Skip to content
The Believer's Library

Biblica® Open Lao Contemporary Version

Daniel 6 OLCV

Show OLCV only
Verse × ×
1 Darius appointed 120 satraps over the kingdom, stationed throughout the whole kingdom, ດາຣິອຸດ​ພໍໃຈ​ທີ່​ຈະ​ແຕ່ງຕັ້ງ​ເສນາບໍດີ​ຈຳນວນ 120 ຄົນ ໃຫ້​ປົກຄອງ​ທົ່ວ​ອານາຈັກ,
2 and three officials over them, one of them Daniel, so the satraps would answer to them and the king lose nothing. ພ້ອມ​ກັບ​ຜູ້​ບໍລິຫານ​ການ​ປົກຄອງ​ເໜືອ​ຄົນ​ເຫລົ່ານັ້ນ. ໜຶ່ງ​ໃນ​ຄົນ​ສາມ​ນັ້ນ​ແມ່ນ​ດານີເອນ. ບັນດາ​ເສນາບໍດີ​ຈະ​ຕ້ອງ​ລາຍງານ​ຕໍ່​ຜູ້​ບໍລິຫານ​ການ​ປົກຄອງ​ເພື່ອ​ຮັກສາ​ຜົນປະໂຫຍດ​ຂອງ​ກະສັດ.
3 Daniel outshone the administrators and satraps, because an extraordinary spirit was in him, and the king planned to set him over the whole kingdom. ບັດນີ້ ດານີເອນ​ມີ​ຄຸນສົມບັດ​ດີ​ເດັ່ນ​ເໜືອ​ກວ່າ​ຜູ້​ບໍລິຫານ​ການ​ປົກຄອງ​ຄົນ​ອື່ນ ແລະ ເສນາບໍດີ​ທັງຫລາຍ ກະສັດ​ຈຶ່ງ​ມີ​ແຜນ​ຈະ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເບິ່ງແຍງ​ທົ່ວ​ອານາຈັກ.
4 Administrators and satraps sought grounds to charge Daniel over the kingdom, but found none—no corruption—since he was faithful; no negligence or corruption was found in him. ດ້ວຍ​ເຫດ​ນີ້ ຜູ້​ບໍລິຫານ​ການ​ປົກຄອງ​ຄົນ​ອື່ນ ແລະ ເສນາບໍດີ​ທັງຫລາຍ​ຈຶ່ງ​ພະຍາຍາມ​ຈັບ​ຜິດ​ນາເນີເອນ​ໃນ​ວຽກງານ​ລັດຖະການ, ແຕ່​ພວກເຂົາ​ກໍ​ເຮັດ​ບໍ່​ສຳເລັດ. ພວກເຂົາ​ບໍ່​ພົບ​ຂໍ້​ບົກຜ່ອງ​ຂອງ​ດານີເອນ​ເລີຍ, ເພາະ​ວ່າ​ເພິ່ນ​ເປັນ​ຄົນ​ທີ່​ສັດຊື່ ແລະ ບໍ່​ເຄີຍ​ສໍ້ລາດ​ບັງ​ຫລວງ ຫລື ລະເລີຍ​ໜ້າທີ່.
5 Then these men said, "We'll find no charge against Daniel unless we find one in his God's law." ໃນ​ທີ່​ສຸດ​ຄົນ​ເຫລົ່ານີ້​ຈຶ່ງ​ເວົ້າ​ກັນ​ວ່າ, “ພວກເຮົາ​ບໍ່​ມີ​ທາງ​ຫາ​ເລື່ອງ​ຈັບ​ຜິດ​ດານີເອນ​ຄົນ​ນີ້​ໄດ້​ເລີຍ ນອກ​ຈາກ​ເລື່ອງ​ກ່ຽວກັບ​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງ​ລາວ”.
6 So the administrators and satraps went together to the king and said, "King Darius, live forever! ດັ່ງນັ້ນ ຜູ້​ບໍລິຫານ​ການ​ປົກຄອງ ແລະ ເສນາບໍດີ​ທັງຫລາຍ​ຈຶ່ງ​ຮວມ​ກຸ່ມ​ກັນ​ເຂົ້າ​ໄປ​ພົບ​ກະສັດ ແລະ ເວົ້າ​ວ່າ: “ຂ້າແດ່​ກະສັດ​ດາຣິອຸດ ຂໍ​ໃຫ້​ກະສັດ​ດາຣິອຸດ​ຈົ່ງ​ຈະເລີນ!
