Skip to content
The Believer's Library

Biblica® Open Lao Contemporary Version

Proverbs 7 OLCV

Show OLCV only
Verse × ×
1 My son, keep my words, and store up my commandments within you. ລູກ​ເອີຍ, ຈົ່ງ​ຮັກສາ​ຖ້ອຍຄໍາ​ຂອງ​ພໍ່​ໄວ້ ຈົ່ງ​ເກັບ​ສະສົມ​ຄຳສັ່ງສອນ​ຂອງ​ພໍ່​ໄວ້​ພາຍ​ໃນ​ຕົວ​ເຈົ້າ.
2 Keep my commandments and live; guard my teaching as the apple of your eye. ຈົ່ງ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້ ແລ້ວ​ເຈົ້າ​ຈະ​ມີ​ຊີວິດ​ຢູ່; ຈົ່ງ​ຖື​ຮັກສາ​ຄຳສອນ​ຂອງ​ພໍ່​ໄວ້​ດັ່ງ​ແກ້ວຕາ​ຂອງ​ເຈົ້າ.
3 Bind them on your fingers; write them on the tablet of your heart. ຈົ່ງ​ພັນ​ມັນ​ໄວ້​ອ້ອມ​ນິ້ວມື​ຂອງ​ເຈົ້າ​ເປັນ​ເຄື່ອງ​ເຕືອນ​ໃຈ; ຈົ່ງ​ຂຽນ​ມັນ​ໃສ່​ແຜ່ນ​ຫົວໃຈ​ຂອງ​ເຈົ້າ.
4 Say to wisdom, "You are my sister," and call understanding your dearest friend, ຈົ່ງ​ເວົ້າ​ຕໍ່​ປັນຍາ​ວ່າ, “ເຈົ້າ​ເປັນ​ເອື້ອຍ​ຂອງ​ຂ້ອຍ”, ແລະ ຈົ່ງ​ເວົ້າ​ຕໍ່​ຄວາມ​ເຂົ້າໃຈ​ອັນ​ເລິກເຊິ່ງ​ວ່າ, “ເຈົ້າ​ເປັນ​ຍາດພີ່ນ້ອງ​ຂອງ​ຂ້ອຍ”.
5 to keep you from the forbidden woman, from the stranger with her smooth words. ສິ່ງ​ເຫລົ່ານີ້​ຈະ​ປົກປ້ອງ​ເຈົ້າ​ຈາກ​ຍິງຫລິ້ນຊູ້, ຈາກ​ຍິງ​ເອົາ​ແຕ່​ໃຈ​ດ້ວຍ​ຄຳເວົ້າ​ອັນ​ລໍ້ລວງ​ຂອງ​ນາງ.
6 For at the window of my house I looked down through my lattice, ຢູ່​ປ່ອງຢ້ຽມ​ເຮືອນ​ຂອງ​ເຮົາ ເຮົາ​ແນມ​ເບິ່ງ​ຜ່ານ​ຕາໜ່າງ​ລົງ​ໄປ.
7 and I saw among the naive, I noticed among the young men, a youth who lacked sense, ເຮົາ​ເຫັນ​ບັນດາ​ຄົນ​ທີ່​ຍັງ​ອ່ອນ​ຕໍ່​ໂລກ, ເຮົາ​ສັງເກດ​ທ່າມກາງ​ບັນດາ​ຊາຍ​ໜຸ່ມ, ມີ​ຊາຍ​ຄົນ​ໜຶ່ງ​ທີ່​ບໍ່ຮູ້ຈັກຄິດ.
8 passing through the street near her corner, taking the road to her house, ລາວ​ກໍາລັງ​ຍ່າງ​ໄປ​ຕາມ​ຖະໜົນ​ໃກ້​ແຈ​ບ້ານ​ຂອງ​ນາງ, ກໍາລັງ​ຍ່າງ​ຊື່​ໄປ​ຫາ​ເຮືອນ​ຂອງ​ນາງ
9 in the twilight, as the day faded, in the dark of night and gloom. ໃນ​ຕອນ​ຄໍ່າ, ຂະນະ​ທີ່​ຕາເວັນ​ກໍາລັງ​ຕົກ​ດິນ, ເມື່ອ​ຄວາມ​ມືດ​ໃນ​ຕອນ​ຄໍ່າ​ກໍາລັງ​ມາ.
10 And there a woman comes to meet him, dressed like a prostitute, with cunning in her heart. ມີ​ຍິງ​ຄົນ​ໜຶ່ງ​ອອກ​ມາ​ພົບ​ລາວ, ນາງ​ແຕ່ງ​ຕົວ​ດັ່ງ​ຍິງ​ໂສເພນີ ແລະ ມີ​ເລ້ຫລ່ຽມ​ຢູ່​ໃນ​ໃຈ.
11 She is loud and defiant; her feet will not stay at home. (ນາງ​ດື້ດ້ານ ແລະ ບໍ່​ຮູ້​ຈັກ​ອາຍ, ນາງ​ບໍ່​ເຄີຍ​ຢູ່​ບ້ານ;
12 Now in the street, now in the squares, she lurks at every corner. ຕອນນີ້ ນາງ​ຢູ່​ຕາມ​ຖະໜົນ, ບັດນີ້ ຢູ່​ຕາມ​ລານ​ສາທາລະນະ, ນາງ​ດັກ​ຊຸ້ມ​ຢູ່​ຕາມ​ທຸກ​ແຈ​ຖະໜົນ.)
13 She grabs him and kisses him, and with a brazen face she says to him: ນາງ​ໂດດ​ກອດ​ລາວ ແລະ ຈູບ​ລາວ ແລະ ເວົ້າ​ແບບ​ໜ້າ​ບໍ່​ອາຍ​ວ່າ:
