Skip to content
The Believer's Library

Biblica® Open Lao Contemporary Version

Proverbs 10 OLCV

Show OLCV only
Verse × ×
1 The proverbs of Solomon: A wise son brings joy to his father, but a foolish son brings grief to his mother. ສຸພາສິດ​ຂອງ​ໂຊໂລໂມນ​ມີ​ດັ່ງ​ນີ້: ລູກ​ທີ່​ມີ​ປັນຍາ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ມີ​ຄວາມ​ສຸກ, ແຕ່​ລູກ​ທີ່​ໂງ່​ຈ້າ​ເຮັດ​ໃຫ້​ແມ່​ໂສກເສົ້າ.
2 Treasures gained by wickedness do not profit, but righteousness rescues from death. ຊັບສົມບັດ​ທີ່​ໄດ້​ມາ​ຢ່າງ​ບໍ່​ສັດຊື່​ນັ້ນ​ບໍ່​ມີ​ຄຸນຄ່າ​ຍືນຍົງ, ແຕ່​ຄວາມ​ຊອບທຳ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ.
3 Our Father will not let the righteous go hungry, but he thwarts the craving of the wicked. ພຣະເຈົ້າ​ຢາເວ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ຊອບທຳ​ອຶດຫິວ, ແຕ່​ພຣະອົງ​ຈະ​ຂັດຂວາງ​ບໍ່​ໃຫ້​ຄົນ​ຊົ່ວຮ້າຍ​ໄດ້​ຕາມ​ໃຈ​ປາຖະໜາ.
4 Lazy hands make you poor, but diligent hands bring wealth. ມື​ທີ່​ຂີ້ຄ້ານ​ເຮັດ​ໃຫ້​ທຸກ​ຈົນ​ລົງ ແຕ່​ມື​ທີ່​ດຸໝັ່ນ​ເຮັດ​ໃຫ້​ຮັ່ງມີ​ຂຶ້ນ.
5 He who gathers in summer is a prudent son, but he who sleeps during harvest is a son who brings shame. ຄົນ​ທີ່​ຮວບຮວມ​ເອົາ​ຜົນລະປູກ​ໄວ້​ໃນ​ລະດູຮ້ອນ​ກໍ​ເປັນ​ລູກ​ທີ່​ສະຫລາດ ແຕ່​ຄົນ​ທີ່​ນອນຫລັບ​ໃນ​ລະດູ​ເກັບກ່ຽວ​ກໍ​ເປັນ​ລູກ​ທີ່​ອັບອາຍ​ຂາຍໜ້າ.
6 Blessings rest on the head of the righteous, but the mouth of the wicked conceals violence. ພຣະພອນ​ຢູ່​ເທິງ​ຫົວ​ຂອງ​ຄົນ​ຊອບທຳ, ແຕ່​ຄວາມ​ຮຸນແຮງ​ໄຫລ​ຖ້ວມ​ປາກ​ຂອງ​ຄົນ​ຊົ່ວຮ້າຍ.
7 The memory of the righteous is a blessing, but the name of the wicked will rot. ຊື່​ຂອງ​ຄົນ​ຊອບທຳ​ຈະ​ໃຊ້​ເປັນ​ຄຳ​ອວຍພອນ, ແຕ່​ຊື່​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ເສື່ອມເສຍ​ໄປ.
8 A wise heart accepts commands, but a babbling fool comes to ruin. ໃຈ​ຂອງ​ຄົນ​ມີ​ປັນຍາ​ຈະ​ຮັບ​ເອົາ​ຄຳ​ສັ່ງສອນ, ແຕ່​ຄົນ​ໂງ່ຈ້າ​ທີ່​ເວົ້າ​ໂລເລ​ກໍ​ຈະ​ພົບ​ຄວາມ​ຈິບຫາຍ.
9 Whoever walks in integrity walks securely, but he who makes his ways crooked will be found out. ຜູ້​ໃດ​ກໍ່​ຕາມ​ທີ່​ເດີນ​ຢູ່​ໃນ​ທາງ​ທີ່​ສັດຊື່​ກໍ​ຈະ​ຍ່າງ​ຢ່າງ​ປອດໄພ, ແຕ່​ຜູ້​ໃດ​ກໍ່​ຕາມ​ທີ່​ເດີນ​ຢູ່​ໃນ​ທາງ​ທີ່​ບໍ່​ສັດຊື່​ຈະ​ຖືກ​ເປີດເຜີຍ.
10 Whoever winks causes trouble, and a babbling fool comes to ruin. ຜູ້​ທີ່​ຍິກຄິ້ວ​ຢ່າງ​ມີ​ເລ້ຫລ່ຽມ​ກໍ​ສ້າງ​ຄວາມ​ເດືອດຮ້ອນ, ແລະ ຄົນ​ໂງ່ຈ້າ​ທີ່​ເວົ້າ​ໂລເລ​ກໍ​ຈະ​ພົບ​ຄວາມ​ຈິບຫາຍ.
