Skip to content
The Believer's Library

Biblica® Open Lao Contemporary Version

Proverbs 30 OLCV

Show OLCV only
Verse × ×
1 The words of Agur son of Jakeh—the oracle. The man declares: I am weary, O my Father; I am weary, O my Father, and worn out. ນີ້​ແມ່ນ​ຄຳສອນ​ຂອງ​ອາກູ​ລູກຊາຍ​ຂອງ​ຢາເກ ເປັນ​ຄຳເວົ້າ​ທີ່​ໄດ້​ຮັບ​ການ​ດົນໃຈ. ຊາຍ​ຄົນ​ນີ້​ທີ່​ເວົ້າ​ກັບ​ອິທີເອນ​ວ່າ: “ຂ້າແດ່​ພຣະເຈົ້າ, ຂ້ານ້ອຍ​ອ່ອນ​ແຮງ​ຫລາຍ ແຕ່​ຂ້ານ້ອຍ​ມີ​ໄຊຊະນະ​ໄດ້.
2 Surely I am too brutish to be a man; I do not have the understanding of a man. ແນ່ນອນ​ວ່າ ຂ້ານ້ອຍ​ເປັນ​ພຽງ​ສັດ​ໂຕ​ໜຶ່ງ, ບໍ່​ແມ່ນ​ມະນຸດ; ຂ້ານ້ອຍ​ຈຶ່ງ​ບໍ່​ມີ​ຄວາມ​ເຂົ້າໃຈ​ແບບ​ມະນຸດ.
3 I have not learned wisdom, nor do I have knowledge of the Holy One. ຂ້ານ້ອຍ​ບໍ່​ໄດ້​ຮຽນຮູ້​ເລື່ອງ​ປັນຍາ, ແລະ ບໍ່​ໄດ້​ຮູ້​ເຖິງ​ຄວາມ​ຮອບຮູ້​ຂອງ​ອົງ​ບໍລິສຸດ.
4 Who has ascended to heaven and come down? Who has gathered the wind in the hollow of his hands? Who has wrapped the waters in a garment? Who has established all the ends of the earth? What is his name, and what is his son's name? Surely you know! ຜູ້ໃດ​ໄດ້​ຂຶ້ນ​ໄປ​ສະຫວັນ ແລະ ລົງ​ມາ​ຈາກ​ສະຫວັນ? ຜູ້ໃດ​ແດ່​ຈັບ​ລົມ​ໄວ້​ໃນ​ມື? ຜູ້ໃດ​ແດ່​ຫໍ່​ນ້ຳ​ໄວ້​ໃນ​ເສື້ອຄຸມ​ໄດ້? ຜູ້ໃດ​ຕັ້ງ​ທີ່​ສຸດປາຍ​ຂອງ​ແຜ່ນດິນ​ໂລກ? ເພິ່ນ​ຊື່​ຫຍັງ? ແລະ ລູກ​ຂອງ​ເພິ່ນ​ຊື່​ຫຍັງ? ແນ່ນອນ​ວ່າ ເຈົ້າ​ຮູ້!
5 Every word of our Father proves true; he is a shield to those who take refuge in him. “ທຸກ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ບໍ່​ມີ​ຕໍາໜິ; ພຣະອົງ​ເປັນ​ໂລ່​ໃຫ້​ແກ່​ບັນດາ​ຜູ້​ທີ່​ລີ້ໄພ​ໃນ​ພຣະອົງ.
6 Do not add to his words, or he will rebuke you and prove you a liar. ຢ່າ​ຕື່ມ​ຫຍັງ​ໃສ່​ຖ້ອຍຄໍາ​ຂອງ​ພຣະອົງ, ບໍ່​ດັ່ງນັ້ນ ພຣະອົງ​ຈະ​ຕຳໜິ​ເຈົ້າ ແລະ ພິສູດ​ໃຫ້​ເຫັນ​ວ່າ​ເຈົ້າ​ເປັນ​ຄົນ​ຂີ້ຕົວະ.
