Skip to content
The Believer's Library

Biblica® Open Lao Contemporary Version

Daniel 10 OLCV

Show OLCV only
Verse × ×
1 In Cyrus king of Persia's third year, a message was revealed to Daniel, called Belteshazzar—true, about a great war. He understood it, gaining insight into the vision. ໃນ​ປີ​ທີ​ສາມ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ, ພຣະເຈົ້າ​ໄດ້​ເປີດເຜີຍ​ເລື່ອງ​ໜຶ່ງ​ແກ່​ດານີເອນ (ເຊິ່ງ​ມີ​ຊື່​ວ່າ​ເບັນເຕຊັດຊາເຣ). ມັນ​ເປັນ​ເລື່ອງ​ຈິງ ແລະ ເປັນ​ເລື່ອງ​ສົງຄາມ​ໃຫຍ່. ເພິ່ນ​ໄດ້​ຮັບ​ຄວາມ​ເຂົ້າໃຈ​ຂໍ້ຄວາມ​ນີ້​ໂດຍ​ທາງ​ນິມິດ.
2 In those days I, Daniel, was mourning for three full weeks. ໃນ​ເວລາ​ນັ້ນ, ຂ້າພະເຈົ້າ ດານີເອນ​ໄດ້​ເປັນ​ທຸກ​ຢູ່​ຕະຫລອດ​ສາມ​ອາທິດ.
3 I ate no fine food; no meat or wine touched my mouth; I used no oil at all, until three weeks passed. ຂ້າພະເຈົ້າ​ບໍ່​ກິນ​ອາຫານ​ທີ່​ດີ; ບໍ່​ກິນ​ຊີ້ນ ຫລື ຮີມສົບ​ຂອງ​ຂ້າພະເຈົ້າ​ກໍ​ບໍ່​ແຕະ​ເຫລົ້າອະງຸ່ນ ແລະ ບໍ່​ໄດ້​ໃຊ້​ເຄື່ອງ​ທາ​ກາຍ​ຈົນ​ກວ່າ​ຈະ​ຜ່ານ​ສາມ​ອາທິດ​ນັ້ນ​ໄປ.
4 On the twenty-fourth day of month one, I stood on the bank of the great river—the Tigris. ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ​ທີ​ໜຶ່ງ, ຂະນະ​ທີ່​ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ແຄມ​ແມ່ນໍ້າ​ໃຫຍ່​ຕິກຣິດ,
5 I looked up and saw a man in linen, a belt of fine gold of Uphaz around his waist. ຂ້າພະເຈົ້າ​ເງີຍ​ໜ້າ​ຂຶ້ນ ແລ້ວ​ກໍ​ເຫັນ​ຊາຍ​ຜູ້​ໜຶ່ງ​ຢູ່​ຕໍ່ໜ້າ​ຂ້າພະເຈົ້າ ນຸ່ງ​ຜ້າຝ້າຍລິນິນ​ເນື້ອລະອຽດ​ດີ, ຂັດ​ສາຍແອວ​ຄຳ​ເນື້ອ​ດີ​ຈາກ​ອູຟາດ​ໃສ່​ແອວ​ຂອງ​ຕົນ.
6 His body like beryl, his face like lightning, his eyes like torches of fire, his arms and legs like polished bronze, and the sound of his words like a roaring crowd. ຮ່າງກາຍ​ຂອງ​ເພິ່ນ​ສຸກໃສ​ເໝືອນ​ບຸດສະລາຄຳ, ໜ້າ​ຂອງ​ເພິ່ນ​ເຈີດຈ້າ​ເໝືອນ​ແສງ​ຟ້າ​ແມບ, ຕາ​ຂອງ​ເພິ່ນ​ເປັນ​ເໝືອນ​ກະບອງ​ໄຟ​ທີ່​ກຳລັງ​ລຸກ​ຢູ່, ແຂນ​ຂອງ​ເພິ່ນ ແລະ ຂາ​ຂອງ​ເພິ່ນ​ເປັນ​ເໝືອນ​ທອງສຳລິດ​ທີ່​ຂັດ​ເງົາ ແລະ ສຽງ​ຂອງ​ເພິ່ນ​ດັງ​ເໝືອນ​ສຽງ​ຂອງ​ຄົນ​ກຸ່ມ​ໃຫຍ່.
7 I, Daniel, alone saw the vision; the men with me didn't see it, but great trembling fell on them, and they fled and hid. ຂ້າພະເຈົ້າ ດານີເອນ ເປັນ​ຜູ້​ດຽວ​ທີ່​ໄດ້​ເຫັນ​ນິມິດ​ນັ້ນ; ບັນດາ​ຄົນ​ທີ່​ຢູ່​ກັບ​ຂ້າພະເຈົ້າ​ບໍ່​ເຫັນ​ຫຍັງ​ເລີຍ, ແຕ່​ພວກເຂົາ​ກໍ​ຢ້ານກົວ​ຈົນ​ພວກເຂົາ​ໄດ້​ໜີ​ໄປ​ລີ້.
