Skip to content
The Believer's Library

Biblica® Open Lao Contemporary Version

Daniel 12 OLCV

Show OLCV only
Verse × ×
1 At that time Michael, the great prince guarding your people's children, will arise. There will be distress unmatched since nations began, until then. At that time your people—all listed in the book—will be rescued. “ໃນ​ເວລາ​ນັ້ນ​ມີຄາເອນ ເຊິ່ງ​ເປັນ​ເທວະດາ​ຕົນ​ໃຫຍ່​ທີ່​ປົກປັກຮັກສາ​ປະຊາຊົນ​ຂອງ​ເຈົ້າ​ຈະ​ມາ. ຈະ​ເກີດ​ຊ່ວງ​ແຫ່ງ​ຄວາມ​ທຸກຍາກລຳບາກ​ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຕັ້ງແຕ່​ມີ​ປະຊາຊາດ​ຂຶ້ນ. ແຕ່​ໃນ​ເວລາ​ນັ້ນ​ປະຊາຊົນ​ຂອງ​ເຈົ້າ ຄື​ທຸກຄົນ​ທີ່​ມີ​ຊື່​ຢູ່​ໃນ​ໜັງສື​ນັ້ນ​ຈະ​ໄດ້​ຮັບ​ການ​ກອບກູ້.
2 Many sleeping in earth's dust will wake—some to everlasting life, some to shame and everlasting contempt. ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຟື້ນ​ຂຶ້ນ​ຄື: ບາງຄົນ​ກໍ​ເຂົ້າ​ສູ່​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ, ບາງຄົນ​ກໍ​ເຂົ້າ​ສູ່​ຄວາມ​ອັບອາຍ ແລະ ຖືກ​ດູຖູກ​ຕະຫລອດ​ໄປ.
3 The wise will shine like the sky's brightness; those who turn many to righteousness, like stars, forever and ever. ບັນດາ​ຜູ້​ມີ​ປັນຍາ​ຈະ​ສ່ອງແສງ​ເໝືອນ​ຄວາມ​ສະຫວ່າງ​ແຫ່ງ​ຟ້າ​ສະຫວັນ ແລະ ບັນດາ​ຜູ້​ທີ່​ນຳ​ຄົນ​ທັງຫລາຍ​ມາ​ສູ່​ຄວາມ​ຊອບທຳ​ຈະ​ສ່ອງແສງ​ເໝືອນ​ດວງດາວ​ຕະຫລອດ​ໄປ​ເປັນນິດ.
4 But you, Daniel, close these words and seal the book until the end time. Many will roam back and forth, and knowledge will grow. ແຕ່​ສ່ວນ​ເຈົ້າ, ດານີເອນ ຈົ່ງ​ມ້ວນ ແລະ ປະທັບຕາ​ໃສ່​ຖ້ອຍຄຳ​ແຫ່ງ​ໜັງສື​ມ້ວນ​ນີ້​ໄວ້​ຈົນ​ເຖິງ​ວາລະ​ສຸດທ້າຍ. ຄົນ​ຈຳນວນ​ຫລວງຫລາຍ​ຈະ​ໄປ​ທີ່​ນີ້ ແລະ ໄປ​ທີ່​ນັ້ນ​ເພື່ອ​ເພີ່ມເຕີມ​ຄວາມ​ຮູ້”.
5 Then I, Daniel, looked and saw two others standing, one on each bank of the river. ແລ້ວ​ຂ້າພະເຈົ້າ, ດານີເອນ, ກໍ​ໄດ້​ແນມ​ໄປ ແລະ ເຫັນ​ຊາຍ​ສອງ​ຄົນ​ຢືນ​ຕໍ່ໜ້າ​ຂ້າພະເຈົ້າ, ຄົນ​ໜຶ່ງ​ຢືນ​ຢູ່​ທີ່​ຝັ່ງ​ແມ່ນ້ຳ​ຟາກ​ນີ້ ແລະ ອີກ​ຄົນ​ໜຶ່ງ​ຢູ່​ທີ່​ຝັ່ງ​ແມ່ນ້ຳ​ຟາກ​ທີ່​ກົງກັນຂ້າມ.
6 One asked the linen-clad man above the river's waters, "How long till these wonders end?" ຄົນ​ໜຶ່ງ​ກ່າວ​ຕໍ່​ຜູ້​ທີ່​ນຸ່ງ​ຜ້າຝ້າຍລິນິນ​ທີ່​ຢືນ​ຢູ່​ເໜືອ​ແມ່ນ້ຳ​ວ່າ, “ອີກ​ດົນ​ປານໃດ​ທີ່​ສິ່ງ​ອັດສະຈັນ​ເຫລົ່ານີ້​ຈະ​ສຳເລັດ​ຄົບຖ້ວນ?”
