Skip to content
The Believer's Library

Biblica® Open Lao Contemporary Version

Daniel 7 OLCV

Show OLCV only
Verse × ×
1 In Belshazzar king of Babylon's first year, Daniel dreamed and saw visions in his head on his bed. He wrote the dream, summarizing the matters. ໃນ​ປີ​ທຳອິດ​ຂອງ​ການ​ປົກຄອງ​ຂອງ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ, ດານີເອນ​ໄດ້​ຝັນ ແລະ ເຫັນ​ນິມິດ​ຂະນະ​ທີ່​ເພິ່ນ​ກໍາລັງ​ນອນ​ຫລັບ​ຢູ່. ເພິ່ນ​ໄດ້​ບັນທຶກ​ຄວາມ​ຝັນ​ນັ້ນ​ໄວ້.
2 Daniel said: In my night vision I saw the four winds of heaven churning the great sea. ດານີເອນ​ໄດ້​ເວົ້າ​ວ່າ: “ໃນ​ນິມິດ​ຂອງ​ຂ້າພະເຈົ້າ​ໃນ​ຄືນ​ນັ້ນ ຂ້າພະເຈົ້າ​ໄດ້​ແນມ​ໄປ, ຢູ່​ທາງດ້ານ​ໜ້າ​ຂ້າພະເຈົ້າ​ມີ​ລົມ​ສີ່​ທິດ​ຈາກ​ຟ້າ​ສະຫວັນ​ກໍາລັງ​ພັດ​ກະໜ່ຳ​ເຮັດ​ໃຫ້​ທະເລ​ໃຫຍ່​ປັ່ນປ່ວນ.
3 And four great beasts came up out of the sea, each different from the others. ແລ້ວ​ສັດ​ໃຫຍ່​ສີ່​ໂຕ​ກໍ​ໂຜ່​ຂຶ້ນ​ມາ​ຈາກ​ທະເລ ສັດ​ແຕ່​ລະ​ໂຕ​ມີ​ລັກສະນະ​ບໍ່​ຄື​ກັນ.
4 The first was like a lion, with eagle's wings. I watched until its wings were torn off; it was lifted off the ground, set on two feet like a human, and given a human heart. “ໂຕ​ທຳອິດ​ແມ່ນ​ຄ້າຍ​ຄື​ກັບ​ໂຕສິງ ແລະ ມີ​ປີກ​ເໝືອນ​ນົກອິນຊີ. ຂ້າພະເຈົ້າ​ໄດ້​ເຝົ້າ​ເບິ່ງ​ຈົນ​ເຫັນ​ປີກ​ຂອງ​ມັນ​ກໍ​ຖືກ​ຈີກ​ອອກ ແລະ ມັນ​ຖືກ​ຍົກ​ຂຶ້ນ​ມາ​ຈາກ​ພື້ນ​ເພື່ອ​ໃຫ້​ມັນ​ຢືນ​ດ້ວຍ​ສອງ​ຂາ​ຄື​ກັບ​ມະນຸດ, ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ຄື​ກັບ​ມະນຸດ.
5 A second beast appeared, like a bear, raised up on one side, three ribs in its mouth between its teeth. It was told, 'Get up, eat much flesh.' “ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ກໍ​ມີ​ສັດ​ໂຕ​ທີ​ສອງ, ເຊິ່ງ​ເບິ່ງ​ຄ້າຍຄື​ໝີ. ມັນ​ໂຜ່​ຂຶ້ນ​ມາ​ທາງ​ຂ້າງ. ປາກ​ມັນ​ຄາບ​ກະດູກ​ສາມ​ຊີກ​ໄວ້ ມີ​ຜູ້​ບອກ​ມັນ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ ແລະ ກິນ​ຊີ້ນ​ນັ້ນ​ໃຫ້​ອິ່ມ!’
