Skip to content
The Believer's Library

Biblica® Open Lao Contemporary Version

Isaiah 2 OLCV

Show OLCV only
Verse × ×
1 The word that Isaiah son of Amoz saw concerning Judah and Jerusalem. ນີ້​ຄື​ສິ່ງ​ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ເຫັນ​ນິມິດ​ກ່ຽວກັບ​ຢູດາຍ ແລະ ເຢຣູຊາເລັມ:
2 In the last days the mountain of our Father's house will be firmly established as the highest of the mountains, raised above the hills, and all the nations will stream to it. ໃນ​ວັນ​ສຸດທ້າຍ ພູເຂົາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຕັ້ງ​ຢູ່​ຈະ​ໄດ້​ຮັບ​ການ​ສະຖາປະນາ​ຂຶ້ນ ໃຫ້​ເປັນ​ພູເຂົາ​ທີ່​ສູງ​ທີ່ສຸດ​ເໜືອ​ພູເຂົາ​ທັງຫລາຍ; ວິຫານ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ເໜືອ​ບັນດາ​ເນີນພູ​ທັງຫລາຍ, ແລະ ຊົນຊາດ​ທັງໝົດ​ຈະ​ຫລັ່ງ​ໄຫລ​ໄປ​ທີ່​ນັ້ນ.
3 Many peoples will come and say, "Come, let us go up to the mountain of God, to his house, so he can teach us his ways and we can walk in his paths." For instruction will go out from Zion, and the word of our Father from Jerusalem. ປະຊາຊາດ​ທັງຫລາຍ​ຈະ​ມາ ແລະ ກ່າວ​ວ່າ, “ຈົ່ງ​ມາ, ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າ​ຢາເວ, ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຢາໂຄບ. ພຣະອົງ​ຈະ​ສອນ​ວິຖີທາງ​ຂອງ​ພຣະອົງ​ໃຫ້​ພວກເຮົາ, ເພື່ອ​ພວກເຮົາ​ຈະ​ເດີນ​ໃນ​ວິຖີທາງ​ຂອງ​ພຣະອົງ”. ກົດບັນຍັດ​ຈະ​ອອກ​ມາ​ຈາກ​ຊີໂອນ, ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ຈະ​ອອກ​ມາ​ຈາກ​ເຢຣູຊາເລັ.
4 He will judge between the nations and settle disputes for many peoples. They will beat their swords into plowshares and their spears into pruning hooks; nation will not lift up sword against nation, nor will they train for war anymore. ພຣະອົງ​ຈະ​ຕັດສິນ​ຄວາມ​ລະຫວ່າງ​ຊົນຊາດ​ທັງຫລາຍ ແລະ ຈະ​ຢຸດຕິ​ກໍລະນີ​ຜິດພາດ​ຕ່າງໆ​ໃຫ້​ປະຊາຊົນ​ທັງຫລາຍ. ພວກເຂົາ​ຈະ​ຕີ​ດາບ​ໃຫ້​ເປັນ​ໝາກກະສົບໄຖ ແລະ ຕີ​ຫອກ​ໃຫ້​ເປັນ​ມີດຕັດ​ຕົ້ນໄມ້. ຊົນຊາດ​ຈະ​ບໍ່​ຍົກ​ດາບ​ຂຶ້ນ​ຕໍ່ສູ້​ຊົນຊາດ​ອື່ນ, ທັງ​ຈະ​ບໍ່​ມີ​ການ​ຝຶກ​ສູ້ຮົບ​ອີກ​ຕໍ່ໄປ.
5 House of Jacob, come, let us walk in the light of our Father. ຈົ່ງ​ມາ, ເຊື້ອສາຍ​ຂອງ​ຢາໂຄບ, ໃຫ້​ພວກເຮົາ​ເດີນ​ໃນ​ແສງ​ສະຫວ່າງ​ຂອງ​ພຣະເຈົ້າ​ຢາເວ.
6 For you have abandoned your people, the house of Jacob, because they are filled with influences from the east and with fortune-tellers like the Philistines, and they have made alliances with foreigners. ພຣະອົງ, ພຣະເຈົ້າ​ຢາເວ, ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ, ຄື​ເຊື້ອສາຍ​ຂອງ​ຢາໂຄບ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ເລື່ອງ​ໂຊກຊະຕາ​ຈາກ​ຕາເວັນ​ອອກ; ພວກເຂົາ​ທໍານວາຍ​ໂຊກຊະຕາ​ຄື​ຊາວ​ຟີລິດສະຕິນ ແລະ ຍອມຮັບ​ປະເພນີ​ຂອງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.
