1And I, in the first year of Darius the Mede, stood up to support and strengthen him.OLCVແລະ ໃນປີທີໜຶ່ງຂອງການປົກຄອງຂອງກະສັດດາຣິອຸດຊາວເມເດຍ, ເຮົາໄດ້ຢືນການເພື່ອສະໜັບສະໜູນ ແລະ ປົກປ້ອງເທວະດາມີຄາເອນ).
2Now I'll tell you the truth: look, three more kings will rise in Persia, then a fourth far richer than all. Strengthened by his wealth, he will stir up everyone against Greece's kingdom.OLCV“ບັດນີ້ ເຮົາຈະບອກຄວາມຈິງແກ່ເຈົ້າດັ່ງນີ້: ຈະມີກະສັດອີກສາມຄົນໃນເປີເຊຍ ແລ້ວຈະມີຄົນທີສີ່, ເຊິ່ງຮັ່ງມີກວ່າຄົນອື່ນໆທັງໝົດ. ເມື່ອລາວມີອຳນາດເຂັ້ມແຂງຂຶ້ນມາດ້ວຍຊັບສົມບັດຂອງຕົນນັ້ນ, ລາວກໍຈະປຸກລະດົມທຸກຄົນໃຫ້ຕໍ່ສູ້ກັບອານາຈັກກຣີກ.
3Then a mighty king will arise, who will rule with great dominion and do as he pleases.OLCVຫລັງຈາກນັ້ນ ກໍຈະມີກະສັດຜູ້ຍິ່ງໃຫຍ່ຄົນໜຶ່ງຂຶ້ນມາ, ເຊິ່ງຈະປົກຄອງດ້ວຍອຳນາດຍິ່ງໃຫຍ່ ແລະ ເຮັດຕາມຄວາມພໍໃຈຂອງຕົນເອງ.
4Once he rises, his kingdom will break apart and split toward the four winds of heaven—not to his descendants, nor with the power he held, for his kingdom will be uprooted and given to others besides them.OLCVຫລັງຈາກທີ່ລາວມີອຳນາດຂຶ້ນບໍ່ດົນ, ຈັກກະພົບຂອງລາວກໍຈະແຕກຫັກ ແລະ ແຍກອອກເປັນສ່ວນໆ ຕາມທິດທາງລົມທັງສີ່ແຫ່ງຟ້າສະຫວັນ, ເຊິ່ງຈະບໍ່ໄດ້ຕົກແກ່ເຊື້ອສາຍຂອງລາວ ແລະ ຈະບໍ່ມີອຳນາດເທົ່າລາວ, ເພາະຈັກກະພົບຂອງລາວຈະຖືກຖອນຮາກ ແລະ ມອບໃຫ້ຄົນ.
5The king of the south will grow strong; one of his commanders will grow stronger than him and rule—his dominion will be vast.OLCV“ກະສັດຝ່າຍໃຕ້ຈະເຂັ້ມແຂງຂຶ້ນ ແຕ່ຜູ້ບັນຊາການກອງທັບຄົນໜຶ່ງຈະເຂັ້ມແຂງກວ່າລາວ ແລະ ຈະປົກຄອງອານາຈັກຂອງຕົນດ້ວຍອໍານາດຍິ່ງໃຫຍ່.
6After some years they will ally: the daughter of the king of the south will come to the king of the north to make an agreement. But she won't keep her strength, nor will he or his arm stand. She will be handed over—with her escort, her father, and her supporter—in those times.OLCVຫລັງຈາກຫລາຍປີຜ່ານໄປທັງສອງຈະເປັນພັນທະມິດກັນ. ລູກສາວຂອງກະສັດຝ່າຍໃຕ້ຈະໄປເຮັດພັນທະມິດກັບກະສັດຝ່າຍເໜືອ, ແຕ່ນາງຈະບໍ່ສາມາດຮັກສາອຳນາດຂອງນາງໄດ້ ແລະ ກະສັດຝ່າຍໃຕ້ກັບອຳນາດຂອງລາວຈະບໍ່ໝັ້ນຄົງ. ໃນເວລານັ້ນ ນາງ ແລະ ບັນດາຜູ້ທີ່ຕິດຕາມພໍ່ຂອງນາງ ແລະ ຜູ້ທີ່ສະໜັບສະໜູນນາງຈະຖືກທໍລະຍົດດ້ວຍ.