11 The mouth of the righteous is a fountain of life, but the mouth of the wicked conceals violence. ປາກ​ຂອງ​ຄົນ​ຊອບທຳ​ເປັນ​ນ້ຳພຸ​ແຫ່ງ​ຊີວິດ, ແຕ່​ປາກ​ຂອງ​ຄົນ​ຊົ່ວຮ້າຍ​ເຊື່ອງຊ້ອນ​ຄວາມ​ໂຫດຮ້າຍ.
12 Hatred stirs up conflict, but love covers all offenses. ຄວາມ​ກຽດຊັງ​ເຮັດ​ໃຫ້​ເກີດ​ຄວາມ​ຂັດແຍ້ງ, ແຕ່​ຄວາມ​ຮັກ​ກໍ​ປົກປິດ​ຄວາມຜິດ​ທັງໝົດ.
13 On the lips of the discerning, wisdom is found, but a rod is for the back of one who lacks sense. ປັນຍາ​ພົບ​ໄດ້​ຢູ່​ໃນ​ຮິມສົບ​ຂອງ​ຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ແຈ້ງ​ດີ, ແຕ່​ໄມ້​ແສ້​ມີ​ໄວ້​ສໍາລັບ​ຫລັງ​ຂອງ​ຄົນ​ທີ່​ບໍ່ຮູ້ຈັກຄິດ.
14 The wise store up knowledge, but the mouth of a fool invites ruin. ຄົນ​ມີ​ປັນຍາ​ກໍ​ສະ​ສົມ​ຄວາມ​ຮູ້​ໄວ້, ແຕ່​ປາກ​ຂອງ​ຄົນ​ໂງ່ຈ້າ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ.
15 The wealth of the rich is their fortified city; the ruin of the poor is their poverty. ຊັບສົມບັດ​ຂອງ​ຄົນ​ຮັ່ງມີ​ເປັນ​ດັ່ງ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ພວກເຂົາ, ແຕ່​ຄວາມ​ທຸກຍາກ​ເປັນ​ດັ່ງ​ຄວາມ​ຈິບຫາຍ​ຂອງ​ຄົນ​ທຸກ.
16 The wage of the righteous leads to life; the gain of the wicked leads to sin. ຄ່າຈ້າງ​ຂອງ​ຄົນ​ຊອບທຳ​ຄື​ຊີວິດ, ແຕ່​ລາຍໄດ້​ຂອງ​ຄົນ​ຊົ່ວຮ້າຍ​ຄື​ຄວາມ​ບາບ ແລະ ຄວາມ​ຕາຍ.
17 Whoever accepts discipline is on the path to life, but he who ignores correction leads others astray. ຜູ້​ໃດ​ກໍ່​ຕາມ​ທີ່​ເອົາໃຈໃສ່​ລະບຽບ​ວິໄນ​ກໍ​ສະແດງ​ທາງ​ສູ່​ຊີວິດ, ແຕ່​ຜູ້​ໃດ​ກໍ່​ຕາມ​ທີ່​ບໍ່​ຍອມ​ຮັບ​ການ​ດັດແປງແກ້ໄຂ​ກໍ​ພາ​ຄົນ​ອື່ນ​ໄປ​ໃນ​ທາງ​ທີ່​ຜິດ.
18 Whoever conceals hatred is a liar, and whoever spreads slander is a fool. ຜູ້​ທີ່​ເຊື່ອງ​ຄວາມ​ກຽດຊັງ​ດ້ວຍ​ປາກ​ທີ່​ເວົ້າ​ຕົວະ ແລະ ຜູ້​ທີ່​ກະຈາຍ​ຄໍາ​ນິນທາ​ກໍ​ເປັນ​ຄົນ​ໂງ່​ຈ້າ.
19 Where words are many, sin is never absent; but whoever holds his tongue is wise. ຄວາມ​ບາບ​ບໍ່​ໄດ້​ຈົບ​ສິ້ນ​ດ້ວຍ​ການ​ເວົ້າ​ຫລາຍ, ແຕ່​ຄົນ​ສະຫລາດ​ກໍ​ລະງັບ​ລີ້ນ​ຂອງ​ຕົນ.
20 The tongue of the righteous is choice silver; the heart of the wicked is worth little. ລີ້ນ​ຂອງ​ຄົນ​ຊອບທຳ​ເປັນ​ດັ່ງ​ເງິນ​ຊັ້ນ​ດີ, ແຕ່​ໃຈ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ມີ​ຄຸນຄ່າ​ໜ້ອຍດຽວ.
21 The lips of the righteous nourish many, but fools die for lack of sense. ຮິມສົບ​ຂອງ​ຄົນ​ຊອບທຳ​ກໍ​ລ້ຽງດູ​ຄົນ​ຈຳນວນ​ຫລາຍ, ແຕ່​ຄົນ​ໂງ່​ຈ້າ​ຕາຍ​ເພາະ​ຂາດ​ສາມັນ​ສໍານຶກ.
