Skip to content
The Believer's Library

Biblica® Open Lao Contemporary Version

Isaiah 3 OLCV

Show OLCV only
Verse × ×
1 For look—the Father of heaven's armies is about to strip from Jerusalem and from Judah every support and supply: the whole supply of bread and the whole supply of water, ບັດນີ້ ເບິ່ງ​ແມ້, ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ກໍ​ກຳລັງ​ຈະ​ເອົາ​ໄປ​ຈາກ​ເຢຣູຊາເລັມ ແລະ ຢູດາຍ ທັງ​ສະບຽງ ແລະ ຄວາມ​ຊ່ວຍເຫລືອ​ຄື: ສະບຽງ​ອາຫານ​ທັງໝົດ ແລະ ນໍ້າ​ທັງໝົດ,
2 the warrior and the soldier, the judge and the prophet, the fortune-teller and the elder, ວິລະ​ບູລຸດ ແລະ ນັກຮົບ, ຜູ້ພິພາກສາ ແລະ ຜູ້ທຳນວາຍ, ໝໍດູ ແລະ ຜູ້​ອາວຸໂສ,
3 the commander of fifty and the man of rank, the counselor, the skilled craftsman, and the clever enchanter. ນາຍ​ທະຫານ ແລະ ຂຸນນາງ, ທີ່ປຶກສາ, ຊ່າງ​ຝີມື ແລະ ໝໍຜີ​ທີ່​ສະຫລາດ.
4 "I will make mere boys their officials, and childish whim will rule over them. “ເຮົາ​ຈະ​ຕັ້ງ​ຄົນໜຸ່ມ​ເປັນ​ຂ້າລາຊະການ​ຂອງ​ພວກເຂົາ; ໃຫ້​ເດັກນ້ອຍ​ເປັນ​ຜູ້ປົກຄອງ​ພວກເຂົາ”.
5 The people will oppress one another, each man against his neighbor; the young will rise up against the old, and the lowly against the honored." ປະຊາຊົນ​ຈະ​ຂົ່ມເຫັງ​ກັນ​ເອງ ມະນຸດ​ຕໍ່ສູ້​ມະນຸດ, ເພື່ອນບ້ານ​ຕໍ່ສູ້​ເພື່ອນບ້ານ. ຄົນໜຸ່ມ​ຈະ​ລຸກຂຶ້ນ​ຕໍ່ສູ້​ຜູ້ອາວຸໂສ, ບໍ່ມີ​ໃຜ​ຕໍ່ສູ້​ຜູ້​ມີ​ກຽດ​ຊື່​ສຽງ.
6 A man will seize his brother in his father's house and say, "You have a coat—you be our leader; take charge of this heap of ruins." ຄົນ​ໜຶ່ງ​ຈະ​ຈັບ​ພີ່ນ້ອງ​ຂອງ​ຕົນ ໃນ​ບ້ານ​ພໍ່​ຂອງ​ຕົນ ແລະ ເວົ້າ​ວ່າ, “ເຈົ້າ​ມີ​ເສື້ອ​ຄຸມ, ຂໍ​ໃຫ້​ເຈົ້າ​ເປັນ​ຜູ້ນຳ​ຂອງ​ພວກເຮົາ; ມາ​ຮັບຜິດຊອບ​ກອງ​ຫັກພັງ​ນີ້!”
7 But on that day he will cry out, "I am no healer! There is no bread and no coat in my house—you will not make me leader of the people." ແຕ່​ໃນ​ວັນ​ນັ້ນ​ຄົນ​ນັ້ນ​ຈະ​ຮ້ອງ​ວ່າ, “ຂ້ອຍ​ຊ່ວຍ​ຫຍັງ​ບໍ່​ໄດ້. ໃນ​ບ້ານ​ຂອງ​ຂ້ອຍ​ບໍ່​ມີ​ອາຫານ ຫລື ເຄື່ອງນຸ່ງ; ຢ່າ​ໃຫ້​ຂ້ອຍ​ເປັນ​ຜູ້ນຳ​ປະຊາຊົນ​ເລີຍ”.
8 For Jerusalem has stumbled and Judah has fallen, because their words and their deeds are against our Father, defying his glorious presence. ເຢຣູຊາເລັມ​ໂຊເຊ, ຢູດາຍ​ກໍ​ກໍາລັງ​ລົ້ມ​ລົງ; ຄໍາເວົ້າ ແລະ ການ​ກະທໍາ​ຂອງ​ພວກເຂົາ​ແມ່ນ​ຕໍ່ຕ້ານ​ພຣະເຈົ້າ​ຢາເວ, ດູຖູກ​ສະຫງ່າລາສີ​ຕໍ່ໜ້າ​ພຣະອົງ.
