Skip to content
The Believer's Library

Biblica® Open Lao Contemporary Version

Daniel 9 OLCV

Show OLCV only
Verse × ×
1 In the first year of Darius son of Xerxes, a Mede, made king over the Babylonian realm. ໃນ​ປີ​ທຳອິດ​ຂອງ​ການ​ປົກຄອງ​ຂອງ​ດາຣິອຸດ​ລູກຊາຍ​ຂອງ​ເຊເຊັດ (ມີ​ເຊື້ອສາຍ​ຈາກ​ຄົນ​ເມເດຍ), ເຊິ່ງ​ໄດ້​ຂຶ້ນ​ປົກຄອງ​ອານາຈັກ​ບາບີໂລນ
2 In his reign's first year, I, Daniel, understood from the books how many years our Father told Jeremiah the prophet: seventy, to complete Jerusalem's ruins. ໃນ​ປີ​ທຳອິດ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ, ຂ້າພະເຈົ້າ​ດານີເອນ ໄດ້​ເຂົ້າໃຈ​ຈາກ​ພຣະຄຳພີ​ທີ່​ກ່ຽວ​ກັບ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ກ່າວ​ໄວ້​ກັບ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ ເຢຣູຊາເລັມ​ຈະ​ຮົກຮ້າງ​ຫັກພັງ​ເປັນ​ເວລາ​ເຈັດສິບ​ປີ.
3 So I turned my face to the Sovereign Father, to seek him in prayer and pleading, with fasting, sackcloth, and ashes. ຂ້າພະເຈົ້າ​ຈຶ່ງ​ຕັ້ງ​ໜ້າ​ອະທິຖານ​ຕໍ່​ພຣະເຈົ້າ ອົງພຣະຜູ້ເປັນເຈົ້າ ດ້ວຍ​ການ​ອະທິຖານ, ການ​ອ້ອນວອນ, ຖືສິນ​ອົດ​ອາຫານ, ນຸ່ງ​ຜ້າ​ກະສອບເຂົ້າ ແລະ ເກືອກ​ຂີ້ເຖົ່າ​ຢູ່.
4 I prayed to my Father, confessing: "Sovereign Father, great and awesome, keeping covenant and faithful love for those loving him and keeping his commands, ຂ້າພະເຈົ້າ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ແລະ ສາລະພາບ​ບາບ​ວ່າ: “ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຜູ້​ຍິ່ງໃຫຍ່ ແລະ ໜ້າ​ຢຳເກງ, ຜູ້​ຮັກສາ​ພັນທະສັນຍາ​ແຫ່ງ​ຄວາມ​ຮັກ​ຕໍ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ແລະ ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ,
5 we have sinned, done wrong, done evil, rebelled, turning from your commands and rulings. ພວກຂ້ານ້ອຍ​ໄດ້​ເຮັດ​ບາບ ແລະ ເຮັດ​ຜິດ. ພວກຂ້ານ້ອຍ​ໄດ້​ເຮັດ​ຊົ່ວ ແລະ ກະບົດ​ຕໍ່​ພຣະອົງ; ພວກຂ້ານ້ອຍ​ໄດ້​ຫັນ​ໜີ​ໄປ​ຈາກ​ຄຳສັ່ງ ແລະ ກົດເກນ​ຕ່າງໆ​ຂອງ​ພຣະອົງ.
6 We haven't listened to your servant prophets speaking in your name to our kings, princes, ancestors, and all the land's people. ພວກຂ້ານ້ອຍ​ບໍ່​ໄດ້​ເຊື່ອຟັງ​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ, ເຊິ່ງ​ໄດ້​ເວົ້າ​ໃນ​ນາມ​ຂອງ​ພຣະອົງ​ຕໍ່​ບັນດາ​ກະສັດ, ບັນດາ​ເຈົ້ານາຍ ແລະ ບັນດາ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ ແລະ ຕໍ່​ປະຊາຊົນ​ທັງໝົດ​ຂອງ​ແຜ່ນດິນ.
