Skip to content
The Believer's Library

Biblica® Open Lao Contemporary Version

Daniel 5 OLCV

Show OLCV only
Verse × ×
1 King Belshazzar held a great feast for 1,000 nobles, drinking wine in the presence of the 1,000. ກະສັດ​ເບັນຊັດຊາເຣ​ໄດ້​ຈັດ​ງານກິນລ້ຽງ​ໃຫຍ່​ໃຫ້​ແກ່​ບັນດາ​ຂຸນນາງ​ຂອງ​ເພິ່ນ​ຈຳນວນ​ໜຶ່ງ​ພັນ​ຄົນ ແລະ ດື່ມ​ເຫລົ້າອະງຸ່ນ​ຮ່ວມ​ກັບ​ພວກເຂົາ.
2 While tasting the wine, Belshazzar ordered in the gold and silver vessels his father Nebuchadnezzar took from Jerusalem's temple, for the king, his nobles, wives, and concubines to drink from. ໃນ​ຂະນະ​ທີ່​ເບັນຊັດຊາເຣ​ກຳລັງ​ດື່ມ​ເຫລົ້າອະງຸ່ນ​ຢູ່​ນັ້ນ, ເພິ່ນ​ກໍ​ໄດ້​ສັ່ງ​ໃຫ້​ນຳ​ຈອກ​ເງິນ ແລະ ຈອກ​ຄຳ​ທີ່​ເນບູກາດເນັດຊາ​ພໍ່​ຂອງ​ເພິ່ນ​ໄດ້​ຢຶດ​ມາ​ຈາກ​ວິຫານ​ໃນ​ເຢຣູຊາເລັມ​ນັ້ນ​ອອກ​ມາ ເພື່ອ​ວ່າ​ກະສັດ ແລະ ບັນດາ​ຂຸນນາງ​ຂອງ​ຂອງ​ເພິ່ນ, ບັນດາ​ເມຍ​ຂອງ​ເພິ່ນ, ບັນດາ​ນາງ​ສະໜົມ​ຂອງ​ເພິ່ນ​ຈະ​ໄດ້​ດື່ມ​ຈາກ​ຈອກ​ເຫລົ່ານັ້ນ.
3 Then they brought the gold vessels taken from the temple, our Father's house in Jerusalem; the king, his nobles, wives, and concubines drank from them. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ນຳເອົາ​ພາຊະນະ​ຄຳ​ທີ່​ຢຶດ​ມາ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ໃນ​ເຢຣູຊາເລັມ, ແລ້ວ​ກະສັດ, ບັນດາ​ຂຸນນາງ​ຂອງ​ເພິ່ນ, ບັນດາ​ເມຍ​ຂອງ​ເພິ່ນ, ບັນດາ​ນາງ​ສະໜົມ​ກໍ​ພາ​ກັນ​ດື່ມ​ຈາກ​ຈອກ​ເຫລົ່ານັ້ນ.
4 They drank the wine and praised the gods of gold, silver, bronze, iron, wood, and stone. ໃນ​ຂະນະ​ທີ່​ພວກເຂົາ​ດື່ມ​ເຫລົ້າ​ອະງຸ່ນ ພວກເຂົາ​ກໍ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳລິດ, ດ້ວຍ​ເຫລັກ, ດ້ວຍ​ໄມ້ ແລະ ດ້ວຍ​ຫີນ.
5 Just then a human hand's fingers appeared and wrote on the plaster of the king's palace wall opposite the lampstand, and the king watched the hand writing. ໃນ​ທັນໃດ​ນັ້ນ ກໍ​ມີ​ນິ້ວ​ມື​ມະນຸດ​ປາກົດ​ຂຶ້ນ ແລະ ຂຽນ​ໃສ່​ເທິງ​ຝາຜະໜັງ, ເຊິ່ງ​ໃກ້​ກັບ​ຕະກຽງ​ໃນ​ວັງ. ກະສັດ​ໄດ້​ແນມ​ເບິ່ງ​ມື​ທີ່​ກຳລັງ​ຂຽນ​ຢູ່.