7 Two things I ask of you; do not withhold them from me before I die: “ມີ​ສອງ​ຢ່າງ​ທີ່​ຂ້ານ້ອຍ​ຂໍ​ຈາກ​ພຣະເຈົ້າ​ຢາເວ; ຂໍ​ຢ່າ​ປະຕິເສດ​ກ່ອນ​ທີ່​ຂ້ານ້ອຍ​ຈະ​ຕາຍ​ໄປ​ຄື:
8 Keep falsehood and lies far from me; give me neither poverty nor riches; feed me only the bread that is my portion, ຂໍ​ໃຫ້​ການ​ຫລອກລວງ ແລະ ຄວາມ​ຕົວະ​ຫ່າງ​ໄກ​ຈາກ​ຂ້ານ້ອຍ; ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ທຸກຍາກ ຫລື ຮັ່ງມີ, ແຕ່​ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ຂ້ານ້ອຍ​ເທົ່ານັ້ນ.
9 for if I am full, I may deny you and say, "Who is God?" or if I am poor, I may steal and profane the name of my God. ບໍ່​ດັ່ງນັ້ນ, ຂ້ານ້ອຍ​ອາດ​ຈະ​ມີ​ຫລາຍ​ເກີນໄປ ແລ້ວ​ປະຕິເສດ​ພຣະອົງ ແລະ ເວົ້າ​ວ່າ, ‘ພຣະເຈົ້າ​ຢາເວ​ແມ່ນ​ຜູ້ໃດ?’ ຫລື ຂ້ານ້ອຍ​ອາດຈະ​ກາຍ​ເປັນ​ຄົນ​ທຸກຍາກ ແລ້ວ​ກາຍ​ເປັນ​ຄົນ​ຂີ້ລັກ, ແລະ​ເຮັດ​ໃຫ້​ນາມ​ຊື່​ຂອງ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເສື່ອມເສຍ.
10 Do not slander a servant to his master, or he will curse you and you will be found guilty. “ຢ່າ​ເວົ້າ​ໃສ່ຮ້າຍ​ຄົນ​ຮັບໃຊ້​ໃຫ້​ນາຍ​ຂອງ​ພວກເຂົາ​ຟັງ, ບໍ່ດັ່ງນັ້ນ ພວກເຂົາ​ຈະ​ສາບແຊ່ງ​ເຈົ້າ, ແລະ ເຈົ້າ​ຈະ​ຖືກ​ລົງໂທດ.
11 There is a generation that curses its father and does not bless its mother. “ມີ​ບາງ​ຄົນ​ສາບແຊ່ງ​ພໍ່​ຂອງ​ຕົນເອງ ແລະ ບໍ່​ອວຍພອນ​ແມ່​ຂອງ​ຕົນ;
12 There is a generation clean in its own eyes yet not washed of its filth. ບາງຄົນ​ຄິດ​ວ່າ​ຕົນ​ເອງ​ບໍລິສຸດ ແລະ ຍັງ​ບໍ່​ໄດ້​ຮັບ​ການ​ຊຳລະ​ລ້າງ​ມົນທິນ​ຂອງ​ຕົນ;
13 There is a generation—how proud its eyes, how scornful its glances! ຄົນເຫລົ່ານັ້ນ​ມີ​ຕາ​ທີ່​ອວດອົງ​ຈອງຫອງ​ຕະຫລອດ, ຄື​ຄົນ​ທີ່​ມີ​ສາຍຕາ​ມັກ​ໝິ່ນປະໝາດ​ຜູ້​ອື່ນ;
14 There is a generation whose teeth are swords, whose fangs are knives, to devour the poor from the earth and the needy from among mankind. ບາງຄົນ​ແຂ້ວ​ຄື​ກັນ​ກັບ​ດາບ ແລະ ບາງຄົນ​ປາກ​ຄົມ​ຄື​ກັນ​ກັບ​ມີດ ເພື່ອ​ກືນ​ກິນ​ຄົນ​ທຸກຍາກ​ໄປ​ຈາກ​ແຜ່ນດິນ​ໂລກ ແລະ ຄົນ​ຂັດສົນ​ອອກ​ຈາກ​ທ່າມກາງ​ມະນຸດ.
