Skip to content
The Believer's Library

Biblica® Open Lao Contemporary Version

Proverbs 1 OLCV

Show OLCV only
Verse × ×
1 The proverbs of Solomon, son of David, king of Israel: ສຸພາສິດ​ຂອງ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ, ກະສັດ​ແຫ່ງ​ອິດສະຣາເອນ:
2 To know wisdom and instruction, to understand words of insight, ເພື່ອ​ໃຫ້​ເກີດ​ມີ​ປັນຍາ ແລະ ໄດ້​ຮັບ​ຄຳ​ແນະນໍາ; ເພື່ອ​ຄວາມ​ເຂົ້າໃຈ​ເຖິງ​ຖ້ອຍຄຳ​ທີ່​ມີ​ຄວາມໝາຍ​ອັນ​ເລິກເຊິ່ງ;
3 to receive instruction in wise conduct, in righteousness, justice, and fairness, ເພື່ອ​ຮັບ​ຟັງ​ຄຳ​ສັ່ງສອນ​ໃນ​ການ​ປະພຶດ​ຢ່າງ​ສະຫລາດ, ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ, ຍຸຕິທຳ ແລະ ທ່ຽງທຳ;
4 to give prudence to the simple, knowledge and discretion to the young, ເພື່ອ​ໃຫ້​ຄົນ​ທີ່​ອ່ອນ​ຕໍ່​ໂລກ​ຮູ້​ທັນ​ເລ່ຫລຽ່ມ ໃຫ້​ຄວາມຮູ້ ແລະ ແນວທາງ​ອັນ​ຖືກຕ້ອງ​ແກ່​ຄົນໜຸ່ມ
5 let the wise also hear and increase in learning, and let the one who understands gain guidance, ໃຫ້​ຄົນ​ສະຫລາດ​ຮັບ​ຟັງ ແລະ ເພີ່ມພູນ​ການ​ຮຽນຮູ້​ຂອງ​ຕົນ, ແລະ ໃຫ້​ຄົນ​ທີ່​ມີ​ວິຈາລະຍານ​ໄດ້​ຮັບ​ການ​ແນະນໍາ
6 to understand a proverb and a parable, the words of the wise and their riddles. ເພື່ອ​ໃຫ້​ເຂົ້າໃຈ​ບັນດາ​ຄໍາ​ສຸພາສິດ ແລະ ຄຳ​ອຸປະມາ, ບັນດາ​ຄຳສອນ ແລະ ຄຳ​ປິດສະໜາ​ຂອງ​ນັກປາດ.
7 The fear of our Father is the beginning of knowledge; fools despise wisdom and instruction. ການ​ຢຳເກງ​ພຣະເຈົ້າ​ຢາເວ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມ​ຮູ້, ສ່ວນ​ຄົນ​ໂງ່​ປະໝາດ​ປັນຍາ ແລະ ຄຳ​ສັ່ງສອນ.
8 Listen, my son, to your father's instruction, and don't turn away from your mother's teaching, ຈົ່ງ​ຟັງ, ລູກ​ຂອງ​ພໍ່, ຈົ່ງ​ເອົາໃຈໃສ່​ຄຳ​ສັ່ງສອນ​ຂອງ​ພໍ່​ເຈົ້າ ແລະ ຢ່າ​ປະຖິ້ມ​ຄຳສອນ​ຂອງ​ແມ່​ເຈົ້າ.
9 for they are a graceful garland for your head and pendants for your neck. ສິ່ງ​ເຫລົ່ານີ້​ເປັນ​ພວງມະໄລ​ປະດັບ​ຫົວ​ຂອງ​ເຈົ້າ ແລະ ເປັນ​ສາຍຄໍ​ເພື່ອ​ປະດັບ​ຄໍ​ຂອງ​ເຈົ້າ.
