Skip to content
The Believer's Library

Biblica® Open Lao Contemporary Version

Proverbs 2 OLCV

Show OLCV only
Verse × ×
1 My son, if you receive my words and store up my commandments within you, ລູກ​ຂອງ​ພໍ່, ຖ້າ​ເຈົ້າ​ຍອມຮັບ​ຄຳສອນ​ຂອງ​ພໍ່ ແລະ ເກັບ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້​ຢູ່​ພາຍໃນ​ເຈົ້າ,
2 making your ear attentive to wisdom and turning your heart toward understanding; ຈົ່ງ​ງ່ຽງ​ຫູ​ຂອງ​ເຈົ້າ​ໄປ​ຟັງ​ປັນຍາ ແລະ ເອົາ​ໃຈ​ໃສ່​ປະຕິບັດ​ຕາມ​ຄວາມ​ເຂົ້າໃຈ​ນັ້ນ
3 yes, if you call out for insight and raise your voice for understanding, ແທ້ຈິງແລ້ວ, ຖ້າ​ເຈົ້າ​ເອີ້ນ​ຫາ​ຄວາມ​ຮູ້ ແລະ ຮ້ອງ​ຫາ​ຄວາມ​ເຂົ້າໃຈ,
4 if you seek it like silver and search for it as for hidden treasure, ແລະ ຖ້າ​ເຈົ້າ​ຊອກຫາ​ປັນຍາ​ດັ່ງ​ຫາ​ເງິນ ແລະ ຄົ້ນຫາ​ປັນຍາ​ດັ່ງ​ຂຸມ​ຊັບ​ທີ່​ຖືກ​ເຊື່ອງ​ໄວ້,
5 then you will understand the fear of our Father and find the knowledge of our Father. ແລ້ວ​ເຈົ້າ​ຈະ​ເຂົ້າໃຈ​ເຖິງ​ການ​ຢຳເກງ​ພຣະເຈົ້າ​ຢາເວ ແລະ ພົບ​ຄວາມ​ຮູ້​ຂອງ​ພຣະເຈົ້າ.
6 For our Father gives wisdom; from his mouth come knowledge and understanding. ເພາະ​ພຣະເຈົ້າ​ຢາເວ​ເປັນ​ຜູ້​ໃຫ້​ປັນຍາ; ຄວາມ​ຮູ້ ແລະ ຄວາມ​ເຂົ້າໃຈ​ກໍ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ.
7 He stores up sound wisdom for the upright; he is a shield to those who walk in integrity, ພຣະອົງ​ຖື​ຮັກສາ​ຄວາມ​ສໍາເລັດ ໄວ້​ໃຫ້​ຄົນ​ທ່ຽງທຳ, ພຣະອົງ​ເປັນ​ໂລ່​ໃຫ້​ຜູ້​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕໍາໜິ,
8 guarding the paths of justice and watching over the way of his faithful ones. ເພາະ​ພຣະອົງ​ເຝົ້າ​ຮັກສາ​ທາງ​ຂອງ​ຜູ້​ທີ່​ທ່ຽງທຳ ແລະ ປົກປ້ອງ​ຮັກສາ​ທາງ​ຂອງ​ຜູ້​ທີ່​ສັດຊື່​ຂອງ​ພຣະອົງ.
9 Then you will understand righteousness and justice and fairness—every good path. ແລ້ວ​ເຈົ້າ​ຈະ​ເຂົ້າໃຈ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ ແລະ ຄວາມ​ທ່ຽງທຳ​ຄື ເຂົ້າໃຈ​ທາງ​ອັນ​ດີ​ທຸກຢ່າງ,
10 For wisdom will enter your heart, and knowledge will be pleasant to your soul; ເພາະ​ປັນຍາ​ຈະ​ເຂົ້າ​ໄປ​ໃນ​ຫົວໃຈ​ຂອງ​ເຈົ້າ ແລະ ຄວາມ​ຮູ້​ຈະ​ເຮັດ​ໃຫ້​ຈິດ​ວິນຍານ​ຂອງ​ເຈົ້າ​ຍິນດີ.
11 discretion will watch over you, and understanding will guard you, ຄວາມ​ຮອບຄອບ​ຈະ​ປົກປ້ອງ​ເຈົ້າ, ແລະ ຄວາມ​ເຂົ້າໃຈ​ຈະ​ເຝົ້າ​ຮັກສາ​ເຈົ້າ.
