Skip to content
The Believer's Library

Biblica® Open Lao Contemporary Version

Proverbs 4 OLCV

Show OLCV only
Verse × ×
1 Listen, my children, to a father's instruction; pay attention, and gain understanding. ລູກ​ທັງຫລາຍ​ເອີຍ, ຈົ່ງ​ຟັງ​ຄຳ​ສັ່ງສອນ​ຂອງ​ພໍ່​ເຈົ້າ; ຈົ່ງ​ຕັ້ງໃຈ ແລະ ຈະ​ມີ​ຄວາມ​ເຂົ້າໃຈ​ເພີ່ມ​ຂຶ້ນ.
2 I am giving you sound teaching, so do not abandon my instruction. ເຮົາ​ຈະ​ມອບ​ຄຳສອນ​ທີ່​ດີ​ໃຫ້​ແກ່​ເຈົ້າ ດັ່ງນັ້ນ ຢ່າ​ປະຖິ້ມ​ຄຳ​ສັ່ງສອນ​ຂອງ​ພໍ່.
3 For I too was a son to my father, tender and the only beloved of my mother. ເມື່ອ​ພໍ່​ເປັນ​ເດັກນ້ອຍ​ຄື ລູກຊາຍ​ຄົນ​ດຽວ​ຂອງ​ພໍ່, ເມື່ອ​ຍັງ​ນ້ອຍ ແລະ ໄດ້​ຮັບ​ການ​ທະນຸຖະໜອມ​ຈາກ​ແມ່.
4 He taught me and said, "Let your heart hold on to my words; keep my commands and you will live. ປູ່​ກໍ​ໄດ້​ສອນ ແລະ ບອກ​ພໍ່​ວ່າ “ຈົ່ງ​ຢຶດ​ຄຳສອນ​ຂອງ​ພໍ່​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ; ຈົ່ງ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້ ແລະ ເຈົ້າ​ຈະ​ມີຊີວິດ​ຢູ່.
5 Get wisdom, get understanding; do not forget, and do not turn away from the words of my mouth. ຈົ່ງ​ຮັບ​ເອົາ​ປັນຍາ, ແລະ ຄວາມ​ເຂົ້າໃຈ; ຢ່າ​ລືມ ຫລື ຢ່າ​ຫັນ​ໜີ​ຈາກ​ຄຳສອນ​ຂອງ​ພໍ່.
6 Do not forsake her, and she will protect you; love her, and she will watch over you. ຢ່າ​ປະຖິ້ມ​ປັນຍາ, ແລະ ປັນຍາ​ຈະ​ຊ່ວຍ​ປົກປ້ອງ​ເຈົ້າ​ໄວ້; ຈົ່ງ​ຮັກ​ປັນຍາ ແລະ ປັນຍາ​ຈະ​ເບິ່ງແຍງ​ເຈົ້າ.
7 The beginning of wisdom is this: get wisdom; and with all you acquire, get understanding. ຈຸດ​ເລີ່ມ​ຕົ້ນ​ຂອງ​ປັນຍາ​ຄື: ຈົ່ງ​ຮັບ​ເອົາ​ປັນຍາ​ໄວ້. ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ສູນເສຍ​ທຸກສິ່ງ​ທີ່​ເຈົ້າ​ມີ, ຈົ່ງ​ຢຶດ​ຄວາມ​ເຂົ້າໃຈ​ໄວ້.
8 Cherish her, and she will lift you high; embrace her, and she will bring you honor. ຈົ່ງ​ທະນຸຖະໜອມ​ປັນຍາ​ໄວ້ ແລະ ປັນຍາ​ຈະ​ຍົກ​ເຈົ້າ​ຂຶ້ນ. ຈົ່ງ​ກອດ​ເອົາ​ປັນຍາ​ໄວ້ ແລະ ປັນຍາ​ຈະ​ໃຫ້​ກຽດ​ເຈົ້າ.
9 She will set a garland of grace on your head; she will present you with a crown of glory." ປັນຍາ​ຈະ​ມອບ​ມົງກຸດ​ອັນ​ງົດງາມ​ປະດັບ​ຫົວ​ຂອງ​ເຈົ້າ ແລະ ຈະ​ໃຫ້​ມົງກຸດ​ອັນ​ສະຫງ່າລາສີ​ແກ່​ເຈົ້າ”.
