Skip to content
The Believer's Library

Biblica® Open Lao Contemporary Version

Proverbs 31 OLCV

Show OLCV only
Verse × ×
1 The words of King Lemuel—an oracle his mother taught him: ນີ້​ແມ່ນ​ຄຳສອນ​ຂອງ​ກະສັດ​ເລມູເອນ ເປັນ​ຖ້ອຍ​ຄຳ​ທີ່​ໄດ້​ຮັບ​ການ​ດົນໃຈ ທີ່​ແມ່​ຂອງ​ເພິ່ນ​ໄດ້​ສອນ​ເພິ່ນ​ໄວ້.
2 What, my son? What, son of my womb? What, son of my vows? ຈົ່ງ​ຟັງ, ລູກ​ຂອງ​ແມ່! ຈົ່ງ​ຟັງ, ລູກ​ມາ​ຈາກ​ມົດລູກ​ຂອງ​ແມ່! ຈົ່ງ​ຟັງ, ລູກ​ຂອງ​ແມ່, ລູກ​ຄື​ຄໍາຕອບ​ແຫ່ງ​ຄຳ​ອະທິຖານ​ຂອງ​ແມ່!
3 Do not give your strength to women, or your ways to those who destroy kings. ຢ່າ​ໃຊ້​ເຫື່ອແຮງ​ກັບ​ບັນດາ​ແມ່ຍິງ, ຢ່າ​ເສຍ​ກຳລັງ​ໃຫ້​ແກ່​ຜູ້​ທີ່​ທຳລາຍ​ກະສັດ.
4 It is not for kings, Lemuel—not for kings to drink wine, or for rulers to crave strong drink. ເລມູເອນ, ມັນ​ບໍ່​ເໝາະສົມ​ສຳລັບ​ກະສັດ ມັນ​ບໍ່​ເໝາະສົມ​ທີ່​ກະສັດ​ຈະ​ດື່ມ​ເຫລົ້າ​ອະງຸ່ນ, ມັນ​ບໍ່​ສົມຄວນ​ທີ່​ຜູ້ປົກຄອງ​ຈະ​ດື່ມ​ເບຍ,
5 For if they drink, they will forget what is decreed and pervert the rights of all the oppressed. ຢ້ານ​ວ່າ​ເມື່ອ​ພວກເຂົາ​ດື່ມ​ແລ້ວ ຈະ​ລືມ​ສິ່ງ​ທີ່​ກົດໝາຍ​ໄດ້​ກໍານົດ​ໄວ້, ແລະ ຖອນ​ສິດ​ຂອງ​ຜູ້​ທີ່​ຖືກ​ກົດຂີ່​ທັງໝົດ.
6 Give strong drink to one who is perishing, and wine to those in bitter distress. ເບຍ​ມີ​ໄວ້​ສໍາລັບ​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ, ເຫລົ້າ​ອະງຸ່ນ​ມີ​ໄວ້​ສໍາລັບ​ຄົນ​ທີ່​ມີ​ຄວາມ​ທຸກໃຈ!
7 Let them drink and forget their poverty, and remember their misery no more. ຈົ່ງ​ໃຫ້​ພວກເຂົາ​ດື່ມ ແລະ ລືມ​ຄວາມ​ທຸກຍາກ ແລະ ບໍ່​ລະນຶກ​ເຖິງ​ຄວາມ​ທຸກ​ຂອງ​ຕົນ​ອີກ​ຕໍ່​ໄປ.
8 Open your mouth for the voiceless, for the rights of all who are left destitute. ຈົ່ງ​ເວົ້າ​ແທນ​ຜູ້​ທີ່​ເວົ້າ​ແທນ​ຕົນເອງ​ບໍ່​ໄດ້, ເພື່ອ​ສິດ​ຂອງ​ຜູ້​ທີ່​ຂັດສົນ​ທຸກຄົນ.
9 Open your mouth, judge righteously, and defend the rights of the poor and needy. ຈົ່ງ​ເວົ້າ​ແທນ​ພວກເຂົາ ແລະ ຕັດ​ສິນ​ຢ່າງ​ຍຸຕິທຳ; ຈົ່ງ​ປົກປ້ອງ​ສິດ​ຕ່າງໆ​ຂອງ​ຄົນ​ທຸກຍາກ ແລະ ຄົນ​ຂັດສົນ.