6 After this I watched: another beast, like a leopard, with four bird wings on its back, four heads, and given authority to rule. “ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ແນມ​ໄປ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ກໍ​ມີ​ສັດ​ອີກ​ໂຕ​ໜຶ່ງ, ສັດ​ໂຕ​ນັ້ນ​ເບິ່ງ​ຄື​ກັບ​ເສືອດາວ ແລະ ຢູ່​ທີ່​ຫລັງ​ຂອງ​ມັນ​ມີ​ສີ່​ປີກ​ຄ້າຍ​ຄື​ກັບ​ປີກ​ນົກ. ສັດ​ໂຕ​ນີ້​ມີ​ສີ່​ຫົວ ແລະ ມັນ​ໄດ້​ຮັບ​ອຳນາດ​ໃຫ້​ປົກຄອງ.
7 After this, in my night vision, a fourth beast appeared—dreadful, terrifying, incredibly strong, with huge iron teeth. It devoured, crushed, and trampled the rest underfoot, different from every beast before it, with ten horns. “ຫລັງຈາກນັ້ນ ໃນ​ນິມິດ​ຂອງ​ຂ້າພະເຈົ້າ​ໃນ​ຄືນ​ນັ້ນ ຂ້າພະເຈົ້າ​ໄດ້​ແນມ​ໄປ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ກໍ​ມີ​ສັດ​ໂຕ​ທີ​ສີ່ ເຊິ່ງ​ເປັນ​ຕາ​ຢ້ານ ແລະ ໂຫດຮ້າຍ ແລະ ມີ​ລິດອຳນາດ​ຫລາຍ. ມັນ​ມີ​ແຂ້ວ​ເຫລັກ​ເຫລັ້ມ​ໃຫຍ່; ມັນ​ຫຍ້ຳ​ເຫຍື່ອ​ຂອງ​ມັນ ແລະ ກືນ​ກິນ​ເຫຍື່ອ​ຂອງ​ມັນ ແລ້ວ​ຢຽບຢໍ່າ​ສ່ວນ​ອື່ນໆ​ທີ່​ເຫລືອ. ສັດ​ໂຕ​ນີ້​ແຕກຕ່າງ​ຈາກ​ສັດ​ໂຕ​ອື່ນໆ ແລະ ມັນ​ມີ​ເຂົາ​ສິບ​ເຂົາ.
8 While I watched the horns, another—a little horn—rose among them, and three of the first horns were uprooted before it. It had eyes like human eyes and a mouth speaking boastfully. “ໃນ​ຂະນະ​ທີ່​ຂ້າພະເຈົ້າ​ກຳລັງ​ຄິດ​ເລື່ອງ​ເຂົາ​ຕ່າງໆ​ຢູ່​ນັ້ນ, ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ກໍ​ມີ​ເຂົາ​ນ້ອຍໆ​ອີກ​ອັນ​ໜຶ່ງ, ເຊິ່ງ​ໂຜ່​ຂຶ້ນ​ມາ​ທ່າມກາງ​ເຂົາ​ອື່ນໆ; ແລ້ວ​ເຮັດ​ໃຫ້​ສາມ​ເຂົາ​ທຳອິດ​ນັ້ນ​ຖືກ​ຖອນ​ອອກ​ໄປ. ເຂົາ​ນ້ອຍ​ນີ້​ມີ​ຕາ​ຄື​ກັບ​ຕາ​ຂອງ​ມະນຸດ ແລະ ມີ​ປາກ​ເວົ້າ​ທີ່​ເວົ້າ​ໂອ້ອວດ.