15 The leech has two daughters: "Give" and "Give." Three things are never satisfied; four never say, "Enough": “ໂຕປີງ​ມີ​ລູກສາວ​ສອງ​ຄົນ ພວກມັນ​ຮ້ອງ​ວ່າ ‘ເອົາມາ! ເອົາມາ!’ “ມີ​ສາມ​ສິ່ງ​ທີ່​ບໍ່​ເຄີຍ​ອີ່ມ​ຈັກ​ເທື່ອ, ມີ​ສີ່​ສິ່ງ​ທີ່​ບໍ່​ເຄີຍ​ເວົ້າ​ວ່າ ‘ພໍ​ແລ້ວ!’ ຄື:
16 The grave, the barren womb, the land never satisfied with water, and the fire that never says, "Enough." ຂຸມ​ຝັງສົບ ແລະ ມົດລູກ​ທີ່​ເປັນ​ໝັນ; ດິນແດນ​ບໍ່​ເຄີຍ​ອີ່ມ​ນ້ຳ, ແລະ ໄຟ, ທີ່​ບໍ່​ເຄີຍ​ເວົ້າ​ວ່າ ‘ພໍ​ແລ້ວ!’
17 The eye that mocks a father and scorns to obey a mother—the ravens of the valley will pluck it out, and the young vultures will eat it. “ຕາ​ທີ່​ເຢາະເຢີ້ຍ​ພໍ່, ດູໜິ່ນ​ແມ່​ທີ່​ເຖົ້າ​ແກ່, ຈະ​ຖືກ​ຝູງ​ກາ​ແຫ່ງ​ຮ່ອມພູ​ເຈາະ​ແກ່ນຕາ ແລະ ຈະ​ຖືກ​ຝູງ​ແຮ້ງ​ກັດ​ກິນ.
18 Three things are too wonderful for me; four I do not understand: “ມີ​ສາມ​ຢ່າງ​ທີ່​ເຮັດໃຫ້​ຂ້ອຍ​ອັດສະຈັນ​ໃຈ​ຫລາຍ​ທີ່​ສຸດ, ມີ​ສີ່​ຢ່າງ​ທີ່​ຂ້ອຍ​ບໍ່​ເຂົ້າໃຈ​ຄື:
19 the way of an eagle in the sky, the way of a serpent on a rock, the way of a ship in the heart of the sea, and the way of a man with a young woman. ການ​ບິນ​ຂອງ​ນົກອິນຊີ​ໃນ​ທ້ອງ​ຟ້າ, ການ​ເລືອ​ຄານ​ຂອງ​ງູ​ເທິງ​ກ້ອນຫີນ, ການ​ແລ່ນ​ຂອງ​ເຮືອ​ຢູ່​ໃນ​ທະເລ​ເລິກ, ແລະ ຄວາມ​ຮັກ​ຂອງ​ຜູ້ຊາຍ​ກັບ​ຜູ້ຍິງ.
20 This is the way of an adulteress: she eats and wipes her mouth and says, "I have done no wrong." “ນີ້​ແມ່ນ​ການ​ປະພຶດ​ຂອງ​ຍິງ​ຫລິ້ນ​ຊູ້: ນາງ​ກິນ​ແລ້ວ​ເຊັດ​ປາກ​ຂອງ​ຕົນ ແລະ ເວົ້າ​ວ່າ, ‘ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ’.
21 Under three things the earth trembles; under four it cannot bear up: “ມີ​ສາມ​ຢ່າງ​ທີ່​ເຮັດ​ໃຫ້​ແຜ່ນດິນ​ໂລກ​ສັ່ນສະທ້ານ, ມີ​ສີ່​ຢ່າງ​ທີ່​ແຜ່ນດິນ​ໂລກ​ຮັບ​ບໍ່​ໄດ້​ຄື:
22 a servant when he becomes king, and a fool when he is filled with food; ຄົນ​ຮັບໃຊ້​ທີ່​ກາຍ​ເປັນ​ກະສັດ, ຄົນ​ໂງ່ຈ້າ​ມີ​ອາຫານ​ກິນ​ຈົນ​ເຫລືອ​ເຟືອ,
23 an unloved woman when she finally marries, and a servant girl when she displaces her mistress. ຍິງ​ທີ່​ເປັນ​ຕາຊັງ​ໄດ້​ແຕ່ງງານ ສາວໃຊ້​ທີ່​ຂຶ້ນ​ມາ​ແທນ​ທີ່​ນາຍຍິງ​ຂອງ​ຕົນ.
