Side by side with the Father's Heart Bible™ 1“ຈິດວິນຍານຂອງຂ້ອຍແຕກສະຫລາຍ,ວັນເວລາຂອງຂ້ອຍກໍສັ້ນເຂົ້າ,ຂຸມຝັງສົບລໍຖ້າຂ້ອຍຢູ່.
2ແນ່ນອນ ພວກຄົນທີ່ມັກເຢາະເຢີ້ຍກໍຢູ່ອ້ອມຂ້າງຂ້ອຍ;ຕາຂອງຂ້ອຍຈ້ອງເບິ່ງຄວາມອາຄາດຂອງພວກເຂົາ.
3“ຂ້າແດ່ພຣະເຈົ້າ, ໂຜດໃຫ້ຂ້ານ້ອຍຕາມຄຳປະຕິຍານທີ່ພຣະອົງໄດ້ໃຫ້ໄວ້.ຜູ້ໃດຈະໃຫ້ຄວາມປອດໄພແກ່ຂ້ານ້ອຍ?
4ພຣະອົງໄດ້ປິດຄວາມຄິດຂອງພວກເຂົາໄວ້ຈາກຄວາມເຂົ້າໃຈ;ເຫດສະນັ້ນ ພຣະອົງຈະບໍ່ປ່ອຍໃຫ້ພວກເຂົາມີໄຊຊະນະ.
5ຖ້າຄົນໃດກ່າວຫາໝູ່ເພື່ອນຂອງຕົນເພາະເຫັນແກ່ຄ່າຈ້າງ,ຕາຂອງລູກຫລານຂອງພວກເຂົາຈະມືດມົວໄປ.
6“ພຣະເຈົ້າເຮັດໃຫ້ຂ້ອຍເປັນທີ່ຢຽດຢາມຂອງທຸກຄົນ,ຄົນໜຶ່ງທີ່ຖົ່ມນ້ຳລາຍໃສ່ໜ້າຂ້ອຍ.
7ຕາຂອງຂ້ອຍໄດ້ມືດມົວໄປດ້ວຍຄວາມໂສກເສົ້າ;ທຸກສ່ວນໃນຮ່າງກາຍຂອງຂ້ອຍເປັນພຽງເງົາ.
8ຄົນທ່ຽງທຳກໍຕົກໃຈໃນເລື່ອງນີ້;ຜູ້ບໍລິສຸດຖືກປຸກຂຶ້ນໃຫ້ຕໍ່ຕ້ານຄົນບໍ່ນັບຖືພຣະເຈົ້າ.
9ເຖິງຢ່າງໃດກໍຕາມ, ຄົນຊອບທຳຈະຢຶດໝັ້ນຢູ່ໃນວິຖີທາງຂອງຕົນ,ແລະ ຜູ້ທີ່ມືສະອາດຈະເຂັ້ມແຂງຂຶ້ນ.
10“ພວກເຈົ້າທຸກຄົນ, ຈົ່ງມາລອງເບິ່ງອີກ!ຂ້ອຍບໍ່ພົບຄົນມີປັນຍາແມ່ນແຕ່ຄົນດຽວຢູ່ໃນທ່າມກາງພວກເຈົ້າ.
11ວັນເວລາຂອງຂ້ອຍໄດ້ຜ່ານພົ້ນໄປ, ແຜນການຕ່າງໆຂອງຂ້ອຍພັງທະລາຍໝົດ.ຄວາມປາຖະໜາໃນຈິດໃຈຂອງຂ້ອຍກໍສູນສິ້ນໄປ
12ພວກເຂົາປ່ຽນກາງຄືນເປັນກາງເວັນ;ແລະ ໃນຄວາມມືດ ພວກເຂົາເວົ້າວ່າ ‘ຄວາມສະຫວ່າງມາໃກ້ແລ້ວ’.
13ຖ້າມີບ້ານຫລັງດຽວທີ່ຂ້ອຍຫວັງກໍເປັນຂຸມຝັງສົບ,ຖ້າຂ້ອຍກາງບ່ອນນອນຂອງຂ້ອຍຢູ່ໃນຄວາມມືດ,
14ຖ້າຂ້ອຍເອີ້ນຄວາມເນົ່າເປື່ອຍວ່າ ‘ເຈົ້າເປັນພໍ່ຂອງຂ້ອຍ’,ແລະ ເອີ້ນໜອນວ່າ ‘ແມ່ຂອງຂ້ອຍ’ ຫລື ‘ເອື້ອຍຂອງຂ້ອຍ’,
15ເມື່ອນັ້ນຄວາມຫວັງຂອງຂ້ອຍຢູ່ໃສ?ມີຜູ້ໃດແດ່ທີ່ເບິ່ງເຫັນຄວາມຫວັງສໍາລັບຂ້ອຍ?
16ມັນຈະລົງສູ່ປະຕູແຫ່ງຄວາມຕາຍບໍ?ພວກເຮົາຈະລົງໄປໃນຂີ້ຝຸ່ນດິນນໍາກັນບໍ?”