Skip to content
The Believer's Library

Biblica® Open Lao Contemporary Version

Daniel 4 OLCV

Show OLCV only
Verse × ×
1 King Nebuchadnezzar, to all peoples, nations, and languages living throughout the earth: May your peace be multiplied. ກະສັດ​ເນບູກາດເນັດຊາ, ເຖິງ​ທ່ານ​ທັງຫລາຍ​ຜູ້​ເປັນ​ພົນລະເມືອງ​ທຸກ​ຊາດ ແລະ ທຸກ​ພາສາ​ທີ່​ອາໄສ​ຢູ່​ໃນ​ທົ່ວໂລກ, ຂໍ​ໃຫ້​ທ່ານ​ທັງຫລາຍ​ຈະເລີນ​ຮຸ່ງເຮືອງ!
2 I am glad to declare the signs and wonders the Most High God has done for me. ເຮົາ​ເຫັນດີ​ທີ່​ຈະ​ແຈ້ງ​ໃຫ້​ພວກທ່ານ​ຮູ້​ເຖິງ​ໝາຍສຳຄັນ ແລະ ການອັດສະຈັນ​ທີ່​ພຣະເຈົ້າ​ອົງ​ສູງສຸດ​ໄດ້​ກະທຳ​ເພື່ອ​ເຮົາ.
3 How great are his signs, and how mighty are his wonders! His kingdom is an everlasting kingdom, and his dominion is from generation to generation. ໝາຍສຳຄັນ​ຂອງ​ພຣະອົງ​ຍິ່ງ​ໃຫຍ່​ຫລາຍ ການອັດສະຈັນ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່​ຫລາຍ ອານາຈັກ​ຂອງ​ພຣະອົງ​ກໍ​ດຳລົງ​ຢູ່​ຕະຫລອດ​ໄປ; ການ​ຄອບຄອງ​ຂອງ​ພຣະອົງ​ກໍ​ຢູ່​ຕະຫລອດ​ທຸກ​ຊົ່ວ​ອາຍຸ.
4 I, Nebuchadnezzar, was at ease in my house and flourishing in my palace. ເຮົາ, ເນບູກາດເນັດຊາ ຢູ່​ທີ່​ເຮືອນ​ໃນ​ວັງ​ຂອງ​ເຮົາ​ຢ່າງ​ມີຄວາມ​ສຸກ ແລະ ຈະເລີນ​ຮຸ່ງເຮືອງ.
5 I saw a dream that frightened me; thoughts on my bed and visions in my head terrified me. ຂະນະ​ທີ່​ເຮົາ​ກຳລັງ​ນອນ​ຢູ່​ເທິງ​ຕຽງ​ເຮົາ​ໄດ້​ຝັນ ເຮັດ​ໃຫ້​ເຮົາ​ຕົກໃຈ​ຢ້ານ ພາບ ແລະ ນິມິດ​ຕ່າງໆ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ເຮົາ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ​ຕົກໃຈ​ຢ້ານ.
6 So I ordered all Babylon's wise men brought before me to tell me the dream's meaning. ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ນຳ​ນັກປາດ​ທັງໝົດ​ຂອງ​ບາບີໂລນ​ມາ​ພົບ​ເຮົາ​ເພື່ອ​ຕີ​ຄວາມໝາຍ​ຄວາມ​ຝັນ​ໃຫ້​ເຮົາ.
7 Then the magicians, enchanters, Babylonians, and astrologers entered. I told them the dream, but they could not interpret it for me. ເມື່ອ​ບັນດາ​ນັກຫລິ້ນ​ອາຄົມ, ນັກ​ເວດມົນ, ໂຫລາຈານ ແລະ ໝໍດູ​ໄດ້​ເຂົ້າ​ມາ​ພົບ​ເຮົາ, ເຮົາ​ກໍ​ໄດ້​ເລົ່າ​ຄວາມ​ຝັນ​ໃຫ້​ພວກເຂົາ​ຟັງ, ແຕ່​ພວກເຂົາ​ບໍ່​ສາມາດ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້​ເຮົາ​ໄດ້.