8 Left alone, I saw this great vision. No strength remained in me; my face turned deathly pale, and I kept no strength. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຖືກ​ປະຖິ້ມ​ໄວ້​ຢູ່​ຄົນ​ດຽວ, ຂ້າພະເຈົ້າ​ຈ້ອງ​ເບິ່ງ​ນິມິດ​ອັນ​ຍິ່ງໃຫຍ່​ນີ້; ແລ້ວ​ຂ້າພະເຈົ້າ​ບໍ່​ມີ​ໝົດ​ເຫື່ອແຮງ, ໃບ​ໜ້າ​ຂອງ​ຂ້າພະເຈົ້າ​ກໍ​ຊີດ​ເຂົ້າ​ເໝືອນ​ຄົນ​ຕາຍ ແລະ ກໍ​ເຮັດ​ຫຍັງ​ບໍ່​ໄດ້.
9 Then I heard his words, and hearing them, I fell face down on the ground in a deep sleep. ຫລັງ​ຈາກ​ນັ້ນ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ຜູ້​ນັ້ນ​ກຳລັງ​ເວົ້າ ແລະ ຂະນະ​ທີ່​ຂ້າພະເຈົ້າ​ຟັງ​ເພິ່ນ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ໝົດ​ສະຕິ​ລົ້ມ​ລົງ​ທີ່​ພື້ນດິນ.
10 Suddenly a hand touched me and set me trembling on my hands and knees. ມີ​ມື​ໜຶ່ງ​ມາ​ແຕະ​ຂ້າພະເຈົ້າ ແລະ ໄດ້​ໂຊມ​ຂ້າພະເຈົ້າ​ໃຫ້​ຄ່ອຍໆ​ລຸກ​ຂຶ້ນ​ດ້ວຍ​ມື ແລະ ຫົວເຂົ່າ​ທີ່​ສັ່ນ​ຢູ່.
11 He said to me, "Daniel, dearly loved man, understand the words I speak to you; stand up, for I am now sent to you." When he spoke this word to me, I stood up, trembling. ເພິ່ນ​ໄດ້​ກ່າວ​ວ່າ, “ດານີເອນ, ເຈົ້າ​ຜູ້​ເປັນ​ທີ່​ຮັກ, ຈົ່ງ​ໃສ່ໃຈ​ຟັງ​ຖ້ອຍຄຳ​ທີ່​ເຮົາ​ຈະ​ກ່າວ​ກັບ​ເຈົ້າ ແລະ ຈົ່ງ​ຢືນ​ຂຶ້ນ, ເພາະ​ບັດນີ້ ພຣະເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຫາ​ເຈົ້າ”. ເມື່ອ​ເພິ່ນ​ກ່າວ​ດັ່ງນີ້​ຕໍ່​ຂ້າພະເຈົ້າ​ແລ້ວ ຂ້າພະເຈົ້າ​ກໍ​ຢືນ​ຂຶ້ນ​ໂດຍ​ທີ່​ໂຕ​ຍັງ​ສັ່ນ​ຢູ່.
12 He said to me, "Don't be afraid, Daniel. From the first day you set your heart to understand and humbled yourself before your Father, your words were heard, and I came because of your words. ແລ້ວ​ເພິ່ນ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ດານີເອນ, ຢ່າ​ຢ້ານ​ເລີຍ. ຕັ້ງ​ແຕ່​ມື້​ທຳອິດ​ທີ່​ເຈົ້າ​ຕັ້ງໃຈ​ທີ່​ຈະ​ຫາ​ຄວາມ​ເຂົ້າໃຈ ແລະ ຖ່ອມໃຈ​ລົງ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ເຈົ້າ, ພຣະອົງ​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ເຈົ້າ ແລະ ເຮົາ​ມາ​ເພື່ອ​ຕອບ​ຄຳ​ອະທິຖານ​ຂອງ​ເຈົ້າ.
13 But the prince of Persia's kingdom opposed me twenty-one days; then Michael, one of the chief princes, came to help me, for I was left there with Persia's kings. ແຕ່​ເທວະດາ​ແຫ່ງ​ອານາຈັກ​ເປີເຊຍ​ໄດ້​ຂັດຂວາງ​ເຮົາ​ໄວ້​ເປັນ​ເວລາ​ຊາວເອັດ​ວັນ. ຫລັງ​ຈາກ​ນັ້ນ ມີຄາເອນ ໜຶ່ງ​ໃນ​ຫົວໜ້າ​ບັນດາ​ເທວະດາ​ໄດ້​ມາ​ຊ່ວຍ​ເຮົາ, ເພາະ​ເຮົາ​ຖືກ​ກັກຂັງ​ໄວ້​ຢູ່​ທີ່​ນັ້ນ​ກັບ​ກະສັດ​ແຫ່ງ​ເປີເຊຍ.
14 I came to help you understand your people's future in days to come, for the vision is for days still ahead." ບັດນີ້ ເຮົາ​ມາ​ເພື່ອ​ອະທິບາຍ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ​ໃນ​ອະນາຄົດ, ເພາະ​ນິມິດ​ນັ້ນ​ກ່ຽວກັບ​ການ​ເວລາ​ຂ້າງ​ໜ້າ”.