12 rescuing you from the way of evil, from men who speak twisted things, ປັນຍາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ທາງ​ຂອງ​ຄົນ​ຊົ່ວຮ້າຍ, ປັນຍາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ມັກ​ປີ້ນ​ຄວາມ.
13 who abandon the paths of uprightness to walk in the ways of darkness, ຜູ້​ທີ່​ປະຖິ້ມ​ວິຖີທາງ​ອັນ​ຊອບທໍາ ກໍ​ຈະ​ເດີນ​ໄປ​ໃນ​ທາງ​ທີ່​ມືດ,
14 who delight in doing evil and rejoice in the perversity of evil, ຜູ້​ທີ່​ພໍໃຈ​ໃນ​ການ​ກະທໍາ​ຜິດ ແລະ ຊື່ນຊົມ​ໃນ​ການ​ປະພຶດ​ຊົ່ວ,
15 whose paths are crooked, and who are devious in their ways. ເສັ້ນທາງ​ຂອງ​ພວກເຂົາ​ກໍ​ຄົດ​ງໍ ແລະ ວິຖີທາງ​ຂອງ​ພວກເຂົາ​ກໍ​ຄົດໂກງ.
16 Wisdom will rescue you also from the forbidden woman, from the stranger with her smooth words, ປັນຍາ​ຍັງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຍິງ​ຫລິ້ນຊູ້, ຈາກ​ຍິງ​ຂ້າງ​ທາງ​ດ້ວຍ​ຄຳເວົ້າ​ອັນ​ລໍ້ລວງ​ຂອງ​ນາງ,
17 who forsakes the companion of her youth and forgets the covenant of her Father. ຜູ້​ທີ່​ປະຖິ້ມ​ຄູ່​ຊີວິດ​ຂອງ​ນາງ​ທີ່​ຢູ່​ນໍາ​ກັນ​ມາ​ຕັ້ງ​ແຕ່​ໜຸ່ມ ແລະ ລືມໄລ​ຕໍ່​ຄຳໝັ້ນສັນຍາ​ທີ່​ນາງ​ເຮັດ​ໄວ້​ຕໍ່ໜ້າ​ພຣະເຈົ້າ.
18 For her house sinks down to death, and her paths to the dead. ບ້ານ​ຂອງ​ນາງ​ນຳ​ໄປ​ສູ່​ຄວາມ​ຕາຍ​ຢ່າງ​ແນ່ນອນ ແລະ ທາງ​ຂອງ​ນາງ​ກໍ​ນໍາ​ໄປ​ສູ່​ວິນຍານ​ແຫ່ງ​ຄົນຕາຍ.
19 None who go to her return, nor do they reach the paths of life. ບໍ່​ມີ​ຜູ້​ໃດ​ທີ່​ໄປ​ຫາ​ນາງ​ແລ້ວ​ໄດ້​ກັບ​ຄືນ​ມາ ຫລື ກັບ​ເຂົ້າ​ໄປ​ສູ່​ຫົນ​ທາງ​ແຫ່ງ​ຊີວິດ​ໄດ້​ອີກ.
20 So you will walk in the way of the good and keep to the paths of the righteous. ດັ່ງນັ້ນ ເຈົ້າ​ຈະ​ເດີນ​ໃນ​ທາງ​ທີ່​ດີ ແລະ ຢຶດໝັ້ນ​ໃນ​ວິຖີທາງ​ອັນ​ຊອບທຳ
21 For the upright will live in the land, and those of integrity will remain in it; ເພາະ​ຄົນ​ທ່ຽງທຳ​ຈະ​ໄດ້​ອາໄສ​ໃນ​ດິນແດນ​ນັ້ນ, ແລະ ຄົນ​ທີ່​ບໍ່​ມີ​ຕຳໜິ​ຈະ​ຕັ້ງ​ໝັ້ນຄົງ​ຢູ່​ທີ່​ນັ້ນ
22 but the wicked will be cut off from the land, and the treacherous will be torn away from it. ແຕ່​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ຕັດ​ອອກ​ຈາກ​ດິນແດນ​ນັ້ນ, ແລະ ຄົນ​ບໍ່​ສັດຊື່​ຈະ​ຖືກ​ຖອນ​ຮາກ​ອອກ​ຈາກ​ດິນແດນ​ນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]