8 Finally Daniel came before me—named Belteshazzar after my god's name, the holy gods' spirit in him—and I told him the dream. ໃນ​ທີ່​ສຸດ, ດານີເອນ​ກໍ​ເຂົ້າ​ມາ​ພົບ​ເຮົາ ແລະ ເຮົາ​ກໍ​ໄດ້​ບອກ​ຄວາມ​ຝັນ​ໃຫ້​ລາວ​ຟັງ. (ລາວ​ມີ​ຊື່​ໜຶ່ງ​ອີກ​ວ່າ ເບັນເຕຊັດຊາເຣ, ຕາມ​ຊື່​ຂອງ​ພະ​ຕົນ​ໜຶ່ງ​ຂອງ​ເຮົາ ແລະ ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ແມ່ນ​ຢູ່​ໃນ​ລາວ.)
9 Belteshazzar, chief magician, I know the spirit of the holy gods is in you, and no mystery baffles you—tell me the visions of my dream that I saw, and their meaning. ເຮົາ​ໄດ້​ວ່າ, “ເບັນເຕຊັດຊາເຣ, ຫົວໜ້າ​ນັກຫລິ້ນ​ອາຄົມ, ເຮົາ​ຮູ້​ວ່າ​ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ແມ່ນ​ຢູ່​ໃນ​ເຈົ້າ ແລະ ບໍ່​ມີ​ຄວາມ​ເລິກລັບ​ໃດ​ຍາກ​ເກີນ​ຄວາມ​ເຂົ້າ​ໃຈ​ຂອງ​ເຈົ້າ. ເຮົາ​ໄດ້​ຝັນ​ຢ່າງ​ນີ້; ຈົ່ງ​ແກ້​ຄວາມຝັນ​ໃຫ້​ເຮົາ.
10 The visions in my mind while in bed: I saw a tree in the middle of the earth, very tall. ສິ່ງ​ເຫລົ່ານີ້​ເປັນ​ນິມິດ​ຕ່າງໆ​ທີ່​ເຮົາ​ໄດ້​ເຫັນ​ຂະນະທີ່​ເຮົາ​ກໍາລັງ​ນອນ​ຢູ່​ເທິງ​ຕຽງ​ຄື: ເຮົາ​ຫລຽວ​ໄປ​ເຫັນ​ຕົ້ນໄມ້​ຕົ້ນ​ໜຶ່ງ​ຢູ່​ກາງ​ແຜ່ນດິນ. ຕົ້ນໄມ້​ນັ້ນ​ສູງ​ໃຫຍ່​ຫລາຍ.
11 The tree grew and became strong, and its top reached to heaven, and it was visible to the ends of the whole earth. ຕົ້ນໄມ້​ນັ້ນ​ໃຫຍ່​ຂຶ້ນ ແລະ ແຂງແກ່ນ​ຫລາຍ ແລະ ຍອດ​ຂອງ​ມັນ​ກໍ​ສູງ​ຈົນ​ຈຸ​ທ້ອງຟ້າ; ແມ່ນ​ແຕ່​ຢູ່​ສຸດປາຍ​ແຜ່ນດິນ​ໂລກ​ກໍ​ຍັງ​ເບິ່ງ​ເຫັນ​ມັນ​ໄດ້.
12 Its leaves were beautiful and its fruit abundant, and in it was food for all. Wild animals found shade under it, and the birds of the heavens lived in its branches, and all flesh was fed from it. ໃບ​ຂອງ​ມັນ​ງາມ, ມີ​ໝາກ​ເຕັມ​ຕົ້ນ ແລະ ມັນ​ໃຫ້​ອາຫານ​ແກ່​ສິ່ງ​ມີ​ຊີວິດ​ທັງໝົດ, ບັນດາ​ສັດປ່າ​ກໍ​ມາ​ຢູ່​ກ້ອງ​ຮົ່ມ​ຂອງ​ມັນ ແລະ ນົກ​ທັງຫລາຍ​ກໍ​ມາ​ອາໄສ​ຢູ່​ຕາມ​ງ່າ​ຂອງ​ມັນ; ທຸກ​ສິ່ງ​ທີ່​ມີ​ຊີວິດ​ລ້ຽງ​ຊີວິດ​ດ້ວຍ​ໝາກ​ຂອງ​ມັນ.