9 As I watched, thrones were set in place, and the Ancient of Days, our Father, took his seat. His clothing was white as snow; the hair of his head was like pure wool. His throne was flaming with fire, and its wheels were all ablaze. “ໃນ​ຂະນະ​ທີ່​ຂ້າພະເຈົ້າ​ແນມ​ເບິ່ງ ຂ້າພະເຈົ້າ​ກໍ​ເຫັນ, “ບັນລັງ​ຕ່າງໆ​ຈັດ​ຕັ້ງ​ໄວ້​ແລ້ວ, ແລະ ອົງ​ຜູ້​ດຳລົງ​ຢູ່​ຕັ້ງ​ແຕ່​ດຶກດຳບັນ​ນັ່ງ​ຢູ່​ທີ່​ບັນລັງ​ຂອງ​ພຣະອົງ. ເຄື່ອງນຸ່ງ​ຂອງ​ພຣະອົງ​ຂາວ​ເໝືອນດັ່ງ​ຫິມະ; ຜົມ​ທີ່​ຢູ່​ເທິງ​ຫົວ​ຂອງ​ພຣະອົງ​ກໍ​ຂາວ​ເໝືອນດັ່ງ​ຂົນແກະ. ບັນລັງ​ຂອງ​ພຣະອົງ​ກໍ​ມີ​ແປວໄຟ​ລຸກ​ຢູ່, ແລະ ຢູ່​ທີ່​ກົງລໍ້​ກໍ​ເປັນ​ໄຟ​ລຸກ​ຢູ່.
10 A river of fire flowed out, streaming from before him. Thousands of thousands served him, and 10,000 upon 10,000 stood before him. The court sat, and the books were opened. ແມ່ນ້ຳ​ໄຟ​ກຳລັງ​ໄຫລ, ມາ​ຈາກ​ເບື້ອງ​ໜ້າ​ຂອງ​ພຣະອົງ. ຜູ້ຮັບໃຊ້​ເປັນ​ລ້ານ​ຄອຍ​ຖ້າ​ບົວລະບັດ​ພຣະອົງ; ມີ​ຄົນ​ຫລາຍ​ລ້ານ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະອົງ. ການ​ພິຈາລະນາ​ຄະດີ​ກໍ​ໄດ້​ເລີ່ມ​ຂຶ້ນ, ແລະ ໜັງສື​ເຫລັ້ມ​ຕ່າງໆ​ກໍ​ຖືກ​ເປີດ​ອອກ.
11 I watched because of the boastful words the horn spoke; I watched until the beast was killed, its body destroyed and given to the burning fire. “ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຝົ້າ​ເບິ່ງ​ຕໍ່ໄປ ເພາະ​ຄຳ​ໂອ້ອວດ​ຂອງ​ເຂົາ​ນ້ອຍໆ​ນັ້ນ​ກໍາລັງ​ເວົ້າ​ຢູ່. ຂ້າພະເຈົ້າ​ຍັງ​ເຝົ້າ​ເບິ່ງ​ຈົນ​ສັດ​ນັ້ນ​ຖືກ​ຂ້າ ແລະ ຊາກສົບ​ຂອງ​ມັນ​ຖືກ​ທຳລາຍ ແລ້ວ​ກໍ​ຖືກ​ໂຍນ​ລົງ​ໃນ​ໄຟ​ທີ່​ກໍາລັງ​ລຸກ​ຢູ່.
12 The rest of the beasts lost authority but had their lives prolonged for a set time and season. (ສ່ວນ​ສັດ​ໂຕ​ອື່ນໆ​ກໍ​ຖືກ​ຢຶດ​ອຳນາດ​ໄປ​ໝົດ, ແຕ່​ໄດ້​ຮັບ​ອະນຸຍາດ​ໃຫ້​ມີຊີວິດ​ຢູ່​ຕໍ່ໄປ​ອີກ​ຊົ່ວ​ໄລຍະ​ໜຶ່ງ).
13 In my night vision I looked, and there before me, coming with the clouds of heaven, was one like a son of man. He approached the Ancient of Days, our Father, and was led into his presence. “ໃນ​ນິມິດ​ຂອງ​ຂ້າພະເຈົ້າ​ໃນ​ຄືນ​ນັ້ນ ຂ້າພະເຈົ້າ​ໄດ້​ແນມ​ເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ກໍ​ມີ​ຜູ້​ໜຶ່ງ​ຄ້າຍ​ຄື​ກັບ​ບຸດມະນຸດ, ພຣະອົງ​ກໍາລັງ​ມາ​ພ້ອມ​ດ້ວຍ​ໝູ່​ເມກ​ແຫ່ງ​ສະຫວັນ. ພຣະອົງ​ໄດ້​ເຂົ້າ​ມາ​ໃກ້​ອົງ​ຜູ້​ດຳລົງ​ຢູ່​ຕັ້ງ​ແຕ່​ດຶກດຳບັນ ແລະ ຖືກ​ນໍາ​ເຂົ້າ​ໄປ​ໃນ​ບ່ອນ​ສະຖິດ​ຂອງ​ພຣະອົງ.
