Side by side with the Father's Heart Bible™ ບິນດາດ
1ແລ້ວບິນດາດຊາວຊູອາໄດ້ຕອບວ່າ:
2“ເມື່ອໃດເຈົ້າຈະເຊົາເວົ້າແບບນີ້?ຈົ່ງມີເຫດຜົນແດ່, ເພື່ອພວກເຮົາຈະສາມາດລົມກັນໄດ້.
3ເປັນຫຍັງພວກເຮົາເປັນຖືວ່າຕົນເປັນດັ່ງງົວແລະ ເປັນດັ່ງຄົນໂງ່ໃນສາຍຕາຂອງເຈົ້າ?
4ເຈົ້າເອງທີ່ຈີກຕົນເອງອອກເປັນຕ່ອນໆດ້ວຍຄວາມໃຈຮ້າຍຂອງຕົນເອງ,ແຜ່ນດິນໂລກຖືກປະຖິ້ມເພື່ອເຫັນແກ່ເຈົ້າບໍ?ຫລື ຕ້ອງໃຫ້ກ້ອນຫີນເຄື່ອນຍ້າຍອອກໄປຈາກບ່ອນຂອງມັນບໍ?
5“ຕະກຽງຂອງຄົນຊົ່ວຮ້າຍຈະຖືກມອດ;ແປວໄຟຂອງລາວຈະເຊົາລຸກໄໝ້.
6ແສງສະຫວ່າງໃນເຕັນຂອງລາວກໍຈະມືດ;ຕະກຽງຢູ່ທາງຂ້າງລາວກໍດັບໄປ.
7ບາດກ້າວທີ່ໜັກແໜ້ນຂອງລາວກໍອ່ອນລົງ;ແຜນການຂອງລາວເອງເຮັດໃຫ້ລາວລົ້ມລົງ.
8ຕີນຂອງລາວຍູ້ລາວເຂົ້າໄປໃສ່ຕາໜ່າງ;ລາວພະເນຈອນໄປຕິດກັບດັກ.
9ກັບດັກຈະງັບສົ້ນຕີນຂອງລາວໄວ້;ບ້ວງແຮ້ວຮັດລາວໄວ້ແໜ້ນໆ.
10ບ້ວງແຮ້ວໄດ້ຖືກຫ້າງໄວ້ດັກຈັບລາວຢູ່ເທິງພື້ນດິນ;ມີກັບດັກທີ່ວາງໄວ້ຕາມທາງຂອງລາວ.
11ຄວາມຢ້ານກົວໂຈມຕີລາວຢູ່ທຸກດ້ານແລະ ຄອຍຖ້າທຳຮ້າຍທຸກບາດກ້າວຂອງລາວ.
12ຄວາມພິນາດຈ້ອງຈະທໍາຮ້າຍລາວ;ໄພພິບັດກໍຕຽມພ້ອມແລ້ວສໍາລັບລາວເມື່ອລາວລົ້ມລົງ.
13ມັນກັດກິນຜິວໜັງບາງສ່ວນຂອງລາວ;ຄວາມຕາຍເລີ່ມທໍາລາຍແຂນຂາຂອງລາວ.
14ລາວຖືກລາກອອກມາຈາກເຕັນ ບ່ອນທີ່ປອດໄພຂອງລາວແລະ ຖືກນໍາໄປຫາກະສັດແຫ່ງຄວາມຢ້ານກົວ.
15ໄຟຢູ່ໃນເຕັນຂອງລາວ;ລຸກໄໝ້ໄຟກະຈາຍໄປທົ່ວບ່ອນທີ່ລາວພັກຢູ່.
16ຮາກຂອງລາວຢູ່ດ້ານລຸ່ມກໍຫ່ຽວແຫ້ງໄປແລະ ກິ່ງກ້ານຂອງລາວຢູ່ດ້ານເທິງກໍແຫ້ງ.
17ອະນຸສອນຂອງລາວພິນາດຈິບຫາຍໄປຈາກແຜ່ນດິນໂລກ;ລາວບໍ່ມີຊື່ຢູ່ເທິງແຜ່ນດິນ.
18ລາວຖືກຂັບໄລ່ອອກຈາກຄວາມສະຫວ່າງໄປສູ່ຄວາມມືດມົນແລະ ຖືກຂັບໄລ່ອອກໄປຈາກໂລກ.
19ລາວບໍ່ມີລູກຫລານ ຫລື ເຊື້ອສາຍທ່າມກາງປະຊາຊົນຂອງລາວ,ແລະ ບໍ່ມີຜູ້ໃດລອດຊີວິດໃນດິນແດນທີ່ລາວອາໄສຢູ່.
20ປະຊາຊົນຢູ່ທາງທິດຕາເວັນຕົກກໍຕົກຕະລຶງໃນຊະຕາກຳຂອງລາວ;ຄົນຢູ່ທາງທິດຕາເວັນອອກກໍຕົກໃຈຢ້ານ.
21ແມ່ນແລ້ວ ສິ່ງເຫລົ່ານີ້ເກີດຂຶ້ນຢູ່ໃນບ່ອນທີ່ຄົນຊົ່ວອາໄສຢູ່;ນີ້ຄືສິ່ງທີ່ເກີດຂຶ້ນໃນບ່ອນຂອງຄົນທີ່ບໍ່ຮູ້ຈັກພຣະເຈົ້າ”.