13 In my visions in bed I saw a watcher, a holy one, coming down from heaven. “ຂະນະ​ທີ່​ເຮົາ​ກໍາລັງ​ນອນ​ຢູ່​ເທິງ​ຕຽງ ເຮົາ​ໄດ້​ເຫັນ​ນິມິດ, ເຮົາ​ໄດ້​ແນມ​ເຫັນ​ເທວະດາ​ຜູ້​ບໍລິສຸດ​ລົງ​ມາ​ຈາກ​ຟ້າ​ສະຫວັນ.
14 He shouted: Cut down the tree, chop its branches, strip its leaves, scatter its fruit. Let animals flee from under it, birds from its branches. ລາວ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ: ‘ຈົ່ງ​ຕັດ​ຕົ້ນໄມ້​ລົງ ແລະ ຕັດ​ງ່າ​ຂອງ​ມັນ​ອອກ, ລິ​ໃບ​ຂອງ​ມັນ​ຖິ້ມ ແລະ ກະຈາຍ​ໝາກ​ຂອງ​ມັນ​ອອກ​ໄປ. ຈົ່ງ​ໄລ່​ສັດ​ທັງຫລາຍ​ອອກ​ໄປ​ຈາກ​ຮົ່ມ​ຂອງ​ມັນ ແລະ ໄລ່​ນົກ​ທັງຫລາຍ​ອອກ​ຈາກ​ງ່າ​ຕ່າງໆ​ຂອງ​ມັນ.
15 But leave the stump of its roots in the earth, bound with a band of iron and bronze, in the grass of the field. Let him be drenched with the dew of heaven, and let his portion be with the wild animals in the grass of the earth. ແຕ່​ຈົ່ງ​ປະ​ຕໍ ແລະ ຮາກ​ຂອງ​ມັນ​ໄວ້, ຈົ່ງ​ລ່າມ​ມັນ​ໄວ້​ຢ່າງ​ນັ້ນ​ກາງ​ປ່າ​ຫຍ້າ​ໃນ​ທົ່ງ​ດ້ວຍ​ໂສ້​ເຫລັກ ແລະ ໂສ້​ທອງສຳລິດ. “ ‘ຈົ່ງ​ປ່ອຍ​ລາວ​ປຽກ​ຊຸ່ມ​ດ້ວຍ​ນໍ້າໝອກ​ຈາກ​ຟ້າສະຫວັນ ແລະ ປ່ອຍ​ລາວ​ອາໄສ​ຢູ່​ກັບ​ສັດ​ທ່າມກາງ​ພືດພັນ​ຕ່າງໆ​ຂອງ​ແຜ່ນດິນ​ໂລກ.
16 Let his human mind be taken away and a beast's mind be given to him, and let seven periods of time pass over him. ຈົ່ງ​ໃຫ້​ຈິດໃຈ​ຂອງ​ລາວ​ປ່ຽນ​ຈາກ​ມະນຸດ ແລະ ໃຫ້​ຈິດໃຈ​ຂອງ​ລາວ​ເປັນ​ເໝືອນ​ສັດ, ຈົນ​ກວ່າ​ຈະ​ຄົບ​ເວລາ​ເຈັດ​ປີ.
