Skip to content
The Believer's Library

Biblica® Open Lao Contemporary Version

Proverbs 8 OLCV

Show OLCV only
Verse × ×
1 Does not Wisdom call out, and understanding raise her voice? ປັນຍາ​ບໍ່​ໄດ້​ເອີ້ນ​ຫາ​ບໍ? ຄວາມ​ເຂົ້າໃຈ​ບໍ່​ໄດ້​ສົ່ງສຽງ​ເອີ້ນ​ບໍ?
2 Atop the heights along the way, where the paths meet, she takes her stand. ປັນຍາ​ຢືນ​ຢູ່​ເທິງ​ບ່ອນ​ສູງ​ໄປ​ຕາມ​ທາງ​ຍ່າງ, ແລະ ໄປ​ຕາມ​ທາງ​ແຍກ, ປັນຍາ​ຢືນ​ຢູ່​ທີ່​ນັ້ນ;
3 Beside the gates, at the entrance to the city, at the doorways she cries aloud: ຢູ່​ຂ້າງ​ປະຕູ​ເຂົ້າ​ໄປ​ໃນ​ເມືອງ, ຢູ່​ປາກ​ປະຕູ​ທາງ​ເຂົ້າ, ປັນຍາ​ຮ້ອງ​ສຽງ​ດັງ​ວ່າ:
4 "To you, all people, I call out; my voice reaches all humanity. “ໂອ ປະຊາຊົນ, ເຮົາ​ຮ້ອງ​ຫາ​ພວກເຈົ້າ; ເຮົາ​ຍົກ​ສຽງ​ຂຶ້ນ​ຮ້ອງ​ຫາ​ມະນຸດ​ທຸກຄົນ.
5 You who are simple, learn prudence; you who are foolish, gain an understanding heart. ເຈົ້າ​ຜູ້​ຜູ້​ເປັນ​ຄົນ​ອ່ອນ​ຕໍ່​ໂລກ, ຈົ່ງ​ມີ​ຄວາມ​ສຸຂຸມ​ຮອບຄອບ; ເຈົ້າ​ຜູ້​ເປັນ​ຄົນໂງ່​ຈ້າ ຈົ່ງ​ໃສ່​ໃຈ​ໃນ​ສິ່ງ​ນີ້.
6 Listen, for I speak of noble things, and everything I say is right. ຈົ່ງ​ຟັງ, ເພາະ​ເຮົາ​ມີ​ສິ່ງ​ທີ່​ສໍາຄັນ​ຫລາຍ​ຈະ​ມາ​ບອກ; ເຮົາ​ອ້າ​ປາກ​ຂອງ​ເຮົາ​ເພື່ອ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ.
7 My mouth utters truth, for my lips detest wickedness. ປາກ​ຂອງ​ເຮົາ​ເວົ້າ​ສິ່ງ​ທີ່​ເປັນ​ຄວາມຈິງ, ເພາະ​ຮີມ​ສົບ​ຂອງ​ເຮົາ​ກຽດຊັງ​ຄວາມ​ຊົ່ວຮ້າຍ.
8 All the words of my mouth are righteous; none of them is twisted or crooked. ຄໍາເວົ້າ​ທັງໝົດ​ຈາກ​ປາກ​ຂອງ​ເຮົາ​ແມ່ນ​ຍຸຕິທຳ; ບໍ່​ມີ​ຄຳ​ໃດ​ທີ່​ຫລອກລວງ ຫລື ບິດເບືອນ.
9 To the one who understands they are all clear, and right to those who find knowledge. ສໍາລັບ​ຜູ້​ທີ່​ພິຈາລະນາ​ຄໍາເວົ້າ​ທັງໝົດ​ຈະ​ເຂົ້າໃຈ; ເປັນ​ຄໍາເວົ້າ​ທີ່​ທ່ຽງທຳ​ຕໍ່​ບັນດາ​ຜູ້​ທີ່​ຄົ້ນພົບ​ຄວາມ​ຮູ້.