10 A woman of valor—who can find her? She is far more precious than jewels. ຜູ້​ໃດ​ຈະ​ພົບ​ເມຍ​ທີ່​ດີ​ເລີດ? ນາງ​ມີ​ຄຸນຄ່າ​ຫລາຍ​ກວ່າ​ເພັດພອຍ.
11 The heart of her husband trusts in her, and he will lack nothing of value. ຜົວ​ຂອງ​ນາງ​ໄວ້ໃຈ​ນາງ​ໄດ້​ທຸກ​ຢ່າງ ແລະ ນາງ​ບໍ່​ຂາດ​ສິ່ງ​ທີ່​ມີ​ຄ່າ​ເລີຍ.
12 She does him good and not harm, all the days of her life. ນາງ​ນຳ​ສິ່ງ​ທີ່​ດີ​ມາ​ໃຫ້​ລາວ, ບໍ່​ເຮັດ​ໃຫ້​ຜົວ​ເສຍຫາຍ, ຕະຫລອດ​ຊົ່ວ​ຊີວິດ​ຂອງ​ນາງ.
13 She seeks out wool and flax, and works with willing hands. ນາງ​ເລືອກ​ຂົນແກະ ແລະ ຜ້າ​ປ່ານ ແລະ ເຮັດວຽກ​ດ້ວຍ​ມື​ຢ່າງ​ດຸໝັ່ນ.
14 She is like the merchant ships, bringing her food from afar. ນາງ​ເປັນ​ດັ່ງ​ເຮືອ​ຂອງ​ພໍ່ຄ້າ, ທີ່​ບັນທຸກ​ອາຫານ​ຂອງ​ນາງ​ມາ​ຈາກ​ແດນ​ໄກ.
15 She rises while it is still night, provides food for her household, and portions for her servant girls. ນາງ​ຕື່ນ​ເຊົ້າ ໃນ​ຂະນະ​ທີ່​ຍັງ​ມືດ​ຢູ່; ນາງ​ຈັດ​ຕຽມ​ອາຫານ​ສຳລັບ​ຄອບຄົວ​ຂອງ​ນາງ ແລະ ແບ່ງ​ອາຫານ​ໃຫ້​ພວກ​ສາວ​ໃຊ້​ຂອງ​ນາງ.
16 She considers a field and buys it; from the fruit of her hands she plants a vineyard. ນາງ​ອອກ​ໄປ​ເບິ່ງ​ທົ່ງນາ ແລະ ຊື້​ມັນ​ໄວ້; ແລະ ນາງ​ເຮັດ​ສວນ​ອະງຸ່ນ​ດ້ວຍ​ເງິນ​ທີ່​ນາງ​ຫາ​ມາ​ໄດ້.
17 She wraps herself in strength and makes her arms strong. ນາງ​ຕັ້ງໃຈ​ເຮັດວຽກ​ຂອງ​ນາງ​ຢ່າງ​ດຸໝັ່ນ; ແຂນ​ຂອງ​ນາງ​ແຂງແຮງ​ເພື່ອ​ວຽກງານ​ຂອງ​ຕົນ.
18 She perceives that her trading is profitable; her lamp does not go out at night. ນາງ​ເບິ່ງແຍງ​ການ​ຄ້າຂາຍ​ໃຫ້​ເກີດ​ຜົນ​ກໍາໄລ, ແລະ ໃນ​ຕອນ​ກາງຄືນ​ຕະກຽງ​ຂອງ​ນາງ​ກໍ​ບໍ່​ດັບ.
19 She puts her hands to the spinning staff, and her hands grasp the spindle. ມື​ຂອງ​ນາງ​ເຂັນຝ້າຍ ແລະ ນິ້ວ​ຂອງ​ນາງ​ຕໍ່າຜ້າ​ຂອງ​ນາງ​ເອງ
20 She opens her hand to the poor and reaches out her hands to the needy. ນາງ​ຍິນດີ​ຕ້ອນຮັບ​ຄົນ​ທຸກຍາກ ແລະ ໃຫ້​ຄວາມ​ຊ່ວຍເຫລືອ​ແກ່​ຄົນ​ຂັດສົນ.
21 She has no fear for her household when it snows, for all her household are clothed in scarlet. ເມື່ອ​ຫິມະ​ຕົກ, ນາງ​ບໍ່​ມີ​ຄວາມ​ກັງວົນ​ກ່ຽວກັບ​ຄອບຄົວ​ຂອງ​ນາງ; ເພາະ​ພວກເຂົາ​ທຸກຄົນ​ມີ​ເຄື່ອງນຸ່ງ​ຢ່າງ​ອົບອຸ່ນ.