17 The sentence is by the decree of the watchers, the decision by the word of the holy ones, so that the living may know that the Most High rules over the kingdom of men and gives it to whom he will and sets over it the lowliest of men.' “ ‘ບັນດາ​ເທວະດາ​ຜູ້​ບໍລິສຸດ​ເປັນ​ຜູ້​ແຈ້ງ​ຄຳ​ຕັດສິນ​ນີ້ ເພື່ອ​ຜູ້​ມີ​ຊີວິດ​ຢູ່​ຈະ​ຮູ້​ວ່າ​ອົງ​ສູງສຸດ​ຄອບຄອງ​ຢູ່​ເໜືອ​ອານາຈັກ​ທັງໝົດ​ເທິງ​ແຜ່ນດິນ​ໂລກ ແລະ ພຣະອົງ​ຈະ​ມອບ​ອານາຈັກ​ເຫລົ່ານັ້ນ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ພຣະອົງ​ພໍໃຈ ແລະ ໄດ້​ແຕ່ງຕັ້ງ​ຜູ້​ຕ່ຳຕ້ອຍ​ທີ່ສຸດ​ໃຫ້​ປົກຄອງ​ພວກເຂົາ’.
18 This is the dream I, King Nebuchadnezzar, saw. Tell me its meaning, Belteshazzar, for my kingdom's wise men can't explain it, but you can—the spirit of the holy gods is in you. “ນີ້​ແມ່ນ​ຄວາມ​ຝັນ​ຂອງ​ເຮົາ, ກະສັດ​ເນບູກາດເນັດຊາ. ບັດນີ້ ເບັນເຕຊັດຊາເຣ, ຈົ່ງ​ບອກ​ເຮົາ​ມາ​ວ່າ​ຄວາມ​ຝັນ​ນີ້​ໝາຍ​ຄວາມ​ວ່າ​ຫຍັງ, ເພາະ​ບໍ່​ມີ​ນັກປາດ​ຄົນ​ໃດ​ໃນ​ອານາຈັກ​ຂອງ​ເຮົາ​ສາມາດ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໃຫ້​ເຮົາ​ໄດ້. ແຕ່​ເຈົ້າ​ເຮັດ​ໄດ້ ເພາະ​ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ແມ່ນ​ຢູ່​ໃນ​ເຈົ້າ”.
19 Then Daniel, called Belteshazzar, was stunned briefly, alarmed by his thoughts. The king said, "Belteshazzar, don't let the dream or its meaning alarm you." Belteshazzar answered, "My lord, may the dream be for your haters, its meaning for your enemies!" ແລ້ວ​ດານີເອນ (ຫລື ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເບັນເຕຊັດຊາເຣ) ກໍ​ຮູ້​ສຶກ​ສັບສົນ​ຢູ່​ຊົ່ວ​ຂະນະ​ໜຶ່ງ ແລະ ຄວາມ​ຄິດ​ຂອງ​ລາວ​ເຮັດ​ໃຫ້​ລາວ​ຕົກໃຈ​ຢ້ານ. ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ເວົ້າ​ວ່າ, “ເບັນເຕຊັດຊາເຣ ຢ່າ​ໃຫ້​ຄວາມ​ຝັນ ຫລື ຄວາມຫມາຍ​ຂອງ​ມັນ​ເຮັດ​ໃຫ້​ເຈົ້າ​ຕົກໃຈ​ຢ້ານເລີຍ”. ເບັນເຕຊັດຊາເຣ​ໄດ້​ຕອບ​ວ່າ, “ເຈົ້ານາຍ​ຂອງ​ຂ້ານ້ອຍ, ຂໍ​ໃຫ້​ຄວາມ​ຝັນ ແລະ ຄວາມຫມາຍ​ຂອງ​ມັນ​ຕົກ​ໃສ່​ພຽງ​ແຕ່​ບັນດາ​ສັດຕູ​ຂອງ​ທ່ານ!
20 The tree you saw grew strong, its top reaching heaven, visible to all the earth, ຕົ້ນໄມ້​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ເປັນ​ຕົ້ນໄມ້​ທີ່​ໃຫຍ່​ຂຶ້ນ ແລະ ແຂງແກ່ນ, ຍອດ​ສູງ​ຈຸ​ຟ້າ, ຈົນ​ທົ່ວ​ໂລກ​ຍັງ​ເບິ່ງ​ເຫັນ.
