Skip to content
The Believer's Library

Biblica® Open Lao Contemporary Version

Isaiah 56 OLCV

Side by side with the Father's Heart Bible™

ຄວາມພົ້ນ​ສຳລັບ​ຄົນ​ອື່ນໆ

1ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນີ້​ວ່າ:“ຈົ່ງ​ຮັກສາ​ຄວາມ​ຍຸຕິທຳແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ,ເພາະ​ຄວາມພົ້ນ​ຂອງ​ເຮົາ​ໃກ້​ເຂົ້າ​ມາ​ແລ້ວແລະ ຄວາມ​ຊອບທຳ​ຂອງ​ເຮົາ​ຈະ​ຖືກ​ເປີດເຜີຍ​ໄວໆ​ນີ້.

2ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ເຮັດ​ແບບ​ນີ້ຄື​ບຸກຄົນ​ທີ່​ຢຶດຖື​ໄວ້​ຢ່າງ​ໝັ້ນຄົງ,ຜູ້​ຖື​ຮັກສາ​ວັນຊະບາໂຕ​ໂດຍ​ບໍ່​ໝິ່ນປະໝາດ,ແລະ ຮັກສາ​ມື​ຂອງ​ຕົນ​ຈາກ​ການ​ເຮັດ​ຊົ່ວ​ຕ່າງໆ”.

3ຢ່າ​ໃຫ້​ຄົນຕ່າງຊາດ​ຜູ້​ອຸທິດ​ຕົນ​ແກ່​ພຣະເຈົ້າ​ຢາເວ​ກ່າວ​ວ່າ,“ພຣະເຈົ້າ​ຢາເວ​ຈະ​ແຍກ​ຂ້ອຍ​ຈາກ​ປະຊາຊົນ​ຂອງ​ພຣະອົງ​ແນ່ນອນ”.ແລະ ຢ່າ​ໃຫ້​ຂັນທີ​ຈົ່ມ​ວ່າ,“ຂ້ອຍ​ເປັນ​ພຽງ​ຕົ້ນໄມ້​ແຫ້ງ”.

4ເພາະ​ພຣະເຈົ້າ​ຢາເວ​ກ່າວ​ວ່າ:“ບັນດາ​ຂ້າລາຊະການ​ທີ່​ຮັກສາ​ວັນຊະບາໂຕ​ຂອງ​ເຮົາຜູ້​ເລືອກ​ເຮັດ​ສິ່ງ​ທີ່​ເຮົາ​ພໍໃຈແລະ ຍຶດໝັ້ນ​ໃນ​ຄຳໝັ້ນສັນຍາ​ຂອງ​ເຮົາ

5ເຮົາ​ຈະ​ມອບ​ອະນຸສອນ ແລະ ຊື່ທີ່​ຢູ່​ພາຍໃນ​ວິຫານ ແລະ ພາຍໃນ​ກຳແພງ​ວິຫານ​ຂອງ​ເຮົາ​ແກ່​ພວກເຂົາເຊິ່ງ​ດີກວ່າ​ບັນດາ​ລູກຊາຍ ແລະ ລູກສາວ​ອີກ;ເຮົາ​ຈະ​ໃຫ້​ຊື່​ນິລັນດອນ​ແກ່​ພວກເຂົາ;ເປັນ​ຊື່​ທີ່​ດໍາລົງ​ຢູ່​ຕະຫລອດໄປ.