7A shoot from her roots will rise in his place, attack the army, enter the north king's fortress, act against them, and prevail.OLCV“ຄົນໜຶ່ງໃນເຊື້ອສາຍຂອງນາງຈະຂຶ້ນມາແທນນາງ. ລາວຈະໂຈມຕີກອງກຳລັງຂອງກະສັດຝ່າຍເໜືອ ແລະ ເຂົ້າໄປໃນປ້ອມປ້ອງກັນຂອງກະສັດໄດ້; ລາວຈະຕໍ່ສູ້ພວກເຂົາ ແລະ ໄດ້ຮັບໄຊຊະນະ.
8He will take their gods captive to Egypt, with their metal images and precious silver and gold vessels; for years he will stay away from the king of the north.OLCVລາວຈະຢຶດບັນດາພະຕ່າງໆຂອງພວກເຂົາ, ຮູບປັ້ນຂອງພວກເຂົາທີ່ເຮັດດ້ວຍໂລຫະ ແລະ ເຄື່ອງໃຊ້ຕ່າງໆທີ່ມີຄ່າ ເຊິ່ງເຮັດດ້ວຍເງິນ ແລະ ຄຳ ແລ້ວຂົນເອົາສິ່ງເຫລົ່ານີ້ກັບໄປທີ່ເອຢິບ. ລາວຈະປ່ອຍກະສັດຝ່າຍເໜືອຢູ່ຢ່າງໂດດດ່ຽວເປັນເວລາຫລາຍປີ.
9The king of the north will invade the king of the south's realm, then return home.OLCVແລ້ວກະສັດຝ່າຍເໜືອຈະບຸກລຸກອານາຈັກຂອງກະສັດຝ່າຍໃຕ້ ແຕ່ຈະຖອຍທັບກັບປະເທດຂອງຕົນ.
10His sons will arm for war, gather a vast army that keeps coming, overflows, sweeps through, then renews war to his stronghold.OLCVບັນດາລູກຊາຍຂອງລາວຈະຕຽມສູ້ຮົບ ແລະ ຈະຮວບຮວມກຳລັງເປັນກອງທັບໃຫຍ່, ເຊິ່ງຈະພຸ່ງເຂົ້າມາເໝືອນກັບນ້ຳຖ້ວມຊັດທີ່ບໍ່ມີອັນໃດຕ້ານທານໄດ້ ແລະ ສູ້ຮົບມາເຖິງປ້ອມຂອງເພິ່ນ.
11The southern king, enraged, will march out to fight the northern king, who musters a vast army; but the army is given into the southern king's hand.OLCV“ແລ້ວກະສັດຝ່າຍໃຕ້ຈະຍົກທັບເຂົ້າມາດ້ວຍຄວາມໂກດຮ້າຍ ແລະ ຕໍ່ສູ້ກັບກະສັດຝ່າຍເໜືອ, ເຊິ່ງໄດ້ລະດົມກອງທັບໃຫຍ່ຂຶ້ນມາ ແຕ່ຈະພ່າຍແພ້.
12When the crowd is carried off, his heart grows proud; he strikes down tens of thousands, yet fails.OLCVເມື່ອຝ່າຍເໜືອຖອຍທັບກັບໄປແລ້ວ, ກະສັດຝ່າຍໃຕ້ຈະພາກພູມໃຈຫລາຍ ແລະ ຈະຂ້າທະຫານເປັນຈຳນວນຫລາຍພັນຄົນ ແຕ່ກໍມີໄຊຊະນະຢູ່ໄດ້ບໍ່ດົນ.
13The king of the north will again raise a horde bigger than before, then after years come with a great army and vast supplies.OLCVເພາະກະສັດຝ່າຍເໜືອຈະຍົກທັບມາອີກ ເປັນທັບທີ່ໃຫຍ່ກວ່າຄັ້ງທຳອິດ ແລະ ຫລັງຈາກນັ້ນ ອີກຫລາຍປີ, ລາວຈະຍົກທັບຂະໜາດໃຫຍ່ທີ່ມີອາວຸດຄົບຊຸດບຸກເຂົ້າມາ.
