Skip to content
The Believer's Library

Biblica® Open Lao Contemporary Version

Proverbs 29 OLCV

Show OLCV only
Verse × ×
1 Whoever is often corrected yet refuses to listen will suddenly be broken beyond healing. ຜູ້​ທີ່​ຖືກ​ຕັກເຕືອນ​ຫລາຍ​ເທື່ອ​ແຕ່​ຍັງ​ດື້ດ້ານ ຈະ​ຖືກ​ທໍາລາຍ​ທັນທີ​ໂດຍ​ບໍ່​ມີ​ທາງ​ແກ້ໄຂ.
2 When the righteous flourish, the people rejoice, but when the wicked rule, the people groan. ເມື່ອ​ຄົນ​ຊອບທຳ​ປົກຄອງ, ປະຊາຊົນ​ກໍ​ຊື່ນຊົມຍິນດີ; ເມື່ອ​ຄົນ​ຊົ່ວຮ້າຍ​ຂຶ້ນ​ປົກຄອງ, ປະຊາຊົນ​ກໍ​ຮ້ອງ​ຄວນຄາງ.
3 A man who loves wisdom brings joy to his father, but a companion of prostitutes squanders his wealth. ລູກ​ທີ່​ຮັກ​ປັນຍາ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ມີ​ຄວາມ​ສຸກ, ແຕ່​ຄົນ​ທີ່​ຄົບ​ກັບ​ໂສເພນີ​ກໍ​ຜານ​ຊັບສົມບັດ​ຂອງ​ຕົນ.
4 By justice a king gives a land stability, but one who is greedy for bribes tears it down. ກະສັດ​ເຮັດໃຫ້​ປະເທດຊາດ​ໝັ້ນຄົງ​ດ້ວຍ​ຄວາມ​ຍຸຕິທຳ, ແຕ່​ກະສັດ​ທີ່​ໂລບ​ສິນບົນ ກໍ​ທຳລາຍ​ປະເທດ​ຊາດ​ໃຫ້​ຫລົ້ມຈົມ​ລົງ.
5 A man who flatters his neighbor spreads a net for his feet. ຜູ້​ທີ່​ປະຈົບ​ປະແຈງ​ເພື່ອນບ້ານ​ຂອງ​ຕົນ ກໍ​ຫ້າງ​ແຮ້ວ​ໃສ່​ຕີນ​ຂອງ​ຕົນເອງ.
6 An evil man is snared by his own sin, but the righteous sing and rejoice. ຄົນ​ເຮັດ​ຊົ່ວ​ກໍ​ຖືກ​ບ້ວງແຮ້ວ​ເພາະ​ບາບກຳ​ຂອງ​ຕົນ, ແຕ່​ຄົນ​ຊອບທຳ​ຮ້ອງໂຮ​ຢ່າງ​ມີ​ຄວາມ​ສຸກ ແລະ ດ້ວຍ​ຄວາມ​ດີໃຈ.
7 The righteous care about justice for the poor, but the wicked have no such understanding. ຄົນ​ຊອບທຳ​ກໍ​ເປັນ​ຫວງ​ນໍາ​ຄວາມ​ຍຸຕິທຳ​ເພື່ອ​ຄົນ​ທຸກຍາກ, ແຕ່​ຄົນ​ຊົ່ວຮ້າຍ​ບໍ່​ມີ​ຄວາມ​ກັງວົນ​ເລີຍ.
8 Mockers set a city ablaze, but the wise calm the anger. ຄົນ​ມັກ​ເຢາະເຍີ້ຍ​ເຮັດ​ໃຫ້​ບ້ານ​ເມືອງ​ວຸ້ນວາຍ, ແຕ່​ຄົນ​ມີ​ປັນຍາ​ເຮັດ​ໃຫ້​ຄວາມ​ໃຈຮ້າຍ​ສະຫງົບ​ລົງ.
9 When a wise man goes to court with a fool, the fool rages and scoffs, and there is no peace. ຖ້າ​ຄົນ​ມີ​ປັນຍາ​ໄປ​ຂຶ້ນ​ສານ​ກັບ​ຄົນ​ໂງ່ຈ້າ, ຄົນ​ໂງ່ຈ້າ​ກໍ​ສະແດງ​ຄວາມ​ໂມໂຫ, ເວົ້າ​ເຢາະເຢີ້ຍ ແລະ ບໍ່​ມີ​ຄວາມ​ສະຫງົບສຸກ.