6 The king's face changed color, his thoughts terrified him, his hips gave way, and his knees knocked. ເພິ່ນ​ຈຶ່ງ​ໜ້າ​ຊີດ​ໄປ ແລະ ເພິ່ນ​ກໍ​ຕົກໃຈ​ຢ້ານ​ຫລາຍ​ຈົນ​ຂາ​ເພິ່ນ​ອ່ອນ​ແຮງ ແລະ ຫົວເຂົ່າ​ຂອງ​ກະສັດ​ກໍ​ສັ່ນ.
7 The king shouted for the enchanters, astrologers, and fortune-tellers, telling Babylon's wise men, "Whoever reads this writing and tells me what it means will wear purple, a gold chain on his neck, and rule third in the kingdom." ກະສັດ​ໄດ້​ເອີ້ນ​ບັນດາ​ນັກ​ເວດມົນ, ໂຫລາຈານ ແລະ ໝໍດູ​ໃຫ້​ເຂົ້າ​ມາ​ພົບ. ແລ້ວ​ເພິ່ນ​ໄດ້​ກ່າວ​ກັບ​ນັກປາດ​ທັງຫລາຍ​ຂອງ​ບາບີໂລນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ອ່ານ​ຂໍ້ຄວາມ​ນີ້​ໄດ້ ແລະ ບອກ​ເຮົາ​ໄດ້​ວ່າ​ມີ​ຄວາມໝາຍ​ວ່າ​ແນວ​ໃດ, ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ນຸ່ງ​ເສື້ອຄຸມ​ສີມ່ວງ ແລະ ຈະ​ເອົາ​ສາຍຄໍ​ຄໍາ​ຄ້ອງ​ຄໍ​ໃຫ້​ລາວ, ແລ້ວ​ລາວ​ກໍ​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປົກຄອງ​ສູງສຸດ​ອັນດັບ​ທີ​ສາມ​ໃນ​ອານາຈັກ”.
8 Then all the king's wise men came in, but none could read the writing or tell him its meaning. ແລ້ວ​ນັກປາດ​ທັງໝົດ​ຂອງ​ກະສັດ​ກໍ​ເຂົ້າ​ມາ, ແຕ່​ພວກເຂົາ​ບໍ່​ສາມາດ​ອ່ານ​ຂໍ້ຄວາມ​ທີ່​ຂຽນ​ໄວ້ ຫລື ບອກ​ກະສັດ​ໃຫ້​ຮູ້​ວ່າ​ມີ​ຄວາມໝາຍ​ວ່າ​ແນວ​ໃດ.
9 So King Belshazzar grew even more terrified, his face paler still, and his nobles were bewildered. ດັ່ງນັ້ນ ກະສັດ​ເບັນຊັດຊາເຣ​ກໍ​ຍິ່ງ​ຕົກໃຈ​ຢ້ານ​ຫລາຍ ແລະ ເພິ່ນ​ກໍ​ໜ້າ​ຊີດ​ເຂົ້າ​ຫລາຍ​ກວ່າ​ເກົ່າ. ບັນດາ​ຂຸນນາງ​ຂອງ​ເພິ່ນ​ກໍ​ພາ​ກັນ​ງົງ.
10 At the king's and his nobles' words, the queen entered the banquet hall, saying, "King, live forever! Don't let your thoughts terrify you or your face turn pale. ລາຊີນີ​ໄດ້​ຍິນ​ສຽງ​ຂອງ​ກະສັດ ແລະ ສຽງ​ຂອງ​ບັນດາ​ຂຸນນາງ​ຂອງ​ເພິ່ນ, ກໍ​ເຂົ້າ​ໄປ​ໃນ​ຫ້ອງ​ກິນລ້ຽງ. ນາງ​ໄດ້​ກ່າວ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ຈະເລີນ! ຢ່າ​ຕົກໃຈ​ຢ້ານ! ຢ່າ​ເຮັດ​ໜ້າ​ຊີດ​ເລີຍ!
