Skip to content
The Believer's Library

Biblica® Open Lao Contemporary Version

Ecclesiastes 1 OLCV

Side by side with the Father's Heart Bible™

ທຸກສິ່ງ​ແມ່ນ​ລ້ວນ​ແຕ່​ອະນິຈັງ

1ຖ້ອຍ​ຄຳ​ຂອງ​ປັນຍາຈານ, ລູກຊາຍ​ຂອງ​ດາວິດ, ກະສັດ​ໃນ​ເຢຣູຊາເລັມ:

2ປັນຍາຈານ​ກ່າວວ່າ,“ອະນິຈັງ! ອະນິຈັງ!ອະນິຈັງ​ແທ້ໆ!ທຸກສິ່ງ​ແມ່ນ​ລ້ວນ​ແຕ່​ອະນິຈັງ”.

3ຄົນ​ເຮົາ​ໄດ້​ປະໂຫຍດ​ຫຍັງ​ຈາກ​ການ​ເຮັດ​ວຽກ​ໜັກ​ທັງໝົດ​ຂອງ​ຕົນ.ຈາກ​ທີ່​ພວກເຂົາ​ເຮັດ​ວຽກ​ຢູ່​ພາຍໃຕ້​ດວງ​ຕາເວັນ?

4ຄົນ​ລຸ້ນ​ໜຶ່ງ​ຜ່ານ​ມາ ແລະ ອີກ​ລຸ້ນ​ໜຶ່ງ​ກໍ​ຜ່ານ​ໄປ,ແຕ່​ໂລກ​ຍັງ​ຄົງ​ຢູ່​ຕະຫລອດ​ໄປ.

5ຕາເວັນ​ຂຶ້ນ ແລະ ຕາເວັນ​ກໍ​ຕົກ,ແລະ ຟ້າວ​ວົນ​ກັບ​ມາ​ຂຶ້ນ​ຢູ່​ບ່ອນ​ເກົ່າ​ອີກ.

6ລົມ​ພັດ​ໄປ​ທາງ​ທິດໃຕ້ ແລະກັບ​ມາ​ທາງ​ທິດເໜືອ;ມັນ​ພັດ​ວົນ​ໄປ​ວຽນ​ມາ,ຈະ​ໝູນວຽນ​ຈາກ​ຈຸດ​ເລີ່ມຕົ້ນ​ໄປ​ທີ່​ຈຸດ​ຈົບ​ຕໍ່​ໄປ​ເລື້ອຍໆ.

7ແມ່ນ້ຳ​ທຸກ​ສາຍ​ໄຫລ​ລົງ​ສູ່​ທະເລ,ແຕ່​ທະເລ​ກໍ​ບໍ່​ເຄີຍ​ອີ່ມ.ສາຍນ້ຳ​ມາ​ຈາກ​ທີ່​ໃດ,ມັນ​ກໍ​ໄຫລ​ກັບ​ໄປ​ທີ່​ນັ້ນ​ອີກ.

8ທຸກສິ່ງ​ໜ້າ​ເບື່ອໜ່າຍ,ເກີນ​ທີ່​ຈະ​ບັນລະຍາຍ.ຕາ​ເບິ່ງ​ເທົ່າໃດ​ກໍ​ບໍ່​ອີ່ມ,ຫູ​ໄດ້​ຍິນ​ເທົ່າໃດ​ກໍ​ບໍ່​ອີ່ມ​ໃຈ.

9ສິ່ງ​ທີ່​ເກີດ​ຂຶ້ນ​ແລ້ວ ກໍ​ຈະ​ເກີດ​ຂຶ້ນ​ອີກ,ສິ່ງ​ທີ່​ໄດ້​ເຮັດ​ໄປ​ແລ້ວ ກໍ​ຈະ​ພາ​ກັນ​ເຮັດ​ອີກບໍ່​ມີ​ອັນໃດ​ໃໝ່​ພາຍໃຕ້​ດວງ​ຕາເວັນ.