10 The bloodthirsty hate the blameless and seek to kill the upright. ຄົນ​ກະຫາຍ​ເລືອດ​ກຽດຊັງ​ຄົນ​ສັດຊື່ ແລະ ຊອກ​ຫາ​ທາງ​ຂ້າ​ຜູ້​ທີ່​ທ່ຽງທຳ.
11 A fool vents all his anger, but a wise man holds it back and keeps himself calm. ຄົນ​ໂງ່ຈ້າ​ກໍ​ລະບາຍ​ຄວາມ​ໂມໂຫ​ຂອງ​ຕົນ, ແຕ່​ຄົນ​ມີ​ປັນຍາ​ນໍາ​ເອົາ​ຄວາມ​ສະຫງົບ​ມາ​ໃນ​ທີ່​ສຸດ.
12 If a ruler listens to lies, all his officials become wicked. ຖ້າ​ຜູ້ປົກຄອງ​ຟັງ​ຄວາມ​ຕົວະ, ຂ້າລາຊະການ​ທັງໝົດ​ຂອງ​ເພິ່ນ​ຈະ​ກາຍເປັນ​ຄົນ​ຊົ່ວຮ້າຍ​ໄປ​ນໍາ.
13 The poor man and the oppressor have this in common: our Father gives sight to the eyes of both. ຄົນ​ທຸກຍາກ ແລະ ຜູ້​ຂົ່ມເຫັງ​ກໍ​ມີ​ສິ່ງ​ໜຶ່ງ​ຄືກັນ​ຄື: ພຣະເຈົ້າ​ຢາເວ​ໃຫ້​ສາຍຕາ​ທີ່ເບິ່ງ​ເຫັນ​ແກ່​ພວກເຂົາ​ທັງສອງ.
14 If a king judges the poor with fairness, his throne will be established forever. ຖ້າ​ກະສັດ​ຕັດສິນ​ຄວາມ​ຄົນ​ທຸກຍາກ​ຢ່າງ​ຍຸຕິທໍາ, ບັນລັງ​ຂອງ​ເພິ່ນ​ກໍ​ຈະ​ໝັ້ນຄົງ​ຕະຫລອດໄປ.
15 The rod and a word of correction give wisdom, but a child left to himself brings shame to his mother. ໄມ້​ແສ້ ແລະ ຄຳ​ຕຳໜິ​ຕິຕຽນ​ເຮັດ​ໃຫ້​ເກີດ​ປັນຍາ, ແຕ່​ເດັກນ້ອຍ​ທີ່​ບໍ່​ມີ​ລະບຽບ​ວິໄນ​ເຮັດ​ໃຫ້​ແມ່​ຂອງ​ຕົນ​ອັບອາຍ​ຂາຍໜ້າ.
16 When the wicked flourish, wrongdoing flourishes, but the righteous will see the wicked's downfall. ເມື່ອ​ຄົນ​ຊົ່ວຮ້າຍ​ຈະເລີນ, ຄວາມ​ບາບ​ກໍ​ເພີ່ມ​ທະວີ​ຂຶ້ນ, ແຕ່​ຄົນ​ຊອບທຳ​ຈະ​ເຫັນ​ຄວາມ​ຫລົ້ມຈົມ​ຂອງ​ພວກເຂົາ.
17 Discipline your son, and he will give you peace; he will bring delight to your heart. ຈົ່ງ​ອົບຮົມ​ບົ່ມ​ສອນ​ລູກ​ຂອງ​ເຈົ້າ, ແລ້ວ​ພວກເຂົາ​ຈະ​ໃຫ້​ສັນຕິສຸກ​ແກ່​ເຈົ້າ; ພວກເຂົາ​ຈະ​ໃຫ້​ຄວາມ​ຍິນດີ​ຕາມ​ທີ່​ເຈົ້າ​ປາຖະໜາ.
