Skip to content
The Believer's Library

Biblica® Open Lao Contemporary Version

Isaiah 1 OLCV

Show OLCV only
Verse × ×
1 The vision of Isaiah son of Amoz concerning Judah and Jerusalem in the days of Uzziah, Jotham, Ahaz, and Hezekiah, kings of Judah. ນິມິດ​ກ່ຽວກັບ​ຢູດາຍ ແລະ ເຢຣູຊາເລັມ​ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ເຫັນ​ໃນ​ໄລຍະ​ການ​ປົກຄອງ​ຂອງ​ອຸດຊີຢາ, ໂຢທາມ, ອາຮາດ ແລະ ເຮເຊກີຢາ, ກະສັດ​ແຫ່ງ​ຢູດາຍ.
2 Hear, heavens, and listen, earth, for our Heavenly Father has spoken: "Children I reared and brought up, but they have rebelled against me. ຟ້າ​ສະຫວັນ, ຈົ່ງ​ຟັງ! ແຜ່ນດິນ​ໂລກ! ຈົ່ງ​ຟັງ! ພຣະເຈົ້າ​ຢາເວ​ກ່າວ​ວ່າ: “ເຮົາ​ໄດ້​ລ້ຽງ​ລູກ​ຫລາຍ​ຄົນ ແລະ ລ້ຽງດູ​ຈົນ​ພວກເຂົາ​ເຕີບໃຫຍ່, ແຕ່​ພວກເຂົາ​ກັບ​ກະບົດ​ຕໍ່ສູ້​ເຮົາ.
3 "The ox knows its owner, and the donkey its master's manger, but Israel does not know, my people do not understand. ງົວເຖິກ​ຍັງ​ຮູ້ຈັກ​ນາຍ​ຂອງ​ມັນ, ລໍ​ຮູ້ຈັກ​ເຈົ້າຂອງ​ຮາງຫຍ້າ, ແຕ່​ອິດສະຣາເອນ​ບໍ່​ຮູ້ຈັກ, ປະຊາຊົນ​ຂອງ​ເຮົາ​ບໍ່​ເຂົ້າໃຈ”.
4 Ah, sinful nation, a people weighed down with guilt, offspring of evildoers, children who act corruptly! They have forsaken our Father, they have spurned the Holy One of Israel—our Father—they have turned their backs and walked away. ວິບັດ ເປັນ​ຂອງ​ຊົນຊາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ບາບ, ປະຊາຊົນ​ທີ່​ມີ​ຄວາມ​ຜິດ​ອັນ​ໃຫຍ່​ຫລວງ, ເຜົ່າພັນ​ຜູ້​ເຮັດ​ຊົ່ວ, ລູກ​ຫລານ​ທີ່​ບໍ່​ຊື່ສັດ! ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າ​ຢາເວ; ພວກເຂົາ​ໄດ້​ໝິ່ນປະໝາດ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ ແລະ ຫັນ​ຫລັງ​ຂອງ​ຕົນ​ໃຫ້​ກັບ​ພຣະອົງ.
5 Why will you be beaten any longer? Why do you keep on rebelling? The whole head is sick, and the whole heart is faint. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຕ້ອງ​ຖືກ​ຂ້ຽນຕີ​ອີກ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະບົດ​ອີກ? ທົ່ວ​ທັງ​ຫົວ​ຂອງ​ພວກເຈົ້າ​ໄດ້​ຮັບ​ບາດເຈັບ, ຫົວໃຈ​ທັງໝົດ​ຂອງ​ພວກເຈົ້າ​ເປັນ​ທຸກ.
6 From the sole of the foot to the top of the head there is no healthy spot—only wounds, welts, and open sores, not cleaned or bandaged or soothed with oil. ຕັ້ງແຕ່​ຝ່າຕີນ​ຂອງ​ເຈົ້າ​ຈົນ​ຮອດ​ເທິງ​ຫົວ​ຂອງ​ເຈົ້າ ບໍ່​ມີ​ສ່ວນ​ໃດ​ປົກກະຕິ ມີ​ແຕ່​ບາດແຜ ແລະ ຮອຍຫຍິບ ແລະ ແຜ​ເປີດ​ອອກ, ທີ່​ບໍ່​ໄດ້​ລ້າງ​ບາດແຜ ຫລື ພັນ​ຜ້າ ຫລື ບັນເທົາ​ດ້ວຍ​ນໍ້າມັນ​ໝາກກອກ.