11 A man in your kingdom has the spirit of the holy gods. In your father's days he showed insight, understanding, and wisdom like the gods' wisdom. King Nebuchadnezzar your father—your father the king—made him chief of magicians, enchanters, astrologers, and fortune-tellers, ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ອານາຈັກ​ຂອງ​ທ່ານ​ທີ່​ມີ​ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ຢູ່​ໃນ​ລາວ. ໃນ​ສະໄໝ​ຂອງ​ພໍ່​ຂອງ​ທ່ານ, ເພິ່ນ​ພົບ​ວ່າ​ລາວ​ມີ​ຄວາມ​ເຂົ້າໃຈ, ມີ​ໄຫວພິບ ແລະ ສະຕິປັນຍາ​ເໝືອນ​ສະຕິປັນຍາ​ຂອງ​ພະ​ທັງຫລາຍ. ກະສັດ​ເນບູກາດເນັດຊາ​ພໍ່​ຂອງ​ທ່ານ, ເພິ່ນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ບັນດາ​ນັກຫລິ້ນ​ອາຄົມ, ນັກ​ເວດມົນ, ໂຫລາຈານ ແລະ ໝໍດູ.
12 because extraordinary spirit, knowledge, and understanding—interpreting dreams, explaining riddles, untying knots—were found in this Daniel, whom the king named Belteshazzar. Now call Daniel; he will interpret." ດານີເອນ​ຜູ້​ນີ້​ທີ່​ກະສັດ​ໄດ້​ເອີ້ນ​ວ່າ​ເບັນເຕຊັດຊາເຣ, ລາວ​ເປັນ​ຜູ້​ມີ​ປັນຍາ​ທີ່​ຫລັກແຫລມ, ມີ​ຄວາມ​ຮູ້, ມີ​ຄວາມ​ເຂົ້າໃຈ ແລະ ຍັງ​ມີ​ຄວາມ​ສາມາດ​ໃນ​ການ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໄດ້ ແລະ ອະທິບາຍ​ປິດສະໜາ ແລະ ແກ້ໄຂ​ບັນຫາ​ທີ່​ຫຍຸ້ງຍາກ​ທັງຫລາຍ​ໄດ້​ອີກ​ດ້ວຍ. ຂໍ​ຈົ່ງ​ໄປ​ເອີ້ນ​ດານີເອນ​ມາ, ແລ້ວ​ລາວ​ຈະ​ບອກ​ທ່ານ​ວ່າ​ຂໍ້ຄວາມ​ນີ້​ຄວາມໝາຍ​ວ່າ​ແນວໃດ”.
13 Daniel was brought before the king, who asked, "Are you Daniel, one of the Judean exiles my father the king brought from Judah? ດັ່ງນັ້ນ ດານີເອນ​ຈຶ່ງ​ຖືກ​ນຳ​ໂຕ​ມາ​ພົບ​ກະສັດ ແລະ ກະສັດ​ກໍ​ໄດ້​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ແມ່ນ​ດານີເອນ ໜຶ່ງ​ໃນ​ຈຳນວນ​ຊະເລີຍ​ທີ່​ພໍ່​ຂອງ​ເຮົາ​ນຳ​ໂຕ​ມາ​ຈາກ​ຢູດາຍ​ບໍ?
14 I heard the spirit of the gods is in you—light, understanding, and rare wisdom found in you. ເຮົາ​ໄດ້​ຍິນ​ວ່າ​ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ຢູ່​ໃນ​ເຈົ້າ ແລະ ໄດ້​ຍິນ​ວ່າ​ເຈົ້າ​ມີ​ຄວາມ​ເຂົ້າໃຈ, ມີ​ໄຫວພິບ ແລະ ມີ​ສະຕິປັນຍາ​ອັນ​ລ້ຳເລີດ.
15 The wise men and enchanters were brought before me to read this writing and tell me its meaning, but couldn't. ເຮົາ​ໄດ້​ເອີ້ນ​ນັກປາດ ແລະ ນັກຫລິ້ນ​ອາຄົມ​ທັງຫລາຍ​ໃຫ້​ມາ​ພົບ​ເຮົາ​ເພື່ອ​ອ່ານ​ຂໍ້ຄວາມ​ນີ້ ແລະ ບອກ​ເຮົາ​ວ່າ​ມັນ​ມີ​ຄວາມໝາຍ​ວ່າ​ແນວໃດ, ແຕ່​ພວກເຂົາ​ກໍ​ບໍ່​ສາມາດ​ອະທິບາຍ​ຂໍ້ຄວາມ​ນັ້ນ​ໄດ້.
