Skip to content
The Believer's Library

Biblica® Open Lao Contemporary Version

Proverbs 6 OLCV

Show OLCV only
Verse × ×
1 My son, if you have put up security for your neighbor, if you have shaken hands in pledge for a stranger, ລູກ​ເອີຍ, ຖ້າ​ເຈົ້າ​ໄດ້​ຄ້ຳປະກັນ​ໃຫ້​ເພື່ອນບ້ານ, ຖ້າ​ເຈົ້າ​ໄດ້​ຈັບ​ມື​ສັນຍາ​ກັບ​ຄົນແປກໜ້າ,
2 you have been snared by the words of your mouth, caught by the words of your mouth. ເຈົ້າ​ກໍ​ໄດ້​ຖືກ​ບ້ວງ​ແຮ້ວ​ຈາກ​ສິ່ງ​ທີ່​ເຈົ້າ​ເວົ້າ, ເຈົ້າ​ໄດ້​ຖືກ​ຈັບ​ຈາກ​ຄຳເວົ້າ​ຂອງ​ປາກ​ເຈົ້າ​ເອງ.
3 Then do this, my son, and free yourself, for you are now at your neighbor's mercy: go, humble yourself, and plead with your neighbor. ລູກ​ເອີຍ, ເມື່ອ​ເຈົ້າ​ຕົກ​ຢູ່​ໃນ​ມື​ຂອງ​ເພື່ອນບ້ານ, ສະນັ້ນ ຈົ່ງ​ເຮັດ​ແບບ​ນີ້​ເພື່ອ​ປົດປ່ອຍ​ຕົວ​ເຈົ້າ​ເອງ: ຈົ່ງ​ອອກ​ໄປ​ອ້ອນວອນ​ຂໍ​ຈົນ​ບໍ່​ມີ​ແຮງ ຢ່າ​ໃຫ້​ເພື່ອນບ້ານ​ຂອງ​ເຈົ້າ​ໄດ້​ພັກຜ່ອນ!
4 Give no sleep to your eyes, no slumber to your eyelids. ຢ່າ​ໃຫ້​ຕາ​ຂອງ​ເຈົ້າ​ໄດ້​ນອນ​ຫລັບ, ຢ່າ​ໃຫ້​ເປືອກຕາ​ຂອງ​ເຈົ້າ​ເຊືອບຫລັບ​ໄປ
5 Free yourself like a gazelle from the hand, like a bird from the hand of the trapper. ຈົ່ງ​ປົດປ່ອຍ​ຕົນ​ເອງ​ໃຫ້​ເປັນ​ອິດສະຫລະ​ດັ່ງ​ກວາງ​ທີ່​ປົບໜີ​ຈາກ​ມື​ຂອງ​ນາຍພານ, ດັ່ງ​ນົກ​ທີ່​ໜີ​ຈາກ​ບ້ວງ​ແຮ້ວ​ຂອງ​ນາຍພານ.
6 Go to the ant, you sluggard; consider her ways and be wise. ເຈົ້າ​ຄົນ​ຂີ້ຄ້ານ, ຈົ່ງ​ໄປ​ຮຽນຮູ້​ບົດຮຽນ​ຈາກ​ມົດ; ຈົ່ງ​ພິຈາລະນາ​ວິທີການ​ຂອງ​ມັນ ແລະ ຈົ່ງ​ເປັນ​ຄົນ​ສະຫລາດ​ຂຶ້ນ!
7 Without having any chief, officer, or ruler, ມັນ​ບໍ່​ມີ​ຜູ້ບັນຊາ, ບໍ່​ມີ​ຜູ້​ຄວບຄຸມ ຫລື ບໍ່​ມີ​ຜູ້ປົກຄອງ,
8 she prepares her bread in summer and gathers her food in harvest. ແຕ່​ມັນ​ກໍ​ຍັງ​ສະສົມ​ອາຫານ​ໄວ້​ໄດ້​ໃນ​ລະດູ​ຮ້ອນ ແລະ ຮວບຮວມ​ອາຫານ​ໄວ້​ຕັ້ງ​ແຕ່​ໃນ​ລະດູ​ເກັບ​ກ່ຽວ.
