Skip to content
The Believer's Library

Biblica® Open Lao Contemporary Version

Proverbs 28 OLCV

Show OLCV only
Verse × ×
1 The wicked flee when no one pursues, but the righteous are as bold as a lion. ຄົນ​ຊົ່ວຮ້າຍ​ໜີ​ໄປ​ໂດຍ​ບໍ່​ມີ​ຜູ້ໃດ​ໄລ່​ຕາມ, ແຕ່​ຄົນ​ຊອບທຳ​ກ້າຫານ​ເໝືອນ​ດັ່ງ​ໂຕສິງ.
2 When a land rebels, it has many rulers, but with a man of understanding and knowledge, it stays stable. ເມື່ອ​ປະເທດ​ຊາດ​ເກີດ​ການ​ກະບົດ, ປະເທດ​ນັ້ນ​ກໍ​ຈະ​ມີ​ຜູ້ປົກຄອງ​ຫລາຍ​ຄົນ, ແຕ່​ຜູ້​ປົກຄອງ​ທີ່​ມີ​ຄວາມ​ສະຫລາດ​ຫລັກແຫລມ ແລະ ມີ​ຄວາມຮູ້​ຮັກສາ​ຄວາມ​ເປັນ​ລະບຽບ​ໄວ້​ໄດ້.
3 A poor man who oppresses the helpless is like a driving rain that leaves no food. ຜູ້ປົກຄອງ ທີ່​ກົດຂີ່​ຄົນ​ທຸກຍາກ ກໍ​ເປັນ​ເໝືອນ​ຝົນ​ຕົກ​ໜັກ​ທີ່​ທຳລາຍ​ຜົນລະປູກ.
4 Those who forsake the law praise the wicked, but those who keep the law strive against them. ຜູ້​ທີ່​ປະຖິ້ມ​ກົດບັນຍັດ​ກໍ​ຍົກຍ້ອງ​ຄົນ​ຊົ່ວຮ້າຍ, ແຕ່​ຜູ້ທີ່​ຮັກສາ​ກົດບັນຍັດ​ກໍ​ຕໍ່ຕ້ານ​ຄົນ​ຊົ່ວຮ້າຍ.
5 Evil people do not understand justice, but those who seek our Father understand it fully. ຄົນ​ທີ່​ເຮັດ​ຊົ່ວ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ຖືກຕ້ອງ, ແຕ່​ຜູ້​ທີ່​ສະແຫວງຫາ​ພຣະເຈົ້າ​ຢາເວ​ມີ​ຄວາມ​ເຂົ້າໃຈ​ຢ່າງ​ແທ້ຈິງ.
6 Better is a poor man who walks with integrity than a rich man crooked in his ways. ເປັນ​ຄົນ​ທຸກຍາກ​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕຳໜິ ກໍ​ດີ​ກວ່າ​ເປັນ​ຄົນ​ຮັ່ງມີ​ທີ່​ຢູ່​ໃນ​ທາງ​ຄົດ​ໂກງ.
7 Whoever keeps the law is a son with understanding, but a companion of gluttons shames his father. ລູກ​ທີ່​ສະຫລາດ​ກໍ​ປະຕິບັດ​ຕາມ​ຄຳສັ່ງສອນ, ແຕ່​ລູກ​ທີ່​ມີ​ໝູ່​ເປັນ​ຄົນ​ຂີ້ໂລບ​ກໍ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ອັບອາຍ​ຂາຍໜ້າ.
8 Whoever multiplies his wealth by interest and unjust gain gathers it for one who is generous to the poor. ຜູ້​ທີ່​ຮັ່ງມີ​ເພີ່ມ​ຂຶ້ນ​ດ້ວຍ​ດອກ​ເບ້ຍ ຫລື ຜົນກໍາໄລ​ຈາກ​ຄົນ​ທຸກຍາກ ກໍ​ສະສົມ​ໄວ້​ໃຫ້​ຄືນອື່ນ, ທີ່​ເມດຕາ​ຕໍ່​ຄົນ​ທຸກຍາກ.
9 If anyone refuses to listen to the law, even his prayer is detestable. ຜູ້​ທີ່​ປິດ​ຫູ​ບໍ່​ຍອມ​ຟັງ​ຄຳສັ່ງສອນ​ຂອງ​ພຣະເຈົ້າ, ແມ່ນ​ແຕ່​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ກໍ​ເປັນ​ທີ່​ກຽດຊັງ.