16 I've heard you can interpret and untie knots. If you read this writing and tell me its meaning, you'll wear purple, a gold chain on your neck, and rule third in the kingdom." ບັດນີ້ ເຮົາ​ໄດ້​ຍິນ​ວ່າ​ເຈົ້າ​ສາມາດ​ຕີ​ຄວາມໝາຍ ແລະ ແກ້ໄຂ​ບັນຫາ​ທີ່​ຫຍຸ້ງຍາກ​ທັງຫລາຍ​ໄດ້. ຖ້າ​ເຈົ້າ​ສາມາດ​ອ່ານ​ຂໍ້ຄວາມ​ນີ້ ແລະ ບອກ​ເຮົາ​ວ່າ​ມັນ​ມີ​ຄວາມໝາຍ​ວ່າ​ແນວໃດ​ໄດ້, ເຮົາ​ຈະ​ໃຫ້​ເຈົ້າ​ນຸ່ງ​ເສື້ອຄຸມ​ສີມ່ວງ ແລະ ຈະ​ເອົາ​ສາຍຄໍ​ຄໍາ​ຄ້ອງ​ຄໍ​ໃຫ້​ເຈົ້າ, ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປົກຄອງ​ສູງສຸດ​ອັນດັບ​ທີ​ສາມ​ໃນ​ອານາຈັກ”.
17 Daniel answered the king, "Keep your gifts; give your rewards to another. Still, I will read the king the writing and tell him its meaning. ດານີເອນ​ໄດ້​ຕອບ​ກະສັດ​ວ່າ, “ຂໍ​ທ່ານ​ຈົ່ງ​ເກັບ​ຂອງຂັວນ​ນີ້​ໄວ້​ສໍາລັບ​ທ່ານ​ເອງ ແລະ ຂໍ​ໃຫ້​ບຳເໜັດ​ແກ່​ຄົນ​ອື່ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້ານ້ອຍ​ຈະ​ອ່ານ​ຂໍ້ຄວາມ​ທີ່​ຂຽນ​ນັ້ນ​ໃຫ້​ທ່ານ ແລະ ບອກ​ຄວາມໝາຍ​ໃຫ້​ທ່ານ​ຮູ້.
18 Your Majesty, the Most High our Father gave your father Nebuchadnezzar the kingdom, greatness, glory, and majesty. “ຂ້າ​ແດ່​ກະສັດ, ພຣະເຈົ້າ​ອົງ​ສູງສຸດ​ໄດ້​ມອບ​ອຳນາດ​ການ​ປົກຄອງ ແລະ ຄວາມ​ຍິ່ງໃຫຍ່​ກັບ​ສະຫງ່າລາສີ ແລະ ຄວາມ​ສະຫງ່າງາມ​ໃຫ້​ແກ່​ເນບູກາດເນັດຊາ​ພໍ່​ຂອງ​ທ່ານ.
19 Because of the greatness he gave him, all peoples, nations, and languages trembled and feared before him. He killed whom he wished, let live whom he wished, raised whom he wished, humbled whom he wished. ເນື່ອງ​ຈາກ​ຖານະ​ອັນ​ສູງສົ່ງ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ເພິ່ນ, ທຸກ​ຊົນຊາດ ແລະ ຄົນ​ທຸກ​ພາສາ​ຈຶ່ງ​ຢ້ານກົວ ແລະ ຢໍາເກງ​ເພິ່ນ. ບັນດາ​ຜູ້​ທີ່​ກະສັດ​ຢາກ​ໃຫ້​ຖືກ​ຂ້າ, ເພິ່ນ​ກໍ​ຈະ​ຂ້າ; ບັນດາ​ຜູ້​ທີ່​ເພິ່ນ​ຢາກ​ໃຫ້​ໄວ້​ຊີວິດ, ເພິ່ນ​ກໍ​ຈະ​ໄວ້​ຊີວິດ; ບັນດາ​ຜູ້​ທີ່​ເພິ່ນ​ຢາກ​ຈະ​ເລື່ອນ​ຕຳແໜ່ງ​ໃຫ້, ເພິ່ນ​ກໍ​ຈະ​ເລື່ອນ​ຕຳແໜ່ງ​ໃຫ້ ແລະ ບັນດາ​ຜູ້​ທີ່​ເພິ່ນ​ຢາກ​ຖອນ​ຍົດສັກ; ເພິ່ນ​ກໍ​ຈະ​ຖອນ​ຍົດສັກ.