21 beautiful leaves, abundant fruit, food for all—wild animals lived beneath it, birds of the sky nested in its branches. ເຊິ່ງ​ມີ​ໃບ​ງາມ ແລະ ມີ​ໝາກ​ເຕັມ​ຕົ້ນ, ເປັນ​ອາຫານ​ແກ່​ທຸກ​ສິ່ງ​ທີ່​ມີ​ຊີວິດ, ເປັນ​ຫົ່ມ​ໃຫ້​ບັນດາ​ສັດປ່າ ແລະ ມີ​ງ່າ​ໃຫ້​ບັນດາ​ນົກ​ມາ​ເຮັດ​ຮັງ​ຢູ່
22 It is you, king—you have grown and become strong; your greatness has grown, reaching heaven, your dominion to the ends of the earth. ຂ້າ​ແດ່​ກະສັດ ທ່ານ​ແມ່ນ​ຕົ້ນໄມ້​ນັ້ນ! ທ່ານ​ເປັນ​ຜູ້​ຍິ່ງໃຫຍ່ ແລະ ເຂັ້ມແຂງ; ຄວາມ​ຍິ່ງໃຫຍ່​ຂອງ​ທ່ານ​ສູງ​ຈົນ​ຈຸ​ຟ້າ ແລະ ການ​ປົກຄອງ​ຂອງ​ທ່ານ​ຂະຫຍາຍ​ອອກ​ໄປ​ເຖິງ​ສຸດ​ໂລກ.
23 Because the king saw a watcher, a holy one, come down from heaven, saying: Cut down the tree, destroy it—but leave the stump of its roots in the ground, bound with a band of iron and bronze in the field's grass. Let him be drenched with the dew of heaven; his portion with the wild animals, until seven periods of time pass over him. “ຂ້າແດ່​ກະສັດ ທ່ານ​ໄດ້​ເຫັນ​ເທວະດາ​ຜູ້​ບໍລິສຸດ​ກໍາລັງ​ລົງ​ມາ​ຈາກ​ຟ້າ​ສະຫວັນ ແລະ ກ່າວ​ວ່າ, ‘ຈົ່ງ​ຕັດ​ຕົ້ນໄມ້​ລົງ ແລະ ທຳລາຍ​ມັນ​ຖີ້ມ, ແຕ່​ປະ​ຕໍ​ໄວ້, ຈົ່ງ​ລ່າມ​ມັນ​ໄວ້​ຢ່າງ​ນັ້ນ​ກາງ​ປ່າຫຍ້າ​ໃນ​ທົ່ງ​ດ້ວຍ​ໂສ້​ເຫລັກ ແລະ ໂສ້​ທອງສຳລິດ. ຂະນະ​ທີ່​ຮາກ​ຂອງ​ມັນ​ຍັງ​ຢູ່​ໃນ​ດິນ. ຈົ່ງ​ປ່ອຍ​ໃຫ້​ລາວ​ປຽກ​ຊຸ່ມ​ດ້ວຍ​ນ້ຳໝອກ​ຈາກ​ຟ້າສະຫວັນ; ໃຫ້​ລາວ​ອາໄສ​ຢູ່​ກັບ​ສັດປ່າ, ຈົນ​ກວ່າ​ຈະ​ຄົບ​ເວລາ​ເຈັດ​ປີ’.