14In those times many will rise against the king of the south; violent men of your people will lift themselves up to fulfill the vision, but fail.OLCV“ເມື່ອເຖິງເວລານັ້ນ ຫລາຍຄົນຈະລຸກຮື້ຂຶ້ນຕໍ່ສູ້ກະສັດຝ່າຍໃຕ້. ເພື່ອໃຫ້ເປັນໄປຕາມນິມິດທີ່ໄດ້ກ່າວມາແລ້ວວ່າພວກຫົວຮຸນແຮງໃນທ່າມກາງພີ່ນ້ອງຮ່ວມຊາດຂອງເຈົ້າຈະກະບົດ, ແຕ່ກໍບໍ່ສໍາເລັດ.
15The king of the north will come, raise a siege ramp, and take a fortified city; the south's forces will not stand, nor its elite troops—no strength remains to stand.OLCVແລ້ວກະສັດຝ່າຍເໜືອຈະມາ ແລະ ກໍ່ຄູອ້ອມເມືອງ ແລະ ຢຶດເມືອງທີ່ມີປ້ອມປ້ອງກັນໄດ້ເມືອງໜຶ່ງ. ກອງກຳລັງຂອງຝ່າຍໃຕ້ຈະໝົດກໍາລັງທີ່ຈະຕ້ານທານໄດ້; ແມ່ນແຕ່ກອງທະຫານທີ່ດີທີ່ສຸດກໍບໍ່ມີກຳລັງທີ່ຈະຕັ້ງໝັ້ນຢູ່.
16His invader does as he pleases; none can stand before him. He will stand in the splendid land, destruction in his hand.OLCVຜູ້ຮຸກຮານຈະເຮັດຕາມທີ່ລາວພໍໃຈ; ບໍ່ມີຜູ້ໃດທີ່ຈະສາມາດຢັບຢັ້ງລາວໄດ້. ລາວຈະສະຖາປະນາຕົນເອງໃນດິນແດນອັນງົດງາມນັ້ນ ແລະ ຈະມີອຳນາດທີ່ຈະທຳລາຍດິນແດນນັ້ນ.
17He will set out to enter with his kingdom's full strength, and make terms with him; he will give him a daughter of women to ruin it, but it will not stand or benefit him.OLCVກະສັດຝ່າຍເໜືອຈະຕັດສິນໃຈຍົກກຳລັງທັງໝົດຂອງອານາຈັກມາ ແລະ ຈະສ້າງພັນທະມິດກັບກະສັດຝ່າຍໃຕ້. ແລ້ວລາວກໍຈະມອບລູກສາວໃຫ້ແຕ່ງງານກັບກະສັດຝ່າຍໃຕ້ ເພື່ອຈະໂຄ່ນລົ້ມອານາຈັກຝ່າຍໃຕ້, ແຕ່ແຜນການຂອງລາວຈະບໍ່ປະສົບຄວາມສຳເລັດ ແລະ ຊ່ວຍຫຍັງລາວບໍ່ໄດ້ເລີຍ.
18Then he'll turn to the coastlands and take many, but a commander will end his arrogance, turning it back on him.OLCVຫລັງຈາກນັ້ນ ລາວກໍຈະຫັນຄວາມສົນໃຈຂອງຕົນໄປທີ່ດິນແດນແຖບແຄມຝັ່ງທະເລ ແລະ ຈະຢຶດດິນແດນຂອງພວກເຂົາໄດ້ຢ່າງຫລວງຫລາຍ. ແຕ່ຜູ້ບັນຊາການຄົນໜຶ່ງຈະເຮັດໃຫ້ລາວໝົດຄວາມຈອງຫອງ ແລະ ຖອຍທັບກັບໄປດ້ວຍຄວາມອັບອາຍ.
