Skip to content
The Believer's Library

Biblica® Open Lao Contemporary Version

Hosea 2 OLCV

Show OLCV only
Verse × ×
1 Say to your brothers, "My People," and to your sisters, "Shown Mercy." “ຈົ່ງ​ເອີ້ນ​ນ້ອງຊາຍ​ຂອງ​ເຈົ້າ​ວ່າ, ‘ປະຊາຊົນ​ຂອງ​ເຮົາ’ ແລະ ເອີ້ນ​ເອື້ອຍ​ຂອງ​ເຈົ້າ​ວ່າ, ‘ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ’.
2 Plead with your mother, plead—for she is not my wife, and I am not her husband—that she put away her whoring from her face and her unfaithfulness from between her breasts, “ຈົ່ງ​ຕຳໜິ​ແມ່​ຂອງ​ເຈົ້າ, ຈົ່ງ​ຕຳໜິ​ນາງ, ເພາະ​ນາງ​ບໍ່​ແມ່ນ​ເມຍ​ຂອງ​ເຮົາ, ແລະ ເຮົາ​ບໍ່​ແມ່ນ​ຜົວ​ຂອງ​ນາງ. ໃຫ້​ນາງ​ຖິ້ມ​ການ​ລ່ວງປະເວນີ​ຈາກ​ໃບ​ໜ້າ​ຂອງ​ນາງ ແລະ ຖິ້ມ​ຄວາມ​ບໍ່​ສັດຊື່​ຈາກ​ເອິກ​ຂອງ​ນາງ.
3 or I will strip her bare and leave her as naked as the day she was born; I will make her like a wilderness, turn her into a parched land, and let her die of thirst. ບໍ່​ດັ່ງນັ້ນ​ເຮົາ​ຈະ​ໃຫ້​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກ ແລະ ເຮັດ​ໃຫ້​ນາງ​ເປືອຍກາຍ​ເໝືອນ​ດັ່ງ​ວັນ​ທີ່​ນາງ​ໄດ້​ເກີດ​ມາ; ເຮົາ​ຈະ​ເຮັດ​ໃຫ້​ນາງ​ເປັນ​ເໝືອນ​ຖິ່ນແຫ້ງແລ້ງກັນດານ, ເຮັດ​ໃຫ້​ນາງ​ເປັນ​ດິນແດນ​ແຫ້ງແລ້ງ, ແລະ ສັງຫານ​ນາງ​ດ້ວຍ​ຄວາມ​ກະຫາຍ.
4 I will show her children no compassion, for they are the children of whoring. ເຮົາ​ຈະ​ບໍ່​ສະແດງ​ຄວາມ​ຮັກ​ຕໍ່​ລູກ​ຂອງ​ນາງ, ເພາະ​ພວກເຂົາ​ເປັນ​ລູກ​ຊູ້.
5 Their mother has prostituted herself; she who carried them acted in shame. She said, "I will chase after my lovers, who give me my bread and my water, my wool and my flax, my oil and my drink." ແມ່​ຂອງ​ພວກເຂົາ​ບໍ່​ສັດຊື່ ແລະ ໃຫ້​ກຳເນີດ​ພວກເຂົາ​ມາ​ຢ່າງ​ໜ້າ​ອັບອາຍ. ນາງ​ໄດ້​ເວົ້າ​ວ່າ, ‘ຂ້ອຍ​ຈະ​ຕິດຕາມ​ບັນດາ​ຊູ້​ຮັກ​ຂອງ​ຂ້ອຍ​ໄປ, ຜູ້​ທີ່​ໃຫ້​ອາຫານ ແລະ ນ້ຳ, ໃຫ້​ຂົນສັດ, ຜ້າລີນິນ, ນ້ຳມັນ ແລະ ເຄື່ອງດື່ມ​ແກ່​ຂ້ອຍ’.
6 Therefore I am about to block her path with thorns; I will wall her in so she cannot find her paths. ເຫດສະນັ້ນ ເຮົາ​ຈະ​ເອົາ​ຟຸ່ມ​ໜາມ​ກີດຂວາງ​ຫົນທາງ​ຂອງ​ນາງ; ເຮົາ​ຈະ​ລ້ອມ​ນາງ​ໄວ້​ຈົນ​ນາງ​ໝົດ​ທາງ​ໄປ.