10 Whoever leads the upright astray down an evil path will fall into his own pit, but the blameless will inherit good things. ຜູ້​ທີ່​ນໍາ​ພາ​ຄົນ​ທ່ຽງທຳ​ໄປ​ໃນ​ທາງ​ຊົ່ວ ຈະ​ຕົກລົງ​ໄປ​ໃນ​ບ້ວງແຮ້ວ​ຂອງ​ຕົນ​ເອງ, ແຕ່​ຜູ້​ທີ່​ບໍ່​ມີ​ຕຳໜິ​ຈະ​ໄດ້​ຮັບ​ສິ່ງ​ດີ​ເປັນ​ມໍລະດົກ.
11 A rich man is wise in his own eyes, but a poor man with understanding sees right through him. ຄົນ​ຮັ່ງມີ​ມັກ​ຄິດ​ວ່າ​ຕົນ​ເປັນ​ຄົນ​ມີ​ປັນຍາ; ແຕ່​ຄົນ​ທຸກຈົນ ແລະ ຄົນ​ສະຫລາດ​ເຫັນ​ວ່າ​ພວກເຂົາ​ເປັນ​ຄົນ​ຫລອກລວງ​ຫລາຍ​ສໍ່າໃດ.
12 When the righteous triumph, there is great glory, but when the wicked rise, people go into hiding. ເມື່ອ​ຄົນ​ຊອບທຳ​ມີ​ໄຊຊະນະ, ກໍ​ປິຕິ​ຍິນດີ​ຢ່າງ​ຍິ່ງ; ແຕ່​ເມື່ອ​ຄົນ​ຊົ່ວຮ້າຍ​ຂຶ້ນ​ມີ​ອຳນາດ, ປະຊາຊົນ​ກໍ​ພາກັນ​ໄປ​ຫລົບລີ້.
13 Whoever conceals his sins will not prosper, but whoever confesses and turns from them will find mercy. ຜູ້​ທີ່​ປົກປິດ​ບາບ​ຂອງ​ຕົນ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ, ແຕ່​ຜູ້​ທີ່​ສາລະພາບ​ບາບ ແລະ ປະຖິ້ມ​ບາບ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ເມດຕາ.
14 Blessed is the one who always remains reverent, but whoever hardens his heart will fall into calamity. ຄວາມ​ສຸກ​ເປັນ​ຂອງ​ຜູ້ທີ່​ຢຳເກງ​ພຣະເຈົ້າ​ຢູ່​ສະເໝີ, ແຕ່​ຜູ້​ທີ່​ເຮັດ​ໃຈ​ແຂງ​ກະດ້າງ​ຈະ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ.
15 Like a roaring lion or a charging bear is a wicked ruler over a helpless people. ຜູ້​ປົກຄອງ​ຊົ່ວ​ປົກຄອງ​ຄົນ​ທຸກຍາກ ກໍ​ເໝືອນ​ດັ່ງ​ໂຕສິງ​ທີ່​ຮ້ອງ​ແຜດ​ສຽງ ຫລື ໝີ​ທີ່​ພ້ອມ​ໂດດ​ຄຸບ.
16 A ruler who lacks understanding is a cruel oppressor, but whoever hates unjust gain will prolong his days. ຜູ້ປົກຄອງ​ທີ່​ຂາດ​ຄວາມ​ເຂົ້າໃຈ​ກໍ​ຂູດຮີດ​ປະຊາຊົນ, ແຕ່​ຜູ້​ທີ່​ກຽດຊັງ​ຜົນປະໂຫຍດ​ທີ່​ໄດ້​ມາ​ໂດຍ​ບໍ່​ຖືກຕ້ອງ​ຈະ​ໄດ້​ປົກຄອງ​ຍາວນານ.
17 A man weighed down by the guilt of bloodshed will be a fugitive until death; let no one support him. ຜູ້ໃດ​ທຸກ​ທໍລະມານ​ຍ້ອນ​ຄວາມ​ຜິດ​ຈາກ​ການ​ຂ້າ​ຄົນ ຈະ​ຊອກຫາ​ບ່ອນ​ຫລົບ​ໄພ​ໃນ​ຂຸມ​ຝັງສົບ; ຢ່າ​ໃຫ້​ຜູ້​ໃດ​ຖ່ວງ​ພວກເຂົາ​ໄວ້.
18 Whoever walks in integrity will be kept safe, but whoever is crooked in his ways will suddenly fall. ຄົນ​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕຳໜິ​ຈະ​ໄດ້​ຮັບ​ຄວາມ​ປອດໄພ, ແຕ່​ຄົນ​ທີ່​ຢູ່​ໃນ​ທາງ​ຄົດ​ໂກງ​ຈະ​ຕົກລົງ​ໄປ​ໃນ​ຂຸມ​ເລິກ.
