Skip to content
The Believer's Library

Biblica® Open Lao Contemporary Version

Daniel 8 OLCV

Show OLCV only
Verse × ×
1 In King Belshazzar's third year, a vision appeared to me, Daniel, after the earlier one. ໃນ​ປີ​ທີ​ສາມ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ເບັນຊັດຊາເຣ, ຂ້າພະເຈົ້າ​ດານີເອນ, ເຫັນ​ນິມິດ​ອີກ​ຄັ້ງ​ໜຶ່ງ​ຫລັງ​ຈາກ​ທີ່​ໄດ້​ປາກົດ​ແກ່​ຂ້າພະເຈົ້າ​ແລ້ວ.
2 In the vision I was in the citadel of Susa, in Elam province; and in the vision I was beside the Ulai Canal. ໃນ​ນິມິດ​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ຕົນ​ເອງ​ຢູ່​ທີ່​ປ້ອມ​ຊັ້ນ​ໃນ​ແຫ່ງ​ເມືອງ​ຊູຊາ​ໃນ​ແຂວງ​ເອລາມ. ໃນ​ນິມິດ​ນັ້ນ​ຂ້າພະເຈົ້າ​ແມ່ນ​ຢູ່​ແຄມ​ຄອງນໍ້າ​ອູລາຍ.
3 I looked up: a ram stood before the canal, two tall horns—one taller than the other, the taller coming up last. ຂ້າພະເຈົ້າ​ແນມ​ໄປ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ແກະເຖິກ​ໂຕ​ໜຶ່ງ​ທີ່​ມີ​ສອງ​ເຂົາ, ກໍາລັງ​ຢືນ​ຢູ່​ແຄມ​ຄອງນໍ້າ ແລະ ມີ​ເຂົາ​ທີ່​ຍາວ. ເຂົາ​ຂ້າງ​ໜຶ່ງ​ຍາວ​ກວ່າ​ອີກ​ຂ້າງ​ໜຶ່ງ ແຕ່​ງອກ​ຂຶ້ນ​ມາ​ຕາມ​ຫລັງ.
4 I watched the ram charging west, north, and south. No animal could stand against him, none could rescue from his power. He did as he pleased and grew great. ຂ້າພະເຈົ້າ​ແນມເບິ່ງ​ແກະ​ຜູ້​ນັ້ນ​ຂະນະ​ທີ່​ມັນ​ຊິດ​ເຂົາ​ໄປ​ທາງ​ທິດ​ຕາເວັນ​ຕົກ, ທາງ​ທິດ​ເໜືອ ແລະ ທາງ​ທິດ​ໃຕ້. ບໍ່​ມີ​ສັດ​ໂຕ​ໃດ​ສາມາດ​ຕ້ານທານ​ກັບ​ມັນ​ໄດ້ ແລະ ບໍ່​ມີ​ສິ່ງ​ໃດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ມັນ. ມັນ​ມັກ​ເຮັດ​ຕາມ​ຄວາມ​ພໍໃຈ ແລະ ຍິ່ງໃຫຍ່​ຂຶ້ນ.
5 As I was considering this, suddenly a male goat came from the west across the whole earth without touching the ground; it had a prominent horn between its eyes. ຂະນະ​ທີ່​ຂ້າພະເຈົ້າ​ກໍາລັງ​ຄິດ​ເລື່ອງ​ນີ້​ຢູ່, ທັນໃດ​ນັ້ນ​ກໍ​ມີ​ແບ້​ຜູ້​ໂຕໜຶ່ງ​ທີ່​ມີ​ເຂົາ​ໂດດເດັ່ນ​ຢູ່​ລະຫວ່າງ​ຕາ​ຂອງ​ມັນ ກໍ​ແລ່ນ​ຂ້າມ​ພື້ນ​ໂລກ​ມາ​ທາງ​ທິດ​ຕາເວັນ​ຕົກ​ໂດຍ​ທີ່​ຕີນ​ຂອງ​ມັນ​ບໍ່​ແຕະ​ພື້ນດິນ.