20 When his heart grew proud and his spirit hardened into arrogance, he was deposed from his royal throne and his glory taken away. ແຕ່​ເມື່ອ​ໃຈ​ຂອງ​ເພິ່ນ​ຈອງຫອງ ແລະ ແຂງກະດ້າງ​ພ້ອມ​ທັງ​ໂອ້ອວດ, ພຣະເຈົ້າ​ຈຶ່ງ​ປົດ​ເພິ່ນ​ອອກ​ຈາກ​ບັນລັງ ແລະ ຢຶດ​ເອົາ​ສະຫງ່າລາສີ​ຂອງ​ເພິ່ນ​ໄປ.
21 He was driven from people, his mind made like an animal's; he lived with wild donkeys, was fed grass like an ox, and the dew of heaven soaked him—until he knew the Most High our Father rules the kingdom of men and sets over it whomever he chooses. ເພິ່ນ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ມວນມະນຸດ ແລະ ໄດ້​ຮັບ​ຄວາມຄິດ​ຈິດໃຈ​ແບບ​ສັດ; ເພິ່ນ​ໃຊ້​ຊີວິດ​ຢູ່​ກັບ​ລໍປ່າ ແລະ ກິນ​ຫຍ້າ​ເໝືອນ​ງົວ; ຮ່າງກາຍ​ຂອງ​ເພິ່ນ​ປຽກ​ຊຸ່ມ​ດ້ວຍ​ນ້ຳໝອກ​ຈາກ​ຟ້າສະຫວັນ, ຈົນ​ກວ່າ​ເພິ່ນ​ໄດ້​ຮຽນ​ຮູ້​ວ່າ​ພຣະເຈົ້າ​ອົງ​ສູງ​ສຸດ​ນັ້ນ​ຄອບຄອງ​ເໜືອ​ອານາຈັກ​ທັງໝົດ​ເທິງ​ແຜ່ນດິນ​ໂລກ ແລະ ຕັ້ງ​ຜູ້ໃດ​ກໍ​ໄດ້​ໃຫ້​ປົກຄອງ​ອານາຈັກ​ຕາມ​ທີ່​ພຣະອົງ​ພໍໃຈ.
22 But you, Belshazzar his son, have not humbled your heart, though you knew all this. “ຂ້າ​ແດ່​ເບັນຊັດຊາເຣ ແຕ່​ທ່ານ​ເອງ​ຜູ້​ເປັນ​ລູກຊາຍ​ຂອງ​ເພິ່ນ, ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ຮູ້​ເລື່ອງ​ນີ້​ທັງໝົດ​ແລ້ວ ແຕ່​ກໍ​ບໍ່​ໄດ້​ຖ່ອມ​ຕົວ​ລົງ.
23 Instead, you lifted yourself against heaven's Sovereign. You had his house's vessels brought before you, and you, your nobles, wives, and concubines drank wine from them. You praised gods of silver, gold, bronze, iron, wood, and stone—gods that cannot see, hear, or know anything. But the One holding your breath in his hand, who owns all your ways—our Father—you have not honored. ແຕ່​ກັບ​ຍົກ​ຕົນ​ເອງ​ຕໍ່ສູ້​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ຟ້າ​ສະຫວັນ. ທ່ານ​ໄດ້​ໃຫ້​ນຳ​ພາຊະນະ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ມາ​ໃຫ້​ທ່ານ ແລະ ທ່ານ​ເອງ​ກັບ​ບັນດາ​ຂຸນນາງ​ຂອງ​ທ່ານ, ບັນດາ​ເມຍ​ຂອງ​ທ່ານ ແລະ ບັນດາ​ນາງ​ສະໜົມ​ຂອງ​ທ່ານ​ມາ​ໃສ່​ເຫລົ້າອະງຸ່ນ​ດື່ມ. ທ່ານ​ໄດ້​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳລິດ, ດ້ວຍ​ເຫລັກ, ດ້ວຍ​ໄມ້ ແລະ ດ້ວຍ​ຫີນ, ເຊິ່ງ​ບໍ່​ສາມາດ​ເບິ່ງ​ເຫັນ ຫລື ຟັງ​ບໍ່​ໄດ້​ຍິນ ຫລື ບໍ່​ເຂົ້າໃຈ. ແຕ່​ທ່ານ​ບໍ່​ໄດ້​ຖວາຍ​ກຽດ​ພຣະເຈົ້າ ຜູ້​ທີ່​ກໍາ​ຊີວິດ ແລະ ວິຖີ​ທາງ​ທັງໝົດ​ຂອງ​ທ່ານ​ໄວ້​ໃນ​ມື​ຂອງ​ພຣະອົງ.