10 Take my instruction instead of silver, and knowledge rather than choice gold, ຈົ່ງ​ເລືອກ​ເອົາ​ຄຳ​ສັ່ງສອນ​ຂອງ​ເຮົາ​ແທນ​ທີ່​ຈະ​ເລືອກ​ເອົາ​ເງິນ, ຈົ່ງ​ເລືອກ​ເອົາ​ຄວາມ​ຮູ້​ຫລາຍ​ກວ່າ​ເລືອກ​ເອົາ​ຄໍາ​ເນື້ອ​ດີ,
11 for wisdom is better than jewels, and nothing you desire can compare with her. ເພາະ​ປັນຍາ​ມີ​ຄ່າ​ກວ່າ​ເພັດພອຍ, ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ເຈົ້າ​ປາຖະໜາ​ຈະ​ປຽບທຽບ​ກັບ​ປັນຍາ​ໄດ້.
12 I, Wisdom, dwell with prudence, and I find knowledge and discretion. “ເຮົາ, ຄື​ປັນຍາ, ຢູ່​ຮ່ວມ​ກັນ​ກັບ​ຄວາມ​ຮອບຄອບ; ເຮົາ​ມີ​ຄວາມ​ຮູ້ ແລະ ຄວາມ​ສະຫລາດ.
13 The fear of our Father is to hate evil. Pride and arrogance, the evil way, and perverse speech I hate. ການ​ຢຳເກງ​ພຣະເຈົ້າ​ຢາເວ​ແມ່ນ​ການ​ກຽດຊັງ​ຄວາມ​ຊົ່ວຮ້າຍ; ເຮົາ​ກຽດຊັງ​ຄວາມ​ຈອງຫອງ ແລະ ຄວາມ​ໂອ້ອວດ, ການ​ປະພຶດ​ຊົ່ວ ແລະ ການ​ເວົ້າ​ປີ້ນ​ຄວາມ.
14 Counsel is mine, and sound wisdom; I am understanding; strength is mine. ຄຳ​ປຶກສາ ແລະ ການ​ຕັດສິນ​ທີ່​ຖືກຕ້ອງ​ເປັນ​ຂອງ​ເຮົາ; ເຮົາ​ມີ​ຄວາມເຂົ້າໃຈ ແລະ ມີ​ອຳນາດ.
15 By me kings reign, and rulers decree what is just; ໂດຍ​ປັນຍາ ບັນດາ​ກະສັດ​ຈຶ່ງ​ໄດ້​ຂຶ້ນ​ປົກຄອງ ແລະ ຜູ້​ປົກຄອງ​ກໍ​ອອກ​ກົດໝາຍ​ຢ່າງ​ຍຸຕິທຳ;
16 by me princes govern, and nobles—all who rule with justice. ໂດຍ​ປັນຍາ ບັນດາ​ເຈົ້ານາຍ​ຈຶ່ງ​ໄດ້​ຂຶ້ນ​ປົກຄອງ, ແລະ ບັນດາ​ຂຸນນາງ​ຄື​ຜູ້​ທີ່​ປົກຄອງ​ທັງໝົດ​ຢູ່​ໃນ​ໂລກ.
17 I love those who love me, and those who search for me find me. ເຮົາ​ຮັກ​ຄົນ​ທັງຫລາຍ​ທີ່​ຮັກ​ເຮົາ, ແລະ ຜູ້​ທີ່​ຊອກ​ຫາ​ເຮົາ​ກໍ​ໄດ້​ພົບ​ເຮົາ.
18 With me are riches and honor, enduring wealth and righteousness. ເຮົາ​ມີ​ຊັບສົມບັດ ແລະ ມີ​ກຽດ, ມີ​ຄວາມ​ຮັ່ງມີ ແລະ ຈະເລີນ​ຮຸ່ງເຮືອງ​ຕະຫລອດໄປ​ດ້ວຍ.