24 This is the interpretation, my king: the Most High's decree has come upon my lord the king, “ຂ້າ​ແດ່​ກະສັດ ນີ້​ແມ່ນ​ການ​ຕີ​ຄວາມຫມາຍ ແລະ ນີ້​ແມ່ນ​ຄໍາ​ປະກາດ​ຂອງ​ອົງ​ຜູ້​ສູງສຸດ​ໄດ້​ປະກາດ​ອອກ​ໄປ​ເຖິງ​ທ່ານ​ດັ່ງນີ້:
25 you'll be driven from people to live among wild animals, eating grass like oxen, drenched with the dew of heaven, until seven times pass over you and you know the Most High rules the human kingdom, giving it to whoever he chooses. ທ່ານ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ມວນມະນຸດ ແລະ ຈະ​ອາໄສ​ຢູ່​ກັບ​ບັນດາ​ສັດປ່າ​ທັງຫລາຍ; ທ່ານ​ຈະ​ກິນ​ຫຍ້າ​ເໝືອນດັ່ງ​ງົວ ແລະ ປຽກ​ຊຸ່ມ​ດ້ວຍ​ນ້ຳໝອກ​ຈາກ​ຟ້າສະຫວັນ. ຈົນ​ກວ່າ​ຈະ​ຄົບ​ເຈັດ​ວາລະ ຈົນ​ກວ່າ​ທ່ານ​ຍອມ​ຮັບ​ຮູ້​ວ່າ​ອົງ​ຜູ້​ສູງສຸດ​ໄດ້​ຄອບຄອງ​ເໜືອ​ອານາຈັກ​ທັງໝົດ​ເທິງ​ແຜ່ນດິນ​ໂລກ ແລະ ພຣະອົງ​ຈະ​ມອບ​ອານາຈັກ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ພຣະອົງ​ພໍໃຈ.
26 The command to leave the stump and its roots in the ground: your kingdom will be restored to you once you know Heaven rules. ຄຳສັ່ງ​ທີ່​ໃຫ້​ປະ​ຕໍໄມ້ ແລະ ຮາກ​ໄວ້​ນັ້ນ​ແມ່ນ​ໝາຍ​ຄວາມ​ວ່າ​ທ່ານ​ຈະ​ໄດ້​ອານາຈັກ​ຂອງ​ທ່ານ​ກັບ​ຄືນ​ມາ​ອີກ​ເມື່ອ​ທ່ານ​ໄດ້​ຮຽນ​ຮູ້​ວ່າ​ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ນັ້ນ​ຄອບຄອງ​ຢູ່.
27 So, king, accept my advice: break from your sins through righteousness, your wrongdoing through mercy to the poor, so your prosperity may continue. ເຫດສະນັ້ນ, ຂ້າ​ແດ່​ກະສັດ ຂໍ​ໂຜດ​ຍອມ​ຮັບ​ຄຳ​ແນະນຳ​ຂອງ​ຂ້ານ້ອຍ​ດັ່ງນີ້: ຂໍ​ຈົ່ງ​ປະຖິ້ມ​ບາບ​ຂອງ​ທ່ານ​ດ້ວຍ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ແລະ ຂໍ​ຈົ່ງ​ປະຖິ້ມ​ຄວາມ​ຊົ່ວຮ້າຍ​ດ້ວຍ​ການ​ເມດຕາ​ກະລຸນາ​ຕໍ່​ຜູ້​ທີ່​ຖືກ​ກົດຂີ່. ແລ້ວ​ທ່ານ​ຈະ​ໄດ້​ຈະເລີນ​ຮຸ່ງ​ເຮືອງ​ສືບ​ຕໍ່ໄປ”.
28 All this came upon King Nebuchadnezzar. ເຫດການ​ທັງໝົດ​ນີ້​ກໍ​ເກີດ​ຂຶ້ນ​ກັບ​ກະສັດ​ເນບູກາດເນັດຊາ.
29 Twelve months later, he was walking on the roof of Babylon's royal palace. ສິບ​ສອງ​ເດືອນ​ຕໍ່ມາ, ໃນ​ຂະນະທີ່​ກະສັດ​ກຳລັງ​ຍ່າງ​ຢູ່​ເທິງ​ດາດຟ້າ​ວັງ​ຂອງ​ບາບີໂລນ,
30 The king said, "Is this not great Babylon I built as a royal house by my mighty power, for the glory of my majesty?" ກະສັດ​ໄດ້​ເວົ້າ​ວ່າ, “ເຮົາ​ໄດ້​ສ້າງ​ບາບີໂລນ​ອັນ​ຍິ່ງໃຫຍ່​ນີ້​ຂຶ້ນ​ເປັນ​ວັງ, ໂດຍ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ເຮົາ ແລະ ເພື່ອ​ກຽດ​ແຫ່ງ​ສະຫງ່າລາສີ​ຂອງ​ເຮົາ​ບໍ່​ແມ່ນ​ບໍ?”