14 And he was given authority, glory, and a kingdom, so that all peoples, nations, and languages would serve him. His dominion is an everlasting dominion that will not pass away, and his kingdom is one that will never be destroyed. ພຣະອົງ​ໄດ້​ຮັບ​ສິດ​ອຳນາດ, ສະຫງ່າລາສີ ແລະ ອຳນາດ​ປົກຄອງ​ສູງສຸດ; ຄົນ​ທຸກ​ຊາດ ແລະ ທຸກ​ພາສາ​ໄດ້​ນະມັດສະການ​ພຣະອົງ. ອຳນາດ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ ອຳນາດ​ທີ່​ຈະ​ບໍ່​ມີ​ວັນ​ສິ້ນສຸດ ແລະ ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ມີ​ວັນ​ຖືກ​ທຳລາຍ.
15 I, Daniel, was troubled in spirit, and the visions that passed through my mind alarmed me. “ຂ້າພະເຈົ້າ​ດານີເອນ​ທຸກ​ໃຈ​ຫລາຍ ແລະ ນິມິດ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ຂ້າພະເຈົ້າ​ນັ້ນ​ກໍ​ລົບກວນ​ຂ້າພະເຈົ້າ.
16 I approached one of those standing there and asked him the truth about all this. He told me, revealing its interpretation. ຂ້າພະເຈົ້າ​ໄດ້​ເຂົ້າ​ໄປ​ໃກ້​ຜູ້​ໜຶ່ງ​ທີ່​ຢືນ​ຢູ່​ທີ່​ນັ້ນ ແລະ ຂໍ​ໃຫ້​ເພິ່ນ​ອະທິບາຍ​ຄວາມ​ຫມາຍ​ຂອງ​ສິ່ງ​ທັງໝົດ​ນີ້. “ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ບອກ​ຂ້າພະເຈົ້າ ແລະ ໃຫ້​ຄຳ​ອະທິບາຍ​ກ່ຽວກັບ​ສິ່ງ​ເຫລົ່ານີ້​ແກ່​ຂ້າພະເຈົ້າ​ວ່າ:
17 'These four great beasts are four kings who will rise from the earth. ‘ສັດ​ໃຫຍ່​ທັງ​ສີ່​ໂຕ​ແມ່ນ​ກະສັດ​ທັງ​ສີ່​ທີ່​ຈະ​ຮຸ່ງເຮືອງ​ຂຶ້ນ​ໃນ​ແຜ່ນດິນ​ໂລກ.
18 But the holy ones of the Most High, our Father, will receive and possess the kingdom forever, forever and ever. ແຕ່​ປະຊາຊົນ​ບໍລິສຸດ​ຂອງ​ອົງ​ຜູ້​ສູງສຸດ​ຈະ​ໄດ້​ຮັບ​ອານາຈັກ ແລະ ຄອບຄອງ​ຕະຫລອດ​ໄປ​ເປັນນິດ’.
19 Then I wanted the truth about the fourth beast, different from all others—most terrifying, iron teeth, bronze claws—devouring, crushing, and trampling what remained underfoot. “ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ຢາກ​ຮູ້​ຄວາມ​ຫມາຍ​ຂອງ​ສັດ​ໂຕ​ທີ​ສີ່, ເຊິ່ງ​ແຕກຕ່າງ​ຈາກ​ສັດ​ໂຕ​ອື່ນໆ ແລະ ເປັນ​ຕາ​ຢ້ານ​ທີ່ສຸດ, ພ້ອມ​ທັງ​ມີ​ແຂ້ວ​ເຫລັກ ແລະ ມີ​ເລັບ​ທອງສຳຣິດ ມັນ​ຫຍ້ຳ​ເຫຍື່ອ​ຂອງ​ມັນ ແລະ ກືນ​ກິນ​ເຫຍື່ອ​ຂອງ​ມັນ ແລ້ວ​ຢຽບຢໍ່າ​ສ່ວນ​ອື່ນໆ​ທີ່​ເຫລືອ.