7 She will chase her lovers but not catch them; she will look for them but not find them. Then she will say, "I will go back to my first husband, for it was better for me then than now." ນາງ​ຈະ​ແລ່ນ​ໄລ່​ຕາມ​ຊູ້​ຮັກ ແຕ່​ບໍ່​ທັນ​ພວກເຂົາ; ນາງ​ຈະ​ຊອກຫາ​ພວກເຂົາ ແຕ່​ກໍ​ບໍ່​ພົບ​ພວກເຂົາ. ແລ້ວ​ນາງ​ຈະ​ບອກ​ວ່າ, ‘ຂ້ອຍ​ຈະ​ກັບ​ໄປ​ຫາ​ຜົວ​ຄົນ​ທຳອິດ​ຂອງ​ຂ້ອຍ, ເພາະ​ເມື່ອ​ກ່ອນ​ຂ້ອຍ​ມີ​ຊີວິດ​ທີ່​ດີ​ກວ່າ​ນີ້​ຫລາຍ’.
8 She has not realized that it was I who gave her the grain, the new wine, and the oil, I who lavished silver and gold on her—which they spent on Baal. ນາງ​ບໍ່​ຮັບ​ຮູ້​ວ່າ​ເຮົາ​ຄື​ຜູ້​ນັ້ນ ຜູ້​ທີ່​ໃຫ້​ເມັດພືດ, ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ​ແກ່​ນາງ, ຜູ້​ທີ່​ໃຫ້​ເງິນ ແລະ ຄໍາ ເຊິ່ງ​ພວກເຂົາ​ໃຊ້​ບູຊາ​ພະບາອານ.
9 Therefore I will take back my grain when it ripens and my new wine in its season; I will reclaim my wool and my flax, given to cover her nakedness. “ເຫດສະນັ້ນ ເຮົາ​ຈະ​ເອົາ​ເມັດພືດ​ຂອງ​ເຮົາ​ເມື່ອ​ມັນ​ສຸກ, ແລະ ເອົາ​ເຫລົ້າອະງຸ່ນ​ໃໝ່​ເມື່ອ​ມັນ​ພ້ອມ​ດື່ມ​ແລ້ວ. ເຮົາ​ຈະ​ເອົາ​ຜ້າ​ຂົນສັດ ແລະ ຜ້າລີນິນ​ຂອງ​ເຮົາ​ຄືນ, ເຊິ່ງ​ເຮົາ​ຕັ້ງ​ໃຈ​ໃຫ້​ນາງ​ໄວ້​ເພື່ອ​ປົກປິດ​ຄວາມ​ເປືອຍ​ກາຍ​ຂອງ​ນາງ.
10 Now I will expose her shame before the eyes of her lovers, and no one will rescue her from my hand. ດັ່ງນັ້ນ ບັດນີ້​ເຮົາ​ຈະ​ເປີດເຜີຍ​ຄວາມ​ລາມົກ​ຂອງ​ນາງ ຕໍ່ໜ້າ​ຕໍ່ຕາ​ຊູ້​ຮັກ​ທັງຫລາຍ​ຂອງ​ນາງ; ແລະ ຈະ​ບໍ່​ມີ​ຜູ້ໃດ​ຊ່ວຍ​ນາງ​ໃຫ້​ພົ້ນ​ຈາກ​ມື​ເຮົາ​ໄປ​ໄດ້.
11 I will put an end to all her rejoicing—her festivals, her New Moons, her Sabbaths, all her appointed festivals. ເຮົາ​ຈະ​ຢຸດ​ງານ​ສະຫລອງ​ທັງໝົດ​ຂອງ​ນາງ: ໄດ້​ແກ່​ເທດສະການ​ປະຈຳ​ປີ​ທັງຫລາຍ, ວັນ​ຂຶ້ນ​ໜຶ່ງ​ຄ່ຳ, ວັນຊະບາໂຕ ທັງ​ໝົດ​ນີ້​ເປັນ​ເທດສະການ​ຕາມ​ກຳນົດ​ທັງໝົດ​ຂອງ​ນາງ.
