1ຄົນຊົ່ວຮ້າຍໜີໄປໂດຍບໍ່ມີຜູ້ໃດໄລ່ຕາມ,ແຕ່ຄົນຊອບທຳກ້າຫານເໝືອນດັ່ງໂຕສິງ.
2ເມື່ອປະເທດຊາດເກີດການກະບົດ, ປະເທດນັ້ນກໍຈະມີຜູ້ປົກຄອງຫລາຍຄົນ,ແຕ່ຜູ້ປົກຄອງທີ່ມີຄວາມສະຫລາດຫລັກແຫລມ ແລະ ມີຄວາມຮູ້ຮັກສາຄວາມເປັນລະບຽບໄວ້ໄດ້.
3ຜູ້ປົກຄອງ ທີ່ກົດຂີ່ຄົນທຸກຍາກກໍເປັນເໝືອນຝົນຕົກໜັກທີ່ທຳລາຍຜົນລະປູກ.
4ຜູ້ທີ່ປະຖິ້ມກົດບັນຍັດກໍຍົກຍ້ອງຄົນຊົ່ວຮ້າຍ,ແຕ່ຜູ້ທີ່ຮັກສາກົດບັນຍັດກໍຕໍ່ຕ້ານຄົນຊົ່ວຮ້າຍ.
5ຄົນທີ່ເຮັດຊົ່ວບໍ່ເຂົ້າໃຈສິ່ງທີ່ຖືກຕ້ອງ,ແຕ່ຜູ້ທີ່ສະແຫວງຫາພຣະເຈົ້າຢາເວມີຄວາມເຂົ້າໃຈຢ່າງແທ້ຈິງ.
6ເປັນຄົນທຸກຍາກທີ່ດຳເນີນຊີວິດຢ່າງບໍ່ມີຕຳໜິກໍດີກວ່າເປັນຄົນຮັ່ງມີທີ່ຢູ່ໃນທາງຄົດໂກງ.
7ລູກທີ່ສະຫລາດກໍປະຕິບັດຕາມຄຳສັ່ງສອນ,ແຕ່ລູກທີ່ມີໝູ່ເປັນຄົນຂີ້ໂລບກໍເຮັດໃຫ້ພໍ່ຂອງຕົນອັບອາຍຂາຍໜ້າ.
8ຜູ້ທີ່ຮັ່ງມີເພີ່ມຂຶ້ນດ້ວຍດອກເບ້ຍ ຫລື ຜົນກໍາໄລຈາກຄົນທຸກຍາກກໍສະສົມໄວ້ໃຫ້ຄືນອື່ນ, ທີ່ເມດຕາຕໍ່ຄົນທຸກຍາກ.
9ຜູ້ທີ່ປິດຫູບໍ່ຍອມຟັງຄຳສັ່ງສອນຂອງພຣະເຈົ້າ,ແມ່ນແຕ່ຄຳພາວັນນາອະທິຖານຂອງພວກເຂົາກໍເປັນທີ່ກຽດຊັງ.
10ຜູ້ທີ່ນໍາພາຄົນທ່ຽງທຳໄປໃນທາງຊົ່ວຈະຕົກລົງໄປໃນບ້ວງແຮ້ວຂອງຕົນເອງ,ແຕ່ຜູ້ທີ່ບໍ່ມີຕຳໜິຈະໄດ້ຮັບສິ່ງດີເປັນມໍລະດົກ.
11ຄົນຮັ່ງມີມັກຄິດວ່າຕົນເປັນຄົນມີປັນຍາ;ແຕ່ຄົນທຸກຈົນ ແລະ ຄົນສະຫລາດເຫັນວ່າພວກເຂົາເປັນຄົນຫລອກລວງຫລາຍສໍ່າໃດ.
12ເມື່ອຄົນຊອບທຳມີໄຊຊະນະ, ກໍປິຕິຍິນດີຢ່າງຍິ່ງ;ແຕ່ເມື່ອຄົນຊົ່ວຮ້າຍຂຶ້ນມີອຳນາດ, ປະຊາຊົນກໍພາກັນໄປຫລົບລີ້.
13ຜູ້ທີ່ປົກປິດບາບຂອງຕົນຈະບໍ່ຈະເລີນຮຸ່ງເຮືອງ,ແຕ່ຜູ້ທີ່ສາລະພາບບາບ ແລະ ປະຖິ້ມບາບນັ້ນຈະໄດ້ຮັບຄວາມເມດຕາ.