7 Your land is desolate, your cities burned with fire; in your very presence foreigners devour your fields—a desolation, overthrown by strangers. ດິນແດນ​ຂອງ​ພວກເຈົ້າ​ກໍ​ຮົກຮ້າງ, ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ກໍ​ຖືກ​ເຜົາ​ດ້ວຍ​ໄຟ; ທົ່ງຫຍ້າ​ຂອງ​ພວກເຈົ້າ​ກໍ​ກຳລັງ​ຖືກ​ຄົນຕ່າງຊາດ​ປຸ້ນ; ຖິ້ມ​ຮົກຮ້າງ​ຕໍ່​ໜ້າ​ຕໍ່​ຕາ​ພວກເຈົ້າ, ເໝືອນ​ເມື່ອ​ຖືກ​ຄົນ​ແປກໜ້າ​ທຳລາຍ.
8 And the daughter of Zion is left like a shelter in a vineyard, like a hut in a cucumber field, like a city under siege. ລູກສາວ​ແຫ່ງ​ຊີໂອນ​ຖືກ​ປະຖິ້ມ ເໝືອນ​ດັ່ງ​ບ່ອນ​ລີ້ໄພ​ໃນ​ສວນ​ອະງຸ່ນ, ເໝືອນ​ດັ່ງ​ຕູບ​ກາງ​ສວນ​ໝາກແຕງ, ເໝືອນ​ດັ່ງ​ເມືອງ​ທີ່​ຖືກ​ລ້ອມ.
9 If the Father of heaven's armies had not left us a few survivors, we would have become like Sodom, we would have been like Gomorrah. ຖ້າ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່ ບໍ່​ປະ​ພວກເຮົາ​ບາງຄົນ​ໄວ້​ໃຫ້​ມີ​ຊີວິດ, ພວກເຮົາ​ກໍ​ຄົງ​ກາຍເປັນ​ເໝືອນ​ເມືອງ​ໂຊໂດມ, ພວກເຮົາ​ກໍ​ຄົງ​ເປັນ​ເໝືອນ​ເມືອງ​ໂກໂມຣາ.
10 Hear the word of our Father, you rulers of Sodom! Listen to the instruction of our Father, you people of Gomorrah! ບັນດາ​ຜູ້ປົກຄອງ​ເມືອງ​ໂຊໂດມ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ; ຊາວເມືອງ​ໂກໂມຣາ​ທັງຫລາຍ! ຈົ່ງ​ຟັງ​ຄໍາແນະນໍາ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ,
11 What are your endless sacrifices to me?" says our Father. "I have had my fill of burnt offerings of rams and the fat of fattened animals; I take no delight in the blood of bulls and lambs and goats. ພຣະເຈົ້າ​ຢາເວ​ກ່າວ​ວ່າ. “ເຄື່ອງບູຊາ​ທັງຫລາຍ​ຂອງ​ພວກເຈົ້າ, ມີ​ຄວາມ​ໝາຍ​ຫຍັງ​ສຳລັບ​ເຮົາ?” ເຮົາ​ມີ​ເຄື່ອງເຜົາ​ບູຊາ​ຫລາຍ​ພຽງພໍ​ແລ້ວ, ແກະຜູ້ ແລະ ໄຂມັນ​ຂອງ​ສັດ​ອ້ວນພີ; ເຮົາ​ບໍ່​ໄດ້​ພໍໃຈ ກັບ​ເລືອດ​ແກະ ແລະ ເລືອດ​ງົວ ແລະ ແບ້​ຕ່າງໆ.