22 She makes coverings for herself; her clothing is fine linen and purple. ນາງ​ເຮັດ​ຜ້າປູ​ບ່ອນນອນ​ຂອງ​ນາງ​ເອງ; ນາງ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ ແລະ ຜ້າ​ສີມ່ວງ.
23 Her husband is known in the gates, when he sits among the elders of the land. ຜົວ​ຂອງ​ນາງ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ທີ່​ປະຕູ​ເມືອງ, ບ່ອນ​ທີ່​ລາວ​ນັ່ງ​ຮ່ວມ​ກັບ​ບັນດາ​ຜູ້​ອາວຸໂສ​ຂອງ​ດິນແດນ.
24 She makes linen garments and sells them, and supplies sashes to the merchants. ນາງ​ໄດ້​ເຮັດ​ເສື້ອ​ຜ້າ​ລິນິນ​ໄວ້​ຂາຍ, ແລະ ເຮັດ​ສາຍຮັດແອວ​ຂາຍ​ໃຫ້​ພໍ່ຄ້າ.
25 Strength and dignity are her clothing, and she laughs at the days to come. ກໍາລັງ ແລະ ກຽດສັກສີ​ຄື​ເຄື່ອງນຸ່ງ​ຂອງ​ນາງ; ນາງ​ຈຶ່ງ​ຫົວ​ຂວັນ​ຕໍ່​ອະນາຄົດ​ທີ່​ຈະ​ມາ​ເຖິງ.
26 She opens her mouth with wisdom, and faithful instruction is on her tongue. ນາງ​ເວົ້າ​ດ້ວຍ​ປັນຍາ, ແລະ ຄຳສັ່ງສອນ​ທີ່​ສັດຊື່​ຢູ່​ເທິງ​ລີ້ນ​ຂອງ​ນາງ.
27 She watches over the ways of her household and does not eat the bread of idleness. ນາງ​ເບິ່ງແຍງ​ວຽກງານ​ຕ່າງໆ​ໃນ​ຄອບຄົວ​ຂອງ​ຕົນ ແລະ ບໍ່​ກິນ​ອາຫານ​ແຫ່ງ​ຄວາມ​ຂີ້ຄ້ານ.
28 Her children rise up and call her blessed; her husband also, and he praises her: ລູກ​ທັງຫລາຍ​ຂອງ​ນາງ​ລຸກ​ຢືນ​ຂຶ້ນ ແລະ ກ່າວ​ຍ້ອງຍໍ​ວ່າ ນາງ​ໄດ້​ຮັບ​ພຣະພອນ; ຜົວ​ຂອງ​ນາງ, ກໍ​ກ່າວ​ຊົມເຊີຍ​ນາງ​ວ່າ:
29 "Many daughters have done valiantly, but you surpass them all." “ແມ່ຍິງ​ຫລາຍຄົນ​ເຮັດ​ສິ່ງ​ທີ່​ດີ​ເລີດ, ແຕ່​ເຈົ້າ​ເຮັດ​ສິ່ງ​ທີ່​ດີ​ເລີດ​ກວ່າ​ພວກເຂົາ​ທັງໝົດ”.
30 Charm is deceptive and beauty is fleeting, but a woman who reveres our Father—she will be praised. ສະເໜ່​ເປັນ​ສິ່ງ​ຫລອກລວງ, ແລະ ຄວາມ​ງາມ​ກໍ​ຢູ່​ພຽງ​ຊົ່ວຄາວ; ແຕ່​ຍິງ​ທີ່​ຢຳເກງ​ພຣະເຈົ້າ​ຢາເວ​ຈະ​ຕ້ອງ​ໄດ້​ຮັບ​ການ​ຍ້ອງຍໍ.
31 Give her the fruit of her hands, and let her works praise her in the gates. ຈົ່ງ​ໃຫ້​ກຽດ​ນາງ​ເພາະ​ທຸກສິ່ງ​ທີ່​ນາງ​ໄດ້​ເຮັດ, ແລະ ໃຫ້​ຜົນງານ​ຂອງ​ນາງ​ເຮັດ​ໃຫ້​ນາງ​ໄດ້​ຮັບ​ການ​ຍ້ອງຍໍ​ທີ່​ປະຕູ​ເມືອງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]