14ຄວາມສຸກເປັນຂອງຜູ້ທີ່ຢຳເກງພຣະເຈົ້າຢູ່ສະເໝີ,ແຕ່ຜູ້ທີ່ເຮັດໃຈແຂງກະດ້າງຈະຕົກຢູ່ໃນຄວາມເດືອດຮ້ອນ.
15ຜູ້ປົກຄອງຊົ່ວປົກຄອງຄົນທຸກຍາກກໍເໝືອນດັ່ງໂຕສິງທີ່ຮ້ອງແຜດສຽງ ຫລື ໝີທີ່ພ້ອມໂດດຄຸບ.
16ຜູ້ປົກຄອງທີ່ຂາດຄວາມເຂົ້າໃຈກໍຂູດຮີດປະຊາຊົນ,ແຕ່ຜູ້ທີ່ກຽດຊັງຜົນປະໂຫຍດທີ່ໄດ້ມາໂດຍບໍ່ຖືກຕ້ອງຈະໄດ້ປົກຄອງຍາວນານ.
17ຜູ້ໃດທຸກທໍລະມານຍ້ອນຄວາມຜິດຈາກການຂ້າຄົນຈະຊອກຫາບ່ອນຫລົບໄພໃນຂຸມຝັງສົບ;ຢ່າໃຫ້ຜູ້ໃດຖ່ວງພວກເຂົາໄວ້.
18ຄົນທີ່ດຳເນີນຊີວິດຢ່າງບໍ່ມີຕຳໜິຈະໄດ້ຮັບຄວາມປອດໄພ,ແຕ່ຄົນທີ່ຢູ່ໃນທາງຄົດໂກງຈະຕົກລົງໄປໃນຂຸມເລິກ.
19ຜູ້ທີ່ເຮັດວຽກໄຖດິນຂອງຕົນຈະມີອາຫານຢ່າງອຸດົມສົມບູນ,ແຕ່ຄົນທີ່ມີແຕ່ໃຝ່ຝັນກໍຈະມີຄວາມທຸກຍາກ.
20ຄົນສັດຊື່ຈະໄດ້ຮັບພຣະພອນຢ່າງລົ້ນເຫລືອ,ແຕ່ຄົນທີ່ຢາກຮັ່ງມີທາງລັດກໍຈະໜີບໍ່ພົ້ນໂທດ.
21ຄວາມລໍາອຽງເປັນສິ່ງທີ່ບໍ່ດີແຕ່ກໍຍັງມີຄົນເຮັດຜິດເພື່ອແລກກັບເຂົ້າຈີ່ປ່ຽງດຽວ.
22ຄົນເຫັນແກ່ຕົວກໍຢາກຮັ່ງມີໄວແລະ ຄວາມທຸກຍາກລໍຖ້າພວກເຂົາໂດຍທີ່ບໍ່ຮູ້ໂຕ.
23ຜູ້ທີ່ຕິຕຽນຄົນແບບເຊິ່ງໜ້າຈະໄດ້ຮັບການຊົມເຊີຍໃນບັ້ນປາຍຫລາຍກວ່າຜູ້ທີ່ເວົ້າປະຈົບປະແຈງ.
24ລູກທີ່ປຸ້ນພໍ່ ຫລື ແມ່ຂອງຕົນແລະ ເວົ້າວ່າ, “ມັນບໍ່ຜິດ”,ກໍເປັນໝູ່ເພື່ອນກັບຄົນຂີ້ລັກ.
25ຄົນເຫັນແກ່ຕົວກໍເຮັດໃຫ້ເກີດການຜິດຖຽງກັນ,ແຕ່ຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວຈະຈະເລີນຮຸ່ງເຮືອງ.
26ຜູ້ທີ່ໄວ້ວາງໃຈໃນຕົນເອງກໍເປັນຄົນໂງ່ຈ້າ,ແຕ່ຜູ້ທີ່ດຳເນີນຕາມຄົນມີປັນຍາຈະໄດ້ຮັບການປົກປ້ອງໃຫ້ປອດໄພ.
27ຜູ້ທີ່ເອົາໃຫ້ຄົນທຸກຍາກຈະບໍ່ຂັດສົນ,ແຕ່ຜູ້ທີ່ເມີນເສີຍຕໍ່ພວກເຂົາຈະຖືກສາບແຊ່ງຢ່າງຫລວງຫລາຍ.
28ເມື່ອຄົນຊົ່ວຮ້າຍຂຶ້ນມີອຳນາດ, ປະຊາຊົນກໍພາກັນໄປຫລົບລີ້;ແຕ່ເມື່ອຄົນຊົ່ວຮ້າຍຈິບຫາຍໄປ, ຄົນຊອບທຳກໍຈະເລີນຮຸ່ງເຮືອງ.