Skip to content
The Believer's Library

Biblica® Open Lao Contemporary Version

Proverbs 9 OLCV

Show OLCV only
Verse × ×
1 Wisdom has built her house; she has hewn out her seven pillars. ປັນຍາ​ໄດ້​ສ້າງ​ບ້ານ​ຂອງ​ຕົນ​ຂຶ້ນ; ປັນຍາ​ໄດ້​ຕັ້ງ​ເສົາ​ເຈັດ​ຕົ້ນ.
2 She has slaughtered her animals; she has mixed her wine; she has also set her table. ປັນຍາ​ໄດ້​ຕຽມ​ຊີ້ນ ແລະ ປະສົມ​ເຫລົ້າ​ອະງຸ່ນ​ໄວ້; ປັນຍາ​ຍັງ​ໄດ້​ຈັດ​ໂຕະ​ໄວ້​ດ້ວຍ.
3 She has sent out her young women to call from the highest places of the town: ປັນຍາ​ໄດ້​ສົ່ງ​ຄົນຮັບໃຊ້​ອອກ​ໄປ, ແລະ ຮ້ອງ​ບອກ ຈາກ​ບ່ອນ​ສູງສຸດ​ຢູ່​ໃນ​ເມືອງ​ວ່າ,
4 "Whoever is simple, let him come in here!" To the one who lacks sense she says, “ໃຫ້​ທຸກຄົນ​ທີ່​ບໍ່​ຮູ້ຈັກ​ຄິດ ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຮົາ!” ປັນຍາ​ເວົ້າ​ກັບ​ຄົນ​ທີ່​ບໍ່ຮູ້ຈັກຄິດ​ວ່າ,
5 "Come, eat my bread and drink the wine I have mixed. “ຈົ່ງ​ມາ​ກິນ​ເຂົ້າ​ຂອງ​ເຮົາ ແລະ ດື່ມ​ເຫລົ້າ​ອະງຸ່ນ​ທີ່​ເຮົາ​ໄດ້​ປະສົມ​ໄວ້.
6 Leave your simple ways, and live; walk in the way of insight." ຈົ່ງ​ປະຖິ້ມ​ວິຖີທາງ​ອັນ​ບໍ່ຮູ້ຈັກຄິດ​ຂອງ​ເຈົ້າ ແລະ ເຈົ້າ​ຈະ​ມີຊີວິດ​ຢູ່; ຈົ່ງ​ເດີນ​ຕາມ​ທາງ​ແຫ່ງ​ຄວາມ​ເຂົ້າໃຈ”.
7 Whoever corrects a mocker brings abuse on himself, and whoever rebukes a wicked man gets hurt. ຜູ້​ໃດ​ທີ່​ຕັກເຕືອນ​ຄົນ​ມັກ​ເຢາະເຢີ້ຍ​ກໍ​ຈະ​ຖືກ​ດູໝິ່ນ; ຜູ້​ທີ່​ຕຳໜິ​ຄົນ​ຊົ່ວຮ້າຍ ກໍ​ຈະ​ຖືກ​ທໍາຮ້າຍ.
8 Do not rebuke a mocker, or he will hate you; rebuke a wise man, and he will love you. ຢ່າ​ໄປ​ຕຳໜິ​ຄົນ​ມັກ​ເຢາະເຢີ້ຍ ເພາະ​ພວກເຂົາ​ຈະ​ກຽດຊັງ​ເຈົ້າ; ຈົ່ງ​ຕຳໜິ​ຄົນ​ສະຫລາດ ແລະ ພວກເຂົາ​ຈະ​ຮັກ​ເຈົ້າ.
9 Instruct a wise man and he will grow wiser; teach a righteous man and he will learn even more. ຈົ່ງ​ສັ່ງສອນ​ຄົນ​ສະຫລາດ ແລ້ວ​ພວກເຂົາ​ຈະ​ສະຫລາດ​ຫລາຍ​ກວ່າ​ເກົ່າ; ຈົ່ງ​ສອນ​ຄົນ​ຊອບທຳ ແລ້ວ​ພວກເຂົາ​ຈະ​ເພີ່ມ​ການ​ຮຽນຮູ້​ຂອງ​ພວກເຂົາ​ໃຫ້​ຫລາຍ​ຂຶ້ນ.