7 Righteousness is yours, Sovereign Father, but ours is open shame today—Judah's people, Jerusalem's residents, all Israel, near and far, in every land where you drove them for their unfaithfulness to you. “ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຊອບທຳ ແຕ່​ວັນ​ນີ້​ພວກຂ້ານ້ອຍ​ຖືກ​ອັບອາຍ​ຂາຍໜ້າ ບໍ່​ວ່າ​ຈະ​ເປັນ​ຊາວ​ຢູດາຍ, ຊາວ​ເຢຣູຊາເລັມ ແລະ ຊາວ​ອິດສະຣາເອນ​ທັງໝົດ, ທັງ​ຜູ້​ທີ່​ຢູ່​ໃກ້ ແລະ ໄກ​ໃນ​ປະເທດ​ຕ່າງໆ​ທີ່​ພຣະອົງ​ໄດ້​ເຮັດໃຫ້​ພວກຂ້ານ້ອຍ​ກະຈັດ​ກະຈາຍ​ໄປ ເພາະ​ພວກຂ້ານ້ອຍ​ບໍ່ສັດຊື່​ຕໍ່​ພຣະອົງ.
8 O our Father, open shame belongs to us—our kings, princes, and ancestors—because we sinned against you. ຂ້າແດ່​ພຣະເຈົ້າຢາເວ, ພວກຂ້ານ້ອຍ ແລະ ບັນດາ​ກະສັດ​ຂອງ​ພວກຂ້ານ້ອຍ, ບັນດາ​ເຈົ້ານາຍ​ຂອງ​ພວກຂ້ານ້ອຍ ແລະ ບັນດາ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ຕ້ອງ​ຖືກ​ອັບອາຍ​ຂາຍໜ້າ, ເພາະ​ພວກຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ.
9 To the Sovereign Father belong mercy and forgiveness, for we have rebelled against him, ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ແມ່ນ​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ໃຫ້​ອະໄພ, ເຖິງ​ແມ່ນ​ວ່າ​ພວກຂ້ານ້ອຍ​ໄດ້​ກະບົດ​ຕໍ່​ພຣະອົງ​ກໍ​ຕາມ.
10 and we disobeyed our Father's voice to walk in his laws set before us through his servants the prophets. ພວກຂ້ານ້ອຍ​ບໍ່​ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ຫລື ບໍ່​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ.
11 All Israel broke your law and turned away, refusing to obey your voice. So the curse and the sworn oath written in the Law of Moses, our Father's servant, poured out on us, because we sinned against him. ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ລ່ວງລະເມີດ​ກົດບັນຍັດ​ຂອງ​ພຣະອົງ ແລະ ໄດ້​ຫລົງ​ຕະເຫລີດ​ໄປ, ບໍ່​ຍອມ​ເຊື່ອຟັງ​ພຣະອົງ. “ເຫດສະນັ້ນ ຄຳສາບແຊ່ງ ແລະ ຄໍາສາບານ​ທັງຫລາຍ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ເທ​ລົງ​ມາ​ໃສ່​ພວກຂ້ານ້ອຍ, ເພາະ​ພວກຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ.
12 He confirmed his words against us and our judges who judged us, bringing great disaster on us; nothing under all heaven matches what happened to Jerusalem. ພຣະອົງ​ໄດ້​ເຮັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ກັບ​ພວກຂ້ານ້ອຍ ແລະ ບັນດາ​ຜູ້​ປົກຄອງ​ຂອງ​ພວກຂ້ານ້ອຍ ໂດຍ​ການ​ນຳ​ເອົາ​ໄພພິບັດ​ໃຫຍ່​ມາ​ສູ່​ພວກຂ້ານ້ອຍ. ທົ່ວ​ໃຕ້​ຟ້າ​ສະຫວັນ​ບໍ່​ມີ​ສິ່ງ​ໃດ​ເກີດ​ຂຶ້ນ​ເທົ່າ​ກັບ​ທີ່​ເກີດ​ຂຶ້ນ​ກັບ​ເຢຣູຊາເລັມ.
13 As written in the Law of Moses, all this disaster came on us; yet we have not sought our Father's favor by turning from our sins and understanding your truth. ໄພພິບັດ​ທັງໝົດ​ນີ້​ເກີດ​ຂຶ້ນ​ກັບ​ພວກຂ້ານ້ອຍ, ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ໃນ​ກົດບັນຍັດ​ຂອງ​ໂມເຊ. ແຕ່​ເຖິງ​ປານ​ນັ້ນ ພວກຂ້ານ້ອຍ​ກໍ​ບໍ່​ໄດ້​ສະແຫວງຫາ​ຄວາມ​ເມດຕາ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ໂດຍ​ຫັນ​ກັບ​ຈາກ​ຄວາມ​ບາບ​ທັງຫລາຍ​ຂອງ​ພວກຂ້ານ້ອຍ ແລະ ບໍ່​ໄດ້​ສົນໃຈ​ຕໍ່​ຄວາມຈິງ​ຂອງ​ພຣະອົງ​ເລີຍ.
