Skip to content
The Believer's Library

Biblica® Open Lao Contemporary Version

Proverbs 27 OLCV

Show OLCV only
Verse × ×
1 Do not boast about tomorrow, for you do not know what a day may bring. ຢ່າ​ອວດ​ເຖິງ​ເລື່ອງ​ຂອງ​ມື້ອື່ນ, ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ມື້​ໜຶ່ງ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ແດ່.
2 Let someone else praise you, and not your own mouth; a stranger, and not your own lips. ຈົ່ງ​ໃຫ້​ຄົນອື່ນ​ຍ້ອງຍໍ​ເຈົ້າ, ແລະ ຢ່າ​ຍ້ອງຍໍ​ຕົນເອງ; ຈົ່ງ​ໃຫ້​ຄົນ​ພາຍນອກ​ຍ້ອງຍໍ​ເຈົ້າ, ແລະ ບໍ່​ແມ່ນ​ດ້ວຍ​ຮິມສົບ​ຂອງ​ເຈົ້າ​ເອງ.
3 A stone is heavy and the sand a burden, but a fool's provocation is heavier than both. ຫີນ​ກໍ​ໜັກ ແລະ ດິນຊາຍ​ກໍ​ເປັນ​ພາລະ, ແຕ່​ການ​ຍົວຍົງ​ຂອງ​ຄົນ​ໂງ່ຈ້າ​ກໍ​ຍິ່ງ​ໜັກ​ກວ່າ​ຫີນ ແລະ ດິນຊາຍ.
4 Wrath is cruel and anger is overwhelming, but who can stand before jealousy? ຄວາມ​ໃຈຮ້າຍ​ແມ່ນ​ຄວາມ​ໂຫດຮ້າຍ ແລະ ຄວາມ​ໂມໂຫ​ນັ້ນ​ຖ້ວມລົ້ນ, ແຕ່​ຜູ້ໃດ​ຈະ​ອົດທົນ​ຕໍ່​ຄວາມ​ອິດສາ​ໄດ້?
5 Open rebuke is better than love that stays hidden. ການ​ຕໍາໜິ​ຢ່າງ​ເປີດ​ເຜີຍ ກໍ​ດີ​ກວ່າ​ເຊື່ອງ​ຄວາມ​ຮັກ​ໄວ້.
6 A friend's wounds are faithful, but an enemy's kisses are deceitful. ບາດແຜ​ທີ່​ມາ​ຈາກ​ໝູ່​ເພື່ອນ​ກໍ​ເຊື່ອຖືໄດ້, ແຕ່​ຈູບ​ຂອງ​ສັດຕູ​ຫລາຍ​ຄັ້ງ​ກໍ​ວາງໃຈ​ບໍ່​ໄດ້.
7 A well-fed person tramples honeycomb, but to the hungry even what is bitter tastes sweet. ຄົນ​ທີ່​ກິນ​ອີ່ມ​ແລ້ວ​ກໍ​ບໍ່​ສົນໃຈ​ນ້ຳເຜິ້ງ​ຈາກ​ຮັງ, ແຕ່​ຄົນ​ທີ່​ອຶດຫິວ​ແມ່ນ​ແຕ່​ສິ່ງ​ທີ່​ຂົມ​ກໍ​ມີ​ລົດ​ຫວານ​ໄດ້.
8 A man who strays from his home is like a bird that strays from its nest. ຄົນ​ທີ່​ໜີ​ອອກ​ຈາກ​ບ້ານ ກໍ​ເໝືອນ​ດັ່ງ​ນົກ​ທີ່​ໜີ​ອອກ​ໄປ​ຈາກ​ຮັງ.
9 Oil and incense gladden the heart, and the sweetness of a friend comes from heartfelt counsel. ນ້ຳ​ຫອມ ແລະ ເຄື່ອງ​ຫອມ​ນໍາ​ຄວາມ​ຍິນດີ​ມາ​ສູ່​ຈິດໃຈ, ແລະ ຄຳ​ແນະນຳ​ທີ່​ມາ​ຈາກ​ໃຈ​ຂອງ​ໝູ່ເພື່ອນ ກໍ​ເຮັດ​ໃຫ້​ເກີດ​ຄວາມ​ສຸກ.