15 As he spoke these words to me, I turned my face to the ground, unable to speak. ໃນ​ຂະນະ​ທີ່​ເພິ່ນ​ກໍາລັງ​ກ່າວ​ສິ່ງ​ນີ້​ກັບ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ໝູບ​ໜ້າ​ລົງ​ພື້ນດິນ ແລະ ມິດງຽບ​ຢູ່.
16 Then one like a man touched my lips. I opened my mouth and began to speak. I said to the one standing before me, "My lord, the vision has filled me with pain, and I have no strength left. ແລ້ວ​ຜູ້​ທີ່​ເບິ່ງ​ຄື​ມະນຸດ​ໄດ້​ເດ່​ມື​ອອກ​ມາ​ບາຍ​ຮິມສົບ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈຶ່ງ​ເປີດ​ອອກ ແລ້ວ​ກໍ​ເລີ່ມຕົ້ນ​ເວົ້າ. ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ວ່າ, “ນາຍ​ເອີຍ, ຂ້ານ້ອຍ​ທຸກໃຈ​ຫລາຍ​ເພາະ​ນິມິດ​ນັ້ນ ແລະ ຂ້ານ້ອຍ​ກໍ​ຮູ້ສຶກ​ອ່ອນແຮງ​ຫລາຍ.
17 How can I, your servant, speak with you, my lord? No strength remains in me now, no breath is left." ນາຍ​ເອີຍ, ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ກ່າວ​ກັບ​ທ່ານ​ໄດ້​ຢ່າງໃດ? ຂ້ານ້ອຍ​ໝົດ​ແຮງ​ແລ້ວ ແລະ ແມ່ນ​ແຕ່​ຫາຍໃຈ​ກໍ​ຍັງ​ບໍ່​ໄຫວ”.
18 Again the one who looked like a man touched me and strengthened me. ແລ້ວ​ຜູ້​ທີ່​ເບິ່ງ​ຄື​ມະນຸດ​ກໍ​ແຕະຕ້ອງ​ຂ້າພະເຈົ້າ ແລະ ເຮັດ​ໃຫ້​ຂ້າພະເຈົ້າ​ມີ​ແຮງ​ຂຶ້ນ.
19 He said, "Don't be afraid, treasured one. Peace to you; be strong, be strong!" His words strengthened me, and I said, "Speak, my lord, for you have strengthened me." ເພິ່ນ​ໄດ້​ກ່າວ​ວ່າ, “ເຈົ້າ​ຜູ້​ເປັນ​ທີ່​ຮັກ, ຢ່າ​ຢ້ານ​ເລີຍ, ສັນຕິສຸກ​ຈົ່ງ​ມີ​ແກ່​ເຈົ້າ! ບັດນີ້ ຈົ່ງ​ເຂັ້ມແຂງ; ຈົ່ງ​ເຂັ້ມແຂງ”. ເມື່ອ​ເພິ່ນ​ກ່າວ​ດັ່ງນັ້ນ​ຕໍ່​ຂ້າພະເຈົ້າ​ແລ້ວ, ຂ້າພະເຈົ້າ​ກໍ​ແຂງແຮງ​ຂຶ້ນ ແລະ ໄດ້​ເວົ້າ​ວ່າ “ນາຍ​ເອີຍ, ຂໍ​ໃຫ້​ທ່ານ​ໄດ້​ກ່າວ​ຕໍ່​ໄປ ເນື່ອງຈາກ​ທ່ານ​ໄດ້​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ແລ້ວ”.
20 He said, "Do you know why I came to you? Now I return to fight Persia's prince; then, as I leave, Greece's prince comes. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ກ່າວ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ດ້ວຍ​ເຫດ​ໃດ​ເຮົາ​ຈຶ່ງ​ມາ​ຫາ​ເຈົ້າ? ອີກ​ບໍ່​ດົນ​ເຮົາ​ຈະ​ກັບ​ມາ​ຕໍ່ສູ້​ເທວະດາ​ແຫ່ງ​ເປີເຊຍ ແລະ ເມື່ອ​ເຮົາ​ໄປ​ແລ້ວ, ເທວະດາ​ແຫ່ງ​ກຣີກ​ກໍ​ຈະ​ມາ;
21 But first I'll tell you what's written in the Book of Truth: none stands firmly with me against them but Michael, your prince." ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ເຮົາ​ມາ​ກໍ​ເພື່ອ​ຈະ​ບອກ​ເຈົ້າ​ເຖິງ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ແຫ່ງ​ຄວາມຈິງ. (ບໍ່​ມີ​ຜູ້ໃດ​ຊ່ວຍ​ເຮົາ​ຕໍ່ສູ້​ກັບ​ເທວະດາ​ທັງ​ສອງ​ນັ້ນ ນອກຈາກ​ມີຄາເອນ​ເທວະດາ​ຂອງ​ທ່ານ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]