14 So our Father readied the disaster and brought it on us, for our Father is righteous in all he does; but we did not obey his voice. ພຣະເຈົ້າຢາເວ​ບໍ່​ໄດ້​ລັງເລ​ໃຈ​ທີ່​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກຂ້ານ້ອຍ, ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ນັ້ນ​ຊອບທຳ​ໃນ​ທຸກສິ່ງ​ທີ່​ພຣະອົງ​ກະທຳ; ແຕ່​ເຖິງ​ປານ​ນັ້ນ ພວກຂ້ານ້ອຍ​ກໍ​ຍັງ​ບໍ່​ຍອມ​ເຊື່ອຟັງ​ພຣະອົງ.
15 And now, Sovereign Father, you brought your people out of Egypt with a strong hand and made yourself a name lasting to this day—we sinned, we did wrong. “ບັດນີ້, ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ຜູ້​ທີ່​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ມື​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ຜູ້​ສະຖາປະນາ​ນາມ​ຂອງ​ພຣະອົງ ເຊິ່ງ​ຍືນຍົງ​ຈົນ​ເຖິງ​ທຸກ​ວັນ​ນີ້, ພວກຂ້ານ້ອຍ​ໄດ້​ເຮັດ​ບາບ ແລະ ພວກຂ້ານ້ອຍ​ໄດ້​ເຮັດ​ຜິດ​ໄປ​ແລ້ວ.
16 Sovereign Father, by all your righteous acts, turn your anger and rage from your city Jerusalem, your holy mountain—for our sins and our ancestors' wrongdoing made Jerusalem and your people a disgrace to all around us. ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ເພື່ອ​ໃຫ້​ສອດຄ່ອງ​ກັບ​ການ​ກະທຳ​ອັນ​ຊອບທຳ​ທັງໝົດ​ຂອງ​ພຣະອົງ ຂໍ​ໂຜດ​ຫັນ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ ແລະ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ອອກ​ຈາກ​ເຢຣູຊາເລັມ, ເມືອງ​ຂອງ​ພຣະອົງ ແລະ ພູເຂົາ​ສັກສິດ​ຂອງ​ພຣະອົງ. ເພາະ​ຄວາມ​ບາບ​ຂອງ​ພວກຂ້ານ້ອຍ ແລະ ຄວາມ​ຊົ່ວຊ້າ​ຂອງ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ ເປັນ​ເຫດ​ໃຫ້​ເຢຣູຊາເລັມ ແລະ ປະຊາຊົນ​ຂອງ​ພຣະອົງ​ກາຍ​ເປັນ​ທີ່​ຢຽດຢາມ​ຂອງ​ຄົນ​ທັງໝົດ​ທີ່​ຢູ່​ອ້ອມ​ພວກຂ້ານ້ອຍ.
17 Now, our Father, hear your servant's prayer and pleas, and shine your face on your desolate sanctuary, for your own sake, Sovereign Father. “ຂ້າແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ບັດນີ້ ຂໍ​ໂຜດ​ຟັງ​ຄຳ​ອະທິຖານ ແລະ ຄໍາ​ອ້ອນວອນ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ. ຂ້າແດ່​ອົງພຣະຜູ້ເປັນເຈົ້າ ເພື່ອ​ເຫັນ​ແກ່​ພຣະອົງ​ເອງ, ຂໍໂຜດ​ຫລຽວ​ເບິ່ງ​ສະຖານ​ນະມັດສະການ​ອັນ​ຮົກຮ້າງ​ຂອງ​ພຣະອົງ​ດ້ວຍ​ຄວາມ​ກະລຸນາ​ດ້ວຍ.
18 Turn your ear toward us, my Father, and hear; open your eyes, see our ruins and the city called by your name. We bring our pleas before you not for our righteousness but your great mercy. ຂ້າແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ຂໍ​ໂຜດ​ງ່ຽງ​ຫູ​ຟັງ​ພວກຂ້ານ້ອຍ; ຂໍ​ເປີດ​ຕາ​ຂອງ​ພຣະອົງ​ອອກ ແລະ ເບິ່ງ​ຄວາມ​ຮົກຮ້າງ​ຂອງ​ເມືອງ​ທີ່​ໃຊ້​ນາມ​ຂອງ​ພຣະອົງ. ພວກຂ້ານ້ອຍ​ອ້ອນວອນ​ຂໍ​ຕໍ່​ພຣະອົງ ບໍ່​ແມ່ນ​ເພາະ​ພວກຂ້ານ້ອຍ​ເປັນ​ຄົນ​ຊອບທຳ, ແຕ່​ເພາະ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.