24 Four things on earth are small, yet they are exceedingly wise: “ມີ​ສີ່​ຢ່າງ​ໃນ​ແຜ່ນດິນ​ໂລກ​ທີ່​ມີ​ຂະໜາດ​ນ້ອຍ, ແຕ່​ພວກມັນ​ສະຫລາດ​ທີ່​ສຸດ​ຄື:
25 the ants are a people not strong, yet they store up their food in the summer; ມົດ​ເປັນ​ສັດ​ທີ່​ມີ​ກຳລັງ​ນ້ອຍ, ແຕ່​ພວກມັນ​ສະສົມ​ອາຫານ​ໄວ້​ໃນ​ລະດູ​ຮ້ອນ;
26 the rock badgers are a people not mighty, yet they make their homes in the cliffs; ຕຸ່ນ​ເປັນ​ສັດ​ທີ່​ບໍ່​ແຂງແຮງ, ແຕ່​ພວກມັນ​ເຮັດ​ຮັງ​ເທິງ​ໂງ່ນຫີນ;
27 the locusts have no king, yet all of them advance in ranks; ຕັກແຕນ​ບໍ່​ມີ​ກະສັດ, ແຕ່​ພວກມັນ​ເຄື່ອນທີ່​ພ້ອມກັນ​ໄປ​ເປັນ​ແຖວ;
28 the lizard you can catch in your hands, yet it is found in kings' palaces. ຂີ້ກ້ຽມ​ເອົາ​ມື​ຈັບ​ກໍ​ໄດ້, ແຕ່​ມັນ​ກໍ​ມີ​ຫລາຍ​ໂຕ​ຢູ່​ໃນ​ວັງ​ຂອງ​ກະສັດ.
29 Three things are stately in their stride; four are stately in their walk: “ມີ​ສາມ​ສິ່ງ​ທີ່​ມີ​ຮູບຮ່າງ​ສະຫງ່າງາມ ມີ​ສີ່​ສິ່ງ​ທີ່​ເຄື່ອນ​ໄຫວ​ຢ່າງ​ສະຫງ່າງາມ​ຄື:
30 the lion, mightiest among beasts, which turns back before nothing; ສິງ, ເປັນ​ສັດ​ທີ່​ແຂງແຮງ​ກວ່າ​ໝູ່, ຄື​ຜູ້​ທີ່​ບໍ່​ຢ້ານ​ຫຍັງ​ເລີຍ;
31 the strutting rooster, the male goat, and a king whose army is with him. ໄກ່ໂອກ, ແບ້ເຖິກ​ທີ່​ຍ່າງ​ວາງ​ມາດ, ແລະ ກະສັດ​ທີ່​ມີ​ຄວາມ​ປອດໄພ​ຈາກ​ການ​ກະບົດ.
32 If you have been foolish, exalting yourself, or if you have schemed evil, put your hand over your mouth. “ຖ້າ​ເຈົ້າ​ເຮັດ​ຕົນ​ເປັນ​ຄົນ​ໂງ່​ຈ້າ ແລະ ຍ້ອງຍໍ​ຕົນເອງ, ຫລື ຖ້າ​ເຈົ້າ​ວາງແຜນ​ຊົ່ວ, ຈົ່ງ​ເອົາ​ມື​ປິດ​ປາກ​ຂອງ​ເຈົ້າ​ໄວ້!
33 For pressing milk produces curds, pressing the nose produces blood, and pressing anger produces strife. ເພາະ​ເມື່ອ​ກວນ​ນໍ້ານົມ​ກໍ​ໄດ້​ເນີຍ, ຫລື ເມື່ອ​ຊົກ​ດັງ​ເລືອດ​ກໍ​ຈະ​ອອກ​ມາ, ດັ່ງນັ້ນ, ການ​ຍົວະ​ໃຫ້​ໃຈຮ້າຍ​ກໍ​ເຮັດ​ໃຫ້​ຜິດຖຽງ​ກັນ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]