10 My son, if sinners entice you, do not give in. ລູກ​ຂອງ​ພໍ່, ຖ້າ​ຄົນ​ບາບ​ມາ​ຊັກຊວນ​ເຈົ້າ, ຢ່າ​ຍອມ​ເຮັດ​ຕາມ​ພວກເຂົາ.
11 If they say, "Come with us, let us lie in wait for blood, let us ambush the innocent without cause; ຖ້າ​ພວກເຂົາ​ເວົ້າ​ວ່າ, “ຈົ່ງ​ມາ​ກັບ​ພວກເຮົາ; ໃຫ້​ພວກເຮົາ​ດັກ​ລໍຖ້າ​ເອົາ​ເລືອດ​ບໍລິສຸດ, ໃຫ້​ພວກເຮົາ​ດັກຊຸ້ມ​ໂຈມຕີ​ຄົນ​ບໍລິສຸດ;
12 like the grave let us swallow them alive, and whole, like those who go down to the pit; ໃຫ້​ພວກເຮົາ​ເປັນ​ເໝືອນ​ຂຸມ​ຝັງ​ສົບ​ທີ່​ກືນ​ພວກເຂົາ​ທັງ​ເປັນ, ແລະ ກືນ​ກິນ​ພວກເຂົາ​ໝົດ​ໂຕ, ເໝືອນ​ກັບ​ບັນດາ​ຄົນ​ທີ່​ຕົກ​ລົງ​ໄປ​ໃນ​ຂຸມ;
13 we will find all kinds of precious goods, we will fill our houses with plunder; ພວກເຮົາ​ຈະ​ຢຶດ​ເຄື່ອງ​ຂອງ​ມີ​ຄ່າ​ທຸກ​ຊະນິດ ແລະ ເອົາ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ເກັບ​ໄວ້​ໃຫ້​ເຕັມ​ເຮືອນ​ຂອງ​ພວກເຮົາ;
14 throw in your lot with us; we will all share one purse," ມາ​ຈັບ​ສະຫລາກ​ຮ່ວມ​ກັບ​ພວກເຮົາ; ພວກເຮົາ​ທຸກຄົນ​ຈະ​ໄດ້​ໃຊ້​ເງິນ​ຖົງ​ດຽວ​ກັນ”
15 my son, do not walk in the way with them; hold back your foot from their paths, ລູກ​ຂອງ​ພໍ່, ຢ່າ​ໄປ​ຮ່ວມ​ທາງ​ກັບ​ພວກເຂົາ, ຢ່າ​ຍ່າງ​ໃນ​ທາງ​ຂອງ​ພວກເຂົາ;
16 for their feet run to evil, and they hurry to shed blood. ເພາະ​ຕີນ​ຂອງ​ພວກເຂົາ​ແລ່ນ​ໄປ​ຫາ​ຄວາມ​ຊົ່ວຮ້າຍ, ພວກເຂົາ​ຟ້າວ​ເຮັດ​ໃຫ້​ເລືອດ​ຕົກ.
17 For a net spread out before any bird's eyes catches nothing; ບໍ່​ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ກາງ​ຕາໜ່າງ​ໄວ້ ໃນ​ບ່ອນ​ທີ່​ນົກ​ທຸກ​ໂຕ​ສາມາດ​ເບິ່ງ​ເຫັນ!
18 but these lie in wait for their own blood; they ambush their own lives. ຄົນ​ເຫລົ່ານີ້​ດັກ​ລໍຖ້າ​ເອົາ​ເລືອດ​ຂອງ​ຕົນ​ເອງ; ພວກເຂົາ​ດັກຊຸ້ມ​ເອົາ​ຊີວິດ​ຕົນ​ເອງ!
19 Such are the ways of everyone greedy for unjust gain; it takes away the life of its possessors. ວິຖີ​ທາງ​ຂອງ​ທຸກ​ຄົນ​ທີ່​ຫາ​ຜົນປະໂຫຍດ​ອັນ​ຊົ່ວຊ້າ​ກໍ​ເປັນ​ເຊັ່ນ​ນີ້; ມັນ​ຈະ​ເອົາ​ຊີວິດ​ຂອງ​ບັນດາ​ຜູ້​ທີ່​ຮັບ​ເອົາ​ມັນ​ໄວ້​ໄປ​ເອງ.
20 Wisdom cries aloud in the street; in the open squares she lifts her voice. ປັນຍາ​ຮ້ອງ​ດັງ​ອອກ​ມາ​ຢ່າງ​ເປີດ​ເຜີຍ, ນາງ​ເປັ່ງ​ສຽງ​ຂອງ​ຕົນ​ຢູ່​ທີ່​ເດີ່ນ​ສາທາລະນະ;
21 At the head of the noisy streets she calls out; at the entrance of the city gates she speaks: ນາງ​ຮ້ອງ​ຫາ​ຢູ່​ເທິງ​ຍອດ​ກຳແພງ, ນາງ​ຮ້ອງ​ບອກ​ທີ່​ປະຕູ​ເມືອງ​ວ່າ:
22 "How long, simple ones, will you love being simple? How long will mockers delight in their mocking and fools hate knowledge? “ເຈົ້າ​ຜູ້​ບໍ່ຮູ້ຈັກຄິດ, ເຈົ້າ​ຈະ​ຮັກ​ວິຖີ​ທາງ​ອັນ​ໂງ່​ຈ້າ​ອີກ​ດົນ​ປານໃດ? ຄົນ​ທີ່​ມັກ​ເຢາະເຢີ້ຍ, ເຈົ້າ​ຈະ​ພໍໃຈ​ການ​ດູຖູກ​ອີກ​ດົນ​ປານໃດ? ແລະ ຄົນ​ໂງ່ຈ້າ​ຈະ​ກຽດ​ຊັງ​ຄວາມ​ຮູ້​ອີກ​ດົນ​ປານໃດ?
23 If you respond to my correction, I, Wisdom, will pour out my spirit on you; I will make my words known to you. ຈົ່ງ​ກັບ​ໃຈ​ຟັງ​ຄຳ​ຕັກເຕືອນ​ຂອງ​ເຮົາ! ແລ້ວ​ເຮົາ​ຈະ​ເທ​ຄວາມ​ຄິດ​ຕ່າງໆ​ຂອງ​ເຮົາ​ໃຫ້​ແກ່​ເຈົ້າ, ແລະ ເຮົາ​ຈະ​ໃຫ້​ເຈົ້າ​ເຂົ້າໃຈ​ຄຳ​ສັ່ງສອນ​ຂອງ​ເຮົາ.