6 He came to the two-horned ram I saw standing by the canal and ran at it in raging power. ມັນ​ແລ່ນ​ເຂົ້າ​ຊົນ​ແກະ​ຜູ້​ສອງ​ເຂົາ ເຊິ່ງ​ຂ້າພະເຈົ້າ​ໄດ້​ເຫັນ​ຢືນ​ຢູ່​ແຄມ​ຄອງນໍ້າ​ນັ້ນ ແລະ ພຸ່ງ​ຊົນ​ແກະ​ຜູ້​ດ້ວຍ​ຄວາມ​ໂກດຮ້າຍ​ຢ່າງ​ແຮງ.
7 I saw him reach the ram, enraged, striking and shattering its two horns. The ram had no strength to stand against him; the goat threw it down and trampled it, and no one could rescue the ram from his power. ຂ້າພະເຈົ້າ​ໄດ້​ເຫັນ​ມັນ​ໂຈມຕີ​ແກະ​ຜູ້​ນັ້ນ​ຢ່າງ​ດຸເດືອດ, ຟາດ​ເຂົ້າ​ໃສ່​ແກະ​ຜູ້​ຈົນ​ເຂົາ​ທັງ​ສອງ​ຂອງ​ແກະ​ຜູ້​ຫັກ​ໄປ. ແກະ​ຜູ້​ບໍ່​ມີ​ກຳລັງ​ທີ່​ຈະ​ຕ້ານທານ​ມັນ​ໄດ້; ແບ້​ຜູ້​ຈຶ່ງ​ກະແທກ​ແກະ​ຜູ້​ລົງ​ທີ່​ພື້ນ ແລະ ຢຽບຢໍ່າ​ແກະ​ຜູ້​ນັ້ນ ແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ແກະ​ຜູ້​ຈາກ​ອໍານາດ​ຂອງ​ແບ້​ຜູ້​ໄດ້.
8 The goat grew very great, but at its full strength the great horn broke, and four prominent horns grew up in its place toward the four winds of heaven. ແບ້​ຜູ້​ໂຕ​ນັ້ນ​ຍິ່ງໃຫຍ່​ຫລາຍ, ແຕ່​ເມື່ອ​ມັນ​ຈອງຫອງ​ຂຶ້ນ ແລະ ມີ​ອຳນາດ​ສຸດ​ຂີດ ເຂົາ​ອັນ​ໃຫຍ່​ຂອງ​ມັນ​ກໍ​ຫັກ ແລະ ມີ​ສີ່​ເຂົາ​ທີ່​ໂດດເດັ່ນ​ສີ່​ອັນ​ງອກ​ອອກ​ມາ​ແທນ ຊີ້​ໄປ​ທິດ​ທາງ​ຂອງ​ລົມ​ທັງ​ສີ່​ແຫ່ງ​ຟ້າ​ສະຫວັນ.
9 From one of them a little horn came out, growing very great toward the south, east, and the glorious land. ມີ​ເຂົາ​ນ້ອຍໆ​ອີກ​ອັນ​ໜຶ່ງ​ງອກ​ອອກ​ມາ​ຈາກ​ສີ່​ເຂົາ​ນີ້, ເຊິ່ງ​ເລີ່ມ​ງອກ​ຂຶ້ນ​ມາ​ຈາກ​ນ້ອຍໆ ແຕ່​ແຜ່​ອໍານາດ​ໄປ​ທາງ​ທິດ​ໃຕ້ ແລະ ທິດ​ຕາເວັນ​ອອກ ແລະ ໄປ​ສູ່​ດິນແດນ​ອັນ​ງົດງາມ.
10 It grew great, up to the host of heaven, casting down to earth some of the host and of the stars, and trampled them. ມັນ​ເຕີບ​ໃຫຍ່​ຂຶ້ນ​ຈົນ​ຈຸ​ບໍລິວານ​ແຫ່ງ​ຟ້າ​ສະຫວັນ ແລະ ມັນ​ໄດ້​ໂຍນ​ດວງດາວ​ບາງ​ກຸ່ມ​ລົງ​ມາ​ທີ່​ແຜ່ນດິນ​ໂລກ ແລະ ຢຽບຢ່ຳ​ດວງດາວ​ນັ້ນ.