18 Where there is no revelation, the people run wild, but blessed is the one who keeps the law. ບ່ອນ​ທີ່​ບໍ່​ມີ​ນິມິດ, ປະຊາຊົນ​ກໍ​ປະ​ຖິ້ມ​ການ​ຄວບຄຸມ​ອາລົມ; ແຕ່​ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ຍອມຮັບ​ຄຳສັ່ງສອນ​ແຫ່ງ​ປັນຍາ.
19 A servant cannot be corrected by words alone; though he understands, he will not obey. ຄົນ​ຮັບໃຊ້​ຈະ​ໄດ້​ຮັບ​ການ​ອົບຮົມ​ບົ່ມ​ສອນ​ດ້ວຍ​ຄຳເວົ້າ​ຢ່າງ​ດຽວ​ບໍ່​ໄດ້. ເຖິງແມ່ນວ່າ​ພວກເຂົາ​ເຂົ້າໃຈ, ແຕ່​ພວກເຂົາ​ຈະ​ບໍ່​ຍອມ​ເຮັດ​ຕາມ.
20 Do you see a man who is hasty with his words? There is more hope for a fool than for him. ເຈົ້າ​ເຫັນ​ຄົນ​ທີ່​ມັກ​ເວົ້າ​ແບບ​ບໍ່​ຄິດ​ບໍ? ຄົນ​ໂງ່ຈ້າ​ກໍ​ມີ​ຄວາມ​ຫວັງ​ຫລາຍກວ່າ​ພວກເຂົາ.
21 Pamper a servant from childhood, and in the end he will become like an heir. ການ​ເຮັດ​ຕາມ​ໃຈ​ຄົນ​ຮັບໃຊ້​ຕັ້ງແຕ່​ຍັງ​ນ້ອຍ, ລາວ​ຈະ​ກາຍ​ເປັນ​ຄົນ​ຈອງຫອງ.
22 An angry man stirs up strife, and a hot-tempered man commits many sins. ຄົນ​ທີ່​ໃຈຮ້າຍ​ງ່າຍ​ກໍ​ເຮັດ​ໃຫ້​ເກີດ​ການ​ຜິດຖຽງ​ກັນ, ແລະ ຄົນ​ໃຈ​ຮ້ອນ​ເຮັດ​ບາບ​ຢ່າງ​ຫລວງຫລາຍ.
23 A man's pride brings him low, but a humble spirit gains honor. ການ​ໂອ້ອວດ​ເຮັດ​ໃຫ້​ຄົນ​ຕົກຕ່ຳ​ລົງ, ແຕ່​ຜູ້​ທີ່​ມີ​ໃຈ​ຖ່ອມ​ຈະ​ໄດ້​ຮັບ​ກຽດ.
24 An accomplice of a thief is his own enemy; he hears the curse but says nothing. ການ​ສົມຮູ້​ຮ່ວມ​ຄິດ​ກັບ​ຄົນ​ຂີ້ລັກ​ກໍ​ເປັນ​ສັດຕູ​ຕໍ່​ຕົນເອງ; ພວກເຂົາ​ຕ້ອງ​ສາບານ ແຕ່​ບໍ່​ກ້າ​ເປັນ​ພະຍານ.
25 Fear of man lays a snare, but whoever trusts in our Father is kept safe. ຄວາມ​ຢ້ານ​ຂອງ​ຄົນ​ຈະ​ເປັນ​ການ​ຫ້າງ​ແຮ້ວ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ​ກໍ​ປອດໄພ.
26 Many seek a ruler's favor, but justice for a person comes from our Father. ຫລາຍ​ຄົນ​ເຂົ້າ​ຫາ​ຜູ້​ທີ່​ມີ​ອໍານາດ, ແຕ່​ຄົນ​ໄດ້​ຮັບ​ຄວາມ​ຍຸຕິທຳ​ມາ​ຈາກ​ພຣະເຈົ້າ​ຢາເວ.
27 An unjust man is detestable to the righteous, and an upright person is detestable to the wicked. ຄົນ​ຊອບທຳ​ກຽດຊັງ​ຄົນ​ບໍ່​ສັດຊື່; ແຕ່​ຄົນ​ຊົ່ວຮ້າຍ​ກຽດຊັງ​ຄົນ​ທ່ຽງທໍາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]