7 Their land is full of silver and gold, with no end to their treasures; their land is full of horses, with no end to their chariots. ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ເງິນ ແລະ ຄໍາ; ຊັບສົມບັດ​ຂອງ​ພວກເຂົາ​ບໍ່​ມີ​ທີ່​ສິ້ນສຸດ. ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ມ້າ; ລົດຣົບ​ຂອງ​ພວກເຂົາ​ບໍ່​ມີ​ທີ່​ສິ້ນສຸດ.
8 Their land is full of idols; they bow down to the work of their hands, to what their own fingers have made. ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຮູບເຄົາລົບ; ພວກເຂົາ​ກົ້ມ​ກາບ​ສິ່ງ​ທີ່​ໂຕ​ເອງ​ສ້າງ​ຂຶ້ນ, ສິ່ງ​ທີ່​ເຮັດ​ຂຶ້ນ​ດ້ວຍ​ມື​ຂອງ​ພວກເຂົາ.
9 So mankind is brought low, and everyone is humbled—do not forgive them. ດັ່ງນັ້ນ​ມະນຸດ​ຈະ​ຖືກ​ເຮັດ​ໃຫ້​ຕົກຕ່ຳ​ລົງ ແລະ ທຸກຄົນ​ໄດ້​ຖ່ອມຕົວ​ລົງ ຢ່າ​ອະໄພ​ໃຫ້​ພວກເຂົາ.
10 Go into the rocks and hide in the dust from the dread of our Father and from the splendor of his majesty. ຈົ່ງ​ເຂົ້າ​ໄປ​ໃນ​ໂງ່ນຫີນ​ທັງຫລາຍ, ເຊື່ອງ​ໂຕ​ຢູ່​ໃນ​ພື້ນດິນ ໃຫ້​ພົ້ນ​ຈາກ​ການ​ປາກົດຕົວ​ທີ່​ໜ້າ​ຢ້ານກົວ​ຂອງ​ພຣະເຈົ້າ​ຢາເວ ແລະ ຈາກ​ຄວາມ​ຍິ່ງໃຫຍ່​ແຫ່ງ​ພຣະ​ບາລະມີ​ຂອງ​ພຣະອົງ!
11 The proud eyes of mankind will be brought low, and the arrogance of men will be humbled; our Father alone will be exalted in that day. ສາຍຕາ​ຂອງ​ຄົນ​ຈອງຫອງ​ຈະ​ຖ່ອມຕົວ​ລົງ ແລະ ຄວາມ​ຈອງຫອງ​ຂອງ​ມະນຸດ​ຈະ​ຕໍ່າ​ລົງ; ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ພຽງ​ຜູ້​ດຽວ​ຈະ​ຖືກ​ຍົກ​ຂຶ້ນ.
12 For the Father of heaven's armies has a day in store against all that is proud and lofty, against all that is lifted up, so that it will be brought low, ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ໄດ້​ຕຽມ​ວັນ​ນັ້ນ​ໄວ້ ສຳລັບ​ບັນດາ​ຄົນ​ຍິ່ງ ແລະ ຈອງຫອງ, ສຳລັບ​ທຸກສິ່ງ​ທີ່​ເປັນ​ທີ່​ຍົກຍ້ອງ​ເທີດ​ທູນ (ແລະ​ສິ່ງ​ເຫລົ່ານັ້ນ​ຈະ​ຖ່ອມຕົວ​ລົງ),
13 against all the cedars of Lebanon, lofty and lifted up, and against all the oaks of Bashan, ສຳລັບ​ຕົ້ນໄມ້ສີດາ​ແຫ່ງ​ເລບານອນ, ອັນ​ສູງ ແລະ ສະຫງ່າງາມ, ແລະ ສຳລັບ​ບັນດາ​ຕົ້ນໂອກ​ແຫ່ງ​ບາຊານ,
14 against all the high mountains and against all the lofty hills, ສຳລັບ​ພູເຂົາ​ທີ່​ສູງ​ທັງໝົດ ແລະ ເນີນພູ​ສູງ​ທັງໝົດ,
15 against every high tower and against every fortified wall, ສຳລັບ​ຫໍຄອຍ​ສູງ​ສະຫງ່າ​ທຸກ​ແຫ່ງ ແລະ ສຳລັບ​ປ້ອມ​ປ້ອງກັນ​ອັນ​ແຂງແຮງ​ທຸກ​ບ່ອນ,
16 against all the ships of Tarshish and against every magnificent vessel. ສຳລັບ​ເຮືອ​ຄ້າຂາຍ ທຸກ​ລຳ​ຂອງ​ຕາກຊິດ ແລະ ເຮືອ​ທີ່​ງົດງາມ​ທັງໝົດ.