22 The blessing of our Father brings wealth, and he adds no sorrow with it. ພຣະພອນ​ຂອງ​ພຣະເຈົ້າ​ຢາເວ​ນຳ​ຄວາມຮັ່ງມີ​ມາ​ໃຫ້, ໂດຍ​ບໍ່​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ຈະ​ຮັ່ງມີ.
23 Doing wickedness is a game to a fool, but wisdom is the delight of a person of understanding. ຄົນ​ໂງ່​ຈ້າ​ພໍໃຈ​ໃນ​ແຜນການ​ອັນ​ຊົ່ວ ແຕ່​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ກໍ​ຍິນດີ​ໃນ​ປັນຍາ​ຂອງ​ຕົນ.
24 What the wicked dreads will come upon him, but the desire of the righteous will be granted. ສິ່ງ​ທີ່​ຄົນ​ຊົ່ວຮ້າຍ​ຢ້ານ​ຈະ​ໄລ່​ທັນ​ພວກເຂົາ; ສິ່ງ​ທີ່​ຄົນ​ຊອບທຳ​ປາຖະໜາ​ກໍ​ຈະ​ໄດ້​ຮັບ.
25 When the storm has passed, the wicked are gone, but the righteous are established forever. ເມື່ອ​ລົມພະຍຸ​ພັດ​ຜ່ານ ຄົນ​ຊົ່ວຮ້າຍ​ກໍ​ຖືກ​ພັດ​ໄປ, ແຕ່​ຄົນ​ຊອບທຳ​ຢືນ​ຢູ່​ຢ່າງ​ໝັ້ນຄົງ​ຕະຫລອດໄປ.
26 Like vinegar to the teeth and smoke to the eyes, so is the sluggard to those who send him. ເໝືອນ​ດັ່ງ​ນ້ຳ​ສົ້ມ​ກັບ​ແຂ້ວ ແລະ ຄວັນໄຟ​ກັບ​ຕາ​ບໍ່​ຖືກ​ກັນ​ສັນໃດ ຄົນ​ຂີ້ຄ້ານ​ກັບ​ນາຍຈ້າງ​ກໍ​ບໍ່​ຖືກ​ກັນ​ສັນນັ້ນ.
27 The fear of our Father lengthens life, but the years of the wicked will be cut short. ການ​ຢຳເກງ​ພຣະເຈົ້າ​ຢາເວ​ເຮັດ​ໃຫ້​ມີ​ຊີວິດ​ຍືນຍາວ, ແຕ່​ປີ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ຖືກ​ຕັດ​ໃຫ້​ສັ້ນ​ເຂົ້າ.
28 The hope of the righteous brings joy, but the expectation of the wicked will perish. ຄວາມ​ຫວັງ​ຂອງ​ຄົນ​ຊອບທຳ​ຄື​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ຄວາມ​ຫວັງ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ບໍ່​ມີ​ຫຍັງ.
29 The way of our Father is a refuge for the blameless, but ruin for those who do evil. ທາງ​ຂອງ​ພຣະເຈົ້າ​ຢາເວ​ເປັນ​ບ່ອນ​ລີ້ໄພ​ສໍາລັບ​ຄົນ​ທີ່​ບໍ່​ມີ​ຕຳໜິ, ແຕ່​ເປັນ​ຄວາມ​ຈິບຫາຍ​ຂອງ​ຄົນ​ທີ່​ເຮັດ​ຊົ່ວ.
30 The righteous will never be shaken, but the wicked will not remain in the land. ຄົນ​ຊອບທຳ​ຈະ​ບໍ່​ມີ​ວັນ​ຖືກ​ຖອນ​ຮາກ, ແຕ່​ຄົນ​ຊົ່ວຮ້າຍ​ຈະ​ບໍ່​ໝັ້ນຄົງ​ຢູ່​ໃນ​ແຜ່ນດິນ.
31 The mouth of the righteous yields wisdom, but the perverse tongue will be cut off. ປາກ​ຂອງ​ຄົນ​ຊອບທຳ​ນໍາ​ເອົາ​ຜົນ​ແຫ່ງ​ປັນຍາ​ມາ​ໃຫ້, ແຕ່​ລີ້ນ​ທີ່​ມັກ​ປີ້ນ​ຄວາມ​ຈະ​ຖືກ​ລະງັບ​ໄວ້.
32 The lips of the righteous know what is acceptable, but the mouth of the wicked, only what is perverse. ຮິມ​ສົບ​ຂອງ​ຄົນ​ຊອບທຳ​ຮູ້ຈັກ​ວ່າ​ຈະເຮັດ​ສິ່ງໃດ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ, ແຕ່​ປາກ​ຂອງ​ຄົນ​ຊົ່ວຮ້າຍ​ເວົ້າ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ເຈັບໃຈ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]