ຄຳສອນຂອງກະສັດເລມູເອນ
1ນີ້ແມ່ນຄຳສອນຂອງກະສັດເລມູເອນ ເປັນຖ້ອຍຄຳທີ່ໄດ້ຮັບການດົນໃຈ ທີ່ແມ່ຂອງເພິ່ນໄດ້ສອນເພິ່ນໄວ້.
2ຈົ່ງຟັງ, ລູກຂອງແມ່! ຈົ່ງຟັງ, ລູກມາຈາກມົດລູກຂອງແມ່!ຈົ່ງຟັງ, ລູກຂອງແມ່, ລູກຄືຄໍາຕອບແຫ່ງຄຳອະທິຖານຂອງແມ່!
3ຢ່າໃຊ້ເຫື່ອແຮງກັບບັນດາແມ່ຍິງ,ຢ່າເສຍກຳລັງໃຫ້ແກ່ຜູ້ທີ່ທຳລາຍກະສັດ.
4ເລມູເອນ, ມັນບໍ່ເໝາະສົມສຳລັບກະສັດມັນບໍ່ເໝາະສົມທີ່ກະສັດຈະດື່ມເຫລົ້າອະງຸ່ນ,ມັນບໍ່ສົມຄວນທີ່ຜູ້ປົກຄອງຈະດື່ມເບຍ,
5ຢ້ານວ່າເມື່ອພວກເຂົາດື່ມແລ້ວ ຈະລືມສິ່ງທີ່ກົດໝາຍໄດ້ກໍານົດໄວ້,ແລະ ຖອນສິດຂອງຜູ້ທີ່ຖືກກົດຂີ່ທັງໝົດ.
6ເບຍມີໄວ້ສໍາລັບຄົນທີ່ກຳລັງຈະຈິບຫາຍ,ເຫລົ້າອະງຸ່ນມີໄວ້ສໍາລັບຄົນທີ່ມີຄວາມທຸກໃຈ!
7ຈົ່ງໃຫ້ພວກເຂົາດື່ມ ແລະ ລືມຄວາມທຸກຍາກແລະ ບໍ່ລະນຶກເຖິງຄວາມທຸກຂອງຕົນອີກຕໍ່ໄປ.
8ຈົ່ງເວົ້າແທນຜູ້ທີ່ເວົ້າແທນຕົນເອງບໍ່ໄດ້,ເພື່ອສິດຂອງຜູ້ທີ່ຂັດສົນທຸກຄົນ.
9ຈົ່ງເວົ້າແທນພວກເຂົາ ແລະ ຕັດສິນຢ່າງຍຸຕິທຳ;ຈົ່ງປົກປ້ອງສິດຕ່າງໆຂອງຄົນທຸກຍາກ ແລະ ຄົນຂັດສົນ.
ບົດສົ່ງທ້າຍ: ລັກສະນະຂອງເມຍທີ່ດີເລີດ
10ຜູ້ໃດຈະພົບເມຍທີ່ດີເລີດ?ນາງມີຄຸນຄ່າຫລາຍກວ່າເພັດພອຍ.
11ຜົວຂອງນາງໄວ້ໃຈນາງໄດ້ທຸກຢ່າງແລະ ນາງບໍ່ຂາດສິ່ງທີ່ມີຄ່າເລີຍ.
12ນາງນຳສິ່ງທີ່ດີມາໃຫ້ລາວ, ບໍ່ເຮັດໃຫ້ຜົວເສຍຫາຍ,ຕະຫລອດຊົ່ວຊີວິດຂອງນາງ.
13ນາງເລືອກຂົນແກະ ແລະ ຜ້າປ່ານແລະ ເຮັດວຽກດ້ວຍມືຢ່າງດຸໝັ່ນ.
14ນາງເປັນດັ່ງເຮືອຂອງພໍ່ຄ້າ,ທີ່ບັນທຸກອາຫານຂອງນາງມາຈາກແດນໄກ.
15ນາງຕື່ນເຊົ້າ ໃນຂະນະທີ່ຍັງມືດຢູ່;ນາງຈັດຕຽມອາຫານສຳລັບຄອບຄົວຂອງນາງແລະ ແບ່ງອາຫານໃຫ້ພວກສາວໃຊ້ຂອງນາງ.