10 Listen, my son, and receive my words, and the years of your life will be many. ລູກ​ເອີຍ, ຈົ່ງ​ຟັງ ແລະ ຍອມ​ຮັບ​ສິ່ງທີ່​ພໍ່​ສອນ, ແລະ ເຈົ້າ​ຈະ​ມີ​ຊີວິດ​ຍືນ​ຍາວ.
11 I have taught you the way of wisdom; I have led you along straight paths. ພໍ່​ສັ່ງສອນ​ເຈົ້າ​ໄປ​ໃນ​ທາງ​ແຫ່ງ​ປັນຍາ ແລະ ນຳ​ເຈົ້າ​ໄປ​ຕາມ​ທາງ​ທີ່​ຊື່.
12 When you walk, your steps will not be held back; and when you run, you will not stumble. ເມື່ອ​ເຈົ້າ​ເດີນ​ໄປ, ບາດ​ກ້າວ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ຂັດຂວາງ; ເມື່ອ​ເຈົ້າ​ແລ່ນ​ໄປ, ເຈົ້າ​ຈະ​ບໍ່​ສະດຸດ.
13 Hold on to instruction, do not let go; guard her, for she is your life. ຈົ່ງ​ຢຶດ​ຄຳ​ສັ່ງສອນ​ໄວ້​ໃຫ້​ໝັ້ນຄົງ, ຢ່າ​ປ່ອຍ​ໃຫ້​ມັນ​ໜີ​ໄປ; ຈົ່ງ​ຮັກສາ​ມັນ​ໄວ້​ໃຫ້​ດີ, ເພາະ​ມັນ​ເປັນ​ຊີວິດ​ຂອງ​ເຈົ້າ.
14 Do not set foot on the path of the wicked, and do not walk in the way of evildoers. ຢ່າ​ຍ່າງ​ໄປ​ຕາມ​ທາງ​ຂອງ​ຄົນ​ຊົ່ວຮ້າຍ ຫລື ເດີນ​ໃນ​ທາງ​ຂອງ​ຄົນ​ບໍ່​ດີ.
15 Avoid it, do not travel on it; turn away from it and pass on by. ຈົ່ງ​ຫລີກ​ເວັ້ນ​ມັນ​ໄປ, ຢ່າ​ເດີນ​ໄປ​ຕາມ​ທາງ​ນັ້ນ; ຈົ່ງ​ຫັນ​ໜີ​ຈາກ​ມັນ ແລະ ໄປ​ຕາມ​ທາງ​ຂອງ​ເຈົ້າ.
16 For they cannot sleep unless they do wrong; they are robbed of rest unless they make someone stumble. ເພາະ​ສຳລັບ​ຄົນ​ຊົ່ວຮ້າຍ​ນັ້ນ ຈະ​ບໍ່​ພັກຜ່ອນ​ຈົນ​ພວກເຂົາ​ໄດ້​ເຮັດ​ຊົ່ວ; ພວກເຂົາ​ຈະ​ນອນ​ບໍ່​ຫລັບ​ຈົນ​ກວ່າ​ຈະ​ໄດ້​ເຮັດ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ສະດຸດ.
17 They feed on the bread of wickedness and drink the wine of violence. ພວກເຂົາ​ກິນ​ອາຫານ​ແຫ່ງ​ຄວາມ​ຊົ່ວ ແລະ ດື່ມ​ເຫລົ້າ​ອະງຸ່ນ​ແຫ່ງ​ຄວາມ​ຮຸນແຮງ.
18 But the path of the righteous is like the light of dawn, shining brighter and brighter until the full light of day. ທາງ​ຂອງ​ຄົນ​ຊອບທຳ​ເປັນ​ດັ່ງ​ດວງ​ຕາເວັນ​ໃນ​ຍາມ​ເຊົ້າ, ສ່ອງ​ແສງ​ແຈ້ງ​ຂຶ້ນ​ເລື້ອຍໆ​ຈົນ​ເຖິງ​ກາງເວັນ.