9 How long will you lie there, sluggard? When will you arise from your sleep? ເຈົ້າ​ຄົນ​ຂີ້ຄ້ານ, ເຈົ້າ​ຈະ​ນອນ​ຢູ່​ອີກ​ດົນ​ປານໃດ? ເມື່ອໃດ​ເຈົ້າ​ຈະ​ຕື່ນ​ຂຶ້ນ​ຈາກ​ນອນ?
10 A little sleep, a little slumber, a little folding of the hands to rest, ເຈົ້າ​ເວົ້າ​ວ່າ, ຂໍ​ນອນ​ອີກ​ໜ້ອຍ​ໜຶ່ງ, ເຊືອບ​ນອນ​ອີກ​ຈັກ​ໜ້ອຍ, ເອົາ​ມື​ກອດ​ເອິກ​ຫລັບ​ບຶດ​ໜຶ່ງ
11 and poverty will come upon you like a robber, and scarcity like an armed man. ແລະ ຄວາມ​ທຸກຍາກ​ຈະ​ມາ​ຫາ​ເຈົ້າ​ດັ່ງ​ຄົນ​ຂີ້ລັກ ແລະ ຄວາມ​ຂັດສົນ​ຈະ​ໂຈມຕີ​ເຈົ້າ​ດັ່ງ​ມີ​ຄົນ​ໜຶ່ງ​ຖື​ອາວຸດ​ມາ.
12 A worthless person, a wicked man, goes about with crooked speech, ຄົນ​ສ້າງ​ບັນຫາ ແລະ ຄົນ​ຊົ່ວຮ້າຍ, ທີ່​ມັກ​ໄປ​ຊອກ​ຫາ​ຕົວະ,
13 winks with his eyes, signals with his feet, points with his fingers, ຜູ້​ທີ່​ຍິກຄີ້ວ​ເພື່ອ​ຫວັງ​ທໍາລາຍ, ສັ່ນ​ຕີນ​ຂອງ​ຕົນ​ເປັນ​ສັນຍານ ແລະ ດີດ​ນິ້ວມື​ສົ່ງ​ສັນຍານ,
14 with perverted heart he devises evil, continually sowing discord; ຜູ້​ທີ່​ວາງ​ແຜນການ​ອັນ​ຊົ່ວ​ຮ້າຍ​ດ້ວຍ​ການ​ຫລອກລວງ​ຢູ່​ໃນ​ໃຈ ລາວ​ມັກ​ສ້າງ​ຄວາມ​ຂັດແຍ້ງ​ຕະຫລອດ.
15 therefore calamity will come upon him suddenly; in a moment he will be broken beyond healing. ເຫດສະນັ້ນ ຄວາມ​ຈິບຫາຍ​ຈະ​ມາ​ຫາ​ລາວ​ແບບ​ບໍ່​ຮູ້​ຕົວ; ລາວ​ຈະ​ຖືກ​ທໍາລາຍ​ໃນ​ທັນທີ​ທັນໃດ ໂດຍ​ບໍ່​ມີ​ວິທີ​ປ້ອງກັນ​ໄດ້.
16 There are six things our Father hates, seven that are detestable to him: ມີ​ຫົກ​ຢ່າງ​ທີ່​ພຣະເຈົ້າ​ຢາເວ​ກຽດຊັງ, ມີ​ເຈັດ​ຢ່າງ​ທີ່​ພຣະອົງ​ກຽດຊັງ​ຄື:
17 haughty eyes, a lying tongue, and hands that shed innocent blood, ຕາ​ທີ່​ຈອງຫອງ, ລີ້ນ​ທີ່​ເວົ້າ​ຕົວະ, ມື​ທີ່​ຂ້າ​ຄົນບໍລິສຸດ
18 a heart that devises wicked plans, feet that hurry to run to evil, ໃຈ​ທີ່​ຄິດ​ແຜນການ​ຊົ່ວຮ້າຍ, ຕີນ​ທີ່​ຟ້າວ​ແລ່ນ​ໄປ​ເຮັດ​ຊົ່ວ,
19 a false witness who breathes out lies, and one who sows discord among brothers. ເປັນ​ພະຍານ​ບໍ່​ຈິງ​ຕໍ່ສູ້​ຄົນອື່ນ ແລະ ເປັນ​ຄົນ​ທີ່​ສ້າງ​ຄວາມ​ຂັດແຍ້ງ​ກັນ​ຢູ່​ໃນ​ຊຸມຊົນ.
