Side by side with the Father's Heart Bible™ ຄຳເຕືອນຕໍ່ສູ້ການຫລິ້ນຊູ້
1ລູກເອີຍ, ຈົ່ງຕັ້ງໃຈຟັງປັນຍາຂອງພໍ່,ຈົ່ງງ່ຽງຫູຟັງຖ້ອຍຄຳທີ່ມີຄວາມໝາຍອັນເລິກເຊິ່ງຂອງພໍ່,
2ເພື່ອເຈົ້າຈະຮັກສາຄວາມຮອບຄອບແລະ ປາກຂອງເຈົ້າຈະສະແດງໃຫ້ເຫັນວ່າເຈົ້າມີຄວາມຮູ້.
3ເພາະຮີມສົບຂອງຍິງຫລິ້ນຊູ້ກໍຫວານດັ່ງນ້ຳເຜິ້ງ.ແລະ ຄຳເວົ້າຂອງນາງກໍຫລ່ຽນໄຫລຍິ່ງກວ່ານ້ຳມັນ;
4ແຕ່ໃນທີ່ສຸດ ນາງຂົມຍິ່ງກວ່າເຄືອເຂົາຮໍ,ຄົມຍິ່ງກວ່າດາບສອງຄົມ.
5ຕີນຂອງນາງນຳໄປສູ່ຄວາມຕາຍ;ບາດຍ່າງຂອງນາງຊື່ຕົງໄປຫາຂຸມຝັງສົບ.
6ນາງບໍ່ສົນໃຈທາງແຫ່ງຊີວິດ;ວິຖີທາງຂອງນາງວົງວຽນໄປມາບໍ່ມີຈຸດໝາຍ, ແຕ່ນາງບໍ່ຮູ້.
7ບັດນີ້, ລູກເອີຍ, ຈົ່ງຟັງພໍ່;ແລະ ຢ່າຫັນໜີໄປຈາກສິ່ງທີ່ພໍ່ບອກ.
8ຈົ່ງຮັກສາວິຖີທາງຂອງເຈົ້າໃຫ້ຫ່າງໄກຈາກນາງ,ຢ່າເຂົ້າໄປໃກ້ປະຕູເຮືອນຂອງນາງ,
9ຢ້ານວ່າເຈົ້າຈະເສຍກຽດຂອງເຈົ້າໃຫ້ແກ່ຄົນອື່ນແລະ ສັກສີຂອງເຈົ້າໃຫ້ແກ່ຄົນໂຫດຮ້າຍ.
10ຢ້ານວ່າຄົນແປກໜ້າຈະໃຊ້ຊັບສິນຂອງເຈົ້າແລະ ສິ່ງທີ່ພວກເຈົ້າຊອກຫາມາໄດ້ຈະຕົກແກ່ເຮືອນຂອງຄົນອື່ນ.
11ໃນບັ້ນປາຍຊີວິດຂອງເຈົ້າ ເຈົ້າຈະຮ້ອງຄວນຄາງ,ເມື່ອເນື້ອໜັງ ແລະ ຮ່າງກາຍຂອງເຈົ້າເສື່ອມໂຊມລົງ.
12ເຈົ້າຈະເວົ້າວ່າ, “ຂ້ອຍຊັງລະບຽບວິໄນຫລາຍ!ແລະ ຫົວໃຈຂອງຂ້ອຍປະຕິເສດການປັບປຸງແກ້ໄຂ!
13ຂ້ອຍບໍ່ເຊື່ອຟັງຄໍາຄູອາຈານຂອງຂ້ອຍຫລື ງ່ຽງຫູຂອງຂ້ອຍໄປຫາຜູ້ທີ່ແນະນໍາຂ້ອຍ.
14ແລະ ອີກບໍ່ດົນ ຂ້ອຍຈະພົບຄວາມເດືອດຮ້ອນຢ່າງໜັກໃນບ່ອນຊຸມນຸມຂອງປະຊາຊົນຂອງພຣະເຈົ້າ”.
15ຈົ່ງດື່ມນ້ຳຈາກອ່າງເກັບນ້ຳຂອງເຈົ້າ,ນ້ຳທີ່ໄຫລຈາກອ່າງຂອງເຈົ້າເອງ.
16ຄວນໃຫ້ນ້ຳພຸຂອງເຈົ້າໄຫລລົ້ນອອກໄປຕາມຖະໜົນບໍ,ຫລື ໃຫ້ສາຍນໍ້າຂອງເຈົ້າໄຫລໄປໃນແຖວຊຸມຊົນ?
17ຈົ່ງໃຫ້ສາຍນ້ຳເຫລົ່ານັ້ນເປັນຂອງເຈົ້າຜູ້ດຽວ,ຈົ່ງຢ່າໄດ້ແບ່ງປັນໃຫ້ກັບຄົນແປກໜ້າ.
18ຂໍໃຫ້ນ້ຳພຸຂອງເຈົ້າໄດ້ຮັບພອນແລະ ຂໍໃຫ້ເຈົ້າພົບຄວາມຊື່ນຊົມຍິນດີໃນເມຍຂອງເຈົ້າທີ່ໄດ້ມາຕັ້ງແຕ່ຍັງໜຸ່ມ.
19ດັ່ງກວາງແມ່ທີ່ໜ້າຮັກ, ເຍືອງຜາທີ່ສະຫງ່າງາມຂໍໃຫ້ນົມຂອງນາງເຮັດໃຫ້ເຈົ້າອິ່ມໃຈໄດ້ສະເໝີ,ຂໍໃຫ້ເຈົ້າຫລົງໄຫລໃນຄວາມຮັກຂອງນາງຕະຫລອດໄປ.
20ລູກເອີຍ, ເປັນຫຍັງເຈົ້າຈຶ່ງໄປມົວເມົາກັບເມຍຂອງຊາຍອື່ນ?ເປັນຫຍັງເຈົ້າຈຶ່ງໄປແນບເອິກຍິງທີ່ຫລົງຜິດ?
21ເພາະທາງທັງຫລາຍຂອງເຈົ້າຢູ່ໃນສາຍຕາຂອງພຣະເຈົ້າຢາເວ,ແລະ ພຣະອົງກວດສອບເບິ່ງທຸກວິຖີທາງຂອງເຈົ້າ.
22ການກະທໍາຊົ່ວຂອງຄົນຊົ່ວຮ້າຍກໍດັກຈັບພວກເຂົາເອງ;ເຊືອກແຫ່ງຄວາມບາບຂອງພວກເຂົາກໍຮັດພວກເຂົາໄວ້ແໜ້ນ.
23ພວກເຂົາຈະຕາຍໄປ ເພາະຂາດລະບຽບວິໄນ,ຖືກນໍາໃຫ້ຫລົງໄປໃນທາງທີ່ຜິດ ເພາະຄວາມໂງ່ຈ້າທີ່ສຸດຂອງພວກເຂົາເອງ.