19 My fruit is better than gold, than the finest gold, and what I yield surpasses choice silver. ຜົນ​ຂອງ​ເຮົາ​ກໍ​ດີ​ກວ່າ​ຄຳ​ບໍລິສຸດ; ສິ່ງ​ທີ່​ເຮົາ​ໃຫ້​ນັ້ນ​ກໍ​ມີ​ຄຸນຄ່າ​ຫລາຍ​ກວ່າ​ເງິນ​ເນື້ອ​ດີ.
20 I walk in the way of righteousness, along the paths of justice, ເຮົາ​ເດີນ​ໃນ​ທາງ​ແຫ່ງ​ຄວາມ​ຊອບທຳ, ຕາມ​ວິຖີ​ແຫ່ງ​ຄວາມ​ຍຸຕິທຳ,
21 giving wealth as an inheritance to those who love me, and filling their treasuries. ເຮົາ​ໃຫ້​ມໍລະດົກ​ລ້ຳຄ່າ​ແກ່​ຜູ້​ທີ່​ຮັກ​ເຮົາ ແລະ ເຮັດ​ໃຫ້​ຄັງ​ສົມບັດ​ຂອງ​ພວກເຂົາ​ເຕັມ.
22 Our Father brought me forth at the beginning of his way, before his works of old. “ພຣະເຈົ້າຢາເວ​ໄດ້​ສ້າງ​ເຮົາ​ຂຶ້ນ​ມາ​ເປັນ​ຜົນ​ງານ​ຊິ້ນ​ທຳອິດ, ກ່ອນ​ກິດຈະການ​ຂອງ​ພຣະອົງ​ຕັ້ງແຕ່​ດົນນານ​ມາ​ແລ້ວ;
23 From ages past I was established, from the beginning, before the earth began. ເຮົາ​ໄດ້​ຖືກ​ສ້າງ​ມາ​ເມື່ອ​ດົນນານ​ມາ​ແລ້ວ, ຕັ້ງແຕ່​ປະຖົມມະການ, ເມື່ອ​ໂລກ​ຖືກ​ສ້າງ​ຂຶ້ນ​ມາ.
24 When there were no deep waters I was brought forth, when there were no springs overflowing with water. ເຮົາ​ເກີດ​ຂຶ້ນ​ມາ​ກ່ອນ​ຈະ​ມີ​ຫ້ວງ​ນໍ້າ​ເລິກ, ກ່ອນ​ນ້ຳພຸ​ທີ່​ມີ​ນ້ຳ​ພຸ່ງ​ຂຶ້ນ​ມາ;
25 Before the mountains were settled, before the hills, I was brought forth, ກ່ອນ​ບັນດາ​ພູເຂົາ​ຈະ​ຖືກ​ໄວ້​ສ້າງ​ຂຶ້ນ​ໄວ້​ຢູ່​ໃນ​ບ່ອນ​ຂອງ​ມັນ, ກ່ອນ​ມີ​ເນີນພູ, ເຮົາ​ກໍ​ເກີດ​ແລ້ວ,
26 while he had not yet made the earth and its fields, or the first dust of the world. ກ່ອນ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໂລກ ຫລື ທົ່ງຫຍ້າ​ທັງຫລາຍ ຫລື ກ່ອນ​ຂີ້ຝຸ່ນ​ດິນ​ໃດໆ​ຂອງ​ໂລກ.