10 Do not forsake your friend or your father's friend, and do not go to your brother's house when disaster strikes; better a neighbor nearby than a brother far off. ຢ່າ​ປະຖິ້ມ​ໝູ່ເພື່ອນ​ຂອງ​ເຈົ້າ ຫລື ໝູ່ເພື່ອນ​ຂອງ​ຄອບຄົວ​ເຈົ້າ, ແລະ ຢ່າ​ໄປ​ບ້ານ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ​ເມື່ອ​ເຈົ້າ​ພົບ​ຄວາມ​ຍາກ​ລຳບາກ, ຈົ່ງ​ໄປ​ຫາ​ເພື່ອນບ້ານ​ທີ່​ໃກ້ຄຽງ​ກໍ​ດີ​ກວ່າ​ຍາດຕິພີ່ນ້ອງ​ທີ່​ຢູ່​ຫ່າງໄກ.
11 Be wise, my son, and make my heart glad, so that I can answer anyone who taunts me. ລູກ​ເອີຍ, ຈົ່ງ​ເປັນ​ຄົນ​ມີ​ປັນຍາ, ແລະ ນໍາ​ຄວາມ​ສຸກ​ມາ​ໃຫ້​ພໍ່; ເພື່ອ​ພໍ່​ຈະ​ຕອບ​ຄົນ​ທີ່​ໝິ່ນປະໝາດ​ພໍ່​ໄດ້.
12 The prudent sees danger and takes cover, but the simple keep going and pay the price. ຄົນ​ສະຫລາດ​ເຫັນ​ໄພ​ອັນຕະລາຍ ແລະ ເຂົ້າ​ໄປ​ລີ້ໄພ, ແຕ່​ຜູ້​ທີ່​ບໍ່ຮູ້ຈັກຄິດ​ກໍ​ຍ່າງ​ຕໍ່ໄປ ແລະ ໄດ້​ຮັບ​ໂທດ.
13 Take the garment of one who puts up security for a stranger; hold it as collateral when he does so for a foreign woman. ຈົ່ງ​ຢຶດ​ເຄື່ອງນຸ່ງ​ຂອງ​ຜູ້​ທີ່​ຄ້ຳປະກັນ​ໃຫ້​ແກ່​ຄົນແປກໜ້າ; ຈົ່ງ​ຢຶດ​ໄວ້​ເປັນ​ເຄື່ອງ​ມັດຈໍາ​ຖ້າ​ເຮັດ​ການ​ຄ້ຳປະກັນ​ໃຫ້​ຄົນ​ພາຍນອກ.
14 Whoever blesses his neighbor with a loud voice early in the morning, it will be taken as a curse. ຖ້າ​ຜູ້​ໃດ​ອວຍພອນ​ເພື່ອນບ້ານ​ດ້ວຍ​ສຽງ​ດັງ​ແຕ່​ເຊົ້າ​ມືດ, ຄໍາ​ອວຍພອນ​ນັ້ນ​ຈະ​ຖື​ວ່າ​ເປັນ​ຄຳ​ສາບແຊ່ງ.
15 A quarrelsome wife is like a constant dripping on a rainy day. ເມຍ​ທີ່​ມັກ​ຜີດຖຽງ​ກັນ​ກໍ​ເໝືອນ​ຫລັງຄາ​ຮົ່ວ ທີ່​ມີ​ນ້ຳຝົນ​ຍ້ອຍ​ໃນ​ເວລາ​ເກີດ​ພະຍຸ​ຝົນ;
16 Restraining her is like restraining the wind, or grasping oil with the right hand. ການ​ຫ້າມ​ນາງ​ກໍ​ເໝືອນ​ການ​ໄປ​ຫ້າມ​ລົມ ຫລື ການ​ໃຊ້​ມື​ກໍາ​ນ້ຳມັນ.
17 Iron sharpens iron, and one person sharpens another. ເຫລັກ​ຝົນ​ເຫລັກ​ໃຫ້​ຄົມ​ໄດ້​ສັນໃດ, ຄົນ​ເຮົາ​ກໍ​ຝົນ​ກັນ ແລະ ກັນ​ໃຫ້​ຫລັກແຫລມ​ໄດ້​ສັນນັ້ນ.
18 Whoever tends a fig tree will eat its fruit, and whoever guards his master will be honored. ຜູ້​ທີ່​ບົວລະບັດ​ຕົ້ນ​ໝາກເດື່ອ​ຈະ​ໄດ້​ກິນ​ໝາກ​ຂອງ​ມັນ, ແລະ ຜູ້​ທີ່​ປົກປ້ອງ​ນາຍ​ຂອງ​ຕົນ​ຈະ​ໄດ້​ຮັບ​ກຽດ.