19Then he will turn his face toward the fortresses of his own land, stumble, fall, and be found no more.OLCVຫລັງຈາກນີ້, ລາວກໍຈະກັບໄປທີ່ປ້ອມປ້ອງກັນຕ່າງໆໃນປະເທດຂອງຕົນ ແຕ່ລາວຈະສະດຸດ ແລະ ລົ້ມລົງ ບໍ່ມີຜູ້ໃດພົບເຫັນອີກ.
20In his place will rise one who sends a tax collector for the glory of the kingdom; within a few days he'll be broken—not in anger, not in battle.OLCV“ຜູ້ຄອງລາດສືບຕໍ່ຈາກລາວຈະສົ່ງຄົນອອກໄປເກັບພາສີ ເພື່ອຮັກສາຄວາມຮຸ່ງເຮືອງຂອງຕົນໄວ້. ແຕ່ໃນເວລາບໍ່ເທົ່າໃດປີລາວກໍຈະຖືກທຳລາຍ, ແຕ່ກໍບໍ່ແມ່ນຈາກຄວາມໃຈຮ້າຍ ຫລື ຈາກສົງຄາມ.
21A despised man will rise in his place, denied royal honor. He'll come in a time of ease and seize the kingdom through flattery.OLCV“ຜູ້ທີ່ຄອງລາດສຶບຕໍ່ຈາກ ເປັນບຸກຄົນທີ່ໜ້າຢຽດຢາມ ເພາະວ່າລາວບໍ່ມີສິດໃນບັນລັງເລີຍ. ລາວຈະຮຸກຮານອານາຈັກໃນຂະນະທີ່ປະຊາຊົນຮູ້ສຶກປອດໄພ, ແລະ ລາວກໍຈະເຂົ້າມາຢຶດອານາຈັກດ້ວຍກົນອຸບາຍ.
22Armies will be swept away before him and broken, and the prince of the covenant as well.OLCVແລ້ວກອງທັບຂະໜາດໃຫຍ່ຈະຖືກກວາດລ້າງໄປຕໍ່ໜ້າລາວ; ທັງກອງທັບນັ້ນ ແລະ ເຈົ້ານາຍແຫ່ງຄຳໝັ້ນສັນຍາຈະຖືກທຳລາຍດ້ວຍ.
23Once allied with him, he will act dishonestly and grow strong with only a few people.OLCVຫລັງຈາກທີ່ມີການເຮັດຂໍ້ຕົກລົງກັບລາວແລ້ວ, ລາວກໍຈະໃຊ້ກົນອຸບາຍ ແລະ ມີອຳນາດຂຶ້ນມາໂດຍອາໄສຄົນພຽງເລັກນ້ອຍ.
24In a time of security, he will enter the province's richest regions and do what neither his fathers nor their fathers did—scattering plunder, spoil, and goods among them, devising schemes against fortresses, but only for a time.OLCVເມື່ອບັນດາແຂວງທີ່ຮັ່ງມີທີ່ສຸດຮູ້ສຶກປອດໄພແລ້ວ ລາວກໍຈະຮຸກຮານພວກເຂົາ ແລະ ເຮັດໃນສິ່ງທີ່ບັນພະບຸລຸດຂອງຕົນບໍ່ເຄີຍເຮັດ. ລາວຈະແບ່ງຊັບສົມບັດ ແລະ ເຄື່ອງຂອງທີ່ປຸ້ນມາໄດ້ໃຫ້ພັກພວກຂອງຕົນ. ລາວຈະວາງແຜນທໍາລາຍປ້ອມປ້ອງກັນຕ່າງໆ ແຕ່ກໍພຽງໄລຍະເວລາໜຶ່ງເທົ່ານັ້ນ.
25He will rouse his strength and courage against the king of the south with a great army. The king of the south will fight with a very great, mighty army—but won't stand, for plots will be devised against him.OLCV“ລາວຈະລະດົມກຳລັງ ແລະ ຄວາມກ້າຫານຂອງລາວດ້ວຍກອງທັບໃຫຍ່ ແລະ ສູ້ຮົບກັບກະສັດຝ່າຍໃຕ້. ສ່ວນກະສັດຝ່າຍໃຕ້ກໍຈະຍົກກອງທັບໃຫຍ່ ແລະ ເປັນກອງທັບທີ່ມີອຳນາດຫລາຍມາສູ້ຮົບນຳ, ແຕ່ລາວຈະບໍ່ສາມາດຕ້ານທານໄດ້ ເພາະແຜນການຮ້າຍຕ່າງໆ ທີ່ຄົນໄດ້ວາງໄວ້ເພື່ອຕໍ່ສູ້ກັບລາວ.
