Skip to content
The Believer's Library

Biblica® Open Lao Contemporary Version

Proverbs 3 OLCV

Show OLCV only
Verse × ×
1 My son, do not forget my teaching, but let your heart keep my commandments, ລູກ​ເອີຍ, ຢ່າ​ລືມ​ຄຳສັ່ງສອນ​ຂອງ​ພໍ່, ແຕ່​ຈົ່ງ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້​ໃນ​ໃຈ​ຂອງ​ເຈົ້າ,
2 for they will add length of days and years of life and peace to you. ເພາະ​ສິ່ງ​ເຫລົ່ານີ້​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ ແລະ ນຳ​ເອົາ​ສັນຕິສຸກ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ​ມາ​ສູ່​ເຈົ້າ.
3 Do not let covenant love and faithfulness leave you; bind them around your neck, write them on the tablet of your heart. ຢ່າ​ໃຫ້​ຄວາມ​ຮັກ ແລະ ຄວາມ​ສັດຊື່​ໜີ​ໄປ​ຈາກ​ເຈົ້າ; ຈົ່ງ​ມັດ​ມັນ​ໄວ້​ອ້ອມ​ຄໍ​ຂອງ​ເຈົ້າ, ຈົ່ງ​ຂຽນ​ມັນ​ໃສ່​ແຜ່ນ​ຫົວໃຈ​ຂອງ​ເຈົ້າ.
4 So you will find favor and a good reputation with our Father and with people. ແລ້ວ​ເຈົ້າ​ຈະ​ເປັນ​ທີ່​ພໍໃຈ ແລະ ມີ​ຊື່ສຽງ​ດີ ໃນ​ສາຍຕາ​ພຣະເຈົ້າ ແລະ ໃນ​ສາຍຕາ​ມະນຸດ.
5 Trust in our Father with all your heart, and do not lean on your own understanding. ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ ແລະ ຢ່າ​ເພິ່ງພາ​ຄວາມ​ເຂົ້າໃຈ​ຂອງ​ເຈົ້າ​ເອງ;
6 In all your ways know him, and he will make your paths straight. ຈົ່ງ​ຍອມຈໍານົນ​ຕໍ່​ພຣະອົງ​ໃນ​ທຸກ​ວິຖີທາງ​ຂອງ​ເຈົ້າ, ແລະ ພຣະອົງ​ຈະ​ເຮັດ​ໃຫ້​ທາງ​ຂອງ​ເຈົ້າ​ຊື່​ໄປ.
7 Do not be wise in your own eyes; fear our Father, and turn away from evil. ຢ່າ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສະຫລາດ; ຈົ່ງ​ຢຳເກງ​ພຣະເຈົ້າ​ຢາເວ ແລະ ຈົ່ງ​ຫລີກ​ໜີ​ຈາກ​ຄວາມ​ຊົ່ວຮ້າຍ.
8 This will bring healing to your body and refreshment to your bones. ສິ່ງນີ້​ຈະ​ນໍາ​ສຸຂະພາບ​ທີ່​ດີ​ມາ​ສູ່​ຮ່າງກາຍ​ຂອງ​ເຈົ້າ ແລະ ບໍາລຸງ​ລ້ຽງ​ກະດູກ​ຂອງ​ເຈົ້າ.
9 Honor our Father with your wealth and with the firstfruits of all your produce, ຈົ່ງ​ໃຫ້​ກຽດ​ພຣະເຈົ້າ​ຢາເວ​ດ້ວຍ​ຊັບສິນ​ຂອງ​ເຈົ້າ, ດ້ວຍ​ຜົນ​ທໍາອິດ​ຈາກ​ຜົນລະປູກ​ທັງໝົດ​ຂອງ​ເຈົ້າ;
10 then your barns will be filled with plenty, and your vats will overflow with new wine. ແລ້ວ​ເລົ້າເຂົ້າ​ຂອງ​ເຈົ້າ​ຈະ​ເຕັມ​ລົ້ນ, ແລະ ຖັງ​ຂອງ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ເຫລົ້າ​ອະງຸ່ນ​ໃໝ່.
11 My son, do not despise the discipline of our Father or be weary of his correction, ລູກ​ເອີຍ, ຢ່າ​ໜິ່ນ​ປະໝາດ​ການ​ຕີສອນ​ຂອງ​ພຣະເຈົ້າ​ຢາເວ, ຢ່າ​ຄຽດ​ຕໍ່​ຄໍາ​ຕັກເຕືອນ​ຂອງ​ພຣະອົງ,
12 for our Father disciplines the one his heart loves, just as a father disciplines the son he delights in. ເພາະ​ພຣະເຈົ້າ​ຢາເວ​ຕີສອນ​ຜູ້​ທີ່​ພຣະອົງ​ຮັກ, ເໝືອນດັ່ງ​ພໍ່​ຕີ​ສອນ​ລູກ​ຜູ້​ທີ່​ເພິ່ນ​ພູມໃຈ​ນຳ.