31 The words were still in the king's mouth when a voice fell from heaven: "King Nebuchadnezzar, this is said to you: the kingdom has left you. ກະສັດ​ຍັງ​ເວົ້າ​ບໍ່​ທັນ​ສຸດ​ຄຳ ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ຟ້າ​ສະຫວັນ​ວ່າ, “ກະສັດ​ເນບູກາດເນັດຊາ ນີ້​ແມ່ນ​ຄໍາ​ປະກາດ​ສຳລັບ​ເຈົ້າ, ອຳນາດ​ກະສັດ​ຂອງ​ເຈົ້າ​ໄດ້​ຖືກ​ເອົາ​ໄປ​ຈາກ​ເຈົ້າ​ແລ້ວ.
32 You'll be driven from people, living with wild animals, eating grass like an ox. Seven periods will pass over you, until you know the Most High rules mankind's kingdom and gives it to whomever he wills." ເຈົ້າ​ຈະ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ມວນມະນຸດ ແລະ ຈະ​ໄປ​ອາໄສ​ຢູ່​ກັບ​ບັນດາ​ສັດປ່າ​ທັງຫລາຍ; ເຈົ້າ​ຈະ​ກິນ​ຫຍ້າ​ເໝືອນ​ງົວ. ຈົນ​ກວ່າ​ຈະ​ຄົບ​ເຈັດ​ວາລະ ຈົນ​ກວ່າ​ເຈົ້າ​ຮຽນ​ຮູ້​ວ່າ​ອົງ​ຜູ້​ສູງສຸດ​ຄອບຄອງ​ເໜືອ​ອານາຈັກ​ທັງໝົດ​ເທິງ​ແຜ່ນດິນ​ໂລກ ແລະ ພຣະອົງ​ຈະ​ມອບ​ອານາຈັກ​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ພຣະອົງ​ພໍໃຈ”.
33 At once the word came true against Nebuchadnezzar: driven from people, he ate grass like cattle, his body soaked by the dew of heaven, until his hair grew like eagle feathers, his nails like bird claws. ໃນ​ທັນໃດ​ນັ້ນ ເນບູກາດເນັດຊາ​ກໍ​ເປັນ​ໄປ​ຕາມ​ຄຳ​ປະກາດ​ຂອງ​ພຣະເຈົ້າ. ເພິ່ນ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ມວນມະນຸດ ແລະ ກິນ​ຫຍ້າ​ເໝືອນ​ງົວ. ຮ່າງກາຍ​ຂອງ​ເພິ່ນ​ນັ້ນ​ປຽກ​ຊຸ່ມ​ດ້ວຍ​ນ້ຳໝອກ​ຈາກ​ຟ້າ​ສະຫວັນ ຈົນ​ຂົນ​ຂອງ​ເພິ່ນ​ຍາວ​ເໝືອນ​ຂົນ​ນົກອິນຊີ ແລະ ເລັບ​ຂອງ​ເພິ່ນ​ຍາວ​ເໝືອນ​ເລັບ​ຂອງ​ນົກ.
34 When the days ended, I, Nebuchadnezzar, raised my eyes to heaven, and my reason returned. I blessed the Most High, praised and honored the One who lives forever, whose rule is everlasting, whose kingdom spans every generation. ເມື່ອ​ຄົບ​ກຳນົດ​ແລ້ວ, ເຮົາ ເນບູກາດເນັດຊາ​ໄດ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ຟ້າ​ສະຫວັນ ແລະ ສະຕິ​ຂອງ​ເຮົາ​ກໍ​ກັບ​ຄືນ​ມາ. ແລ້ວ​ເຮົາ​ຈຶ່ງ​ສັນລະເສີນ​ອົງ​ຜູ້​ສູງ​ສຸດ; ເຮົາ​ຖວາຍ​ກຽດ ແລະ ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດ​ໄປ​ເປັນ​ນິດ. ການ​ປົກຄອງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ​ເປັນ​ນິດ; ອານາຈັກ​ຂອງ​ພຣະອົງ​ຍືນຍົງ​ຕະຫລອດ​ທຸກ​ຊົ່ວ​ອາຍຸ.