10ອັນໃດ​ແດ່​ທີ່​ເຮົາ​ຈະ​ເວົ້າ​ໄດ້​ວ່າ,“ເບິ່ງ​ແມ! ນີ້​ແມ່ນ​ສິ່ງ​ໃໝ່”?ເພາະ​ມັນ​ຢູ່​ທີ່​ນີ້​ມາ​ຕັ້ງແຕ່​ດົນນານ​ແລ້ວ;ມີ​ມາ​ຕັ້ງ​ແຕ່​ກ່ອນ​ຍຸກ​ຂອງ​ພວກເຮົາ.

11ບໍ່​ມີ​ຜູ້ໃດ​ລະນຶກ​ເຖິງ​ຄົນ​ລຸ້ນ​ກ່ອນ,ແລະ ແມ່ນ​ແຕ່​ຄົນ​ລຸ້ນ​ທີ່​ກຳລັງ​ຈະ​ເກີດ​ມາຄົນ​ລຸ້ນ​ຕໍ່​ມາ​ຈາກ​ພວກເຂົາກໍ​ຈະ​ບໍ່​ມີ​ຜູ້ໃດ​ຈົດຈຳ.

ສະຕິປັນຍາ​ແມ່ນ​ອະນິຈັງ

12ຂ້າພະເຈົ້າ​ປັນຍາຈານ, ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ຢູ່​ໃນ​ເຢຣູຊາເລັມ. 13ຂ້າພະເຈົ້າ​ຕັ້ງໃຈ​ສຶກສາ ແລະ ໃຊ້​ສະຕິປັນຍາ​ສຳຫລວດ​ທຸກສິ່ງ​ທີ່​ໄດ້​ພາ​ກັນ​ເຮັດ​ພາຍ​ໃຕ້​ຟ້າ​ສະຫວັນ. ພຣະເຈົ້າ​ໄດ້​ວາງ​ພາລະ​ໜັກ​ໃຫ້​ມວນມະນຸດ​ແທ້ໆ! 14ຂ້າພະເຈົ້າ​ໄດ້​ເຫັນ​ທຸກສິ່ງ​ທີ່​ໄດ້​ພາ​ກັນ​ເຮັດ​ພາຍໃຕ້​ດວງ​ຕາເວັນ; ທຸກສິ່ງ​ລ້ວນ​ແຕ່​ອະນິຈັງ, ເໝືອນ​ແລ່ນ​ໄລ່​ຕາມ​ລົມ.

15ສິ່ງ​ທີ່​ຄົດ​ກໍ​ບໍ່​ສາມາດ​ຢຽດ​ຊື່​ໄດ້;ສິ່ງ​ທີ່​ຂາດ​ຢູ່​ກໍ​ນັບ​ບໍ່​ໄດ້.

16ຂ້າພະເຈົ້າ​ເວົ້າ​ກັບ​ຕົນ​ເອງ​ວ່າ, “ເບິ່ງ​ແມ, ເຮົາ​ມີ​ສະຕິປັນຍາ​ຫລາຍ​ກວ່າ​ກະສັດ​ຫລາຍ​ຄົນ​ທີ່​ປົກຄອງ​ເຢຣູຊາເລັມ​ມາ​ກ່ອນ​ໜ້າ​ເຮົາ; ເຮົາ​ມີ​ປະສົບການ​ກັບ​ສະຕິປັນຍາ ແລະ ຄວາມ​ຮູ້​ຫລາຍ”. 17ແລ້ວ​ຂ້າພະເຈົ້າ​ກໍ​ພະຍາຍາມ​ທີ່​ຈະ​ເຂົ້າໃຈ​ສະຕິປັນຍາ, ຄວາມ​ບ້າ ແລະ ຄວາມ​ໂງ່​ຈ້າ. ແຕ່​ໄດ້​ຮຽນ​ຮູ້​ວ່າ, ນີ້​ກໍ​ແມ່ນ​ການ​ແລ່ນ​ໄລ່​ຕາມ​ລົມ​ເຊັ່ນ​ກັນ.

18ເພາະ​ຍິ່ງ​ສະຫລາດ​ຫລາຍ ກໍ​ຍິ່ງ​ໂສກເສົ້າ​ຫລາຍ;ຍິ່ງ​ຮູ້​ກໍ​ຍິ່ງ​ທຸກໃຈ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]