27 When he set the heavens in place, I was there; when he drew a circle over the face of the deep, ເຮົາ​ຢູ່​ທີ່​ນັ້ນ ເມື່ອ​ພຣະອົງ​ຈັດ​ວາງ​ຟ້າ​ສະຫວັນ, ເມື່ອ​ພຣະອົງ​ຂີດ​ເສັ້ນ​ຂອບ​ຟ້າ​ເທິງ​ໜ້າ​ມະຫາສະໝຸດ,
28 when he set the skies in place above, when he established the springs of the deep, ເມື່ອ​ພຣະອົງ​ວາງ​ຕຳແໜ່ງ​ເມກ​ເບື້ອງ​ເທິງ ແລະ ໄດ້​ກຳນົດ​ຕານໍ້າ​ແຫ່ງ​ບາດານ​ຢ່າງ​ໝັ້ນຄົງ,
29 when he set for the sea its boundary so the waters would not cross their limits, when he marked out the foundations of the earth, ເມື່ອ​ພຣະອົງ​ຂີດ​ພົມແດນ​ຂອງ​ທະເລ ເພື່ອ​ບໍ່​ໃຫ້​ນ້ຳ​ລົ້ນ​ຂຶ້ນ​ເກີນ​ເຂດ​ຄໍາສັ່ງ​ຂອງ​ພຣະອົງ, ແລະ ເມື່ອ​ພຣະອົງ​ວາງ​ຮາກຖານ​ຂອງ​ໂລກ.
30 then I was beside him as a master craftsman, and I was his daily delight, rejoicing before him always, ໃນ​ເວລາ​ນັ້ນ ເຮົາ​ຢູ່​ຄຽງຂ້າງ​ພຣະອົງ​ຕະຫລອດ​ເວລາ. ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຍິນດີ​ວັນ​ຕໍ່​ວັນ, ຊື່ນຊົມຍິນດີ​ຢູ່​ຕໍ່ໜ້າ​ພຣະອົງ​ສະເໝີ,
31 rejoicing in his whole world, and delighting in the human family. ຊື່ນຊົມຍິນດີ​ຢູ່​ໃນ​ໂລກ​ທັງໝົດ​ຂອງ​ພຣະອົງ ແລະ ມີ​ຄວາມ​ຍິນດີ​ໃນ​ມະນຸດຊາດ.
32 And now, my children, listen to me: blessed are those who keep my ways. “ບັດນີ້ ລູກ​ເອີຍ, ຈົ່ງ​ຟັງ​ເຮົາ; ຄວາມ​ສຸກ​ເປັນ​ຂອງ​ຜູ້ທີ່​ຮັກສາ​ວິຖີທາງ​ຂອງ​ເຮົາ.
33 Listen to instruction and be wise; do not ignore it. ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ຟັງ​ຄໍາ​ສັ່ງສອນ​ຂອງ​ເຮົາ ແລະ ຈະ​ກາຍ​ເປັນ​ຄົນ​ມີ​ປັນຍາ; ຢ່າ​ເມີນເສີຍ​ຕໍ່​ຄໍາ​ສັ່ງສອນ​ນັ້ນ​ເລີຍ.
34 Blessed is the one who listens to me, watching daily at my gates, waiting beside my doorway. ພຣະພອນ​ເປັນ​ຂອງ​ຜູ້​ທີ່​ຟັງ​ເຮົາ, ຄື ຜູ້​ທີ່​ກໍາລັງ​ລໍຖ້າ​ຢູ່​ທີ່​ປະຕູ​ຂອງ​ເຮົາ​ທຸກໆ​ວັນ, ລໍຖ້າ​ຢູ່​ປະຕູ​ເຮືອນ​ຂອງ​ເຮົາ.
35 For whoever finds me finds life and receives favor from our Father. ເພາະ​ຄົນ​ທີ່​ພົບ​ເຮົາ​ຍ່ອມ​ພົບ​ຊີວິດ ແລະ ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ​ຢາເວ.
36 But whoever misses me harms his own soul; all who hate me love death." ແຕ່​ຄົນ​ທີ່​ບໍ່​ພົບ​ເຮົາ​ກໍ​ຮັກ​ຄວາມ​ຕາຍ; ທຸກຄົນ​ທີ່​ກຽດຊັງ​ເຮົາ​ກໍ​ຮັກ​ຄວາມ​ຕາຍ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]