Skip to content
The Believer's Library

Biblica® Open Lao Contemporary Version

Hosea 1 OLCV

Show OLCV only
Verse × ×
1 The word of our Father that came to Hosea son of Beeri, in the days of Judah's kings Uzziah, Jotham, Ahaz, and Hezekiah, and in the days of Israel's king Jeroboam son of Joash. ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ໂຮເສອາ​ລູກຊາຍ​ຂອງ​ເບເອຣີ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອຸດຊີຢາ, ໂຢທາມ, ອາຮາດ ແລະ ເຮເຊກີຢາ​ກະສັດ​ແຫ່ງ​ຢູດາຍ ແລະ ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ​ກະສັດ​ແຫ່ງ​ອິດສະຣາເອນ:
2 When our Father first spoke through Hosea, our Father said, "Go, take a wife of prostitution and have children of prostitution, for the land has completely abandoned me, turning to prostitution instead of following me." ເມື່ອ​ພຣະເຈົ້າ​ຢາເວ​ເລີ່ມ​ກ່າວ​ຜ່ານ​ໂຮເສອາ​ນັ້ນ, ພຣະອົງ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຈົ່ງ​ໄປ​ຮັບ​ຍິງ​ເຈົ້າ​ຊູ້​ມາ​ເປັນ​ເມຍ ແລະ ຮັບ​ລູກ​ທັງຫລາຍ​ທີ່​ເກີດ​ຈາກ​ຄວາມ​ບໍ່​ສັດຊື່​ຂອງ​ນາງ​ມາ​ນຳ, ເພາະ​ວ່າ​ດິນແດນ​ນີ້​ມີ​ຄວາມ​ຜິດ​ຖານ​ລ່ວງປະເວນີ​ຢ່າງ​ຮ້າຍແຮງ​ທີ່ສຸດ ໂດຍ​ການ​ປະ​ຖິ້ມ​ພຣະເຈົ້າຢາເວ”.
3 He went and took Gomer daughter of Diblaim; she conceived and bore a son. ດັ່ງນັ້ນ ໂຮເສອາ​ຈຶ່ງ​ໄດ້​ແຕ່ງງານ​ກັບ​ໂກເມ​ລູກສາວ​ຂອງ​ດິບລາອິມ ແລະ ນາງ​ກໍ​ຖືພາ ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ແກ່​ເພິ່ນ.
4 And our Father said to him, "Name him Jezreel, for soon I will punish the house of Jehu for the blood of Jezreel, and end the kingdom of the house of Israel. ຫລັງຈາກນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ເວົ້າ​ກັບ​ໂຮເສອາ​ວ່າ, “ຈົ່ງ​ເອີ້ນ​ຊື່​ເດັກນ້ອຍ​ຄົນ​ນີ້​ວ່າ​ຢິດຊະເຣນ, ເພາະ​ອີກ​ບໍ່​ດົນ​ເຮົາ​ຈະ​ລົງໂທດ​ເຊື້ອສາຍ​ຂອງ​ເຢຮູ ເນື່ອງ​ຈາກ​ການ​ຂ້າ​ຄັ້ງ​ໃຫຍ່​ຢູ່​ທີ່​ຢິດຊະເຣນ ແລະ ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ອິດສະຣາເອນ​ສິ້ນສຸດ​ລົງ.
5 And on that day I will break the bow of Israel in the Valley of Jezreel." ໃນ​ວັນ​ນັ້ນ​ເຮົາ​ຈະ​ຫັກ​ທະນູ​ຂອງ​ອິດສະຣາເອນ​ໃນ​ຮ່ອມພູ​ຢິດຊະເຣນ”.
6 She conceived again and bore a daughter. And our Father said to him, "Name her Lo-Ruhamah, for I will no longer show compassion to the house of Israel, nor forgive them at all. ໂກເມ​ກໍ​ຖືພາ​ອີກ ແລະ ເກີດ​ລູກສາວ. ຫລັງຈາກນັ້ນ ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ກັບ​ໂຮເສອາ​ວ່າ, “ຈົ່ງ​ເອີ້ນ​ເດັກນ້ອຍ​ຄົນ​ນີ້​ວ່າ​ໂລຣຸຫະມາ, ເພາະ​ເຮົາ​ຈະ​ບໍ່​ສະແດງ​ຄວາມ​ຮັກ​ຕໍ່​ເຊື້ອສາຍ​ອິດສະຣາເອນ​ອີກ​ຕໍ່ໄປ, ເຮົາ​ຈະ​ບໍ່​ອະໄພ​ໃຫ້​ພວກເຂົາ.
7 But I will have mercy on the house of Judah and save them as their Father—I will not save them by bow, sword, or battle, by horses or horsemen." ແຕ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ເຊື້ອສາຍ​ຢູດາ ແລະ ຈະ​ຊ່ວຍ​ພວກເຂົາ ບໍ່​ແມ່ນ​ດ້ວຍ​ທະນູ, ດາບ, ສົງຄາມ ຫລື ດ້ວຍ​ມ້າ ແລະ ທະຫານ​ມ້າ, ແຕ່​ເຮົາ, ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ”.
8 When she had weaned Lo-Ruhamah, she became pregnant and gave birth to a son. ຫລັງ​ຈາກ​ທີ່​ໃຫ້​ໂລຣຸຫະມາ​ອອກ​ນົມ​ແລ້ວ, ໂກເມ​ກໍ​ມີ​ລູກຊາຍ​ອີກ​ຄົນ​ໜຶ່ງ.
9 And our Father said, "Name him Lo-Ammi, for you are not my people, and I will not be your Father." ຫລັງຈາກນັ້ນ ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ຈົ່ງ​ເອີ້ນ​ເດັກນ້ອຍ​ວ່າ​ໂລອຳມີ, ເພາະ​ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ ແລະ ເຮົາ​ບໍ່​ແມ່ນ​ພຣະເຈົ້າ​ຂອງ​ພວກເຈົ້າ.
10 The children of Israel will be as countless as the sand of the sea, beyond measure or count. Where they were told, "You are not my people," they will be told, "Children of the living Father." “ເຖິງ​ປານ​ນັ້ນ ຊົນຊາດ​ອິດສະຣາເອນ​ຈະ​ເປັນ​ເໝືອນ​ເມັດ​ຊາຍ​ທີ່​ແຄມ​ທະເລ ເຊິ່ງ​ຕວງ ຫລື ນັບ​ບໍ່​ໄດ້. ໃນ​ບ່ອນ​ທີ່​ພຣະເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, ‘ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ’, ພວກເຂົາ​ຈະ​ໄດ້​ຊື່​ວ່າ ‘ລູກ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່’.
11 Judah's children and the children of Israel will gather together, appoint one head, and go up from the land, for great will be the day of Jezreel. ປະຊາຊົນ​ຢູດາ ແລະ ອິດສະຣາເອນ​ຈະ​ຖືກ​ຮວມ​ເຂົ້າ​ດ້ວຍ​ກັນ​ອີກ, ພວກເຂົາ​ຈະ​ແຕ່ງຕັ້ງ​ຜູ້ນຳ​ຄົນ​ໜຶ່ງ ແລະ ຈະ​ພາ​ກັນ​ອອກ​ມາ​ຈາກ​ແຜ່ນດິນ​ນັ້ນ, ເພາະ​ວັນ​ແຫ່ງ​ຢິດຊະເຣນ​ຈະ​ຍິ່ງ​ໃຫຍ່”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]