11 It made itself great against the Prince of the host; the Prince's regular offering was removed and his sanctuary's place thrown down. ມັນ​ໄດ້​ຕັ້ງ​ຕົນ​ເອງ​ຂຶ້ນ​ເປັນ​ໃຫຍ່​ເທົ່າທຽມ​ກັບ​ຜູ້ບັນຊາການ​ກອງທັບ​ສະຫວັນ​ຂອງ​ພຣະເຈົ້າຢາເວ; ມັນ​ໄດ້​ຍົກເລີກ​ການ​ຖວາຍ​ເຄື່ອງບູຊາ​ປະຈຳວັນ​ແກ່​ພຣະເຈົ້າຢາເວ ແລະ ເຮັດ​ໃຫ້​ສະຖານ​ນະມັດສະການ​ຂອງ​ພຣະອົງ​ຕົກຕ່ຳ​ລົງ.
12 Because of wrongdoing, the army was handed over to it with the daily offering; it threw truth to the ground and acted and thrived. ເນື່ອງ​ຈາກ​ການ​ກະບົດ​ນີ້, ປະຊາຊົນ​ຂອງ​ພຣະເຈົ້າຢາເວ ແລະ ການ​ຖວາຍ​ເຄື່ອງບູຊາ​ປະຈຳ​ວັນ​ກໍ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ມັນ. ມັນ​ເຮັດ​ຫຍັງ​ກໍ​ຈະເລີນ​ຮຸ່ງເຮືອງ​ທຸກ​ຢ່າງ ແລະ ຄວາມຈິງ​ກໍ​ຖືກ​ໂຍນ​ລົງ​ທີ່​ພື້ນ.
13 Then I heard a holy one speaking, and another holy one asked the speaker, "How long is the vision—the regular offering, the wrongdoing that brings desolation, sanctuary and host handed over to trampling?" ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ຜູ້​ບໍລິສຸດ​ອົງ​ໜຶ່ງ​ກ່າວ ແລະ ຜູ້​ບໍລິສຸດ​ອີກ​ອົງ​ໜຶ່ງ​ຖາມ​ວ່າ, “ອີກ​ດົນນານ​ປານ​ໃດ​ທີ່​ນິມິດ​ອັນ​ກ່ຽວ​ກັບ​ເຄື່ອງ​ບູຊາ​ປະຈຳ​ວັນ, ການ​ກະບົດ​ທີ່​ເຮັດ​ໃຫ້​ເກີດ​ການ​ຮົກຮ້າງ​ເພພັງ, ສະຖານ​ນະມັດສະການ ແລະ ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຖືກ​ຢຽບຢ່ຳ​ຈະ​ສຳເລັດ?”
14 He told me, "For 2,300 evenings and mornings; then the sanctuary will be restored to its rightful state." ເທວະດາ​ຕົນ​ນັ້ນ​ໄດ້​ຕອບ​ຂ້າພະເຈົ້າ​ວ່າ, “ອີກ 2.300 ຄືນ ແລະ 2.300 ວັນ; ຫລັງຈາກນັ້ນ ສະຖານ​ນະມັດສະການ​ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ອີກ​ເທື່ອ​ໜຶ່ງ”.
15 As I, Daniel, watched the vision seeking to understand, one like a man stood before me. ໃນ​ຂະນະ​ທີ່​ຂ້າພະເຈົ້າ ດານີເອນ, ກໍາລັງ​ເບິ່ງ​ນິມິດ​ຢູ່ ແລະ ພະຍາຍາມ​ທຳ​ຄວາມ​ເຂົ້າໃຈ, ກໍ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຄ້າຍ​ຄື​ກັບ​ມະນຸດ​ຢືນ​ຢູ່​ຕໍ່ໜ້າ​ຂ້າພະເຈົ້າ.
16 I heard a human voice from the Ulai calling, "Gabriel, make this man understand the vision." ແລະ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ຂອງ​ຊາຍ​ຄົນ​ໜຶ່ງ​ຮ້ອງ​ຂ້າມ​ມາ​ແຕ່​ຄອງນໍ້າ​ອູລາຍ​ວ່າ, “ຄັບຣີເອນ, ຈົ່ງ​ບອກ​ຄວາມຫມາຍ​ຂອງ​ນິມິດ​ນັ້ນ​ໃຫ້​ຊາຍ​ຄົນ​ນີ້​ຟັງ”.