24 Because I have called and you refused, I stretched out my hand and no one paid attention, ແຕ່​ເພາະ​ເຈົ້າ​ປະຕິເສດ​ທີ່​ຈະ​ຟັງ ເມື່ອ​ເຮົາ​ເອີ້ນ​ຫາ​ເຈົ້າ ແລະ ບໍ່​ມີ​ຜູ້ໃດ​ສົນໃຈ​ເມື່ອ​ເຮົາ​ຍື່ນ​ມື​ໄປ​ຫາ,
25 and you ignored all my counsel and rejected all my correction, ເພາະ​ເຈົ້າ​ເມີນ​ເສີຍ​ຕໍ່​ຄຳ​ແນະນຳ​ທັງໝົດ​ຂອງ​ເຮົາ ແລະ ບໍ່​ຍອມຮັບ​ຄຳ​ຕັກເຕືອນ​ຂອງ​ເຮົາ,
26 I also will laugh at your calamity; I will mock when terror overtakes you, ສະນັ້ນ, ເມື່ອ​ໄພພິບັດ​ໂຈມ​ຕີ​ເຈົ້າ, ເຮົາ​ຈະ​ຫົວຂວັນ​ໃສ່​ເຈົ້າ; ເຮົາ​ຈະ​ເຢາະເຢີ້ຍ ເມື່ອ​ຄວາມ​ຈິບຫາຍ​ມາ​ເຖິງ​ເຈົ້າ
27 when terror overtakes you like a storm and your calamity comes like a whirlwind, when distress and anguish come upon you. ເມື່ອ​ຄວາມ​ຈິບຫາຍ​ມາ​ເຖິງ​ເຈົ້າ​ດັ່ງ​ພະຍຸ, ເມື່ອ​ຄວາມ​ພິນາດ​ພັດ​ໃສ່​ເຈົ້າ​ດັ່ງ​ລົມ​ພະຍຸ​ໝຸນ, ເມື່ອ​ຄວາມ​ເດືອດຮ້ອນ ແລະ ຄວາມ​ລຳບາກ​ຖ້ວມ​ເຈົ້າ.
28 Then they will call on me, but I will not answer; they will seek me earnestly but will not find me, “ເມື່ອ​ນັ້ນ ພວກເຂົາ​ຈະ​ເອີ້ນ​ຫາ​ເຮົາ ແຕ່​ເຮົາ​ຈະ​ບໍ່​ຕອບ; ພວກເຂົາ​ຈະ​ຊອກ​ຫາ​ເຮົາ ແຕ່​ຈະ​ບໍ່​ພົບ​ເຮົາ,
29 because they hated knowledge and did not choose the fear of our Father, ເພາະ​ພວກເຂົາ​ໄດ້​ກຽດຊັງ​ຄວາມ​ຮູ້ ແລະ ເລືອກ​ທີ່​ຈະ​ບໍ່​ຢຳເກງ​ພຣະເຈົ້າ​ຢາເວ.
30 they rejected my counsel and despised all my correction. ເພາະ​ພວກເຂົາ​ບໍ່​ຍອມຮັບ​ຄຳ​ແນະນຳ​ຂອງ​ເຮົາ ແລະ ໄດ້​ປະຕິເສດ​ຄຳ​ຕັກເຕືອນ​ຂອງ​ເຮົາ,
31 So they will eat the fruit of their own way and have their fill of their own schemes. ພວກເຂົາ​ຈະ​ໄດ້​ກິນ​ຜົນ​ຈາກ​ວິຖີ​ທາງ​ຂອງ​ພວກເຂົາ ແລະ ອິ່ມ​ເຕັມ​ໄປ​ດ້ວຍ​ຜົນ​ຈາກ​ແຜນການ​ຮ້າຍ​ຂອງ​ຕົນ.
32 For the waywardness of the simple will kill them, and the complacency of fools will destroy them; ຄົນ​ອ່ອນ​ຕໍ່​ໂລກ​ຈະ​ຕາຍ​ເພາະ​ຫັນ​ອອກ​ນອກ​ທາງ, ແລະ ຄວາມ​ເມີນເສີຍ​ຂອງ​ຄົນ​ໂງ່ຈ້າ​ຈະ​ທຳລາຍ​ພວກເຂົາ;
33 but whoever listens to me will dwell secure and be at ease, without dread of disaster." ແຕ່​ຜູ້​ທີ່​ຮັບ​ຟັງ​ເຮົາ​ຈະ​ອາໄສ​ຢູ່​ຢ່າງ​ປອດໄພ ແລະ ຈະ​ສະບາຍ​ໃຈ​ໂດຍ​ບໍ່​ຢ້ານ​ໄພ​ອັນຕະລາຍ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]