ສຽງເອີ້ນຂອງປັນຍາ
1ປັນຍາບໍ່ໄດ້ເອີ້ນຫາບໍ?ຄວາມເຂົ້າໃຈບໍ່ໄດ້ສົ່ງສຽງເອີ້ນບໍ?
2ປັນຍາຢືນຢູ່ເທິງບ່ອນສູງໄປຕາມທາງຍ່າງ,ແລະ ໄປຕາມທາງແຍກ, ປັນຍາຢືນຢູ່ທີ່ນັ້ນ;
3ຢູ່ຂ້າງປະຕູເຂົ້າໄປໃນເມືອງ,ຢູ່ປາກປະຕູທາງເຂົ້າ, ປັນຍາຮ້ອງສຽງດັງວ່າ:
4“ໂອ ປະຊາຊົນ, ເຮົາຮ້ອງຫາພວກເຈົ້າ;ເຮົາຍົກສຽງຂຶ້ນຮ້ອງຫາມະນຸດທຸກຄົນ.
5ເຈົ້າຜູ້ຜູ້ເປັນຄົນອ່ອນຕໍ່ໂລກ, ຈົ່ງມີຄວາມສຸຂຸມຮອບຄອບ;ເຈົ້າຜູ້ເປັນຄົນໂງ່ຈ້າ ຈົ່ງໃສ່ໃຈໃນສິ່ງນີ້.
6ຈົ່ງຟັງ, ເພາະເຮົາມີສິ່ງທີ່ສໍາຄັນຫລາຍຈະມາບອກ;ເຮົາອ້າປາກຂອງເຮົາເພື່ອເວົ້າສິ່ງທີ່ຖືກຕ້ອງ.
7ປາກຂອງເຮົາເວົ້າສິ່ງທີ່ເປັນຄວາມຈິງ,ເພາະຮີມສົບຂອງເຮົາກຽດຊັງຄວາມຊົ່ວຮ້າຍ.
8ຄໍາເວົ້າທັງໝົດຈາກປາກຂອງເຮົາແມ່ນຍຸຕິທຳ;ບໍ່ມີຄຳໃດທີ່ຫລອກລວງ ຫລື ບິດເບືອນ.
9ສໍາລັບຜູ້ທີ່ພິຈາລະນາຄໍາເວົ້າທັງໝົດຈະເຂົ້າໃຈ;ເປັນຄໍາເວົ້າທີ່ທ່ຽງທຳຕໍ່ບັນດາຜູ້ທີ່ຄົ້ນພົບຄວາມຮູ້.
10ຈົ່ງເລືອກເອົາຄຳສັ່ງສອນຂອງເຮົາແທນທີ່ຈະເລືອກເອົາເງິນ,ຈົ່ງເລືອກເອົາຄວາມຮູ້ຫລາຍກວ່າເລືອກເອົາຄໍາເນື້ອດີ,
11ເພາະປັນຍາມີຄ່າກວ່າເພັດພອຍ,ແລະ ບໍ່ມີສິ່ງໃດທີ່ເຈົ້າປາຖະໜາຈະປຽບທຽບກັບປັນຍາໄດ້.
12“ເຮົາ, ຄືປັນຍາ, ຢູ່ຮ່ວມກັນກັບຄວາມຮອບຄອບ;ເຮົາມີຄວາມຮູ້ ແລະ ຄວາມສະຫລາດ.
13ການຢຳເກງພຣະເຈົ້າຢາເວແມ່ນການກຽດຊັງຄວາມຊົ່ວຮ້າຍ;ເຮົາກຽດຊັງຄວາມຈອງຫອງ ແລະ ຄວາມໂອ້ອວດ,ການປະພຶດຊົ່ວ ແລະ ການເວົ້າປີ້ນຄວາມ.
14ຄຳປຶກສາ ແລະ ການຕັດສິນທີ່ຖືກຕ້ອງເປັນຂອງເຮົາ;ເຮົາມີຄວາມເຂົ້າໃຈ ແລະ ມີອຳນາດ.
15ໂດຍປັນຍາ ບັນດາກະສັດຈຶ່ງໄດ້ຂຶ້ນປົກຄອງແລະ ຜູ້ປົກຄອງກໍອອກກົດໝາຍຢ່າງຍຸຕິທຳ;
16ໂດຍປັນຍາ ບັນດາເຈົ້ານາຍຈຶ່ງໄດ້ຂຶ້ນປົກຄອງ,ແລະ ບັນດາຂຸນນາງຄືຜູ້ທີ່ປົກຄອງທັງໝົດຢູ່ໃນໂລກ.
17ເຮົາຮັກຄົນທັງຫລາຍທີ່ຮັກເຮົາ,ແລະ ຜູ້ທີ່ຊອກຫາເຮົາກໍໄດ້ພົບເຮົາ.
18ເຮົາມີຊັບສົມບັດ ແລະ ມີກຽດ,ມີຄວາມຮັ່ງມີ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປດ້ວຍ.
