຖູກເພື່ອນບ້ານຂອງຕົນ,ແຕ່ຄົນທີ່ມີຄວາມເຂົ້າໃຈກໍຄວບຄຸມລີ້ນຂອງຕົນໄວ້.
13ຄຳນິນທາທໍລະຍົດຄວາມໄວ້ວາງໃຈ,ແຕ່ຄົນທີ່ສັດຊື່ໄດ້ກໍຮັກສາຄວາມລັບໄວ້.
14ເພາະຂາດການຊີ້ນຳ ປະເທດຊາດກໍລົ້ມຈົມ,ແຕ່ມີທີ່ປຶກສາຫລາຍຄົນກໍປອດໄພ.
15ຜູ້ໃດກໍ່ຕາມທີ່ຄ້ຳປະກັນໃຫ້ຄົນແປກໜ້າຈະເດືອດຮ້ອນແນ່ນອນ,ແຕ່ຜູ້ທີ່ປະຕິເສດການຈັບມືສັນຍາກໍປອດໄພ.
16ຍິງທີ່ມີໃຈເມດຕາກໍໄດ້ຮັບກຽດ,ແຕ່ຊາຍໂຫດຮ້າຍໄດ້ພຽງແຕ່ຄວາມຮັ່ງມີເທົ່ານັ້ນ.
17ຜູ້ທີ່ມີໃຈເມດຕາກໍສ້າງປະໂຫຍດໃຫ້ຕົນເອງ,ແຕ່ຜູ້ທີ່ໂຫດຮ້າຍນໍາຄວາມຈິບຫາຍມາສູ່ຕົນເອງ.
18ຄົນຊົ່ວຮ້າຍໄດ້ຄ່າຈ້າງທີ່ຫລອກລວງ,ແຕ່ຜູ້ທີ່ຫວ່ານຄວາມຊອບທຳ ຍ່ອມໄດ້ຮັບບຳເໜັດຢ່າງແນ່ນອນ.
19ຄົນຊອບທຳຈະໄດ້ຮັບຊີວິດທີ່ແທ້ຈິງ,ແຕ່ຜູ້ໃດທີ່ຕິດຕາມຄວາມຊົ່ວກໍຈະພົບຄວາມຕາຍ.
20ພຣະເຈົ້າຢາເວກຽດຊັງຄົນທີ່ມີໃຈຫລອກລວງ,ແຕ່ພຣະອົງພໍໃຈໃນທາງຂອງຄົນທີ່ບໍ່ມີຕຳໜິ.
21ຈົ່ງໝັ້ນໃຈວ່າ: ຄົນຊົ່ວຮ້າຍຈະໜີບໍ່ພົ້ນການລົງໂທດ,ແຕ່ຄົນຊອບທຳຈະໄດ້ຮັບການປົດປ່ອຍ.
22ຜູ້ຍິງງາມທີ່ບໍ່ມີຄວາມຮອບຄອບກໍເໝືອນແຫວນຄຳເກາະດັງໝູ.
23ຄວາມປາຖະໜາຂອງຄົນຊອບທຳຈົບລົງດ້ວຍດີ,ແຕ່ຄວາມຫວັງຂອງຄົນຊົ່ວຮ້າຍຈົບລົງດ້ວຍຄວາມໂກດຮ້າຍ.
24ຄົນໜຶ່ງໃຫ້ດ້ວຍໃຈກວ້າງຂວາງ, ຍິ່ງມີເພີ່ມຂຶ້ນ;ແຕ່ບາງຄົນຍິ່ງຂີ້ຖີ່ຍິ່ງທຸກຈົນລົງ.
25ຄົນທີ່ມີໃຈເອື້ອເຟື້ອເພື່ອແຜ່ຈະຈະເລີນຮຸ່ງເຮືອງ;ຜູ້ໃດກໍ່ຕາມທີ່ນຳຄວາມຊື່ນໃຈໄປສູ່ຄົນອື່ນ ກໍຈະໄດ້ຮັບພຣະພອນ.
26ປະຊາຊົນສາບແຊ່ງຜູ້ທີ່ກັກເຂົ້າໄວ້ຂາຍກິນກຳໄລ,ແຕ່ພວກເຂົາອະທິຖານອວຍພອນຜູ້ທີ່ເຕັມໃຈຂາຍໃຫ້.
27ຜູ້ທີ່ສະແຫວງຫາເຮັດຄວາມດີ ກໍຈະໄດ້ຮັບຄວາມກະລຸນາ,ແຕ່ຄວາມຊົ່ວຈະມາຫາຜູ້ທີ່ສະແຫວງຫາມັນ.
28ຄົນທີ່ວາງໃຈໃນຊັບສົມບັດຂອງຕົນນັ້ນ ຈະລົ້ມລົງ,ແຕ່ຄົນຊອບທຳຈະຈະເລີນຂຶ້ນດັ່ງໃບໄມ້ຂຽວ.
29ຜູ້ໃດກໍຕາມທີ່ນໍາຄວາມຈິບຫາຍມາສູ່ຄອບຄົວຂອງຕົນຈະບໍ່ເຫລືອຫຍັງ,ແລະ ຄົນໂງ່ຈ້າຈະເປັນຄົນຮັບໃຊ້ຂອງຄົນສະຫລາດ.
30ຜົນແຫ່ງຄົນຊອບທຳເປັນຕົ້ນໄມ້ແຫ່ງຊີວິດ,ແລະ ຄົນສະຫລາດຈະຊ່ວຍໃຫ້ຄົນອື່ນມີຊີວິດຢູ່.
31ຖ້າຄົນຊອບທຳໄດ້ຮັບບຳເໜັດຂອງຕົນໃນແຜ່ນດິນໂລກ,ຄົນບໍ່ນັບຖືພຣະເຈົ້າ ແລະ ຄົນບາບຍິ່ງຈະໄດ້ຮັບຜົນຂອງຕົນຫລາຍກວ່ານັ້ນອີກເທົ່າໃດນໍ!