9 The look on their faces testifies against them; they flaunt their sin like Sodom—they do not hide it. How terrible for them, for they have brought disaster on themselves! ສີ​ໜ້າ​ຂອງ​ພວກເຂົາ​ກໍ​ຟ້ອງ​ພວກເຂົາ​ເອງ; ພວກເຂົາ​ອວດ​ບາບ​ຂອງ​ຕົນ​ເໝືອນ​ໂຊໂດມ; ພວກເຂົາ​ບໍ່​ໄດ້​ເຊື່ອງ​ມັນ​ໄວ້. ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ນຳ​ໄພພິບັດ​ມາ​ສູ່​ຕົນ​ເອງ.
10 Tell the righteous it will go well with them, for they will eat the fruit of their deeds. ຈົ່ງ​ບອກ​ຄົນ​ຊອບທຳ​ວ່າ​ພວກເຂົາ​ຈະ​ຢູ່​ເຢັນ​ເປັນ​ສຸກ, ເພາະ​ພວກເຂົາ​ຈະ​ໄດ້​ຊື່ນຊົມ​ກັບ​ຜົນ​ຈາກ​ການ​ກະທໍາ​ຂອງ​ພວກເຂົາ.
11 How terrible for the wicked! It will go badly for him, for what his hands have done will be repaid to him. ວິບັດ​ແກ່​ຄົນ​ຊົ່ວຮ້າຍ! ໄພພິບັດ​ກໍ​ຕົກ​ຖືກ​ພວກເຂົາ! ພວກເຂົາ​ຈະ​ໄດ້​ຮັບ​ຄືນ​ໃນ​ສິ່ງ ກັບ​ສິ່ງ​ທີ່​ມື​ຂອງ​ພວກເຂົາ​ໄດ້​ເຮັດ.
12 My people—children are their oppressors, and women rule over them. My people, your guides lead you astray and have swallowed up the path you should walk. ຄົນໜຸ່ມ​ຂົ່ມເຫັງ​ປະຊາຊົນ​ຂອງ​ເຮົາ, ພວກ​ແມ່ຍິງ​ປົກຄອງ​ພວກເຂົາ. ປະຊາຊົນ​ຂອງ​ເຮົາ, ຜູ້ນຳທາງ​ຂອງ​ພວກເຈົ້າ​ພາ​ພວກເຈົ້າ​ຫລົງຜິດ; ພວກເຂົາ​ເຮັດ​ໃຫ້​ເຈົ້າ​ອອກ​ນອກ​ທາງ.
13 Our Father takes his stand to bring his case; he rises to judge the peoples. ພຣະເຈົ້າ​ຢາເວ​ຢູ່​ເໜືອ​ບັນລັງ​ໃນ​ສານ; ພຣະອົງ​ລຸກຂຶ້ນ​ພິພາກສາ​ປະຊາຊົນ.
14 Our Father enters into judgment with the elders and officials of his people: "It is you who have devoured the vineyard; the plunder of the poor is in your houses. ພຣະເຈົ້າ​ຢາເວ​ມາ​ພິພາກສາ ຕໍ່ສູ້​ບັນດາ​ຜູ້ອາວຸໂສ ແລະ ພວກຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ: ໂດຍ​ເວົ້າ​ວ່າ “ພວກເຈົ້າ​ເປັນ​ຜູ້​ທຳລາຍ​ສວນ​ອະງຸ່ນ​ຂອງ​ເຮົາ; ຊັບສົມບັດ​ທີ່​ປຸ້ນ​ມາ​ຈາກ​ຄົນທຸກຍາກ​ກໍ​ຢູ່​ໃນ​ບ້ານ​ຂອງ​ພວກເຈົ້າ.
15 What do you mean by crushing my people and grinding the faces of the poor?" declares the Father of heaven's armies. ພວກເຈົ້າ​ຄິດ​ແນວໃດ​ຈຶ່ງ​ກ້າ​ກົດຂີ່​ປະຊາຊົນ​ຂອງ​ເຮົາ ແລະ ຢຽບຢໍ່າ​ໜ້າ​ຂອງ​ຜູ້​ທຸກຍາກ?” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ປະກາດ​ດັ່ງ​ນີ້.