19ຜົນຂອງເຮົາກໍດີກວ່າຄຳບໍລິສຸດ;ສິ່ງທີ່ເຮົາໃຫ້ນັ້ນກໍມີຄຸນຄ່າຫລາຍກວ່າເງິນເນື້ອດີ.
20ເຮົາເດີນໃນທາງແຫ່ງຄວາມຊອບທຳ,ຕາມວິຖີແຫ່ງຄວາມຍຸຕິທຳ,
21ເຮົາໃຫ້ມໍລະດົກລ້ຳຄ່າແກ່ຜູ້ທີ່ຮັກເຮົາແລະ ເຮັດໃຫ້ຄັງສົມບັດຂອງພວກເຂົາເຕັມ.
22“ພຣະເຈົ້າຢາເວໄດ້ສ້າງເຮົາຂຶ້ນມາເປັນຜົນງານຊິ້ນທຳອິດ,ກ່ອນກິດຈະການຂອງພຣະອົງຕັ້ງແຕ່ດົນນານມາແລ້ວ;
23ເຮົາໄດ້ຖືກສ້າງມາເມື່ອດົນນານມາແລ້ວ,ຕັ້ງແຕ່ປະຖົມມະການ, ເມື່ອໂລກຖືກສ້າງຂຶ້ນມາ.
24ເຮົາເກີດຂຶ້ນມາກ່ອນຈະມີຫ້ວງນໍ້າເລິກ,ກ່ອນນ້ຳພຸທີ່ມີນ້ຳພຸ່ງຂຶ້ນມາ;
25ກ່ອນບັນດາພູເຂົາຈະຖືກໄວ້ສ້າງຂຶ້ນໄວ້ຢູ່ໃນບ່ອນຂອງມັນ,ກ່ອນມີເນີນພູ, ເຮົາກໍເກີດແລ້ວ,
26ກ່ອນທີ່ພຣະເຈົ້າໄດ້ສ້າງໂລກ ຫລື ທົ່ງຫຍ້າທັງຫລາຍຫລື ກ່ອນຂີ້ຝຸ່ນດິນໃດໆຂອງໂລກ.
27ເຮົາຢູ່ທີ່ນັ້ນ ເມື່ອພຣະອົງຈັດວາງຟ້າສະຫວັນ,ເມື່ອພຣະອົງຂີດເສັ້ນຂອບຟ້າເທິງໜ້າມະຫາສະໝຸດ,
28ເມື່ອພຣະອົງວາງຕຳແໜ່ງເມກເບື້ອງເທິງແລະ ໄດ້ກຳນົດຕານໍ້າແຫ່ງບາດານຢ່າງໝັ້ນຄົງ,
29ເມື່ອພຣະອົງຂີດພົມແດນຂອງທະເລເພື່ອບໍ່ໃຫ້ນ້ຳລົ້ນຂຶ້ນເກີນເຂດຄໍາສັ່ງຂອງພຣະອົງ,ແລະ ເມື່ອພຣະອົງວາງຮາກຖານຂອງໂລກ.
30ໃນເວລານັ້ນ ເຮົາຢູ່ຄຽງຂ້າງພຣະອົງຕະຫລອດເວລາ.ເຮົາກໍເຕັມໄປດ້ວຍຄວາມຍິນດີວັນຕໍ່ວັນ,ຊື່ນຊົມຍິນດີຢູ່ຕໍ່ໜ້າພຣະອົງສະເໝີ,
31ຊື່ນຊົມຍິນດີຢູ່ໃນໂລກທັງໝົດຂອງພຣະອົງແລະ ມີຄວາມຍິນດີໃນມະນຸດຊາດ.
32“ບັດນີ້ ລູກເອີຍ, ຈົ່ງຟັງເຮົາ;ຄວາມສຸກເປັນຂອງຜູ້ທີ່ຮັກສາວິຖີທາງຂອງເຮົາ.
33ຄວາມສຸກເປັນຂອງຜູ້ທີ່ຟັງຄໍາສັ່ງສອນຂອງເຮົາ ແລະ ຈະກາຍເປັນຄົນມີປັນຍາ;ຢ່າເມີນເສີຍຕໍ່ຄໍາສັ່ງສອນນັ້ນເລີຍ.
34ພຣະພອນເປັນຂອງຜູ້ທີ່ຟັງເຮົາ,ຄື ຜູ້ທີ່ກໍາລັງລໍຖ້າຢູ່ທີ່ປະຕູຂອງເຮົາທຸກໆວັນ,ລໍຖ້າຢູ່ປະຕູເຮືອນຂອງເຮົາ.
35ເພາະຄົນທີ່ພົບເຮົາຍ່ອມພົບຊີວິດແລະ ໄດ້ຮັບຄວາມພໍໃຈຈາກພຣະເຈົ້າຢາເວ.
36ແຕ່ຄົນທີ່ບໍ່ພົບເຮົາກໍຮັກຄວາມຕາຍ;ທຸກຄົນທີ່ກຽດຊັງເຮົາກໍຮັກຄວາມຕາຍ”.