24 Therefore he sent the hand that wrote this inscription. ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ມື​ມາ​ຂຽນ​ຂໍ້ຄວາມ​ນັ້ນ.
25 This is the writing that was inscribed: MENE, MENE, TEKEL, PARSIN. “ຂໍ້ຄວາມ​ນັ້ນ​ໄດ້​ຂຽນ​ໄວ້​ດັ່ງນີ້: ເມເນ, ເມເນ, ເທເຄ, ປາຊິນ
26 This is what it means: MENE—our Father counted your kingdom's days and ended it. “ຂໍ້ຄວາມ​ເຫລົ່ານີ້​ມີ​ຄວາມຫມາຍ​ຄື: “ເມເນ​ໝາຍ​ຄວາມ​ວ່າ: ພຣະເຈົ້າ​ໄດ້​ນັບ​ວັນ​ເວລາ​ແຫ່ງ​ການ​ປົກຄອງ​ຂອງ​ທ່ານ​ໄວ້ ແລະ ນຳ​ມັນ​ໄປ​ມາ​ເຖິງ​ຈຸດຈົບ.
27 TEKEL—you have been weighed on the scales and found wanting. “ເທເຄ​ໝາຍ​ຄວາມ​ວ່າ: ທ່ານ​ໄດ້​ຖືກ​ຊັ່ງ​ເທິງ​ຊິງ ແລະ ເຫັນ​ວ່າ​ເບົາ​ກວ່າ​ທີ່​ກຳນົດ.
28 PERES—your kingdom has been divided and given to the Medes and Persians." “ເປເລັດ​ໝາຍ​ຄວາມ​ວ່າ: ອານາຈັກ​ຂອງ​ທ່ານ​ຖືກ​ແບ່ງ​ແຍກ ແລະ ຖືກ​ມອບ​ໃຫ້​ຊາວ​ເມເດຍ​ກັບ​ຊາວ​ເປີເຊຍ”.
29 Then Belshazzar gave the order, and they clothed Daniel in purple, put a gold chain on his neck, and proclaimed him third ruler in the kingdom. ແລ້ວ​ເບັນຊັດຊາເຣ​ກໍ​ສັ່ງ​ໃຫ້​ນໍາ​ເອົາ​ເສື້ອຄຸມ​ສີມ່ວງ​ມາ​ນຸ່ງ​ໃຫ້​ດານີເອນ​ໃນ​ທັນທີ, ເອົາ​ສາຍຄໍ​ຄຳ​ຄ້ອງ​ຄໍ​ໃຫ້​ລາວ, ແລ້ວ​ກໍ​ແຕ່ງຕັ້ງ​ດານີເອນ​ໃຫ້​ເປັນ​ຜູ້​ປົກຄອງ​ສູງສຸດ​ອັນດັບ​ທີ​ສາມ​ໃນ​ອານາຈັກ.
30 That very night Belshazzar, king of the Babylonians, was killed. ໃນ​ຄືນ​ວັນ​ນັ້ນ​ເອງ​ເບັນຊັດຊາເຣ​ບາບີໂລນ, ກະສັດ​ແຫ່ງ​ບາບີໂລນ​ກໍ​ໄດ້​ຖືກ​ລອບ​ສັງຫານ,
31 And Darius the Mede received the kingdom, being about sixty-two years old. ແລະ ດາຣິອຸດ​ແຫ່ງ​ເມເດຍ​ກໍ​ໄດ້​ຢຶດ​ອານາຈັກ​ໄດ້, ຂະນະ​ທີ່​ດາຣິອຸດ​ມີ​ອາຍຸ 62 ປີ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]