6ແລະ ຄົນຕ່າງຊາດ​ທີ່​ຜູກມັດ​ຕົນ​ເອງ​ກັບ​ພຣະເຈົ້າ​ຢາເວເພື່ອ​ບົວລະບັດ​ພຣະອົງ,ເພື່ອ​ຮັກ​ນາມຊື່​ຂອງ​ພຣະເຈົ້າ​ຢາເວ,ແລະ ເພື່ອ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,ທຸກຄົນ​ທີ່​ຮັກສາ​ວັນຊະບາໂຕ​ໂດຍ​ບໍ່​ໝິ່ນປະໝາດແລະ ຜູ້​ທີ່​ຍຶດໝັ້ນ​ໃນ​ຄຳໝັ້ນສັນຍາ​ຂອງ​ເຮົາ

7ເຮົາ​ຈະ​ພາ​ຄົນ​ເຫລົ່ານີ້​ມາ​ທີ່​ພູເຂົາ​ສັກສິດ​ຂອງ​ເຮົາແລະ ໃຫ້​ພວກເຂົາ​ຊື່ນຊົມ​ຍິນດີ​ໃນ​ວິຫານ​ແຫ່ງ​ການ​ອະທິຖານ​ຂອງ​ເຮົາ.ເຮົາ​ຈະ​ຮັບ​ເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍ​ບູຊາ​ຂອງ​ພວກເຂົາເທິງ​ແທ່ນບູຊາ​ຂອງ​ເຮົາ;ເພາະ​ວິຫານ​ຂອງ​ເຮົາ​ຈະ​ໄດ້​ຊື່​ວ່າວິຫານ​ແຫ່ງ​ການ​ອະທິຖານ​ສຳລັບ​ທຸກ​ຊົນຊາດ”.

8ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຜູ້​ຮວບຮວມຊະເລີຍ​ອິດສະຣາເອນ​ປະກາດ​ວ່າ:“ເຮົາ​ຈະ​ຮວບຮວມ​ຄົນ​ອື່ນ​ມາ​ຮ່ວມ​ກັບ​ພວກເຂົານອກ​ຈາກ​ຄົນ​ທີ່​ຮ່ວມກັນ​ຢູ່​ແລ້ວ”.

ພຣະເຈົ້າ​ກ່າວໂທດ​ຄົນ​ຊົ່ວຮ້າຍ

9ຈົ່ງ​ມາ, ບັນດາ​ສັດປ່າ​ຈາກ​ທົ່ງນາ,ຈົ່ງ​ມາ​ກັດ ແລະ ກິນ, ສັດປ່າ​ທັງໝົດ​ແຫ່ງ​ປ່າດົງ​ພົງໄພ!

10ຄົນ​ຍາມ​ຂອງ​ອິດສະຣາເອນ​ຕາບອດ,ພວກເຂົາ​ລ້ວນ​ຂາດ​ຄວາມ​ຮູ້;ພວກເຂົາ​ເປັນ​ໝາ​ໄບ້,ພວກມັນ​ບໍ່​ສາມາດ​ເຫົ່າ;ພວກເຂົາ​ນອນ​ຢູ່​ອ້ອມ​ຮອບ ແລະ ຝັນ,ພວກເຂົາ​ຮັກ​ການ​ນອນ.

11ພວກເຂົາ​ເປັນ​ໝາ​ໂລບມາກ;ພວກມັນ​ກິນ​ບໍ່​ຮູ້ຈັກ​ພໍ.ພວກເຂົາ​ເປັນ​ຄົນລ້ຽງແກະ​ທີ່​ຂາດ​ຄວາມ​ເຂົ້າໃຈ;ທຸກຄົນ​ຫັນ​ໄປ​ຕາມ​ທາງ​ຂອງ​ຕົນ,ພວກເຂົາ​ສະແຫວງ​ຫາ​ຜົນປະໂຫຍດ​ຂອງ​ຕົນ​ເອງ.

12ແຕ່​ລະ​ຄົນ​ຮ້ອງ​ວ່າ, “ມາ​ແມ, ໃຫ້​ພວກເຮົາ​ດື່ມ​ເຫລົ້າ​ອະງຸ່ນ​ນຳ​ກັນ!ໃຫ້​ພວກເຮົາ​ດື່ມ​ເບຍ​ເຕັມ​ທີ່!ແລະ ມື້​ອື່ນ​ກໍ​ຈະ​ເປັນ​ຄື​ວັນ​ນີ້ຫລື ດີ​ກວ່າ​ມື້​ນີ້​ອີກ”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]