16 Our Father said: "Because the daughters of Zion are proud—walking with outstretched necks and flirting eyes, mincing along with quick little steps, jingling the anklets on their feet, ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ຍິງ​ຊາວ​ຊີໂອນ​ຈອງຫອງ, ຍ່າງ​ໄປ​ຕາມ​ທາງ​ໂດຍ​ຢຽດ​ຄໍ​ອອກ, ຫວ່ານ​ສະເໜ່​ດ້ວຍ​ຕາ​ຂອງ​ພວກເຂົາ, ຍ່າງ​ໄປ​ມາ​ດ້ວຍ​ສະໂພກ​ໂຍກຍ້າຍ, ປອກຂາ​ຂອງ​ພວກເຂົາ​ສົ່ງ​ສຽງ​ດັງ​ເປັນ​ຈັງຫວະ.
17 therefore the Sovereign Father will strike the heads of the daughters of Zion with scabs, and our Father will lay bare their foreheads." ເຫດສະນັ້ນ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ຫົວ​ຂອງ​ຍິງ​ຊາວ​ຊີໂອນ​ເປັນ​ບາດ; ພຣະເຈົ້າ​ຢາເວ​ຈະ​ເຮັດ​ໃຫ້​ພວກນາງ​ຫົວ​ລ້ານ”.
18 On that day the Sovereign Father will strip away their finery: the anklets, the headbands, the crescent ornaments, ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ຈະ​ເອົາ​ເຄື່ອງປະດັບ​ອັນ​ງົດງາມ​ຂອງ​ພວກນາງ​ໄປ​ຄື: ປອກຂາ ແລະ ຜ້າ​ຄຽນ​ຫົວ, ສາຍຄໍ​ຮູບ​ວົງເດືອນ,
19 the earrings, the bracelets, the veils, ຕຸ້ມຫູ ແລະ ສາຍແຂນ ແລະ ຜ້າປົກໜ້າ,
20 the headdresses, the ankle chains, the sashes, the perfume flasks, the charms, ຜ້າ​ຄຽນ​ຫົວ ແລະ ປອກຂາ, ຜ້າ​ຮັດ​ແອວ ແລະ ຂວດ​ນ້ຳຫອມ ແລະ ເຄື່ອງລາງ,
21 the signet rings, the nose rings, ແຫວນ​ຕາ ແລະ ຫ່ວງ​ເກາະ​ດັງ,
22 the festival robes, the capes, the cloaks, the purses, ຊຸດ​ອອກ​ງານ ແລະ ເສື້ອຄຸມ, ຜ້າຄຸມ ແລະ ກະເປົາ​ເງິນ
23 the hand mirrors, the fine linen garments, the turbans, and the shawls. ແວ່ນ ແລະ ຊຸດ​ຜ້າ​ລິນິນ ແລະ ມົງກຸດ ແລະ ຜ້າ​ຄຸມ​ໄຫລ່.
24 Then, instead of perfume there will be a stench; instead of a sash, a rope; instead of elegantly styled hair, baldness; instead of fine robes, a wrapping of coarse cloth; branding instead of beauty. ກິ່ນ​ເໝັນ​ກຸ້ມ​ຈະ​ມາ​ແທນ​ກິ່ນ​ຫອມ​ກຸ້ມ; ເຊືອກ​ຈະ​ມາ​ແທນ​ຜ້າ​ມັດ​ແອວ; ຫົວລ້ານ​ຈະ​ມາ​ແທນ​ຊົງຜົມ​ສວຍ​ງາມ; ເຄື່ອງນຸ່ງ​ຜ້າ​ກະສອບ​ຈະ​ມາ​ແທນ​ເຄື່ອງນຸ່ງ​ຢ່າງ​ດີ; ຄວາມ​ຂາຍໜ້າ​ຈະ​ມາ​ແທນ​ຄວາມ​ງາມ.
25 Your men will fall by the sword, your warriors in the battle. ພວກ​ຜູ້ຊາຍ​ຂອງ​ພວກເຈົ້າ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ, ພວກ​ນັກຮົບ​ຈະ​ຕາຍ​ໃນ​ສົງຄາມ.
26 Her gates will mourn and lament; stripped bare, she will sit on the ground. ປະຕູ​ຕ່າງໆ​ຂອງ​ຊີໂອນ​ຈະ​ຮ້ອງໄຫ້ ແລະ ຄ່ຳຄວນ; ດ້ວຍ​ຄວາມ​ຂັດສົນ, ນາງ​ຈະ​ນັ່ງ​ລົງ​ພື້ນ​ດິນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]