16ນາງອອກໄປເບິ່ງທົ່ງນາ ແລະ ຊື້ມັນໄວ້;ແລະ ນາງເຮັດສວນອະງຸ່ນດ້ວຍເງິນທີ່ນາງຫາມາໄດ້.
17ນາງຕັ້ງໃຈເຮັດວຽກຂອງນາງຢ່າງດຸໝັ່ນ;ແຂນຂອງນາງແຂງແຮງເພື່ອວຽກງານຂອງຕົນ.
18ນາງເບິ່ງແຍງການຄ້າຂາຍໃຫ້ເກີດຜົນກໍາໄລ,ແລະ ໃນຕອນກາງຄືນຕະກຽງຂອງນາງກໍບໍ່ດັບ.
19ມືຂອງນາງເຂັນຝ້າຍ ແລະນິ້ວຂອງນາງຕໍ່າຜ້າຂອງນາງເອງ
20ນາງຍິນດີຕ້ອນຮັບຄົນທຸກຍາກແລະ ໃຫ້ຄວາມຊ່ວຍເຫລືອແກ່ຄົນຂັດສົນ.
21ເມື່ອຫິມະຕົກ, ນາງບໍ່ມີຄວາມກັງວົນກ່ຽວກັບຄອບຄົວຂອງນາງ;ເພາະພວກເຂົາທຸກຄົນມີເຄື່ອງນຸ່ງຢ່າງອົບອຸ່ນ.
22ນາງເຮັດຜ້າປູບ່ອນນອນຂອງນາງເອງ;ນາງນຸ່ງເຄື່ອງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດ ແລະ ຜ້າສີມ່ວງ.
23ຜົວຂອງນາງໄດ້ຮັບຄວາມເຄົາລົບນັບຖືທີ່ປະຕູເມືອງ,ບ່ອນທີ່ລາວນັ່ງຮ່ວມກັບບັນດາຜູ້ອາວຸໂສຂອງດິນແດນ.
24ນາງໄດ້ເຮັດເສື້ອຜ້າລິນິນໄວ້ຂາຍ,ແລະ ເຮັດສາຍຮັດແອວຂາຍໃຫ້ພໍ່ຄ້າ.
25ກໍາລັງ ແລະ ກຽດສັກສີຄືເຄື່ອງນຸ່ງຂອງນາງ;ນາງຈຶ່ງຫົວຂວັນຕໍ່ອະນາຄົດທີ່ຈະມາເຖິງ.
26ນາງເວົ້າດ້ວຍປັນຍາ,ແລະ ຄຳສັ່ງສອນທີ່ສັດຊື່ຢູ່ເທິງລີ້ນຂອງນາງ.
27ນາງເບິ່ງແຍງວຽກງານຕ່າງໆໃນຄອບຄົວຂອງຕົນແລະ ບໍ່ກິນອາຫານແຫ່ງຄວາມຂີ້ຄ້ານ.
28ລູກທັງຫລາຍຂອງນາງລຸກຢືນຂຶ້ນ ແລະ ກ່າວຍ້ອງຍໍວ່າ ນາງໄດ້ຮັບພຣະພອນ;ຜົວຂອງນາງ, ກໍກ່າວຊົມເຊີຍນາງວ່າ:
29“ແມ່ຍິງຫລາຍຄົນເຮັດສິ່ງທີ່ດີເລີດ,ແຕ່ເຈົ້າເຮັດສິ່ງທີ່ດີເລີດກວ່າພວກເຂົາທັງໝົດ”.
30ສະເໜ່ເປັນສິ່ງຫລອກລວງ, ແລະ ຄວາມງາມກໍຢູ່ພຽງຊົ່ວຄາວ;ແຕ່ຍິງທີ່ຢຳເກງພຣະເຈົ້າຢາເວຈະຕ້ອງໄດ້ຮັບການຍ້ອງຍໍ.
31ຈົ່ງໃຫ້ກຽດນາງເພາະທຸກສິ່ງທີ່ນາງໄດ້ເຮັດ,ແລະ ໃຫ້ຜົນງານຂອງນາງເຮັດໃຫ້ນາງໄດ້ຮັບການຍ້ອງຍໍທີ່ປະຕູເມືອງ.