7 All the kingdom's administrators, prefects, satraps, counselors, and governors agreed the king should issue a royal statute and firm decree: whoever petitions any god or man but you, king, for thirty days, will be thrown into the lions' den. ພວກຂ້ານ້ອຍ​ທັງຫລາຍ ຜູ້​ບໍລິຫານ​ການ​ປົກຄອງ, ເຈົ້າແຂວງ, ເສນາບໍດີ, ທີ່ປຶກສາ ແລະ ຜູ້ວ່າການ ທຸກຄົນ​ໄດ້​ພາ​ກັນ​ເຫັນດີ​ນຳ​ກັນ​ວ່າ​ທ່ານ​ຄວນ​ອອກ​ຄຳສັ່ງ ແລະ ບັງຄັບ​ໃຊ້​ດຳລັດ​ນັ້ນ​ວ່າ ຖ້າ​ຫາກ​ຜູ້ໃດ​ອະທິຖານ​ຂໍ​ສິ່ງໃດ​ຈາກ​ພະ​ໃດ ຫລື ຂໍ​ຕໍ່​ມະນຸດ​ໃນ​ຊ່ວງ​ສາມ​ສິບ​ວັນ​ຕໍ່ໄປ​ນີ້, ເວັ້ນໄວ້​ແຕ່​ຂໍ​ຈາກ​ທ່ານ, ຂ້າແດ່​ກະສັດ, ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.
8 Now, king, issue the decree and sign it in writing, unalterable, under the law of the Medes and Persians, which cannot be revoked. ບັດນີ້ ຂ້າແດ່​ກະສັດ ຂໍ​ໃຫ້​ອອກ​ດຳລັດ​ນີ້ ແລະ ຂຽນ​ເປັນ​ຕົວໜັງສື​ທີ່​ບໍ່​ມີ​ຜູ້ໃດ​ສາມາດ​ປ່ຽນແປງ​ໄດ້ ເຊິ່ງ​ຕາມ​ກົດໝາຍ​ຂອງ​ຊາວ​ເມເດຍ ແລະ ເປີເຊຍ​ແມ່ນ​ບໍ່​ສາມາດ​ລຶບລ້າງ​ໄດ້”.
9 So King Darius signed the document and the ordinance." ດັ່ງນັ້ນ ກະສັດ​ດາຣິອຸດ​ຈຶ່ງ​ໃຫ້​ອອກ​ດຳລັດ​ເປັນ​ຕົວອັກສອນ.
10 Learning the decree was signed, Daniel went home to his upstairs room, windows open toward Jerusalem, knelt three times daily, and prayed, giving thanks before his Father as always. ເມື່ອ​ດານີເອນ​ຮູ້​ວ່າ​ດຳລັດ​ໄດ້​ຖືກ​ປະກາດ​ໃຊ້​ແລ້ວ, ເພິ່ນ​ກໍ​ໄດ້​ກັບ​ເມືອ​ເຮືອນ ແລະ ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ​ຂອງ​ເພິ່ນ, ເຊິ່ງ​ມີ​ປ່ອງຢ້ຽມ​ປິ່ນ​ໜ້າ​ໃສ່​ເຢຣູຊາເລັມ. ດານີເອນ​ໄດ້​ຄຸເຂົ່າ​ຂອງ​ຕົນ​ລົງ ແລະ ອະທິຖານ, ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເພິ່ນ, ວັນ​ລະ​ສາມ​ເທື່ອ​ຕາມ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ຕະຫລອດ​ມາ.
11 Then these men came together and found Daniel praying and pleading for mercy before his Father. ແລ້ວ​ຄົນ​ເຫລົ່ານັ້ນ​ກໍ​ຮວມ​ກຸ່ມ​ກັນ​ໄປ​ເຝົ້າ​ເບິ່ງ ແລະ ໄດ້​ພົບ​ດານີເອນ​ກໍາລັງ​ອະທິຖານ ແລະ ອ້ອນວອນ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະເຈົ້າ.