19 The way of the wicked is like deep darkness; they do not know what makes them stumble. ແຕ່​ທາງ​ຂອງ​ຄົນ​ຊົ່ວຮ້າຍ​ເປັນ​ເໝືອນ​ຄວາມ​ມືດ; ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ເອງ​ສະດຸດ​ຫຍັງ.
20 My son, pay attention to my words; listen closely to my sayings. ລູກ​ເອີຍ, ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ພໍ່​ເວົ້າ; ຈົ່ງ​ງ່ຽງ​ຫູ​ຂອງ​ເຈົ້າ​ຟັງ​ຖ້ອຍຄຳ​ຂອງ​ພໍ່.
21 Never lose sight of them; keep them deep within your heart. ຢ່າ​ໃຫ້​ຖ້ອຍຄໍາ​ນັ້ນ​ໜີ​ຈາກ​ສາຍ​ຕາ​ຂອງ​ເຈົ້າ, ຈົ່ງ​ຮັກສາ​ພວກມັນ​ໄວ້​ໃນ​ໃຈ​ຂອງ​ເຈົ້າ;
22 For they are life to those who find them, and healing to their whole body. ເພາະ​ຖ້ອຍຄຳ​ເຫລົ່ານັ້ນ​ເປັນ​ຊີວິດ​ແກ່​ຜູ້​ທີ່​ຄົ້ນພົບ ແລະ ເຮັດ​ໃຫ້​ຮ່າງກາຍ​ທັງໝົດ​ຂອງ​ຜູ້​ນັ້ນ​ແຂງແຮງ​ດີ.
23 Above all else, guard your heart, for everything you do flows from it. ເໜືອ​ກວ່າ​ສິ່ງ​ອື່ນ​ໃດ, ຈົ່ງ​ຮັກສາ​ໃຈ​ຂອງ​ເຈົ້າ​ໄວ້​ໃຫ້​ດີ, ເພາະ​ທຸກສິ່ງ​ທີ່​ເຈົ້າ​ເຮັດ​ກໍ​ລ້ວນ​ແຕ່​ໄຫລ​ອອກ​ມາ​ຈາກ​ໃຈ.
24 Keep crooked speech from your mouth, and keep deceitful lips far from you. ຈົ່ງ​ຮັກສາ​ປາກ​ຂອງ​ເຈົ້າ​ໄວ້​ຈາກ​ສິ່ງ​ທີ່​ບໍ່​ເປັນ​ຄວາມຈິງ; ຈົ່ງ​ຮັກສາ​ສົບ​ຂອງ​ເຈົ້າ​ໃຫ້​ຫ່າງ​ໄກ​ຈາກ​ຄຳ​ເວົ້າ​ທີ່​ຫລອກລວງ.
25 Let your eyes look straight ahead; fix your gaze directly before you. ຈົ່ງ​ໃຫ້​ຕາ​ຂອງ​ເຈົ້າ​ເບິ່ງ​ກົງ​ໄປ​ຂ້າງ​ໜ້າ; ຈົ່ງ​ຈົດຈໍ່​ເບິ່ງ​ສິ່ງ​ທີ່​ຢູ່​ຕໍ່​ໜ້າ​ເຈົ້າ​ຢ່າງ​ໜັກແໜ້ນ.
26 Give careful thought to the path for your feet, and all your ways will be secure. ຈົ່ງ​ຄິດ​ຢ່າງ​ຮອບຄອບ​ເຖິງ​ທາງ​ທີ່​ເຈົ້າ​ກ້າວ​ເດີນ​ໄປ ແລະ ເດີນ​ຢູ່​ໃນ​ທາງ​ນັ້ນ​ຢ່າງ​ໝັ້ນຄົງ.
27 Do not turn to the right or the left; keep your foot away from evil. ຢ່າ​ຫັນ​ໄປ​ທາງ​ຂວາ ຫລື ທາງ​ຊ້າຍ; ຈົ່ງ​ຮັກສາ​ຕີນ​ຂອງ​ເຈົ້າ​ໄວ້​ຈາກ​ຄວາມ​ຊົ່ວ​ຮ້າຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]