Skip to content
The Believer's Library

Biblica® Open Lao Contemporary Version

Proverbs 5 OLCV

Show OLCV only
Verse × ×
1 My son, pay attention to my wisdom; listen closely to my understanding, ລູກ​ເອີຍ, ຈົ່ງ​ຕັ້ງໃຈ​ຟັງ​ປັນຍາ​ຂອງ​ພໍ່, ຈົ່ງ​ງ່ຽງ​ຫູ​ຟັງ​ຖ້ອຍ​ຄຳ​ທີ່​ມີ​ຄວາມ​ໝາຍ​ອັນ​ເລິກເຊິ່ງ​ຂອງ​ພໍ່,
2 so that you may guard discretion and your lips may preserve knowledge. ເພື່ອ​ເຈົ້າ​ຈະ​ຮັກສາ​ຄວາມ​ຮອບຄອບ ແລະ ປາກ​ຂອງ​ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ມີ​ຄວາມ​ຮູ້.
3 For the lips of the forbidden woman drip honey, and her mouth is smoother than oil, ເພາະ​ຮີມສົບ​ຂອງ​ຍິງ​ຫລິ້ນຊູ້​ກໍ​ຫວານ​ດັ່ງ​ນ້ຳເຜິ້ງ. ແລະ ຄຳ​ເວົ້າ​ຂອງ​ນາງ​ກໍ​ຫລ່ຽນໄຫລ​ຍິ່ງ​ກວ່າ​ນ້ຳ​ມັນ;
4 but in the end she is bitter as poison, sharp as a double-edged sword. ແຕ່​ໃນ​ທີ່ສຸດ ນາງ​ຂົມ​ຍິ່ງ​ກວ່າ​ເຄືອເຂົາຮໍ, ຄົມ​ຍິ່ງ​ກວ່າ​ດາບ​ສອງ​ຄົມ.
5 Her feet go down to death; her steps take hold of the grave. ຕີນ​ຂອງ​ນາງ​ນຳ​ໄປ​ສູ່​ຄວາມ​ຕາຍ; ບາດ​ຍ່າງ​ຂອງ​ນາງ​ຊື່​ຕົງ​ໄປ​ຫາ​ຂຸມ​ຝັງ​ສົບ.
6 She gives no thought to the path of life; her ways wander, and she does not know it. ນາງ​ບໍ່​ສົນ​ໃຈ​ທາງ​ແຫ່ງ​ຊີວິດ; ວິຖີທາງ​ຂອງ​ນາງ​ວົງວຽນ​ໄປ​ມາ​ບໍ່​ມີ​ຈຸດ​ໝາຍ, ແຕ່​ນາງ​ບໍ່​ຮູ້.
7 And now, my sons, listen to me, and do not turn away from the words of my mouth. ບັດນີ້, ລູກ​ເອີຍ, ຈົ່ງ​ຟັງ​ພໍ່; ແລະ ຢ່າ​ຫັນ​ໜີ​ໄປ​ຈາກ​ສິ່ງ​ທີ່​ພໍ່​ບອກ.
8 Keep your way far from her, and do not go near the door of her house, ຈົ່ງ​ຮັກສາ​ວິຖີທາງ​ຂອງ​ເຈົ້າ​ໃຫ້​ຫ່າງ​ໄກ​ຈາກ​ນາງ, ຢ່າ​ເຂົ້າ​ໄປ​ໃກ້​ປະຕູ​ເຮືອນ​ຂອງ​ນາງ,
9 lest you give your honor to others and your years to one who is cruel, ຢ້ານ​ວ່າ​ເຈົ້າ​ຈະ​ເສຍ​ກຽດ​ຂອງ​ເຈົ້າ​ໃຫ້​ແກ່​ຄົນ​ອື່ນ ແລະ ສັກສີ​ຂອງ​ເຈົ້າ​ໃຫ້​ແກ່​ຄົນ​ໂຫດ​ຮ້າຍ.
10 lest strangers take their fill of your strength, and your hard-earned labors go to the house of a foreigner, ຢ້ານ​ວ່າ​ຄົນແປກໜ້າ​ຈະ​ໃຊ້​ຊັບສິນ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ພວກເຈົ້າ​ຊອກ​ຫາ​ມາ​ໄດ້​ຈະ​ຕົກ​ແກ່​ເຮືອນ​ຂອງ​ຄົນ​ອື່ນ.
11 and at your end you groan, when your flesh and body are consumed, ໃນ​ບັ້ນ​ປາຍ​ຊີວິດ​ຂອງ​ເຈົ້າ ເຈົ້າ​ຈະ​ຮ້ອງ​ຄວນຄາງ, ເມື່ອ​ເນື້ອໜັງ ແລະ ຮ່າງກາຍ​ຂອງ​ເຈົ້າ​ເສື່ອມໂຊມ​ລົງ.
12 and you say, "How I hated discipline, and my heart despised correction! ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ຊັງ​ລະບຽບ​ວິໄນ​ຫລາຍ! ແລະ ຫົວໃຈ​ຂອງ​ຂ້ອຍ​ປະຕິເສດ​ການ​ປັບປຸງ​ແກ້ໄຂ!