12 They approached the king about the decree: "Did you not sign a decree that for thirty days, anyone petitioning any god or man except you, king, would be thrown into the lions' den?" The king answered, "The matter stands, by the law of the Medes and Persians, unchangeable." ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ ແລະ ໄດ້​ເວົ້າ​ກ່ຽວກັບ​ດຳລັດ​ຂອງ​ເພິ່ນ​ວ່າ, “ຂ້າແດ່​ກະສັດ ທ່ານ​ໄດ້​ອອກ​ດຳລັດ​ຂອງ​ທ່ານ​ແລ້ວ​ວ່າ: ຖ້າ​ຫາກ​ຜູ້ໃດ​ອະທິຖານ​ຂໍ​ສິ່ງ​ໃດ​ຈາກ​ພະ​ທັງຫລາຍ ຫລື ຂໍ​ຕໍ່​ມະນຸດ, ເວັ້ນໄວ້​ແຕ່​ຂໍ​ຈາກ​ທ່ານ, ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ​ບໍ່​ແມ່ນ​ບໍ?” ກະສັດ​ໄດ້​ຕອບ​ວ່າ, “ດຳລັດ​ນັ້ນ​ມີ​ຜົນ​ບັງຄັບ​ໃຊ້​ຕາມ​ກົດໝາຍ​ຂອງ​ເມເດຍ ແລະ ເປີເຊຍ ເຊິ່ງ​ບໍ່​ສາມາດ​ລຶບລ້າງ​ໄດ້”.
13 They told the king, "Daniel, one of Judah's exiles, ignores you, king, and your signed decree—praying three times daily." ແລ້ວ​ພວກເຂົາ​ຈຶ່ງ​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ກະສັດ, ດານີເອນ ເຊິ່ງ​ເປັນ​ຊະເລີຍ​ຄົນ​ໜຶ່ງ​ຈາກ​ຢູດາຍ, ລາວ​ໄດ້​ບໍ່​ໄດ້​ໃສ່ໃຈ​ໃນ​ພຣະອົງ ຫລື ດຳລັດ​ທີ່​ທ່ານ​ໄດ້​ໃຫ້​ບັນທຶກ​ເປັນ​ຕົວ​ໜັງສື. ລາວ​ຍັງ​ອະທິຖານ​ມື້​ລະ​ສາມ​ເທື່ອ​ຢູ່”.
14 Hearing this, the king was deeply troubled, determined to save Daniel, and worked until sunset to rescue him. ເມື່ອ​ກະສັດ​ໄດ້​ຍິນ​ດັ່ງນີ້, ເພິ່ນ​ກໍ​ທຸກໃຈ​ຫລາຍ; ກະສັດ​ໄດ້​ຄິດ​ຫາ​ວິທີ​ຊ່ວຍ​ດານີເອນ ແລະ ພະຍາຍາມ​ທຸກ​ວິຖີ​ທາງ​ເພື່ອ​ຊ່ວຍ​ດານີເອນ​ຈົນ​ຕາເວັນຕົກ​ດິນ.
15 Then these men gathered before the king and said, "Know, king: by law of the Medes and Persians, no decree or edict the king issues can be changed." ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ຮວມ​ກຸ່ມ​ກັນ​ໄປ​ພົບ​ກະສັດ​ດາຣິອຸດ ແລະ ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຂ້າແດ່​ກະສັດ, ຂໍ​ຈົ່ງ​ລະນຶກ​ວ່າ​ຕາມ​ກົດໝາຍ​ຂອງ​ເມເດຍ ແລະ ເປີເຊຍ​ນັ້ນ ດຳລັດ ຫລື ຄໍາ​ປະກາດ​ໃດໆ​ຂອງ​ກະສັດ​ທີ່​ອອກ​ໄປ​ແລ້ວ​ຈະ​ປ່ຽນແປງ​ບໍ່​ໄດ້​ເລີຍ”.
16 Then the king gave the command, and they brought Daniel and threw him into the lions' den. The king said to Daniel, "May your God, whom you serve continually, rescue you." ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ມີ​ຄຳສັ່ງ ແລະ ພວກເຂົາ​ກໍ​ໄດ້​ໄປ​ນຳ​ເອົາ​ດານີເອນ​ມາ ແລ້ວ​ໂຍນ​ເພິ່ນ​ລົງ​ໄປ​ໃນ​ຖໍ້າ​ສິງ. ກະສັດ​ໄດ້​ເວົ້າ​ກັບ​ດານີເອນ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ເຈົ້າ​ຮັບໃຊ້​ຕະຫລອດ​ມາ​ນັ້ນ​ຊ່ວຍ​ກອບກູ້​ເອົາ​ເຈົ້າ!”
