Side by side with the Father's Heart Bible™ ຄວາມຊື່ນຊົມຍິນດີຂອງຜູ້ທີ່ໄດ້ຮັບການໄຖ່
1ທະເລຊາຍ ແລະ ດິນແດນທີ່ແຕກແຫງຈະຍິນດີ;ຖິ່ນແຫ້ງແລ້ງກັນດານຈະຊື່ນຊົມຍິນດີ ແລະ ເບັ່ງບານ.ດັ່ງດອກໄມ້ງາມ,
2ມັນຈະເບັ່ງບານ;ມັນຈະຊື່ນຊົມຍິນດີຢ່າງໃຫຍ່ ແລະ ໂຫ່ຮ້ອງດ້ວຍຄວາມຍິນດີ.ມັນຈະໄດ້ຮັບສະຫງ່າລາສີແຫ່ງເລບານອນ,ຄວາມຮຸ່ງເຮືອງຂອງກາເມນ ແລະ ທົ່ງຊາໂຣນ;ພວກເຂົາຈະເຫັນສະຫງ່າລາສີຂອງພຣະເຈົ້າຢາເວ,ແລະ ລິດອຳນາດແຫ່ງພຣະເຈົ້າຂອງພວກເຮົາ.
3ຈົ່ງເສີມກໍາລັງມືທີ່ອ່ອນແຮງ,ຈົ່ງໃຫ້ຫົວເຂົ່າທີ່ອ່ອນແຮງໝັ້ນຄົງ;
4ຈົ່ງກ່າວແກ່ຜູ້ທີ່ມີຈິດໃຈຢ້ານກົວວ່າ,“ຈົ່ງເຂັ້ມແຂງ, ຢ່າຢ້ານເລີຍ;ພຣະເຈົ້າຂອງເຈົ້າຈະມາ,ພຣະອົງຈະມາພ້ອມກັບການແກ້ແຄ້ນ;ພຣະອົງຈະມາເພື່ອຊ່ວຍກູ້ເຈົ້າພ້ອມກັບການແກ້ແຄ້ນສັດຕູຂອງເຈົ້າ”.
5ດັ່ງນັ້ນ ຕາຂອງຄົນຕາບອດຈະຖືກເປີດແລະ ຫູຂອງຄົນຫູໜວກຈະໄດ້ຍິນ.
6ຄົນຂາພິການຈະໂດດເຕັ້ນດັ່ງກວາງແລະ ບັນດາຄົນໃບ້ຈະໂຫ່ຮ້ອງຍິນດີນ້ຳຈະພຸ່ງຂຶ້ນໃນຖິ່ນແຫ້ງແລ້ງກັນດານແມ່ນ້ຳທັງຫລາຍຈະໄຫລໃນບ່ອນແຫ້ງແລ້ງ.
7ທະເລຊາຍອັນຮ້ອນເອົ້າຈະກາຍເປັນໜອງ,ພື້ນດິນແຕກແຫງຈະກາຍເປັນຫ້ວຍນ້ຳພຸ.ບ່ອນຮົກຮ້າງທີ່ເຄີຍເປັນບ່ອນຢູ່ອາໄສຂອງໝາໄນ,ຈະມີຕົ້ນຫຍ້າ ແລະ ຕົ້ນອໍ້ ແລະ ຕົ້ນໝາກກອກຂຶ້ນມາ.
8ຈະມີທາງຫລວງໃນທີ່ນັ້ນ;ມັນຈະຖືກເອີ້ນວ່າ “ທາງແຫ່ງຄວາມບໍລິສຸດ”;ຜູ້ທີ່ມີມົນທິນຈະບໍ່ເດີນໄປທາງນັ້ນຈະສະຫງວນໄວ້ສຳລັບຜູ້ທີ່ດຳເນີນໃນທາງນັ້ນ;ຄົນໂງ່ຄົນຊົ່ວຮ້າຍຈະບໍ່ໄປມາໃນທາງນັ້ນ.
9ທີ່ນັ້ນບໍ່ມີໂຕສິງ,ບໍ່ມີສັດຮ້າຍຢູ່ໃນທາງນັ້ນ;ຈະບໍ່ພົບເຫັນພວກມັນຢູ່ທີ່ນັ້ນ.ແຕ່ຜູ້ທີ່ໄດ້ຮັບການໄຖ່ໄວ້ແລ້ວເທົ່ານັ້ນທີ່ຈະເດີນໃນທາງນັ້ນ,
10ແລະ ບັນດາຜູ້ທີ່ພຣະເຈົ້າຢາເວໄດ້ໄຖ່ໄວ້ຈະກັບມາ.ພວກເຂົາຈະຮ້ອງເພງເຂົ້າເມືອງຊີໂອນ;ຄວາມສຸກນິລັນດອນເປັນມົງກຸດປະດັບຫົວຂອງພວກເຂົາ.ຄວາມປິຕິ ແລະ ຄວາມຊື່ນຊົມຍິນດີຢ່າງເຕັມລົ້ນຈະປົກຄຸມພວກເຂົາ,ຄວາມທຸກໂສກ ແລະ ການທໍ້ຖ້ອຍໃຈຈະໝົດໄປ.