12 I will lay waste her vines and fig trees, of which she said, "These are my wages that my lovers gave me." I will turn them into a thicket, and the wild animals will devour them. ເຮົາ​ຈະ​ທຳລາຍ​ບັນດາ​ເຄືອອະງຸ່ນ ແລະ ຕົ້ນ​ໝາກເດື່ອ​ຂອງ​ນາງ, ເຊິ່ງ​ນາງ​ໄດ້​ເວົ້າ​ວ່າ​ຊູ້​ຮັກ​ໃຫ້​ມາ​ເປັນ​ຄ່າ​ໂຕ; ເຮົາ​ຈະ​ເຮັດ​ໃຫ້​ມັນ​ກາຍເປັນ​ຟຸ່ມ​ໜາມ, ແລະ ສັດປ່າ​ທັງຫລາຍ​ຈະ​ເຂົ້າ​ມາ​ຍາດ​ກັນ​ກິນ.
13 I will hold her accountable for the days she burned offerings to the Baals, when she decked herself with rings and jewelry and chased after her lovers—but me she forgot, declares our Father. ເຮົາ​ຈະ​ລົງໂທດ​ນາງ ທີ່​ນາງ​ເຜົາ​ເຄື່ອງຫອມ​ບູຊາ​ແກ່​ພະບາອານ​ໃນ​ວັນ​ເຫລົ່ານັ້ນ; ນາງ​ປະດັບ​ກາຍ​ຂອງ​ຕົນ​ເອງ​ດ້ວຍ​ແຫວນ ແລະ ອັນຍະມະນີ, ແລະ ໜີ​ໄປ​ຕາມ​ຊູ້​ຮັກ​ຂອງ​ນາງ, ແຕ່​ນາງ​ກັບ​ລືມ​ເຮົາ”, ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້.
14 "Therefore, look, I am going to win her back: I will lead her into the wilderness and speak tenderly to her heart. “ເຫດສະນັ້ນ ບັດນີ້​ເຮົາ​ກຳລັງ​ຈະ​ຊັກຈູງ​ນາງ; ເຮົາ​ຈະ​ພາ​ນາງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ເວົ້າ​ກັບ​ນາງ​ຢ່າງ​ອ່ອນໂຍນ.
15 There I will give her back her vineyards and make the Valley of Achor a doorway of hope. There she will respond as in the days of her youth, as on the day she came up out of Egypt." ທີ່​ນັ້ນ ເຮົາ​ຈະ​ຄືນ​ສວນ​ອະງຸ່ນ​ໃຫ້​ແກ່​ນາງ, ແລະ ຈະ​ເຮັດ​ໃຫ້​ຮ່ອມພູ​ອາໂຄ​ກາຍເປັນ​ປະຕູ​ແຫ່ງ​ຄວາມ​ຫວັງ. ທີ່​ນັ້ນ ນາງ​ຈະ​ຮ້ອງ​ເພງ​ເໝືອນ​ເມື່ອ​ຄາວ​ທີ່​ນາງ​ຍັງ​ໜຸ່ມ, ເໝືອນ​ວັນ​ທີ່​ນາງ​ອອກ​ມາ​ຈາກ​ເອຢິບ”.
16 On that day, declares our Father, you will call me "my husband," and no longer will you call me "my Baal." ພຣະເຈົ້າ​ຢາເວ​ປະກາດ​ວ່າ, “ໃນ​ວັນ​ນັ້ນ, ເຈົ້າ​ຈະ​ເອີ້ນ​ເຮົາ​ວ່າ ‘ຜົວ​ຂອງ​ຂ້ອຍ’ ແລະ ເຈົ້າ​ຈະ​ບໍ່​ເອີ້ນ​ເຮົາ​ວ່າ ‘ນາຍ​ຂອງ​ຂ້ອຍ​ອີກ​ຕໍ່​ໄປ’.