7 I heard the man dressed in linen, above the river's waters, lift his right hand and left toward heaven and swear by the One who lives forever: for a time, times, and half a time; when the shattering of the holy people's power is finished, all these things will be finished. ຊາຍ​ຜູ້​ທີ່​ນຸ່ງ​ຜ້າຝ້າຍລິນິນ​ທີ່​ຢືນ​ຢູ່​ເໜືອ​ແມ່ນ້ຳ​ກໍ​ໄດ້​ຍົກ​ມື​ຂວາ ແລະ ມື​ຊ້າຍ​ຂອງ​ຕົນ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ ຂ້າພະເຈົ້າ​ໄດ້​ຍິນ​ເພິ່ນ​ປະຕິຍານ​ອ້າງ​ພຣະອົງ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດ​ໄປ​ເປັນນິດ​ວ່າ, “ຈະ​ເປັນ​ໜຶ່ງ​ວາລະ, ຫລາຍ​ວາລະ ແລະ ເຄິ່ງ​ວາລະ. ເມື່ອ​ອຳນາດ​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ​ໝົດ​ສິ້ນ​ລົງ, ໃນ​ທີ່​ສຸດ, ສິ່ງ​ທັງໝົດ​ເຫລົ່ານີ້​ກໍ​ຈະ​ສຳເລັດ​ສົມບູນ”.
8 I heard, but didn't understand, so I said, "My lord, what is the end of these things?" ຂ້າພະເຈົ້າ​ໄດ້​ຍິນ, ແຕ່​ຂ້າພະເຈົ້າ​ບໍ່​ເຂົ້າໃຈ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຖາມ​ວ່າ, “ນາຍ​ເອີຍ, ເຫດການ​ທັງໝົດ​ເຫລົ່ານີ້​ຈະ​ຢ່າງໃດ?”
9 He said, "Go, Daniel, for the words are shut and sealed until the time of the end. ຜູ້​ນັ້ນ​ໄດ້​ຕອບ​ວ່າ, “ດານີເອນ, ຈົ່ງ​ໄປ​ຕາມ​ທາງ​ຂອງ​ເຈົ້າ, ເພາະ​ຖ້ອຍຄຳ​ເຫລົ່ານີ້​ຖືກ​ມ້ວນ​ເກັບ​ໄວ້ ແລະ ຖືກ​ປະທັບຕາ​ໄວ້​ຈົນ​ເຖິງ​ວາລະ​ສຸດທ້າຍ.
10 Many will be purified, whitened, refined; the wicked will keep doing evil. None of the wicked will understand, but the wise will understand. ຄົນ​ທັງຫລາຍ​ຈະ​ຖືກ​ຫລອມ ແລະ ໄດ້​ຮັບ​ການ​ຊໍາລະ​ໃຫ້​ບໍລິສຸດ​ປາດສະຈາກ​ຕຳໜິ. ສ່ວນ​ຄົນ​ຊົ່ວ​ກໍ​ຍັງ​ເຮັດ​ຊົ່ວ​ຕໍ່ໄປ. ບໍ່​ມີ​ຄົນ​ຊົ່ວ​ຄົນ​ໃດ​ຈະ​ເຂົ້າໃຈ, ແຕ່​ບັນດາ​ຄົນ​ທີ່​ມີ​ປັນຍາ​ກໍ​ຈະ​ເຂົ້າໃຈ.
11 From the daily sacrifice's removal and the setting up of the abomination that causes desolation: 1,290 days. “ຕັ້ງແຕ່​ຍົກເລີກ​ການ​ຖວາຍ​ເຄື່ອງບູຊາ​ປະຈຳວັນ​ຈົນ​ເຖິງ​ວາລະ​ທີ່​ສິ່ງ​ທີ່​ໜ້າ​ກຽດຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ​ນັ້ນ​ຖືກ​ຕັ້ງ​ຂຶ້ນ​ເປັນ​ເວລາ 1.290 ວັນ
12 Blessed is the one who waits and reaches the 1,335 days. ຜູ້​ທີ່​ລໍຖ້າ ແລະ ຢູ່​ຈົນ​ຄົບ 1.335 ວັນ​ກໍ​ເປັນ​ສຸກ.
13 But you, go to the end. You will rest, then stand for your inheritance at the end of the days." “ສ່ວນ​ເຈົ້າ​ນັ້ນ, ຈົ່ງ​ໄປ​ຕາມ​ທາງ​ຂອງ​ເຈົ້າ​ຈົນ​ເຖິງ​ວາລະ​ສຸດທ້າຍ. ເຈົ້າ​ຈະ​ພັກ​ສະຫງົບ ແລະ ຫລັງຈາກ​ນັ້ນ ເມື່ອ​ສິ້ນ​ຍຸກ​ເຈົ້າ​ຈະ​ເປັນ​ຂຶ້ນ​ມາ​ເພື່ອ​ຮັບ​ມໍລະດົກ​ສ່ວນ​ທີ່​ເປັນ​ຂອງ​ເຈົ້າ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]