Side by side with the Father's Heart Bible™ ຄວາມຮັກຂອງພຣະເຈົ້າຕໍ່ອິດສະຣາເອນ
1“ເມື່ອອິດສະຣາເອນຍັງເປັນເດັກນ້ອຍຢູ່, ເຮົາຮັກພວກເຂົາ,ແລະ ເຮົາໄດ້ເອີ້ນລູກຂອງເຮົາອອກມາຈາກເອຢິບ,
2ແຕ່ຍິ່ງເຮົາເອີ້ນອິດສະຣາເອນຫລາຍເທົ່າໃດ,ພວກເຂົາກໍຍິ່ງຫ່າງໄກຈາກເຮົາຫລາຍເທົ່ານັ້ນ.ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພະບາອານແລະ ພວກເຂົາໄດ້ເຜົາເຄື່ອງຫອມຖວາຍຮູບປັ້ນຕ່າງໆ.
3ເຮົາເປັນຜູ້ທີ່ສອນເອຟຣາອິມໃຫ້ຮຽນຍ່າງ,ເຮົາໂອບອຸ້ມພວກເຂົາໄວ້ໃນອ້ອມແຂນ;ແຕ່ພວກເຂົາບໍ່ຄິດວ່າເຮົາເປັນຜູ້ທີ່ຮັກສາພວກເຂົາໃຫ້ຫາຍດີ.
4ເຮົານຳພາພວກເຂົາດ້ວຍສາຍໃຍແຫ່ງຄວາມເມດຕາ,ແລະ ດ້ວຍຄວາມຜູກພັນແຫ່ງຄວາມຮັກ.ເຮົາໄດ້ປົດແອກອອກຈາກຄໍຂອງພວກເຂົາ,ແລະ ເຮົາໄດ້ກົ້ມລົງມາປ້ອນອາຫານພວກເຂົາ.
5“ພວກເຂົາຈະບໍ່ກັບໄປທີ່ເອຢິບບໍແລະ ອັດຊີເຣຍຈະບໍ່ປົກຄອງພວກເຂົາບໍໃນເມື່ອພວກເຂົາບໍ່ຍອມກັບໃຈ?
6ດາບທັງຫລາຍຈະແກວ່ງຢູ່ໃນເມືອງຕ່າງໆຂອງພວກເຂົາ;ດາບເຫລົ່ານັ້ນຈະທຳລາຍບັນດາຜູ້ທໍານວາຍປອມຂອງພວກເຂົາແລະ ເຮັດໃຫ້ແຜນການຕ່າງໆຂອງພວກເຂົາຈົບສິ້ນລົງ.
7ປະຊາຊົນຂອງເຮົາຕັ້ງໃຈຖິ້ມເຮົາໄປ.ເຖິງແມ່ນວ່າພວກເຂົາຈະຮ້ອງເຮົາວ່າຜູ້ສູງສຸດ,ເຮົາກໍຈະບໍ່ເຊີດຊູພວກເຂົາເລີຍ.
8“ເອຟຣາອິມ, ເຮົາຈະປ່ອຍພວກເຈົ້າໃຫ້ຫລຸດມືໄປໄດ້ຢ່າງໃດ?ອິດສະຣາເອນ, ເຮົາຈະຍອມປ່ອຍພວກເຈົ້າໄປໄດ້ຢ່າງໃດ?ເຮົາຈະປະຕິບັດຕໍ່ພວກເຈົ້າເໝືອນອັດມາໄດ້ບໍ?ເຮົາຈະເຮັດກັບພວກເຈົ້າເໝືອນເຊບົວອິມໄດ້ຢ່າງໃດ?ຈິດໃຈທີ່ຢູ່ພາຍໃນເຮົາກໍປ່ຽນໄປ;ຄວາມເມດຕາກະລຸນາຂອງເຮົາກໍໄດ້ຮັບການປຸກຂຶ້ນ.
9ເຮົາຈະບໍ່ລົງໂທດພວກເຈົ້າຕາມຄວາມໃຈຮ້າຍອັນຮຸນແຮງຂອງເຮົາ,ຫລື ຫັນມາທຳລາຍລ້າງເອຟຣາອິມອີກ.ເພາະເຮົາເປັນພຣະເຈົ້າ, ບໍ່ແມ່ນມະນຸດເປັນອົງບໍລິສຸດທ່າມກາງພວກເຈົ້າ.ເຮົາຈະບໍ່ມາຕໍ່ສູ້ເມືອງທັງຫລາຍຂອງພວກເຂົາ.
10ພວກເຂົາຈະຕິດຕາມພຣະເຈົ້າຢາເວ;ພຣະອົງຈະເປັ່ງສຽງເໝືອນດັ່ງໂຕສິງທີ່ແຜດສຽງ,ເມື່ອພຣະອົງເປັ່ງສຽງຮ້ອງ;ລູກຂອງພຣະອົງຈະສັ່ນສະທ້ານກັບມາຈາກທາງຕາເວັນຕົກ.
11ພວກເຂົາຈະກັບມາຈາກເອຢິບ,ໂຕສັ່ນເຊັນເໝືອນນົກກະຈອກ,ແລະ ມາຈາກອັດຊີເຣຍ, ເໝືອນນົກກາງແກ.ເຮົາຈະພາພວກເຂົາກັບມາທີ່ບ້ານເກີດເມືອງນອນຂອງພວກເຂົາອີກ”,ພຣະເຈົ້າຢາເວປະກາດດັ່ງນັ້ນ.
ບາບຂອງອິດສະຣາເອນ
12ເອຟຣາອິມອ້ອມຮອບເຮົາດ້ວຍຄຳຕົວະ,ເຊື້ອສາຍອິດສະຣາເອນອ້ອມຮອບເຮົາດ້ວຍການຫລອກລວງ.ແລະ ຢູດາກໍດື້ດ້ານຕໍ່ສູ້ພຣະເຈົ້າ,ແມ່ນແຕ່ກັບອົງບໍລິສຸດຜູ້ສັດຊື່.