13 Blessed is the one who finds wisdom, and the one who gains understanding, ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ພົບ​ປັນຍາ, ຜູ້​ທີ່​ໄດ້​ຮັບ​ຄວາມ​ເຂົ້າໃຈ,
14 for the gain from her is better than gain from silver, and her profit better than gold. ເພາະ​ປັນຍາ​ໃຫ້​ປະໂຫຍດ​ຫລາຍ​ກວ່າ​ເງິນ ແລະ ໃຫ້​ຜົນ​ຕອບ​ແທນ​ຫລາຍ​ກວ່າ​ຄຳ.
15 She is more precious than jewels, and nothing you desire can compare with her. ປັນຍາ​ມີ​ຄຸນຄ່າ​ຫລາຍ​ກວ່າ​ເພັດພອຍ; ບໍ່ມີ​ສິ່ງໃດ​ທີ່​ເຈົ້າ​ປາຖະໜາ​ຈະ​ປຽບທຽບ​ກັບ​ປັນຍາ​ໄດ້.
16 Long life is in her right hand; in her left hand are riches and honor. ໃນ​ມື​ຂວາ​ຂອງ​ປັນຍາ​ມີ​ຊີວິດ​ຍືນຍາວ; ໃນ​ມື​ຊ້າຍ​ມີ​ຄວາມ​ຮັ່ງມີ ແລະ ກຽດ​ສັກສີ​ດ້ວຍ.
17 Her ways are pleasant, and all her paths are peace. ທາງ​ຂອງ​ປັນຍາ​ເປັນ​ທາງ​ອັນ​ລາບລື່ນ ວິຖີທາງ​ທັງສິ້ນ​ຂອງ​ປັນຍາ​ຄື​ສັນຕິສຸກ.
18 She is a tree of life to those who take hold of her; those who hold her fast are called blessed. ປັນຍາ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ​ແກ່​ຜູ້​ທີ່​ຢຶດ​ປັນຍາ​ໄວ້; ຄວາມ​ສຸກ​ຈະ​ເປັນ​ຂອງ​ຜູ້​ທີ່​ຢຶດ​ປັນຍາ​ໄວ້​ໃຫ້​ແໜ້ນ.
19 Our Father by wisdom founded the earth; by understanding he established the heavens; ດ້ວຍ​ປັນຍາ ພຣະເຈົ້າ​ຢາເວ​ໄດ້​ວາງ​ຮາກຖານ​ຂອງ​ແຜ່ນດິນ​ໂລກ, ດ້ວຍ​ຄວາມ​ເຂົ້າໃຈ ພຣະອົງ​ຕັ້ງ​ຟ້າ​ສະຫວັນ​ໄວ້​ໃນ​ທີ່​ນັ້ນ;
20 by his knowledge the depths burst open, and the clouds drop down the dew. ດ້ວຍ​ຄວາມຮອບຮູ້​ຂອງ​ພຣະອົງ ນໍ້າເລິກ​ກໍ​ຖືກ​ແຍກ​ອອກ, ແລະ ເມກ​ກໍ​ເຮັດ​ໃຫ້​ນ້ຳໝອກ​ຕົກ​ລົງ​ມາ.
21 My son, do not lose sight of these; keep sound wisdom and discretion, ລູກ​ເອີຍ, ຢ່າ​ໃຫ້​ປັນຍາ ແລະ ຄວາມ​ເຂົ້າໃຈ​ໜີ​ໄປ​ຈາກ​ສາຍຕາ​ຂອງ​ເຈົ້າ​ໄດ້, ຈົ່ງ​ຮັກສາ​ການ​ການ​ຕັດສິນ​ອັນ​ຖືກຕ້ອງ ແລະ ຄວາມ​ຮອບຄອບ​ໄວ້;
22 and they will be life for your soul and an adornment for your neck. ສິ່ງເຫລົ່ານີ້​ຈະ​ເປັນ​ຊີວິດ​ໃຫ້​ແກ່​ເຈົ້າ, ແລະ ເປັນ​ເຄື່ອງ​ເອ້ຍ້ອງ​ເພື່ອ​ປະດັບ​ຄໍ​ຂອງ​ເຈົ້າ.
23 Then you will walk on your way securely, and your foot will not stumble. ແລ້ວ​ເຈົ້າ​ຈະ​ເດີນ​ໄປ​ຕາມ​ທາງ​ຂອງ​ຕົນ​ຢ່າງ​ປອດໄພ, ແລະ ຕີນ​ຂອງ​ເຈົ້າ​ຈະ​ບໍ່​ເຕະ​ສະດຸດ​ລົ້ມ.
24 If you lie down, you will not be afraid; when you lie down, your sleep will be sweet. ເມື່ອ​ເຈົ້າ​ນັ່ງ​ລົງ, ເຈົ້າ​ຈະ​ບໍ່​ຢ້ານ; ເມື່ອ​ເຈົ້າ​ນອນ​ຫລັບ, ເຈົ້າ​ກໍ​ຈະ​ນອນ​ຫລັບ​ສະບາຍ.