20 I also wanted to know about the ten horns on its head, and the other horn that came up before which three fell—the horn with eyes and a boastful mouth, appearing bigger than the rest. ແລະ ຂ້າພະເຈົ້າ​ຍັງ​ຢາກ​ຮູ້​ກ່ຽວກັບ​ເຂົາ​ທັງ​ສິບ​ທີ່​ຢູ່​ເທິງ​ຫົວ​ຂອງ​ມັນ ແລະ ເຂົາ​ອີກ​ອັນ​ໜຶ່ງ​ທີ່​ໂຜ່​ຂຶ້ນ​ມາ, ເຮັດ​ໃຫ້​ສາມ​ເຂົາ​ຖືກ​ຖອນ​ອອກ​ໄປ, ເຂົາ​ນັ້ນ​ເບິ່ງ​ໂດດ​ເດັ່ນ​ກວ່າ​ເຂົາ​ອື່ນໆ ແລະ ມັນ​ມີ​ຕາ​ກັບ​ມີ​ປາກ​ທີ່​ເວົ້າ​ໂອ້ອວດ.
21 As I watched, this horn was waging war against the holy ones and was defeating them, ໃນ​ຂະນະ​ທີ່​ຂ້າພະເຈົ້າ​ເບິ່ງ​ຢູ່​ນັ້ນ, ເຂົາ​ນີ້​ກໍ​ກໍາລັງ​ເຮັດ​ສົງຄາມ​ກັບ​ປະຊາຊົນ​ບໍລິສຸດ ແລະ ໄດ້​ຊະນະ​ພວກເຂົາ.
22 until the Ancient of Days, our Father, came, judgment was given for the holy ones of the Most High, our Father, and the holy ones' time came to possess the kingdom.' ຈົນ​ອົງ​ຜູ້​ດຳລົງ​ຢູ່​ຕັ້ງ​ແຕ່​ດຶກດຳບັນ​ໄດ້​ມາ ແລະ ປະກາດ​ຄຳ​ຕັດສິນ​ໃຫ້​ປະຊາຊົນ​ບໍລິສຸດ​ຂອງ​ອົງ​ຜູ້​ສູງສຸດ​ຊະນະ ແລະ ເປັນ​ເວລາ​ທີ່​ພວກເຂົາ​ໄດ້​ຄອບຄອງ​ອານາຈັກ.
23 He said: 'The fourth beast is a fourth kingdom on earth, unlike all other kingdoms. It will devour, trample, and crush the whole earth. “ເພິ່ນ​ໄດ້​ອະທິບາຍ​ໃຫ້​ຂ້າພະເຈົ້າ​ຟັງ​ດັ່ງນີ້: ‘ສັດ​ໂຕ​ທີ​ສີ່​ແມ່ນ​ອານາຈັກ​ທີ​ສີ່​ທີ່​ຈະ​ເກີດ​ຂຶ້ນ​ເທິງ​ແຜ່ນດິນ​ໂລກ. ອານາຈັກ​ນີ້​ຈະ​ແຕກຕ່າງ​ຈາກ​ອານາຈັກ​ອື່ນໆ​ທັງໝົດ ແລະ ຈະ​ທຳລາຍ​ແຜ່ນດິນ​ໂລກ​ທັງໝົດ, ແລ້ວ​ຢຽບຢໍ່າ​ລົງ ແລະ ເຮັດ​ໃຫ້​ໝຸ່ນ.