26Those who eat his food will break him; his army is swept away, and many fall slain.OLCVບັນດາຜູ້ທີ່ຮ່ວມໂຕະກິນອາຫານກັບກະສັດກໍຈະພະຍາຍາມທຳລາຍລາວ; ກອງທັບຂອງລາວຈະຖືກກວາດລ້າງໄປ ແລະ ຄົນເປັນຈໍານວນຫລວງຫລາຍຈະລົ້ມຕາຍໃນສະໜາມຮົບ.
27Both kings' hearts bent on evil will speak lies at one table, but it will fail—the end awaits its appointed time.OLCVກະສັດສອງຄົນທີ່ມີຈິດໃຈຄິດຊົ່ວກໍຈະນັ່ງຮ່ວມໂຕະດຽວກັນ ແລະ ພວກເຂົາຈະເວົ້າຕົວະຕໍ່ກັນ, ແຕ່ກໍບໍ່ມີຜົນຫຍັງ, ເພາະຈຸດຈົບຍັງຄົງຈະມາເຖິງໃນເວລາທີ່ກຳນົດໄວ້,
28He returns to his land with great wealth, heart against the holy covenant; he acts, then returns to his land.OLCVກະສັດຝ່າຍເໜືອຈະກັບຄືນໄປປະເທດຂອງຕົນພ້ອມດ້ວຍຊັບສົມບັດເປັນຈໍານວນຫລວງຫລາຍ. ແຕ່ຈິດໃຈຂອງລາວພັດມຸ່ງຮ້າຍຕໍ່ພັນທະສັນຍາບໍລິສຸດ. ລາວຈະລົງມືເຮັດການຕໍ່ຕ້ານພັນທະສັນຍານັ້ນ ແລ້ວຈຶ່ງກັບກັບຄືນໄປທີ່ດິນແດນຂອງຕົນ.
29At the appointed time he will return and head south, but this time won't match the earlier or the latter.OLCV“ເມື່ອເຖິງເວລາທີ່ກຳນົດແລ້ວ ລາວຈະຮຸກຮານດິນແດນຝ່າຍໃຕ້ອີກ, ແຕ່ຄັ້ງນີ້ຜົນທີ່ໄດ້ຮັບກໍຈະແຕກຕ່າງຈາກຄັ້ງກ່ອນ.
30For ships of Kittim will come against him; he loses heart, turns back, rages against the holy covenant, and acts. He returns and favors those who abandon the holy covenant.OLCVກອງເຮືອແຫ່ງແຄມຝັ່ງຕາເວັນຕົກຈະຕໍ່ຕ້ານລາວ ແລະ ລາວຈະເສຍຂວັນ. ຫລັງຈາກນັ້ນ ລາວກໍຈະຫັນກັບຄືນໄປ ແລະ ລະບາຍຄວາມຄຽດແຄ້ນຕໍ່ພັນທະສັນຍາບໍລິສຸດ. ລາວຈະກັບໄປ ແລະ ສະແດງຄວາມກະລຸນາແກ່ບັນດາຜູ້ທີ່ປະຖິ້ມພັນທະສັນຍາບໍລິສຸດ.
31His forces will rise, defile the sanctuary fortress, end the daily sacrifice, and set up the abomination that causes desolation.OLCV“ກອງກຳລັງຂອງລາວຈະລຸກຂຶ້ນມາເຮັດໃຫ້ປ້ອມປ້ອງກັນຂອງວິຫານໃຫ້ເປັນມົນທິນ ແລະ ຍົກເລີກການຖວາຍເຄື່ອງບູຊາປະຈຳວັນ. ຫລັງຈາກນັ້ນ ພວກເຂົາຈະຕັ້ງສິ່ງທີ່ໜ້າກຽດຊັງຂຶ້ນ ເຊິ່ງເປັນຕົ້ນເຫດຂອງວິບັດ.