20 My son, keep your father's commandment, and do not forsake your mother's teaching. ລູກ​ເອີຍ, ຈົ່ງ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ເຈົ້າ ແລະ ຢ່າ​ປະຖິ້ມ​ຄຳສັ່ງສອນ​ຂອງ​ແມ່​ເຈົ້າ.
21 Bind them on your heart always; tie them around your neck. ຈົ່ງ​ຜູກ​ມັນ​ໄວ້​ໃນ​ໃຈ​ຂອງ​ເຈົ້າ​ສະເໝີ; ຈົ່ງ​ມັດ​ມັນ​ໄວ້​ອ້ອມ​ຄໍ​ຂອງ​ເຈົ້າ.
22 When you walk, they will lead you; when you lie down, they will watch over you; and when you awake, they will talk with you. ເມື່ອ​ເຈົ້າ​ຍ່າງ​ໄປ, ພວກມັນ​ຈະ​ນຳ​ພາ​ເຈົ້າ; ເມື່ອ​ເຈົ້າ​ນອນ​ຫລັບ, ພວກມັນ​ຈະ​ຄອຍ​ເບິ່ງແຍງ; ເມື່ອ​ເຈົ້າ​ຕື່ນ​ຂຶ້ນ, ພວກມັນ​ຈະ​ເວົ້າ​ກັບ​ເຈົ້າ.
23 For the commandment is a lamp and the teaching a light, and the reproofs of discipline are the way of life, ເພາະ​ຄຳສັ່ງ​ນີ້​ເປັນ​ຕະກຽງ, ຄຳສັ່ງສອນ​ນີ້​ເປັນ​ແສງ​ສະຫວ່າງ, ແລະ ເປັນ​ສິ່ງ​ທີ່​ດັດແປງ​ແກ້ໄຂ ແລະ ໃຫ້​ຄໍາ​ແນະນໍາ ແລະ ສັ່ງສອນ​ເຖິງ​ທາງ​ແຫ່ງ​ຊີວິດ,
24 to keep you from the evil woman, from the smooth tongue of the adulteress. ຮັກສາ​ເຈົ້າ​ໃຫ້​ພົ້ນ​ຈາກ​ເມຍ​ຂອງ​ເພື່ອນບ້ານ​ຂອງ​ເຈົ້າ, ຈາກ​ຄຳ​ເວົ້າ​ທີ່​ຫລ່ຽນໄຫລ​ຂອງ​ຍິ່ງ​ທີ່​ເອົາ​ແຕ່​ໃຈ​ຕົນ​ເອງ.
25 Do not desire her beauty in your heart, and do not let her capture you with her eyelashes; ຢ່າ​ໃຫ້​ຄວາມ​ງາມ​ຂອງ​ນາງ​ຍົວະເຍົ້າ​ໃຈ​ເຈົ້າ​ໄດ້ ຫລື ຢ່າ​ໃຫ້​ນາງ​ຫວ່ານ​ສະເໜ່​ເຈົ້າ​ດ້ວຍ​ສາຍຕາ​ຂອງ​ນາງ.
26 for the price of a prostitute is only a loaf of bread, but a married woman hunts down a precious life. ເພາະ​ຍິງ​ໂສເພນີ​ກໍ​ສາມາດ​ແລກ​ໄດ້​ດ້ວຍ​ອາຫານ​ຈານ​ໜຶ່ງ, ແຕ່​ເມຍ​ຂອງ​ຊາຍ​ອື່ນ​ຈະ​ລ່າ​ເອົາ​ຊີວິດ​ອັນ​ມີ​ຄ່າ​ຂອງ​ເຈົ້າ.
27 Can a man carry fire next to his chest and his clothes not be burned? ຜູ້ໃດ​ຫອບ​ຖ່ານ​ໄຟ​ແດງ​ໄວ້​ໃນ​ເອິກ​ຂອງ​ຕົນ​ໄດ້ ໂດຍ​ທີ່​ເສື້ອ​ຂອງ​ຕົນ​ບໍ່​ໄໝ້?