17 He came near where I stood, and as he drew close I was terrified and fell facedown. He said to me, "Understand, son of man: the vision is for the time of the end." ຂະນະ​ທີ່​ເພິ່ນ​ເຂົ້າ​ມາ​ໃກ້​ບ່ອນທີ່​ຂ້າພະເຈົ້າ​ຢືນ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ຕົກໃຈ​ຢ້ານ ແລະ ໝອບ​ລົງ​ກາບ. ເພິ່ນ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ບຸດມະນຸດ, ຈົ່ງ​ເຂົ້າໃຈ​ວ່າ​ນິມິດ​ນັ້ນ​ກ່ຽວກັບ​ເວລາ​ແຫ່ງ​ການ​ສິ້ນສຸດ”.
18 As he spoke, I fell into a deep sleep, face to the ground; but he touched me and set me on my feet. ໃນ​ຂະນະ​ທີ່​ເພິ່ນ​ກໍາລັງ​ເວົ້າ​ກັບ​ຂ້າພະເຈົ້າ​ຢູ່ນັ້ນ, ຂ້າພະເຈົ້າ​ກໍ​ໝົດ​ສະຕິ​ລົ້ມ​ໝູບ​ໜ້າ​ລົງ​ທີ່​ພື້ນດິນ. ຫລັງຈາກນັ້ນ ເພິ່ນ​ກໍ​ໄດ້​ແຕະຕ້ອງ​ຂ້າພະເຈົ້າ ແລະ ໄດ້​ໂຊມ​ຂ້າພະເຈົ້າ​ໃຫ້​ລຸກ​ຢືນ​ຂຶ້ນ.
19 He said, "Listen, I will tell you what will happen in the later time of the wrath, for it concerns the appointed time of the end. ເພິ່ນ​ໄດ້​ເວົ້າ​ວ່າ: “ເຮົາ​ກຳລັງ​ຈະ​ບອກ​ເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ເວລາ​ແຫ່ງ​ຄວາມ​ໂກດຮ້າຍ​ໃນ​ພາຍ​ໜ້າ, ເພາະ​ນິມິດ​ນີ້​ແມ່ນ​ກ່ຽວກັບ​ເວລາ​ແຫ່ງ​ການ​ສິ້ນສຸດ​ທີ່​ໄດ້​ກຳນົດ​ໄວ້​ແລ້ວ.
20 The ram you saw with the two horns is the kings of Media and Persia. ແກະ​ຜູ້​ສອງ​ເຂົາ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ​ຄື​ບັນດາ​ກະສັດ​ແຫ່ງ​ເມເດຍ ແລະ ເປີເຊຍ.
21 The shaggy goat is Greece's king; the great horn between his eyes is the first king. ແບ້​ຜູ້​ສອງ​ເຂົາ​ຄື​ກະສັດ​ກຣີກ ແລະ ເຂົາ​ໃຫຍ່​ຢູ່​ລະຫວ່າງ​ຕາ​ຂອງ​ມັນ​ຄື​ກະສັດ​ຄົນ​ທຳອິດ.
22 The broken horn, four rising in its place: four kingdoms rise from his nation, but without his power. ເຂົາ​ທັງ​ສີ່​ອັນ​ທີ່​ງອກ​ອອກ​ມາ​ແທນ​ເຂົາ​ທີ່​ຫັກ​ນັ້ນ​ຄື​ອານາຈັກ​ທັງ​ສີ່​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ຊົນຊາດ​ນັ້ນ ແຕ່​ຈະ​ບໍ່​ມີ​ອຳນາດ​ເທົ່າທຽມ​ກັນ.