32He will corrupt those who violate the covenant with flattery, but people who know their Father will stand firm and act.OLCVລາວຈະທໍາລາຍພວກຜູ້ທີ່ໄດ້ລະເມີດພັນທະສັນຍາ, ແຕ່ປະຊາຊົນທີ່ຮູ້ຈັກພຣະເຈົ້າຂອງຕົນຈະຕໍ່ຕ້ານລາວຢ່າງເຂັ້ມແຂງ.
33The wise among the people will teach many, but will fall for a time by sword, flame, captivity, and plunder.OLCV“ບັນດາຜູ້ທີ່ມີປັນຍາຈະແນະນຳສັ່ງສອນຄົນຈຳນວນຫລາຍ, ເຖິງແມ່ນວ່າໃນໄລຍະເວລາໜຶ່ງພວກເຂົາຈະຕາຍດ້ວຍຄົມດາບ ຫລື ຖືກເຜົາ ຫລື ຖືກຈັບເປັນຊະເລີຍ ຫລື ຖືກປຸ້ນ.
34When they fall, they will receive a little help, and many will join them with flattery.OLCVເມື່ອພວກເຂົາລົ້ມລົງ, ພວກເຂົາກໍຈະໄດ້ຮັບຄວາມຊ່ວຍເຫລືອພຽງເລັກນ້ອຍ ແລະ ມີຫລາຍຄົນທີ່ບໍ່ຈິງໃຈຈະມາຮ່ວມກັບພວກເຂົາ.
35Some of the wise will stumble, to be refined, purified, and cleansed until the end time, for it still awaits the set time.OLCVຜູ້ມີປັນຍາບາງຄົນຈະສະດຸດລົ້ມ ກໍເພື່ອພວກເຂົາຈະໄດ້ຮັບການຫລອມ, ຖືກຊຳລະໃຫ້ບໍລິສຸດ ແລະ ບໍ່ມີຈຸດດ່າງພອຍ ຈົນເຖິງເວລາວາລະສຸດທ້າຍ ເຊິ່ງຈະມາເຖິງຕາມທີ່ກຳນົດໄວ້.
36The king will do as he pleases, lifting and enlarging himself above every god, speaking shocking things against our Father. He will flourish until the wrath is spent, since what is decreed will happen.OLCV“ກະສັດຄົນນັ້ນຈະເຮັດຕາມຄວາມພໍໃຈຂອງຕົນເອງ. ລາວຈະຍົກຕົນຂຶ້ນ ແລະ ເຮັດໃຫ້ຕົນຢູ່ເໜືອພະທັງໝົດ ແລະ ຈະເວົ້າລົບຫລູ່ພຣະເຈົ້າຜູ້ຢູ່ເໜືອພະທັງໝົດຢ່າງທີ່ບໍ່ເຄີຍໄດ້ຍິນມາກ່ອນ. ລາວຈະພົບຄວາມສຳເລັດຈົນຄົບເວລາແຫ່ງຄວາມໂກດຮ້າຍ. ເພາະສິ່ງທີ່ໄດ້ກຳນົດໄວ້ນັ້ນຈະຕ້ອງເກີດຂຶ້ນ.
37He will disregard his fathers' gods, women's desired one, and every god—he will set himself above them all.OLCVລາວຈະບໍ່ສົນໃຈບັນດາພະຂອງບັນພະບູລຸດຂອງຕົນ ຫລື ຜູ້ທີ່ບັນດາຜູ້ຍິງໄຝ່ຫາ ຫລື ລາວຈະບໍ່ສົນໃຈພະໃດ, ແຕ່ລາວຈະຍົກຕົນເອງເໜືອບັນດາພະທັງໝົດ.
38Instead he'll honor a god of fortresses, unknown to his fathers, with gold, silver, precious stones, and costly gifts.OLCVລາວຈະຍົກຍ້ອງພະແຫ່ງປ້ອມປ້ອງກັນ; ເຊິ່ງບັນພະບຸລຸດຂອງລາວບໍ່ຮູ້ນັກແທນພະເຫລົ່ານັ້ນ, ລາວຈະຍົກຍ້ອງເຊີດຊູດ້ວຍເງິນ, ຄໍາ, ເພັດນິນຈິນດາ ແລະ ຂອງຂັວນທີ່ມີຄ່າ.