12 When you come to appear before me, who asked this of you—this trampling of my courts? ເມື່ອ​ພວກເຈົ້າ​ເຂົ້າ​ມາ​ຢູ່​ຕໍ່ໜ້າ​ເຮົາ, ໃຜ​ຂໍ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ນີ້, ທີ່​ເປັນ​ການ​ໝິ່ນປະໝາດ​ວິຫານ​ຂອງ​ເຮົາ?
13 Stop bringing meaningless offerings! Your incense is detestable to me. New moons, Sabbaths, the calling of assemblies—I cannot stand wickedness mixed with your solemn gatherings. ຈົ່ງ​ຢຸດ​ນຳ​ເຄື່ອງບູຊາ​ທີ່​ບໍ່ມີ​ຄວາມ​ໝາຍ​ມາ​ໃຫ້​ເຮົາ! ເຮົາ​ກຽດຊັງ​ເຄື່ອງຫອມ​ຂອງ​ພວກເຈົ້າ. ເຮົາ​ທົນ​ການ​ປະຊຸມ​ອັນ​ຊົ່ວຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ອີກ​ແລ້ວ ບໍ່​ວ່າ​ຈະ​ເປັນ​ການ​ປະຊຸມ​ໃນ​ເດືອນ​ອອກ​ໃໝ່, ວັນຊະບາໂຕ ແລະ ການ​ຊຸມນຸມ​ຕ່າງໆ
14 Your new moons and your appointed feasts my soul hates; they have become a burden to me—I am weary of carrying them. ໃຈ​ຂອງ​ເຮົາ​ກຽດຊັງ​ເທດສະການ​ເດືອນ​ອອກ​ໃໝ່ ແລະ ການ​ສະຫລອງ​ເທດສະການ​ຕ່າງໆ​ຕາມ​ກຳນົດ​ຂອງ​ພວກເຈົ້າ. ພວກມັນ​ກາຍເປັນ​ພາລະ​ໃຫ້​ເຮົາ; ເຮົາ​ເບື່ອ​ທີ່​ຈະ​ແບກ​ພວກມັນ.
15 When you stretch out your hands in prayer, I will hide my eyes from you; even when you offer many prayers, I will not be listening. Your hands are full of blood. ເມື່ອ​ເຈົ້າ​ຍົກ​ມື​ອະທິຖານ, ເຮົາ​ຈະ​ເຊື່ອງ​ໜ້າ​ໜີ​ພວກເຈົ້າ; ເຖິງແມ່ນວ່າ​ເຈົ້າ​ອະທິຖານ​ຫລາຍ​ຄັ້ງ, ເຮົາ​ກໍ​ຈະ​ບໍ່​ຟັງ. ມື​ຂອງ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ເລືອດ!
16 Wash yourselves; make yourselves clean. Take your evil deeds out of my sight; stop doing wrong. ຈົ່ງ​ຊຳລະ​ຕົວ ແລະ ເຮັດ​ໃຫ້​ຕົນ​ເອງ​ສະອາດ. ເອົາ​ການ​ເຮັດ​ຊົ່ວ​ຂອງ​ພວກເຈົ້າ ອອກ​ໄປ​ຈາກ​ສາຍຕາ​ຂອງ​ເຮົາ; ຈົ່ງ​ເຊົາ​ເຮັດ​ຜິດ.
17 Learn to do good; seek justice, set the oppressor right. Defend the orphan, stand up for the widow. ຈົ່ງ​ຮຽນຮູ້​ທີ່​ຈະເຮັດ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸຕິທຳ. ຈົ່ງ​ໃຫ້​ກຳລັງໃຈ​ຜູ້​ທີ່​ຖືກ​ກົດຂີ່​ຂົ່ມເຫັງ. ຈົ່ງ​ປົກປ້ອງ​ລູກ​ກຳພ້າ​ພໍ່; ແລະ ສູ້​ຄະດີ​ໃຫ້​ແມ່ໝ້າຍ.