24 The ten horns: ten kings will arise from this kingdom. After them another arises, different from the first, and subdues three kings. ເຂົາ​ສິບ​ເຂົາ​ແມ່ນ​ກະສັດ​ສິບ​ຄົນ​ທີ່​ຈະ​ມາ​ຈາກ​ອານາຈັກ​ນີ້. ພາຍ​ຫລັງ​ມາ​ກໍ​ຈະ​ມີ​ກະສັດ​ອີກ​ຄົນ​ໜຶ່ງ​ຂຶ້ນ​ມາ, ເຊິ່ງ​ແຕກ​ຕ່າງ​ຈາກ​ກະສັດ​ຄົນ​ກ່ອນໆ; ເພິ່ນ​ຈະ​ໂຄ່ນລົ້ມ​ກະສັດ​ສາມ​ຄົນ​ນັ້ນ​ລົງ.
25 He will speak words against the Most High, our Father, oppress the holy ones of the Most High, our Father, and try to change the set times and the law. The holy ones will be handed to him for a time, times, and half a time. ກະສັດ​ຄົນ​ນີ້​ຈະ​ກ່າວ​ຕໍ່ສູ້​ອົງ​ຜູ້​ສູງສຸດ ແລະ ກົດຂີ່​ຂົ່ມເຫັງ​ປະຊາຊົນ​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຈະ​ພະຍາຍາມ​ປ່ຽນແປງ​ກຳນົດ​ເວລາ ແລະ ກົດບັນຍັດ. ປະຊາຊົນ​ບໍລິສຸດ​ຂອງ​ພຣະເຈົ້າ​ຈະ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ກະສັດ​ຄົນ​ນີ້​ຕະຫລອດ​ໜຶ່ງ​ວາລະ ແລະ ເຄິ່ງ​ວາລະ.
26 But the court will sit in judgment, and his dominion will be taken away, consumed and destroyed forever. “ ‘ແຕ່​ການ​ພິຈາລະນາ​ຄະດີ​ຈະ​ເລີ່ມ​ຂຶ້ນ​ແລ້ວ ແລະ ອຳນາດ​ຂອງ​ກະສັດ​ຈະ​ຖືກ​ນຳ​ອອກ​ໄປ ແລ້ວ​ຈະ​ຖືກ​ທຳລາຍ​ລ້າງ​ໄປ​ຈົນ​ໝົດສິ້ນ.
27 Kingdom, dominion, and greatness of all kingdoms under heaven will be given to the people, the holy ones of the Most High, our Father. His kingdom is a kingdom without end; all rulers will serve and obey him.' ຫລັງຈາກນັ້ນ ປະຊາຊົນ​ຂອງ​ອົງ​ຜູ້​ສູງສຸດ​ຈະ​ໄດ້​ຮັບ​ສິດທິ​ຄອບຄອງ​ອຳນາດ​ສູງສຸດ ແລະ ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ທັງໝົດ​ທົ່ວ​ໃຕ້​ຟ້າ​ສະຫວັນ, ອານາຈັກ​ຂອງ​ພຣະເຈົ້າ​ຈະ​ເປັນ​ອານາຈັກ​ທີ່​ໝັ້ນຄົງ​ຕະຫລອດ​ໄປ ແລະ ບັນດາ​ຜູ້​ມີ​ອຳນາດ​ປົກຄອງ​ທັງໝົດ​ຈະ​ນະມັດສະການ ແລະ ເຊື່ອຟັງ​ພຣະອົງ’.
28 This ends the matter. I, Daniel—my thoughts terrified me, my face turned pale, but I kept it to myself. “ຈົບ​ເລື່ອງ​ລາວ​ພຽງ​ເທົ່າ​ນີ້. ແລ້ວ​ຂ້າພະເຈົ້າ​ດານີເອນ​ກໍ​ທຸກໃຈ​ຫລາຍ​ຂຶ້ນ​ເພາະ​ຄວາມ​ຄິດ​ຕ່າງໆ​ຂອງ​ຂ້າພະເຈົ້າ ແລະ ໃບໜ້າ​ຂອງ​ຂ້າພະເຈົ້າ​ຊີດ​ໄປ ແຕ່​ຂ້າພະເຈົ້າ​ໄດ້​ເກັບ​ເລື່ອງ​ນີ້​ໄວ້​ກັບ​ຕົນ​ເອງ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]