19 Whoever works his land will have plenty of bread, but whoever chases empty pursuits will have plenty of poverty. ຜູ້​ທີ່​ເຮັດວຽກ​ໄຖ​ດິນ​ຂອງ​ຕົນ​ຈະ​ມີ​ອາຫານ​ຢ່າງ​ອຸດົມ​ສົມບູນ, ແຕ່​ຄົນ​ທີ່​ມີ​ແຕ່​ໃຝ່ຝັນ​ກໍ​ຈະ​ມີ​ຄວາມ​ທຸກຍາກ.
20 A faithful man will abound with blessings, but whoever rushes to get rich will not go unpunished. ຄົນ​ສັດຊື່​ຈະ​ໄດ້​ຮັບ​ພຣະພອນ​ຢ່າງ​ລົ້ນເຫລືອ, ແຕ່​ຄົນ​ທີ່​ຢາກ​ຮັ່ງມີ​ທາງ​ລັດ​ກໍ​ຈະ​ໜີ​ບໍ່​ພົ້ນໂທດ.
21 Showing partiality is not good, yet for a piece of bread a man will do wrong. ຄວາມ​ລໍາອຽງ​ເປັນ​ສິ່ງ​ທີ່​ບໍ່​ດີ ແຕ່​ກໍ​ຍັງ​ມີ​ຄົນ​ເຮັດ​ຜິດ​ເພື່ອ​ແລກ​ກັບ​ເຂົ້າຈີ່​ປ່ຽງ​ດຽວ.
22 A stingy man rushes after wealth and does not know that poverty will overtake him. ຄົນ​ເຫັນ​ແກ່​ຕົວ​ກໍ​ຢາກ​ຮັ່ງມີ​ໄວ ແລະ ຄວາມ​ທຸກຍາກ​ລໍ​ຖ້າ​ພວກເຂົາ​ໂດຍ​ທີ່​ບໍ່​ຮູ້​ໂຕ.
23 Whoever rebukes a man will in the end find more favor than one who flatters with his tongue. ຜູ້​ທີ່​ຕິຕຽນ​ຄົນ​ແບບ​ເຊິ່ງ​ໜ້າ​ຈະ​ໄດ້​ຮັບ​ການ​ຊົມເຊີຍ​ໃນ​ບັ້ນປາຍ ຫລາຍ​ກວ່າ​ຜູ້​ທີ່​ເວົ້າ​ປະຈົບ​ປະແຈງ.
24 Whoever robs his father or mother and says, "It is no sin," is a companion to one who destroys. ລູກ​ທີ່​ປຸ້ນ​ພໍ່ ຫລື ແມ່​ຂອງ​ຕົນ ແລະ ເວົ້າ​ວ່າ, “ມັນ​ບໍ່​ຜິດ”, ກໍ​ເປັນ​ໝູ່ເພື່ອນ​ກັບ​ຄົນ​ຂີ້ລັກ.
25 A greedy man stirs up strife, but whoever trusts in our Father will be enriched. ຄົນ​ເຫັນແກ່ຕົວ​ກໍ​ເຮັດ​ໃຫ້​ເກີດ​ການ​ຜິດຖຽງກັນ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ​ຈະ​ຈະເລີນ​ຮຸ່ງເຮືອງ.
26 Whoever trusts in his own heart is a fool, but whoever walks in wisdom will be kept safe. ຜູ້​ທີ່​ໄວ້ວາງໃຈ​ໃນ​ຕົນເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ແຕ່​ຜູ້​ທີ່​ດຳເນີນ​ຕາມ​ຄົນ​ມີ​ປັນຍາ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ໃຫ້​ປອດໄພ.
27 Whoever gives to the poor will lack nothing, but whoever closes his eyes to them will receive many curses. ຜູ້​ທີ່​ເອົາ​ໃຫ້​ຄົນ​ທຸກຍາກ​ຈະ​ບໍ່​ຂັດສົນ, ແຕ່​ຜູ້​ທີ່​ເມີນເສີຍ​ຕໍ່​ພວກເຂົາ​ຈະ​ຖືກ​ສາບແຊ່ງ​ຢ່າງ​ຫລວງຫລາຍ.
28 When the wicked rise, people go into hiding, but when they perish, the righteous flourish. ເມື່ອ​ຄົນ​ຊົ່ວຮ້າຍ​ຂຶ້ນ​ມີ​ອຳນາດ, ປະຊາຊົນ​ກໍ​ພາກັນ​ໄປ​ຫລົບລີ້; ແຕ່​ເມື່ອ​ຄົນ​ຊົ່ວຮ້າຍ​ຈິບຫາຍ​ໄປ, ຄົນ​ຊອບທຳ​ກໍ​ຈະເລີນ​ຮຸ່ງເຮືອງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]