17 The arrogance of mankind will be humbled, and the pride of men brought low; our Father alone will be exalted in that day, ຄວາມ​ຍິ່ງ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ຕົກ​ຕ່ຳ​ລົງ; ຄວາມ​ອວດອົ່ງ​ທະນົງຕົວ​ຂອງ​ມະນຸດ​ຈະ​ຖ່ອມຕົວ​ລົງ; ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ພຽງ​ຜູ້​ດຽວ​ຈະ​ເປັນ​ທີ່​ຍົກຍ້ອງ,
18 and the idols will completely vanish. ແລະ ຮູບເຄົາລົບ​ຈະ​ສູນ​ຫາຍ​ໄປ.
19 People will flee into the caves of the rocks and into holes in the ground from the dread of our Father and from the splendor of his majesty, when he rises to shake the earth. ຄົນ​ທັງຫລາຍ​ຈະ​ໜີ​ເຂົ້າ​ໄປ​ລີ້​ຕາມ​ຖ້ຳ ຕາມ​ໂງ່ນຫີນ ແລະ ໃນ​ພື້ນດິນ ໃຫ້​ພົ້ນ​ຈາກ​ການ​ມາ​ປາກົດ​ຕົວ​ທີ່​ໜ້າ​ຢ້ານກົວ​ຂອງ​ພຣະເຈົ້າ​ຢາເວ ແລະ ຈາກ​ຄວາມ​ຍິ່ງໃຫຍ່​ແຫ່ງ​ພຣະ​ບາລະມີ​ຂອງ​ພຣະອົງ!, ເມື່ອ​ພຣະອົງ​ລຸກ​ຂຶ້ນ​ມາ​ສັ່ນ​ໂລກ.
20 In that day people will throw away their idols of silver and their idols of gold to the moles and bats, which they made for themselves to worship. ໃນ​ວັນ​ນັ້ນ​ມະນຸດ​ຈະ​ຖິ້ມ ຮູບເຄົາລົບ​ເງິນ ແລະ ຄໍາ, ທີ່​ຕົນ​ໄດ້​ສ້າງ​ຂຶ້ນ​ເພື່ອ​ນະມັດສະການ​ນັ້ນ. ໃຫ້​ແກ່​ໜູ ແລະ ເຈຍ.
21 They will go into the clefts of the rocks and into the crevices of the cliffs from the dread of our Father and from the splendor of his majesty, when he rises to shake the earth. ພວກເຂົາ​ຈະ​ໜີ​ເຂົ້າໄປ​ໃນ​ຖໍ້າ ແລະ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ໃຫ້​ພົ້ນ​ຈາກ​ການ​ປາກົດ​ຕົວ​ທີ່​ໜ້າ​ຢ້ານກົວ​ຂອງ​ພຣະເຈົ້າ​ຢາເວ, ແລະ ຈາກ​ຄວາມ​ຍິ່ງໃຫຍ່​ແຫ່ງ​ພຣະ​ບາລະມີ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ລຸກ​ຂຶ້ນ​ມາ​ສັ່ນ​ໂລກ.
22 Stop trusting in mere man, who has only breath in his nostrils. What good is he? ຈົ່ງ​ຢຸດ​ໄວ້ວາງໃຈ​ໃນ​ມະນຸດ, ຜູ້​ທີ່​ມີ​ແຕ່​ລົມຫາຍໃຈ​ຢູ່​ໃນ​ຮູດັງ​ຂອງ​ພວກເຂົາ. ເປັນຫຍັງ​ຈຶ່ງ​ນັບຖື​ພວກເຂົາ?
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]