14 "I had peace offerings to bring; today I have paid my vows. “ມື້​ນີ້ ຂ້ອຍ​ໄດ້​ເຮັດ​ຕາມ​ທີ່​ຂ້ອຍ​ສາບານ​ໄວ້, ແລະ ຂ້ອຍ​ມີ​ອາຫານ​ມາ​ຈາກ​ການ​ຖວາຍ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຢູ່​ເຮືອນ​ແລ້ວ.
15 So I came out to meet you, to look for you eagerly, and I have found you. ດັ່ງນັ້ນ ຂ້ອຍ​ຈຶ່ງ​ອອກ​ມາ​ພົບ​ເຈົ້າ; ຂ້ອຍ​ໄດ້​ຊອກຫາ​ເຈົ້າ ແລະ ຂ້ອຍ​ກໍ​ໄດ້​ພົບ​ເຈົ້າ​ແລ້ວ!
16 I have spread my bed with coverings, with colored linens from Egypt. ຂ້ອຍ​ໄດ້​ປູ​ບ່ອນ​ນອນ​ຂອງ​ຂ້ອຍ​ໄວ້ ດ້ວຍ​ຜ້າຝ້າຍ​ລີນິນ​ສີ​ສົດໃສ​ຈາກ​ເອຢິບ.
17 I have perfumed my bed with myrrh, aloes, and cinnamon. ຂ້ອຍ​ໄດ້​ພົມ​ບ່ອນນອນ​ໃຫ້​ຫອມ ດ້ວຍ​ຢາງໄມ້ຫອມ ແລະ ອົບເຊີຍ.
18 Come, let us drink deep of love until morning; let us lose ourselves in love. ຈົ່ງ​ມາ, ມາ​ດື່ມດໍ່າ​ຄວາມ​ຮັກ​ນຳ​ກັນ​ຈົນ​ເຖິງ​ຕອນເຊົ້າ; ໃຫ້​ພວກເຮົາ​ມ່ວນຊື່ນ​ນໍາ​ກັນ​ກັບ​ຄວາມ​ຮັກ!
19 For my husband is not at home; he has gone on a long journey. ຜົວ​ຂອງ​ຂ້ອຍ​ບໍ່​ຢູ່​ເຮືອນ; ລາວ​ໄດ້​ເດີນທາງ​ໄປ​ໄກ.
20 He took a bag of money with him and will not come home until the full moon." ລາວ​ຖື​ເງິນ​ໄປ​ເຕັມ​ກະເປົາ ແລະ ຈະ​ບໍ່​ຢູ່​ເຮືອນ​ຈົນ​ເຖິງ​ວັນ​ເດືອນ​ເຕັມ​ດວງ”.
21 With all her persuasive words she sways him; with her smooth lips she draws him in. ນາງ​ໄດ້​ເຮັດ​ໃຫ້​ລາວ​ຫລົງ​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ; ນາງ​ຫລອກລໍ້​ລາວ​ດ້ວຍ​ຄຳເວົ້າ​ອັນ​ນິ້ມນວນ.
22 All at once he follows her, like an ox going to the slaughter, like a deer stepping into a snare, ທັນໃດນັ້ນ ລາວ​ກໍ​ຕິດຕາມ​ນາງ​ໄປ ດັ່ງ​ງົວເຖິກ​ທີ່​ຖືກ​ຈູງ​ໄປ​ຂ້າ, ດັ່ງ​ກວາງ​ທີ່​ກໍາລັງ​ຖືກ​ຕ້ອນ​ລົງ​ໄປ​ຂຸມແຮ້ວ
23 until an arrow pierces its liver; like a bird darting into a trap, he does not know it will cost him his life. ຈົນ​ຖືກ​ລູກ​ທະນູ​ແທງ​ທະລຸ​ເຖິງ​ຕັບ, ລາວ​ເປັນ​ດັ່ງ​ນົກ​ບິນ​ເຂົ້າ​ໄປ​ໃນ​ບ້ວງແຮ້ວ, ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຄວາມ​ຕາຍ​ຈະ​ເອົາ​ຊີວິດ​ຂອງ​ລາວ​ໄປ.
24 Now then, my sons, listen to me, and pay attention to what I say. ບັດນີ້ ລູກ​ເອີຍ, ຈົ່ງ​ຟັງ​ພໍ່; ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ພໍ່​ບອກ.
25 Do not let your heart turn aside to her ways; do not wander into her paths. ຢ່າ​ປ່ອຍ​ໃຈ​ຂອງ​ເຈົ້າ​ໄປ​ຕາມ​ທາງ​ຂອງ​ນາງ ຫລື ຢ່າ​ຫລົງ​ໄປ​ຕາມ​ວິຖີທາງ​ຂອງ​ນາງ.
26 For she has brought down many victims; her slain are a mighty multitude. ມີ​ຜູ້ຊາຍ​ຫລາຍ​ຄົນ​ເປັນ​ເຫຍື່ອ​ທີ່​ນາງ​ໄດ້​ເຮັດ​ໃຫ້​ລົ້ມ​ລົງ; ຄົນ​ຍິ່ງໃຫຍ່​ກໍ​ຕາຍ​ເພາະ​ນາງ.
27 Her house is the road to the grave, going down to the chambers of death. ເຮືອນ​ຂອງ​ນາງ​ເປັນ​ທາງ​ຫລວງ​ໄປ​ສູ່​ຂຸມ​ຝັງສົບ, ນຳ​ລົງ​ໄປ​ສູ່​ຫ້ອງ​ແຫ່ງ​ຄວາມ​ຕາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]