18 Come now, let us settle this together," says our Father. "Though your sins are like scarlet, they will be as white as snow; though they are red as crimson, they will become like wool. ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ຈົ່ງ​ມາ, ໃຫ້​ພວກເຮົາ​ມາ​ແກ້ໄຂ​ບັນຫາ​ນໍາ​ກັນ. ເຖິງແມ່ນວ່າ​ບາບ​ຂອງ​ພວກເຈົ້າ​ຈະ​ເປັນ​ສີ​ແດງ​ເຂັ້ມ, ພວກມັນ​ກໍ​ຈະ​ຂາວ​ສະອາດ​ເໝືອນ​ຫິມະ; ແມ່ນວ່າ​ຄວາມ​ບາບ​ເຫລົ່ານັ້ນ​ເປັນ​ສີແດງ​ເຂັ້ມ, ພວກມັນ​ກໍ​ຈະ​ຂາວ​ເໝືອນ​ຂົນແກະ.
19 If you are willing and obedient, you will eat the good things of the land; ຖ້າ​ເຈົ້າ​ເຕັມໃຈ ແລະ ເຊື່ອຟັງ, ເຈົ້າ​ຈະ​ໄດ້​ກິນ​ຜົນດີ​ຈາກ​ຜືນແຜ່ນດິນ;
20 but if you refuse and rebel, you will be devoured by the sword. For the mouth of our Father has spoken." ແຕ່​ຖ້າ​ເຈົ້າ​ຍັງ​ຄົງ​ດື້ດ້ານ ແລະ ກະບົດ, ເຈົ້າ​ຈະ​ເປັນ​ເຫຍື່ອ​ຄົມ​ດາບ”. ປາກ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້.
21 How the faithful city has become a prostitute! She was once full of justice; righteousness used to dwell in her—but now murderers. ເບິ່ງ​ແມ ນະຄອນ​ທີ່​ສັດຊື່ ກັບ​ກາຍເປັນ​ຍິງ​ໂສເພນີ! ຄັ້ງ​ໜຶ່ງ​ນາງ​ເຄີຍ​ເຕັມ​ໄປ​ດ້ວຍ​ຄວາມ​ຍຸຕິທຳ; ຄວາມ​ຊອບທຳ​ເຄີຍ​ມີ​ຢູ່​ໃນ​ນາງ ແຕ່​ບັດນີ້​ມີ​ແຕ່​ຄາດ​ຕະກອນ!
22 Your silver has become worthless slag, your choice wine diluted with water. ເນື້ອ​ເງິນ​ຂອງ​ພວກເຈົ້າ​ກາຍເປັນ​ຂີ້​ກົ່ວ, ເຫລົ້າ​ອະງຸ່ນ​ຊັ້ນ​ດີ​ຂອງ​ພວກເຈົ້າ​ປົນ​ນ້ຳ.
23 Your rulers are rebels, partners with thieves; they all love a bribe and chase after gifts. They do not defend the orphan, and the widow gets no hearing from them. ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ, ເປັນ​ໝູ່​ກັບ​ຄົນ​ຂີ້ລັກ; ພວກເຂົາ​ທຸກຄົນ​ຮັກ​ສິນບົນ ແລະ ຕາມລ່າ​ຫາ​ຂອງຂັວນ. ພວກເຂົາ​ບໍ່​ປົກປ້ອງ​ລູກກຳພ້າ​ພໍ່; ຄະດີ​ຂອງ​ແມ່ໝ້າຍ​ບໍ່​ໄດ້​ຢູ່​ຕໍ່​ໜ້າ​ພວກເຂົາ.
24 Therefore this is the declaration of the Sovereign Father, the Father of heaven's armies, the Mighty One of Israel—our Father: Ah, I will get relief from my adversaries and bring justice against my foes. ເຫດສະນັ້ນ​ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ອົງ​ຍິ່ງໃຫຍ່​ແຫ່ງ​ອິດສະຣາເອນ, ປະກາດ​ວ່າ: “ເຮົາ​ຈະ​ລະບາຍ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ເໜືອ​ສັດຕູ​ຂອງ​ເຮົາ ແລະ ແກ້ແຄ້ນ​ສັດຕູ​ຂອງ​ເຮົາ.