25 Do not be afraid of sudden terror, or of the ruin of the wicked when it comes, ຢ່າ​ຢ້ານ​ກົວ​ໄພພິບັດ​ທີ່​ມາ​ຢ່າງ​ກະທັນຫັນ ຫລື ຄວາມ​ຈິບຫາຍ​ທີ່​ໂຈມຕີ​ຄົນຊົ່ວ,
26 for our Father will be your confidence and will keep your foot from being caught. ເພາະ​ພຣະເຈົ້າ​ຢາເວ​ຈະ​ຢູ່​ຄຽງ​ຂ້າງ​ເຈົ້າ ແລະ ຈະ​ຮັກສາ​ຕີນ​ຂອງ​ເຈົ້າ​ຈາກ​ບ້ວງແຮ້ວ.
27 Do not withhold good from those who deserve it, when it is in your power to do it. ຢ່າ​ເກັບ​ສິ່ງ​ທີ່​ດີ​ໄວ້​ຈາກ​ຜູ້​ທີ່​ສົມຄວນ​ໄດ້​ຮັບ, ເມື່ອ​ມັນ​ຢູ່​ໃນ​ອຳນາດ​ຂອງ​ເຈົ້າ​ທີ່​ຈະ​ກະທຳ​ໄດ້.
28 Do not say to your neighbor, "Go, and come back, and tomorrow I will give it"—when you have it with you. ຢ່າ​ເວົ້າ​ກັບ​ເພື່ອນບ້ານ​ຂອງ​ເຈົ້າ​ວ່າ, “ຈົ່ງ​ກັບ​ມາ​ມື້ອື່ນ ແລ້ວ​ຂ້ອຍ​ຈະ​ເອົາ​ມັນ​ໃຫ້​ເຈົ້າ” ໃນ​ເມື່ອ​ເຈົ້າ​ມີ​ມັນ​ຢູ່​ແລ້ວ.
29 Do not plot evil against your neighbor, who lives trustingly beside you. ຢ່າ​ວາງແຜນ​ຮ້າຍ​ຕໍ່​ເພື່ອນບ້ານ​ຂອງ​ເຈົ້າ, ຜູ້​ອາໄສ​ຢູ່​ໃກ້​ເຈົ້າ​ທີ່​ໄວ້ວາງໃຈ​ໃນ​ຕົວ​ເຈົ້າ.
30 Do not quarrel with anyone for no reason, when he has done you no harm. ຢ່າ​ກ່າວ​ຫາ​ຜູ້​ໃດ​ໂດຍ​ບໍ່​ມີ​ເຫດຜົນ ໃນ​ເມື່ອ​ພວກເຂົາ​ບໍ່​ໄດ້​ທໍາຮ້າຍ​ເຈົ້າ.
31 Do not envy a violent man, and do not choose any of his ways, ຢ່າ​ອິດສາ​ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ ຫລື ຢ່າ​ເລືອກ​ເອົາ​ວິຖີທາງ​ຂອງ​ພວກເຂົາ.
32 for the devious person is detestable to our Father, but he takes the upright into his confidence. ເພາະ​ພຣະເຈົ້າ​ຢາເວ​ກຽດຊັງ​ຜູ້​ທີ່​ມັກ​ປີ້ນ​ຄວາມ ແຕ່​ໄວ້ວາງໃຈ​ນໍາ​ຄົນ​ທ່ຽງທຳ​ຂອງ​ພຣະອົງ.
33 The curse of our Father is on the house of the wicked, but he blesses the home of the righteous. ຄຳ​ສາບແຊ່ງ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ເທິງ​ເຮືອນ​ຂອງ​ຄົນ​ຊົ່ວຮ້າຍ, ແຕ່​ພຣະອົງ​ອວຍພອນ​ເຮືອນ​ຂອງ​ຄົນ​ຊອບທຳ.
34 Toward the mockers he is scornful, but to the humble he gives grace. ພຣະອົງ​ເຢາະເຢີ້ຍ​ຄົນ​ທີ່​ມັກ​ເຢາະເຢີ້ຍ ແຕ່​ສະແດງ​ຄວາມ​ເມດຕາ​ແກ່​ຄົນ​ຖ່ອມ​ຕົວ ແລະ ຄົນ​ທີ່​ຖືກ​ກົດຂີ່.
35 The wise will inherit honor, but fools get only disgrace. ຄົນ​ມີ​ປັນຍາ​ຈະ​ໄດ້​ຮັບ​ກຽດ​ເປັນ​ມໍລະດົກ ແຕ່​ຄົນ​ໂງ່​ຈ້າ​ຈະ​ໄດ້​ຮັບ​ພຽງແຕ່​ຄວາມ​ອັບອາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]