19 Sovereign Father, hear! Sovereign Father, forgive! Sovereign Father, listen and act! Don't delay, for your sake, my Father, because your city and your people bear your name." ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ຂໍ​ໂຜດ​ຮັບ​ຟັງ​ພວກຂ້ານ້ອຍ! ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ຂໍ​ໂຜດ​ອະໄພ​ໃຫ້​ພວກຂ້ານ້ອຍ! ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ຂໍ​ໂຜດ​ຮັບ​ຟັງ​ພວກຂ້ານ້ອຍ ແລະ ໂຜດ​ຊ່ວຍ! ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ, ເພື່ອ​ເຫັນ​ແກ່​ພຣະອົງ, ຂໍ​ໂຜດ​ຢ່າ​ຊັກຊ້າ​ເລີຍ, ເພາະ​ວ່າ​ເມືອງ​ຂອງ​ພຣະອົງ ແລະ ປະຊາຊົນ​ຂອງ​ພຣະອົງ​ໃຊ້​ຂອງ​ພຣະອົງ”.
20 Still speaking, praying, confessing my sin and my people Israel's sin, laying my plea before my Father for my Father's holy hill, ໃນ​ຂະນະ​ທີ່ ຂ້າພະເຈົ້າ​ກໍາລັງ​ເວົ້າ ແລະ ອະທິຖານ​ສາລະພາບ​ບາບ​ຂອງ​ຂ້າພະເຈົ້າ ແລະ ບາບ​ຂອງ​ຊາວ​ອິດສະຣາເອນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້າພະເຈົ້າ ແລະ ອ້ອນວອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ເພື່ອ​ພູເຂົາ​ສັກສິດ​ຂອງ​ພຣະອົງ
21 while I was still praying, Gabriel, the man I saw earlier in the vision, reached me, flying fast, about the time of the evening offering. ໃນ​ຂະນະ​ທີ່​ຂ້າພະເຈົ້າ​ຍັງ​ອະທິຖານ​ຢູ່​ນັ້ນ, ຄັບຣີເອນ ຜູ້​ທີ່​ຂ້າພະເຈົ້າ​ເຫັນ​ໃນ​ນິມິດ​ຄັ້ງ​ນັ້ນ, ເຫາະ​ມາ​ຫາ​ຂ້າພະເຈົ້າ​ຢ່າງ​ວ່ອງໄວ​ເປັນ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຕອນແລງ.
22 He gave me insight, speaking with me and saying, "Daniel, I have now come out to give you insight and understanding. ເພິ່ນ​ໄດ້​ແນະນໍາ​ຂ້າພະເຈົ້າ ແລະ ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ດານີເອນ, ບັດນີ້ ເຮົາ​ໄດ້​ມາ​ເພື່ອ​ໃຫ້​ເຈົ້າ​ຮູ້​ຢ່າງ​ຈະ​ແຈ້ງ ແລະ ເຂົ້າໃຈ.
23 As your pleas began, a word went out, and I came to tell you, for you are deeply loved. So weigh the word and understand the vision: ທັນທີ​ທີ່​ເຈົ້າ​ເລີ່ມ​ອະທິຖານ, ພຣະເຈົ້າ​ກໍ​ໃຫ້​ຄຳຕອບ ເຊິ່ງ​ເຮົາ​ໄດ້​ນຳ​ມາ​ບອກ​ເຈົ້າ ເພາະ​ເຈົ້າ​ເປັນ​ຜູ້​ທີ່​ພຣະອົງ​ຮັກ​ຫລາຍ. ເຫດສະນັ້ນ ຈົ່ງ​ຕຶກຕອງ​ເບິ່ງ​ຖ້ອຍຄໍາ ແລະ ເຂົ້າໃຈ​ນິມິດ​ນັ້ນ​ດັ່ງນີ້:
24 "Seventy weeks are decreed for your people and your holy city: to end wrongdoing, finish sin, atone for guilt, bring in everlasting righteousness, seal vision and prophet, and anoint a most holy place. “ເຈັດສິບ​ຂອງ ‘ເຈັດ’ ໄດ້​ກຳນົດ​ໄວ້​ສຳລັບ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ ແລະ ເມືອງ​ສັກສິດ​ຂອງ​ເຈົ້າ ໃຫ້​ເຊົາ​ເຮັດ​ການ​ລ່ວງລະເມີດ, ເຊົາ​ເຮັດ​ບາບ, ລຶບລ້າງ​ຄວາມ​ຊົ່ວ ແລະ ນໍາ​ຄວາມ​ຊອບທຳ​ອັນ​ໝັ້ນຄົງ​ຕະຫລອດ​ໄປ​ມາ​ໃຫ້, ເພື່ອ​ປະທັບຕາ​ນິມິດ ແລະ ຄຳ​ທຳນວາຍ ແລະ ເພື່ອ​ເຈີມ​ບ່ອນ​ສັກສິດ​ທີ່ສຸດ.