17 A stone was brought, placed over the den's mouth, and sealed by the king with his signet ring and his nobles' rings, so nothing about Daniel could change. ພວກເຂົາ​ໄດ້​ນຳ​ຫີນ​ກ້ອນ​ໜຶ່ງ​ມາ ແລະ ວາງ​ປິດ​ປາກ​ຖ້ຳ​ໄວ້, ແລ້ວ​ກະສັດ​ກໍ​ປະທັບຕາ​ດ້ວຍ​ແຫວນ​ຕາ​ຂອງ​ເພິ່ນ​ເອງ​ໃສ່​ຫີນ​ນັ້ນ ແລະ ບັນດາ​ຂຸນນາງ​ຂອງ​ເພິ່ນ​ກໍ​ໄດ້​ປະທັບຕາ​ດ້ວຍ​ແຫວນ​ຂອງ​ຕົນ, ເພື່ອ​ບໍ່​ໃຫ້​ຜູ້ໃດ​ມາ​ຊ່ວຍ​ແກ້ໄຂ​ສະຖານະການ​ຂອງ​ດານີເອນ​ໄດ້.
18 Then the king went to his palace and fasted that night; no entertainment was brought before him, and sleep fled from him. ແລ້ວ​ກະສັດ​ກໍ​ກັບ​ຄືນ​ວັງ​ຂອງ​ຕົນ ແລະ ເພິ່ນ​ງົດ​ກິນ​ອາຫານ ແລະ ງົດ​ການ​ບັນເທີງ​ທັງໝົດ​ສຳລັບ​ເພິ່ນ. ແລ້ວ​ເພິ່ນ​ນອນ​ບໍ່​ຫລັບ​ຕະຫລອດ​ທັງ​ຄືນ​ນັ້ນ.
19 Then, at the first light of dawn, the king rose and hurried to the den of lions. ພໍ​ແຕ່​ຮຸ່ງເຊົ້າ​ມາ, ກະສັດ​ກໍ​ລຸກ​ຂຶ້ນ ແລະ ຟ້າວ​ໄປ​ທີ່​ຖໍ້າ​ສິງ.
20 Nearing the den, he cried out to Daniel anxiously. The king said to Daniel, "Daniel, servant of the living God, has your God, whom you serve continually, been able to rescue you from the lions?" ເມື່ອ​ເພື່ອ​ເຂົ້າ​ມາ​ໃກ້​ຖ້ຳ ກະສັດ​ກໍ​ໄດ້​ເອີ້ນ​ຫາ​ດານີເອນ​ດ້ວຍ​ສຽງ​ອັນ​ເຈັບປວດ​ວ່າ, “ດານີເອນ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່, ພຣະເຈົ້າ​ທີ່​ເຈົ້າ​ຮັບໃຊ້​ຕະຫລອດ​ມາ​ນັ້ນ​ຊ່ວຍ​ກອບກູ້​ເຈົ້າ​ໃຫ້​ພົ້ນ​ຈາກ​ສິງ​ໄດ້​ບໍ?”
21 Then Daniel said to the king, "King, may you live forever! ດານີເອນ​ຕອບ​ວ່າ “ຂ້າ​ແດ່​ກະສັດ, ຂໍ​ກະສັດ​ຈົ່ງ​ຈະເລີນ!
22 My Father sent his angel and shut the lions' mouths. They haven't harmed me, because I was found innocent before him, and before you, king, I've done no wrong." ພຣະເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ ແລະ ພຣະອົງ​ໄດ້​ອັດ​ປາກ​ຂອງ​ໂຕສິງ​ທັງຫລາຍ​ໄວ້. ພວກມັນ​ບໍ່​ໄດ້​ເຮັດ​ຫຍັງ​ຂ້ານ້ອຍ​ເລີຍ, ເພາະ​ຂ້ານ້ອຍ​ບໍລິສຸດ​ໃນ​ສາຍ​ຕາ​ຂອງ​ພຣະອົງ ແລະ ຂ້ານ້ອຍ​ບໍ່​ເຄີຍ​ເຮັດ​ປະການ​ໃດ​ຕໍ່​ກະສັດ​ເລີຍ”.