25 I will turn my hand against you; I will smelt away your slag as with lye and remove all your impurities. ເຮົາ​ຈະ​ປິ່ນ​ມື​ຂອງ​ເຮົາ​ມາ​ຕໍ່ສູ້​ພວກເຈົ້າ; ເຮົາ​ຈະ​ຫລອມ​ຂີ້​ຂອງ​ພວກເຈົ້າ​ອອກ​ໄປ​ໃຫ້​ໝົດ ແລະ ກຳຈັດ​ມົນທິນ​ທັງໝົດ​ອອກ​ໄປ.
26 I will restore your judges as in days of old, your counselors as at the beginning. Afterward you will be called the City of Righteousness, the Faithful City. ເຮົາ​ຈະ​ສ້າງ​ຜູ້ນໍາ​ທັງຫລາຍ​ຂອງ​ເຈົ້າ​ຂຶ້ນ​ໃໝ່​ຄື​ສະໄໝ​ກ່ອນ, ສ້າງ​ຜູ້ນໍາ​ທັງຫລາຍ​ຂອງ​ເຈົ້າ​ຂຶ້ນ​ດັ່ງ​ຕອນ​ເລີ່ມຕົ້ນ. ຫລັງຈາກນັ້ນ​ເຈົ້າ​ຈະ​ໄດ້​ຊື່​ວ່າ ‘ນະຄອນ​ແຫ່ງ​ຄວາມ​ຊອບທຳ’ ‘ນະຄອນ​ທີ່​ສັດຊື່’ ”.
27 Zion will be redeemed by justice, and those in her who repent, by righteousness. ຊີໂອນ​ຈະ​ໄດ້​ຮັບ​ການ​ຊ່ວຍເຫລືອ​ດ້ວຍ​ຄວາມ​ຍຸຕິທຳ, ຜູ້​ສຳນຶກ​ຜິດ​ຂອງ​ຊີໂອນ​ຈະ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ຄວາມ​ຊອບທຳ.
28 But rebels and sinners will be broken together, and those who forsake our Father will be consumed. ແຕ່​ພວກ​ກະບົດ ແລະ ຄົນບາບ​ທັງຫລາຍ​ຈະ​ແຕກຫັກ​ທັງ​ສອງ, ແລະ ຜູ້​ທີ່​ປະຖິ້ມ​ພຣະເຈົ້າ​ຢາເວ​ກໍ​ຈະ​ຈິບຫາຍ.
29 You will be ashamed of the sacred oaks you delighted in; you will blush over the gardens you have chosen. “ພວກເຈົ້າ​ຈະ​ອັບອາຍ​ເພາະ​ຕົ້ນໂອກ​ສັກສິດ ຄື​ຕົ້ນໄມ້​ໃຫຍ່​ທີ່​ພວກເຈົ້າ​ຊື່ນຊົມ; ພວກເຈົ້າ​ຈະ​ອັບອາຍ​ເພາະ​ສວນ​ຕ່າງໆ ທີ່​ພວກເຈົ້າ​ໄດ້​ເລືອກ.
30 For you will be like an oak whose leaves wither, like a garden without water. ພວກເຈົ້າ​ຈະ​ເປັນ​ເໝືອນ​ຕົ້ນໂອກ​ທີ່​ໃບ​ຫ່ຽວແຫ້ງ, ເໝືອນ​ສວນ​ທີ່​ຂາດ​ນ້ຳ.
31 The strong man will become tinder and his work a spark; both will burn together, with no one to put them out. ຊາຍ​ຜູ້​ແຂງແຮງ​ຈະ​ກັບ​ກາຍ​ເປັນ​ເຊື້ອໄຟ ແລະ ວຽກງານ​ຂອງ​ລາວ​ຄື​ຈຸດ​ປະກາຍ​ໄຟ; ທັງ​ສອງ​ຈະ​ລຸກໄໝ້​ໄປ​ນໍາ​ກັນ, ແລະ ບໍ່​ມີ​ຜູ້ໃດ​ດັບ​ໄຟ​ນັ້ນ​ໄດ້”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]