19 As water reflects the face, so the heart reflects the person. ນ້ຳ​ສະທ້ອນ​ໃຫ້​ເຫັນ​ໜ້າ​ສັນໃດ, ຊີວິດ​ຂອງ​ຄົນ​ກໍ​ສະທ້ອນ​ໃຫ້​ເຫັນ​ຈິດໃຈ​ສັນນັ້ນ.
20 The grave and Destruction are never satisfied, and a person's eyes are never satisfied. ຄວາມ​ຕາຍ ແລະ ຄວາມ​ຈິບຫາຍ​ບໍ່​ເຄີຍ​ອີ່ມ​ສັນໃດ, ຕາ​ຂອງ​ມະນຸດ​ກໍ​ບໍ່​ຮູ້​ຈັກ​ອີ່ມ​ສັ້ນນັ້ນ.
21 The crucible is for silver and the furnace for gold, and a person is tested by the praise he receives. ເງິນ​ຖືກ​ທົດສອບ​ດ້ວຍ​ເບົ້າ​ຫລອມ ແລະ ຄໍາ​ຖືກ​ທົດສອບ​ດ້ວຍ​ເຕົາໄຟ​ສັນໃດ, ຄຳ​ຍ້ອງຍໍ​ຊົມເຊີຍ​ກໍ​ມີ​ໄວ້​ພິສູດ​ຄົນ​ສັນນັ້ນ.
22 Though you grind a fool in a mortar with a pestle, along with the grain, his foolishness will not leave him. ເຖິງ​ແມ່ນ​ເຈົ້າ​ເອົາ​ຄົນ​ໂງ່ຈ້າ​ໃສ່​ຄົກ​ຕຳ, ຕໍາ​ພວກເຂົາ​ເໝືອນ​ດັ່ງ​ເມັດເຂົ້າ​ທີ່​ຕໍາ​ດ້ວຍ​ຄົກມອງ, ເຈົ້າ​ກໍ​ບໍ່​ສາມາດ​ກຳຈັດ​ຄວາມ​ໂງ່​ຂອງ​ພວກເຂົາ​ອອກ​ໄປ​ໄດ້.
23 Know well the condition of your flocks, and give careful attention to your herds. ຈົ່ງ​ແນ່ໃຈ​ວ່າ​ເຈົ້າ​ຮູ້​ຄວາມ​ເປັນ​ຢູ່​ຂອງ​ຝູງ​ແກະ​ຂອງ​ເຈົ້າ​ເປັນ​ຢ່າງ​ດີ, ຈົ່ງ​ເອົາໃຈໃສ່​ຝູງງົວ​ຂອງ​ເຈົ້າ;
24 For riches do not last forever, nor does a crown endure to every generation. ເພາະ​ຄວາມ​ຮັ່ງມີ​ບໍ່​ຢືນຍົງ​ຕະຫລອດໄປ, ແລະ ມົງກຸດ​ກໍ​ບໍ່​ໄດ້​ໝັ້ນຄົງ​ທຸກ​ຊົ່ວ​ອາຍຸ​ຄົນ.
25 When the grass is gone and the new growth appears and the mountain herbs are gathered, ເມື່ອ​ຕັດ​ຫຍ້າ​ແຫ້ງ​ອອກ​ໄປ ແລະ ຫຍ້າ​ໃໝ່​ກໍ​ປົ່ງ​ຂຶ້ນ​ມາ, ແລະ ຫຍ້າ​ຈາກ​ເນີນພູ​ກໍ​ຖືກ​ເກັບກ່ຽວ​ໄວ້,
26 the lambs will provide your clothing, and the goats will provide the price of a field; ແກະ​ຈະ​ໃຫ້​ເສື້ອຜ້າ​ແກ່​ເຈົ້າ, ແລະ ແບ້​ຈະ​ໃຫ້​ຄ່າ​ທົ່ງນາ.
27 and there will be enough goats' milk for your food, for the food of your household and to sustain your servant girls. ເຈົ້າ​ຈະ​ມີ​ນໍ້ານົມ​ແບ້​ຢ່າງ​ອຸດົມ​ສົມບູນ​ເພື່ອ​ລ້ຽງ​ຄອບຄົວ​ຂອງ​ເຈົ້າ ແລະ ລ້ຽງດູ​ບັນດາ​ຄົນຮັບໃຊ້​ຍິງ​ຂອງ​ເຈົ້າ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]