17 I will remove the names of the Baals from her mouth; never again will they be invoked by name. ເຮົາ​ຈະ​ກຳຈັດ​ຊື່​ຂອງ​ພະບາອານ​ອອກ​ຈາກ​ຮີມສົບ​ຂອງ​ນາງ; ຈະ​ບໍ່​ມີ​ການ​ເອີ່ຍ​ເຖິງ​ຊື່​ເຫລົ່ານີ້​ອີກ​ຕໍ່ໄປ.
18 On that day I will make a covenant for them with the wild animals, the birds of the sky, and the creatures that move along the ground; I will banish bow and sword and war from the land, so that all may lie down in safety. ໃນ​ວັນ​ນັ້ນ​ເຮົາ​ຈະ​ເຮັດ​ຄຳໝັ້ນສັນຍາ ກັບ​ສັດ​ໃນ​ທົ່ງ, ນົກ​ໃນ​ທ້ອງຟ້າ ແລະ ສັດ​ທີ່​ເລືອຄານ​ເພື່ອ​ພວກເຈົ້າ. ເຮົາ​ຈະ​ກຳຈັດ​ທະນູ, ດາບ ແລະ ສົງຄາມ ໃຫ້​ໝົດ​ໄປ​ຈາກ​ດິນແດນ​ນີ້, ເພື່ອ​ທຸກ​ຊີວິດ​ຈະ​ຢູ່​ຢ່າງ​ປອດໄພ.
19 I will betroth you to me forever; I will betroth you to me in righteousness and justice, in covenant love and compassion. ເຮົາ​ຈະ​ໝັ້ນ​ເຈົ້າ​ໄວ້​ໃຫ້​ເປັນ​ຂອງ​ເຮົາ​ຕະຫລອດ​ໄປ; ເຮົາ​ຈະ​ໝັ້ນ​ເຈົ້າ​ໄວ້​ໃນ​ຄວາມ​ຊອບທຳ ແລະ ຄວາມ​ຍຸຕິທຳ, ໃນ​ຄວາມ​ຮັກ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ.
20 I will betroth you to me in faithfulness, and you will know your Father. ເຮົາ​ຈະ​ໝັ້ນ​ເຈົ້າ​ໄວ້​ໃນ​ຄວາມ​ສັດຊື່, ແລະ ເຈົ້າ​ຈະ​ຮູ້​ຈັກ​ພຣະເຈົ້າ​ຢາເວ”.
21 On that day I will respond, declares our Father—I will respond to the heavens, and they will respond to the earth; ພຣະເຈົ້າ​ຢາເວ​ປະກາດ​ວ່າ, “ໃນ​ວັນ​ນັ້ນ ເຮົາ​ຈະ​ຕອບສະຫນອງ ເຮົາ​ຈະ​ເຮັດ​ໃຫ້​ທ້ອງຟ້າ​ເກີດ​ຝົນ, ຕາມ​ຄຳ​ຮຽກຮ້ອງ​ຂອງ​ແຜ່ນດິນ;
22 and the earth will respond to the grain, the new wine, and the oil, and they will respond to Jezreel. ແລະ ຈະ​ໃຫ້​ແຜ່ນດິນ​ເກີດ​ເມັດພືດ, ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ, ຕາມ​ຄຳ​ຮຽກຮ້ອງ​ຂອງ​ຢິດຊະເຣນ.
23 I will plant her for myself in the land. I will show mercy to "No Mercy," and I will say to "Not My People," "You are my children"; and they will say, "You are my Father." ເຮົາ​ຈະ​ປູກ​ນາງ​ໄວ້​ໃນ​ດິນແດນ​ນັ້ນ​ເພື່ອ​ເຮົາ; ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຂອງ​ເຮົາ​ແກ່​ຜູ້​ທີ່​ເຮົາ​ເອີ້ນ​ວ່າ ‘ບໍ່​ແມ່ນ​ທີ່​ຮັກ​ຂອງ​ເຮົາ’. ເຮົາ​ຈະ​ເອີ້ນ​ຜູ້​ທີ່ ‘ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ’ ວ່າ, ‘ເຈົ້າ​ຄື​ປະຊາຊົນ​ຂອງ​ເຮົາ’; ແລະ ພວກເຂົາ​ຈະ​ເອີ້ນ​ເຮົາ​ວ່າ, ‘ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ’ ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]