13 I did not listen to the voice of my teachers or heed my instructors. ຂ້ອຍ​ບໍ່​ເຊື່ອຟັງ​ຄໍາ​ຄູ​ອາຈານ​ຂອງ​ຂ້ອຍ ຫລື ງ່ຽງ​ຫູ​ຂອງ​ຂ້ອຍ​ໄປ​ຫາ​ຜູ້​ທີ່​ແນະນໍາ​ຂ້ອຍ.
14 I was at the brink of utter ruin in the midst of the assembled congregation." ແລະ ອີກ​ບໍ່​ດົນ ຂ້ອຍ​ຈະ​ພົບ​ຄວາມ​ເດືອດຮ້ອນ​ຢ່າງ​ໜັກ ໃນ​ບ່ອນ​ຊຸມນຸມ​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ”.
15 Drink water from your own cistern, flowing water from your own well. ຈົ່ງ​ດື່ມ​ນ້ຳ​ຈາກ​ອ່າງ​ເກັບ​ນ້ຳ​ຂອງ​ເຈົ້າ, ນ້ຳ​ທີ່​ໄຫລ​ຈາກ​ອ່າງ​ຂອງ​ເຈົ້າ​ເອງ.
16 Should your springs overflow in the streets, your streams of water in the public squares? ຄວນ​ໃຫ້​ນ້ຳພຸ​ຂອງ​ເຈົ້າ​ໄຫລ​ລົ້ນ​ອອກ​ໄປ​ຕາມ​ຖະໜົນ​ບໍ, ຫລື ໃຫ້​ສາຍນໍ້າ​ຂອງ​ເຈົ້າ​ໄຫລ​ໄປ​ໃນ​ແຖວ​ຊຸມຊົນ?
17 Let them be yours alone, and not shared with strangers. ຈົ່ງ​ໃຫ້​ສາຍນ້ຳ​ເຫລົ່ານັ້ນ​ເປັນ​ຂອງ​ເຈົ້າ​ຜູ້​ດຽວ, ຈົ່ງ​ຢ່າ​ໄດ້​ແບ່ງປັນ​ໃຫ້​ກັບ​ຄົນແປກໜ້າ.
18 May your fountain be blessed, and rejoice in the wife of your youth, ຂໍ​ໃຫ້​ນ້ຳພຸ​ຂອງ​ເຈົ້າ​ໄດ້​ຮັບ​ພອນ ແລະ ຂໍ​ໃຫ້​ເຈົ້າ​ພົບ​ຄວາມ​ຊື່ນຊົມຍິນດີ​ໃນ​ເມຍ​ຂອງ​ເຈົ້າ​ທີ່​ໄດ້​ມາ​ຕັ້ງແຕ່​ຍັງ​ໜຸ່ມ.
19 a loving doe, a graceful deer. May her love satisfy you always; may you be captivated continually by her love. ດັ່ງ​ກວາງ​ແມ່​ທີ່​ໜ້າ​ຮັກ, ເຍືອງຜາ​ທີ່​ສະຫງ່າງາມ ຂໍ​ໃຫ້​ນົມ​ຂອງ​ນາງ​ເຮັດ​ໃຫ້​ເຈົ້າ​ອິ່ມໃຈ​ໄດ້​ສະເໝີ, ຂໍ​ໃຫ້​ເຈົ້າ​ຫລົງໄຫລ​ໃນ​ຄວາມ​ຮັກ​ຂອງ​ນາງ​ຕະຫລອດ​ໄປ.
20 Why then, my son, should you be captivated by a forbidden woman and embrace another man's wife? ລູກ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ໄປ​ມົວເມົາ​ກັບ​ເມຍ​ຂອງ​ຊາຍ​ອື່ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໄປ​ແນບ​ເອິກ​ຍິງ​ທີ່​ຫລົງຜິດ?
21 For a man's ways are before the eyes of our Father, and he examines all the man's paths. ເພາະ​ທາງ​ທັງຫລາຍ​ຂອງ​ເຈົ້າ​ຢູ່​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ, ແລະ ພຣະອົງ​ກວດສອບ​ເບິ່ງ​ທຸກ​ວິຖີທາງ​ຂອງ​ເຈົ້າ.
22 The wicked are caught by their own wrongdoing and held fast in the cords of their sin. ການ​ກະທໍາ​ຊົ່ວ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ດັກ​ຈັບ​ພວກເຂົາ​ເອງ; ເຊືອກ​ແຫ່ງ​ຄວາມ​ບາບ​ຂອງ​ພວກເຂົາ​ກໍ​ຮັດ​ພວກເຂົາ​ໄວ້​ແໜ້ນ.
23 He will die for lack of discipline, and he will go astray because of his great foolishness. ພວກເຂົາ​ຈະ​ຕາຍ​ໄປ ເພາະ​ຂາດ​ລະບຽບ​ວິໄນ, ຖືກ​ນໍາ​ໃຫ້​ຫລົງ​ໄປ​ໃນ​ທາງ​ທີ່​ຜິດ ເພາະ​ຄວາມ​ໂງ່ຈ້າ​ທີ່ສຸດ​ຂອງ​ພວກເຂົາ​ເອງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]