25 Know therefore and understand: from the time the command goes out to restore and rebuild Jerusalem until the coming of the Anointed One, the Prince, there will be seven weeks and sixty-two weeks. It will be rebuilt with streets and a moat, but in troubled times. “ຈົ່ງ​ຮັບ​ຮູ້ ແລະ ເຂົ້າໃຈ​ຂໍ້​ນີ້​ຄື: ຕັ້ງ​ແຕ່​ມີ​ຄຳສັ່ງ​ໃຫ້​ກອບກູ້ ແລະ ສ້າງ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນ​ເຖິງ​ຜູ້​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ໃຫ້​ເປັນ​ຜູ້​ຄອບຄອງ​ນັ້ນ​ຈະ​ມາ​ເຖິງ ຈະ​ມີ​ເຈັດ​ຂອງ ‘ເຈັດ’ ແລະ ຫົກສິບສອງ​ຂອງ ‘ເຈັດ’. ຈະ​ມີ​ການ​ສ້າງ​ຖະໜົນ​ຫົນທາງ ແລະ ຄູ​ເມືອງ, ແຕ່​ເຮັດ​ໃນ​ຊ່ວງ​ທຸກຍາກ​ລຳບາກ.
26 And after the sixty-two weeks the Anointed One will be cut off and will have nothing. The people of the prince who is to come will destroy the city and the sanctuary. Its end will come like a flood, and to the end there will be war; desolations are decreed. ຫລັງ​ຈາກ​ຫົກ​ສິບ​ສອງ​ຂອງ ‘ເຈັດ’, ຜູ້​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ໄວ້​ຈະ​ຖືກ​ຂ້າ ແລະ ຈະ​ບໍ່​ເຫລືອ​ຫຍັງ. ປະຊາຊົນ​ຂອງ​ຜູ້​ທີ່​ຄອບຄອງ​ຈະ​ມາ​ທຳລາຍ​ເມືອງ​ນັ້ນ ແລະ ສະຖານ​ນະມັດສະການ. ວາລະ​ສຸດທ້າຍ​ຈະ​ມາ​ເໝືອນ​ນ້ຳ​ຖ້ວມ​ຄື: ສົງຄາມ​ຈະ​ດໍາເນີນ​ໄປ​ຈົນ​ເຖິງ​ຈຸດ​ຈົບ ແລະ ຈະ​ວິບັດ​ຕາມ​ທີ່​ກຳນົດ​ໄວ້.
27 He will confirm a covenant with many for one week; mid-week he will stop sacrifice and offering. On a temple wing he will set up an abomination that causes desolation, until the decreed end pours on the desolator." ຜູ້​ນັ້ນ​ຈະ​ຢືນຢັນ​ຄໍາໝັ້ນສັນຍາ​ກັບ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ເປັນ​ເວລາ​ໜຶ່ງ​ຂອງ ‘ເຈັດ’ ແຕ່​ກາງ​ຂອງ ‘ເຈັດ’ ນັ້ນ ລາວ​ຈະ​ເຊົາ​ຖວາຍ​ເຄື່ອງບູຊາ ແລະ ຂອງ​ຖວາຍ​ຕ່າງໆ. ແລ້ວ​ຜູ້​ທີ່​ກໍ່​ໃຫ້​ເກີດ​ວິບັດ​ຈະ​ຕັ້ງ​ສິ່ງ​ທີ່​ໜ້າ​ກຽດຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ​ໄວ້​ທີ່​ດ້ານ​ໜຶ່ງ​ຂອງ​ວິຫານ ເຊິ່ງ​ເປັນ​ເຫດ​ໃຫ້​ເກີດ​ຄວາມ​ຮົກຮ້າງ ຈົນ​ເຖິງ​ວາລະ​ສຸດທ້າຍ​ມາ​ເຖິງ​ລາວ ຕາມ​ທີ່​ໄດ້​ກຳນົດ​ໄວ້”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]