10 The fear of our Father is the beginning of wisdom, and the knowledge of the Holy One is insight. ການ​ຢຳເກງ​ພຣະເຈົ້າ​ຢາເວ​ເປັນ​ບໍ່​ເກີດ​ຂອງ​ປັນຍາ, ແລະ ການ​ຮູ້ຈັກ​ອົງ​ບໍລິສຸດ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມ​ເຂົ້າໃຈ.
11 For by me your days will be multiplied, and years will be added to your life. ເພາະ​ໂດຍ​ທາງ​ປັນຍາ ວັນ​ເວລາ​ຂອງ​ເຈົ້າ​ຈະ​ມີ​ຫລາຍ​ຂຶ້ນ, ແລະ ເຈົ້າ​ຈະ​ມີ​ອາຍຸ​ຍືນຍາວ.
12 If you are wise, you are wise for yourself; if you scoff, you alone will bear it. ຖ້າ​ເຈົ້າ​ມີ​ປັນຍາ, ປັນຍາ​ຂອງ​ເຈົ້າ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ; ຖ້າ​ເຈົ້າ​ເປັນ​ຄົນ​ມັກ​ເຢາະເຢີ້ຍ, ເຈົ້າ​ກໍ​ຈະ​ທົນທຸກ​ຢູ່​ຄົນ​ດຽວ.
13 The woman Folly is loud; she is naive and knows nothing. ຄວາມ​ໂງ່ຈ້າ​ເປັນ​ດັ່ງ​ຍິງ​ດື້ດ້ານ; ນາງ​ເປັນ​ຄົນ​ບໍ່​ຮູ້ຈັກ​ຄິດ ແລະ ບໍ່​ຮູ້​ຫຍັງ​ເລີຍ.
14 She sits at the door of her house, on a seat at the highest places of the town, ນາງ​ນັ່ງ​ຢູ່​ປະຕູ​ເຮືອນ​ຂອງ​ຕົນ, ຫລື ນັ່ງ​ຢູ່​ບ່ອນ​ສູງ​ໃນ​ເມືອງ,
15 calling to those who pass by, who are going straight on their way: ນາງ​ເອີ້ນ​ໃສ່​ຄົນ​ທີ່​ຍ່າງ​ຜ່ານ​ໄປ​ມາ, ຜູ້​ທີ່​ໃສ່​ໃຈ​ກິດທຸລະ​ຂອງ​ຕົນ​ເອງ​ວ່າ,
16 "Whoever is simple, let him come in here!" And to the one who lacks sense she says, “ໃຫ້​ທຸກຄົນ​ທີ່​ບໍ່ຮູ້ຈັກຄິດ, ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຮົາ!” ນາງ​ເວົ້າ​ກັບ​ຄົນ​ທີ່​ບໍ່ຮູ້ຈັກຄິດວ່າ,
17 "Stolen water is sweet, and bread eaten in secret is pleasant." “ນໍ້າ​ທີ່​ລັກ​ມາ​ກໍ​ຫວານ​ຊື່ນ​ໃຈ; ອາຫານ​ທີ່​ລີ້​ກິນ​ກໍ​ແຊບ​ດີ!”
18 But he does not know that the dead are there, that her guests are in the depths of the grave. ແຕ່​ພວກເຂົາ​ຮູ້​ບໍ່​ວ່າ ມີ​ຄົນຕາຍ​ຢູ່ທີ່​ນັ້ນ, ແຂກ​ທັງຫລາຍ​ຂອງ​ນາງ​ກໍ​ຢູ່​ໃນ​ແດນ​ແຫ່ງ​ຄວາມ​ຕາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]