39With a foreign god he attacks the strongest fortresses. He greatly honors those who acknowledge him, gives them rule over many, and divides land for a price.OLCVລາວຈະໂຈມຕີປ້ອມປ້ອງກັນອັນແຂງແກ່ນທີ່ສຸດໂດຍຄວາມຊ່ວຍເຫລືອຂອງພະຕ່າງຊາດ ແລະ ຈະຍົກຍ້ອງເຊີດຊູບັນດາຜູ້ທີ່ຍອມຮັບລາວ. ລາວຈະຕັ້ງຄົນເຫລົ່ານັ້ນໃຫ້ມີອຳນາດປົກຄອງຄົນເປັນຈຳນວນຫລາຍ ແລະ ຈະມອບທີ່ດິນໃຫ້ເປັນລາງວັນ.
40At the end time, the king of the south will engage him, and the king of the north will storm against him with chariots, horsemen, and many ships. He will invade the lands, overflow, and pass through.OLCV“ໃນວາລະສຸດທ້າຍ ກະສັດຝ່າຍໃຕ້ຈະຕໍ່ສູ້ລາວໃນສະໜາມຮົບ ແລະ ກະສັດຝ່າຍເໜືອນັ້ນຈະລະດົມລົດມ້າຮົບ, ກອງທັບມ້າ ແລະ ກອງທັບເຮືອໃຫຍ່. ລາວຈະຮຸກຮານຫລາຍປະເທດ ແລະ ກວາດລ້າງໄປທົ່ວເໝືອນນ້ຳຖ້ວມ.
41He enters the beautiful land; many fall, but Edom, Moab, and Ammon's chief sons escape his hand.OLCVລາວຈະຮຸກຮານດິນແດນອັນງົດງາມດ້ວຍ. ຫລາຍປະເທດຈະຫລົ້ມຈົມ, ແຕ່ເອໂດມ, ໂມອາບ ແລະ ບັນດາຜູ້ນຳອຳໂມນຈະໄດ້ຮັບການຊ່ວຍກອບກູ້ອອກຈາກມືຂອງລາວ.
42He will stretch out his hand against the lands, and the land of Egypt will not escape.OLCVລາວຈະຂະຫຍາຍອຳນາດອອກໄປຫລາຍປະເທດ; ແມ່ນແຕ່ເອຢິບກໍຈະບໍ່ພົ້ນມືລາວ.
43He will rule gold and silver treasures, and all Egypt's riches, with Libyans and Cushites at his heels.OLCVລາວຈະຄອບຄອງຄັງຄຳ, ຄັງເງິນ ແລະ ຊັບສົມບັດທັງໝົດຂອງເອຢິບ, ຊາວລີເບຍ ແລະ ຊາວກູເຊກໍຍອມຈຳນົນຕໍ່ລາວ.
44But news from the east and north will terrify him, and he'll set out in great rage to destroy and annihilate many.OLCVຂ່າວທີ່ມາຈາກທິດຕາເວັນອອກ ແລະ ທາງທິດເໜືອຈະເຮັດໃຫ້ລາວຕື່ນຕົກໃຈ ແລະ ລາວຈະຍົກທັບອອກໄປດ້ວຍຄວາມໃຈຮ້າຍຢ່າງຮຸນແຮງ ເພື່ອທຳລາຍລ້າງຄົນເປັນຈຳນວນຫລວງຫລາຍ.
45He will pitch his palace tents between the seas and the beautiful holy mountain, then come to his end with no helper.OLCVລາວຈະກາງເຕັນຫລວງຂຶ້ນລະຫວ່າງທະເລທີ່ພູເຂົາບໍລິສຸດອັນງົດງາມ. ແຕ່ລາວກໍຈະເຖິງຈຸດຈົບ ແລະ ບໍ່ມີຜູ້ໃດຈະຊ່ວຍລາວ.