35 All the inhabitants of the earth are counted as nothing, and he does according to his will among the host of heaven and among the inhabitants of the earth; and no one can hold back his hand or say to him, "What have you done?" ບັນດາ​ປະຊາຊາດ​ທັງໝົດ​ໃນ​ແຜ່ນດິນ​ໂລກ ລ້ວນ​ແຕ່​ໄຮ້​ຄ່າ. ພຣະອົງ​ມີ​ອຳນາດ ທີ່​ຈະ​ເຮັດ​ກັບ​ບັນດາ​ເທວະດາ ແລະ ເຮັດ​ກັບ​ປະຊາຊາດ​ໃນ​ແຜ່ນດິນ​ໂລກ​ຕາມ​ທີ່​ພຣະອົງ​ພໍໃຈ. ບໍ່​ມີ​ຜູ້ໃດ​ສາມາດ​ຢັບຢັ້ງ​ມື​ຂອງ​ພຣະອົງໄດ້ ຫລື ກ່າວ​ກັບ​ພຣະອົງ​ໄດ້​ວ່າ, “ພຣະອົງ​ໄດ້​ເຮັດ​ຫຍັງ?”
36 Then my sanity returned; my majesty and splendor returned for my kingdom's glory. My advisers and nobles sought me; I was restored over my kingdom, and surpassing greatness was added to me. ໃນ​ຂະນະ​ນັ້ນ ສະຕິ​ຂອງ​ເຮົາ​ກໍ​ໄດ້​ກັບ​ຄືນ​ມາ​ແລ້ວ, ກຽດຕິຍົດ ແລະ ຄວາມ​ສະຫງ່າງາມ​ຂອງ​ເຮົາ​ກໍ​ກັບ​ມາ​ສູ່​ເຮົາ ເພື່ອ​ສະຫງ່າລາສີ​ແຫ່ງ​ອານາຈັກ​ຂອງ​ເຮົາ. ບັນດາ​ທີ່ປຶກສາ ແລະ ບັນດາ​ຂຸນນາງ​ທັງຫລາຍ​ຂອງ​ເຮົາ​ກໍ​ຕາມ​ຫາ​ເຮົາ​ມາ ແລະ ບັນລັງ​ຂອງ​ເຮົາ​ກໍ​ໄດ້​ຖືກ​ມອບ​ຄືນ​ໃຫ້​ແກ່​ເຮົາ ແລ້ວ​ກໍ​ຍິ່ງໃຫຍ່​ກວ່າ​ແຕ່​ກ່ອນ.
37 Now I, Nebuchadnezzar, praise, exalt, and honor Heaven's King, for all his works are right, his ways just; those walking in pride he can humble. ບັດນີ້ ເຮົາ ເນບູກາດເນັດຊາ, ຂໍ​ສັນລະເສີນ ແລະ ຍົກຍ້ອງ​ເທີດທູນ​ອົງ​ກະສັດ​ແຫ່ງ​ຟ້າ​ສະຫວັນ, ເພາະ​ທຸກສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ຖືກຕ້ອງ ແລະ ວິຖີ​ທາງ​ທັງໝົດ​ຂອງ​ພຣະອົງ​ກໍ​ຍຸຕິທຳ. ບັນດາ​ຜູ້​ທີ່​ດຳເນີນ​ຊີວິດ​ຢ່າງ​ຈອງຫອງ ພຣະອົງ​ສາມາດ​ເຮັດ​ໃຫ້​ພວກເຂົາ​ຖ່ອມຕົວ​ລົງ​ໄດ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]