28 Or can one walk on hot coals and his feet not be scorched? ຜູ້ໃດ​ແດ່​ຍ່າງ​ຢູ່​ເທິງ​ຖ່ານ​ໄຟ​ຮ້ອນ ໂດຍ​ທີ່​ຕີນ​ຂອງ​ຕົນ​ບໍ່​ໄໝ້?
29 So is he who sleeps with his neighbor's wife; none who touches her will go unpunished. ຜູ້​ທີ່​ນອນ​ນໍາ​ເມຍ​ຂອງ​ຊາຍ​ອື່ນ​ກໍ​ເປັນ​ດັ່ງນັ້ນແຫລະ; ບໍ່​ມີ​ຜູ້ໃດ​ທີ່​ແຕະຕ້ອງ​ນາງ​ແລ້ວ​ຈະ​ບໍ່​ຖືກ​ລົງໂທດ.
30 People do not despise a thief if he steals to satisfy his appetite when he is hungry, ຄົນ​ເຮົາ​ຍັງ​ຮູ້ຈັກ​ສົງສານ​ຄົນ​ຂີ້ລັກ ທີ່​ລັກ​ເພື່ອ​ບັນເທົາ​ຄວາມ​ຫິວ​ຂອງ​ຕົນ ໃນຂະນະ​ທີ່​ລາວ​ກໍາລັງ​ຫິວ​ຢູ່​ນັ້ນ.
31 but if he is caught, he will pay sevenfold; he will give all the goods of his house. ແຕ່​ຖ້າ​ລາວ​ຖືກ​ຈັບ​ໄດ້, ລາວ​ກໍ​ຈະ​ຕ້ອງ​ຈ່າຍ​ຄືນ​ເຖິງ​ເຈັດ​ເທົ່າ, ເຖິງແມ່ນວ່າ​ລາວ​ຈະ​ຕ້ອງ​ສູນເສຍ​ຊັບສິນ​ທຸກ​ຢ່າງ​ໃນ​ບ້ານ​ຂອງ​ຕົນ​ໄປ​ກໍ​ຕາມ.
32 He who commits adultery lacks sense; he who does it destroys himself. ແຕ່​ຊາຍ​ທີ່​ຫລິ້ນຊູ້​ເປັນ​ຄົນ​ບໍ່ຮູ້ຈັກຄິດ; ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ເຊັ່ນ​ນັ້ນ​ກໍ​ທຳລາຍ​ຕົນ​ເອງ.
33 He will get wounds and dishonor, and his disgrace will not be wiped away. ລາວ​ຈະ​ໄດ້​ຮັບ​ຄວາມ​ຈິບຫາຍ ແລະ ຄວາມ​ອັບອາຍ, ແລະ ຄວາມ​ອັບອາຍ​ຂາຍ​ໜ້າ​ຂອງ​ລາວ​ຈະ​ບໍ່​ມີ​ມື້​ຖືກ​ລຶບລ້າງ​ໄດ້.
34 For jealousy makes a man furious, and he will show no mercy in the day of vengeance. ເພາະ​ຄວາມ​ຫຶງຫວງ​ຈະ​ເພີ່ມ​ທະວີ​ຄວາມ​ແຄ້ນ​ຂອງ​ຜູ້​ທີ່​ເປັນ​ຜົວ, ແລະ ເມື່ອ​ລາວ​ແກ້​ແຄ້ນ, ລາວ​ຈະ​ບໍ່​ສະແດງ​ຄວາມ​ເມດຕາ.
35 He will accept no compensation; he will refuse no matter how large the bribe. ລາວ​ຈະ​ບໍ່​ຍອມຮັບ​ຄ່າ​ທຳຂວັນ​ໃດໆ; ເຖິງວ່າ​ຄ່າ​ທຳຂວັນ​ນັ້ນ​ຈະ​ຫລາຍ​ສໍ່າ​ໃດ​ກໍ່​ຕາມ, ລາວ​ກໍ​ຈະ​ບໍ່​ຍອມຮັບ​ຢ່າງ​ເດັດຂາດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]