23 The king was overjoyed and ordered Daniel lifted from the den. Daniel was lifted out with no injury at all, for he had trusted in his Father. ກະສັດ​ມີ​ຄວາມ​ຍິນດີ​ທີ່ສຸດ ແລະ ສັ່ງ​ໃຫ້​ດຶງ​ດານີເອນ​ຂຶ້ນ​ມາ​ຈາກ​ຖໍ້າ. ເມື່ອ​ດານີເອນ​ຖືກ​ດຶງ​ຂຶ້ນ​ມາ​ແລ້ວ, ກໍ​ປາກົດ​ວ່າ​ເພິ່ນ​ບໍ່​ມີ​ບາດແຜ​ອັນໃດ​ເລີຍ, ເພາະ​ເພິ່ນ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງ​ເພິ່ນ.
24 The king ordered the men who had falsely accused Daniel brought and thrown into the lions' den—with their children and wives. Before they reached the bottom, the lions overpowered them and crushed all their bones. ກະສັດ​ໄດ້​ສັ່ງ​ໃຫ້​ຈັບ​ບັນດາ​ຜູ້​ທີ່​ກ່າວຫາ​ດານີເອນ​ຢ່າງ​ບໍ່​ຖືກຕ້ອງ ແລະ ໂຍນ​ເຂົ້າ​ໄປ​ໃນ​ຖ້ຳ​ສິງ​ພ້ອມ​ທັງ​ເມຍ ແລະ ລູກ​ຂອງ​ພວກເຂົາ. ຮ່າງກາຍ​ຂອງ​ຄົນ​ເຫລົ່ານັ້ນ​ກໍ​ຖືກ​ໂຕສິງ​ສວບ​ກິນ​ຈົນ​ກະດູກ​ໝຸ່ນ​ກ່ອນ​ທີ່​ຈະ​ກະທົບ​ກັບ​ພື້ນ​ຖໍ້າ.
25 Then King Darius wrote to all peoples, nations, and languages living on earth: "May your peace overflow! ຫລັງຈາກນັ້ນ ກະສັດ​ດາຣິອຸດ​ກໍ​ໄດ້​ຂຽນ​ຂໍ້ຄວາມ​ໄປ​ເຖິງ​ພົນລະເມືອງ​ທຸກ​ຊົນຊາດ ແລະ ທຸກ​ພາສາ​ໃນ​ທົ່ວ​ແຜ່ນດິນ​ໂລກ​ວ່າ: “ຂໍ​ໃຫ້​ພວກທ່ານ​ທັງຫລາຍ​ຈະເລີນ​ຮຸ່ງເຮືອງ!
26 I decree: in all my kingdom, people must tremble and fear before Daniel's God—the living God, enduring forever. His kingdom will never be destroyed; his rule never ends. “ຂ້າພະເຈົ້າ​ອອກ​ດຳລັດ​ໃຫ້​ທຸກຄົນ​ທີ່​ຢູ່​ໃນ​ທົ່ວ​ອານາຈັກ​ຂອງ​ຂ້າພະເຈົ້າ​ຈົ່ງ​ຢຳເກງ ແລະ ເຄົາລົບ​ນັບຖື​ພຣະເຈົ້າ​ຂອງ​ດານີເອນ. “ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ແລະ ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ; ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ຖືກ​ທຳລາຍ, ອຳນາດ​ຂອງ​ພຣະອົງ​ແມ່ນ​ບໍ່​ມີ​ທີ່​ສິ້ນສຸດ.
27 He rescues and delivers; he works signs and wonders in the heavens and on the earth; he is the one who rescued Daniel from the power of the lions." ພຣະອົງ​ຊ່ວຍ ແລະ ກອບກູ້; ພຣະອົງ​ເຮັດ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ ໃນ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ. ພຣະອົງ​ໄດ້​ກອບກູ້​ດານີເອນ ຈາກ​ອຳນາດ​ຂອງ​ໂຕສິງ​ທັງຫລາຍ”.
28 So this Daniel thrived in the reign of Darius and of Cyrus the Persian. ດັ່ງນັ້ນ ດານີເອນ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ດາຣິອຸດ ແລະ ໃນ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]