23 At the end of their reign, when sinners reach full measure, a fierce-faced king skilled in intrigue will arise. “ໃນ​ຕອນ​ທ້າຍ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ເຫລົ່ານັ້ນ, ເມື່ອ​ພວກ​ກະບົດ​ໄດ້​ເຮັດ​ຄວາມ​ຊົ່ວ​ຢ່າງ​ເຕັມທີ່​ແລ້ວ, ກໍ​ຈະ​ມີ​ກະສັດ​ຄົນ​ໜຶ່ງ​ຂຶ້ນ​ມາ ເຊິ່ງ​ມີ​ໜ້າ​ຕາ​ໂຫດຮ້າຍ ແລະ ເປັນ​ຄົນ​ມັກ​ວາງ​ກົນອຸບາຍ.
24 His power will be great—but not his own—and he will cause terrible destruction, prosper, and act. He will destroy the mighty and the people of the holy ones. ກະສັດ​ຄົນ​ນີ້​ຈະ​ເຂັ້ມແຂງ​ຫລາຍ, ແຕ່​ບໍ່​ແມ່ນ​ດ້ວຍ​ອຳນາດ​ຂອງ​ຕົນ​ເອງ. ລາວ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຢ່າງ​ໜ້າ​ຕົກໃຈ ແລະ ລາວ​ເຮັດ​ສິ່ງ​ໃດ​ກໍ​ຈະ​ສຳເລັດ. ລາວ​ຈະ​ທຳລາຍ​ຜູ້​ທີ່​ມີ​ອຳນາດ ແລະ ປະຊາຊົນ​ບໍລິສຸດ​ຂອງ​ພຣະເຈົ້າ.
25 By cunning he makes deceit thrive under his hand, and in his heart he lifts himself up. Without warning he destroys many, and rises against the Prince of princes—yet he will be broken, by no human hand. ລາວ​ຈະ​ເຮັດ​ການ​ຫລອກລວງ​ຫລາຍ​ຂຶ້ນ ແລະ ລາວ​ຈະ​ຖື​ວ່າ​ຕົນ​ເອງ​ເໜືອ​ກວ່າ​ຜູ້​ອື່ນ. ລາວ​ຈະ​ທຳລາຍ​ຄົນ​ທັງຫລາຍ​ຂະນະ​ທີ່​ພວກເຂົາ​ຮູ້ສຶກ​ໝັ້ນຄົງ ແລະ ລາວ​ຍັງ​ໄດ້​ທ້າທາຍ​ອົງ​ຈອມ​ເຈົ້ານາຍ. ແຕ່​ລາວ​ຈະ​ຖືກ​ທຳລາຍ, ໂດຍ​ອຳນາດ​ທີ່​ບໍ່​ໄດ້​ມາ​ຈາກ​ມະນຸດ.
26 The vision of the evenings and mornings told to you is true, but seal it up, for it concerns days far off." “ນິມິດ​ກ່ຽວກັບ​ຄືນ ແລະ ວັນ ເຊິ່ງ​ໄດ້​ບອກ​ທ່ານ​ແລ້ວ​ນັ້ນ​ຈະ​ເປັນ​ຄວາມຈິງ. ແຕ່​ຈົ່ງ​ປະທັບຕາ​ເກັບ​ໄວ້, ເພາະ​ມັນ​ກ່ຽວກັບ​ອະນາຄົດ​ອັນ​ໄກ”.
27 I, Daniel, was overcome and sick for days. Then I got up and did the king's business, but the vision left me appalled, beyond understanding. ຂ້າພະເຈົ້າ​ດານີເອນ, ກໍ​ໝົດ​ແຮງ. ຂ້າພະເຈົ້າ​ນອນ​ເຈັບປ່ວຍ​ຢູ່​ເປັນ​ເວລາ​ຫລາຍ​ວັນ. ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ລຸກ​ຂຶ້ນ​ມາ​ປະຕິບັດ​ໜ້າທີ່​ໃຫ້​ກະສັດ​ທີ່​ໄດ້​ມອບໝາຍ​ໃຫ້. ແຕ່​ຂ້າພະເຈົ້າ​ໄດ້​ຕົກໃຈ​ເພາະ​ນິມິດ​ນັ້ນ; ມັນ​ເປັນ​ນິມິດ​ທີ່​ເກີນ​ຄວາມ​ເຂົ້າໃຈ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]