Skip to content
The Believer's Library

Biblica® Open Lao Contemporary Version

Daniel 3 OLCV

Show OLCV only
Verse × ×
1 King Nebuchadnezzar made a gold statue, about ninety feet tall and nine feet wide, and set it up on the Dura plain in Babylon province. ກະສັດ​ເນບູກາດເນັດຊາ​ໄດ້​ສັ່ງ​ໃຫ້​ສ້າງ​ຮູບປັ້ນ​ເປັນ​ຄຳ​ຮູບ​ໜຶ່ງ, ສູງ 60 ສອກ ແລະ ກວ້າງ 6 ສອກ, ແລ້ວ​ກໍ​ຕັ້ງ​ຮູບ​ນັ້ນ​ໄວ້​ໃນ​ທົ່ງພຽງ​ດູຣາ​ໃນ​ແຂວງ​ບາບີໂລນ.
2 King Nebuchadnezzar sent for the satraps, prefects, governors, counselors, treasurers, judges, magistrates, and all provincial officials to come to the dedication of the image he had set up. ແລ້ວ​ກະສັດ​ກໍ​ໄດ້​ເອີ້ນ​ບັນດາ​ເສນາບໍດີ, ເຈົ້າແຂວງ, ຜູ້ວ່າການ, ທີ່ປຶກສາ, ນາຍຄັງ, ຜູ້ພິພາກສາ, ຕຸລາການ ແລະ ເຈົ້າໜ້າທີ່​ຂອງ​ທຸກ​ແຂວງ​ມາ​ຊຸມນຸມ​ກັນ​ເພື່ອ​ອຸທິດ​ຖວາຍ​ຮູບປັ້ນ​ທີ່​ເພິ່ນ​ໄດ້​ສະຖາປະນາ​ຂຶ້ນ​ນັ້ນ.
3 Then satraps, prefects, governors, counselors, treasurers, judges, magistrates, and all provincial officials gathered to dedicate the statue King Nebuchadnezzar set up, and stood before the statue Nebuchadnezzar set up. ດັ່ງນັ້ນ ບັນດາ​ເສນາບໍດີ, ເຈົ້າແຂວງ, ຜູ້ວ່າການ, ທີ່ປຶກສາ, ນາຍຄັງ, ຜູ້ພິພາກສາ, ຕຸລາການ ແລະ ເຈົ້າໜ້າທີ່​ຂອງ​ທຸກ​ແຂວງ​ມາ​ຊຸມນຸມ​ກັນ​ເພື່ອ​ອຸທິດ​ຖວາຍ​ຮູບປັ້ນ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ຕັ້ງ​ຂຶ້ນ​ນັ້ນ ແລະ ພວກເຂົາ​ກໍ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ຮູບປັ້ນ​ນັ້ນ.
4 Then the herald proclaimed loudly, "Peoples, nations, and languages—you are commanded: ແລ້ວ​ຜູ້ປະກາດ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ບັນດາ​ພົນລະເມືອງ​ທຸກ​ຊາດ ແລະ ທຸກ​ພາສາ, ພວກທ່ານ​ທັງຫລາຍ​ໄດ້​ຮັບ​ຄຳສັ່ງ​ໃຫ້​ເຮັດ​ດັ່ງນີ້:
5 When you hear the horn, flute, lyre, harp, zither, bagpipe, and all music, fall down and worship the gold image King Nebuchadnezzar set up. ທັນທີ​ທີ່​ພວກທ່ານ​ໄດ້​ຍິນ​ສຽງ​ແກ, ຂຸ່ຍ, ພິນ, ພິນ​ນ້ອຍ, ພິນ​ໃຫຍ່, ປີ່ ແລະ ສຽງ​ເຄື່ອງ​ດົນຕີ​ທຸກ​ຊະນິດ, ພວກທ່ານ​ຈະ​ຕ້ອງ​ຈົ່ງ​ກົ້ມ​ກາບ​ລົງ ແລະ ຂາບໄຫວ້​ຮູບປັ້ນ​ຄຳ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ສ້າງ​ຂຶ້ນ.
6 Anyone who doesn't fall down and worship will immediately be thrown into a blazing fiery furnace." ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ກົ້ມ​ກາບ​ລົງ ແລະ ກາບໄຫວ້​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກຳລັງ​ລຸກ​ໄໝ້​ຢູ່​ທັນທີ”.
7 As soon as all peoples heard the horn, flute, lyre, harp, zither, and every kind of music, all peoples, nations, and languages fell down and worshiped the golden image King Nebuchadnezzar had set up. ເຫດສະນັ້ນ ທັນ​ທີ​ທີ່​ພວກເຂົາ​ໄດ້​ຍິນ​ສຽງ​ແກ, ຂຸ່ຍ, ພິນ, ພິນ​ນ້ອຍ, ພິນ​ໃຫຍ່, ປີ່ ແລະ ສຽງ​ເຄື່ອງ​ດົນຕີ​ທຸກ​ຊະນິດ, ພົນລະເມືອງ​ທັງໝົດ​ຈາກ​ທຸກ​ຊາດ ແລະ ທຸກ​ພາສາ​ກໍ​ກົ້ມ​ຂາບ​ລົງ ແລະ ກາບໄຫວ້​ຮູບປັ້ນ​ຄຳ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ສ້າງ​ຂຶ້ນ.
8 At that time certain astrologers came forward and maliciously accused the Jews. ໃນ​ເວລາ​ນັ້ນ​ມີ​ໂຫລາຈານ​ບາງ​ຄົນ​ໄດ້​ມາ ແລະ ຟ້ອງ​ກະສັດ​ເລື່ອງ​ຊາວຢິວ.
9 They said to King Nebuchadnezzar, "King, may you live forever! ພວກເຂົາ​ໄດ້​ເວົ້າ​ກັບ​ກະສັດ​ເນບູກາດເນັດຊາ​ວ່າ, “ຂ້າ​ແດ່​ກະສັດ ຂໍ​ກະສັດ​ຈົ່ງ​ໝັ້ນຍືນ!
10 You, king, decreed: whoever hears the horn, flute, lyre, harp, zither, bagpipe, and any music must fall down and worship the gold image, ທ່ານ​ໄດ້​ອອກ​ຄຳສັ່ງ​ວ່າ​ທຸກຄົນ​ທີ່​ໄດ້​ຍິນ​ສຽງ​ແກ, ຂຸ່ຍ, ພິນ, ພິນ​ນ້ອຍ, ພິນ​ໃຫຍ່, ປີ່ ແລະ ສຽງ​ເຄື່ອງ​ດົນຕີ​ທຸກ​ຊະນິດ​ແລ້ວ​ຈະ​ຕ້ອງ​ກົ້ມ​ກາບ​ລົງ ແລະ ກາບໄຫວ້​ຮູບປັ້ນ​ຄຳ,
11 and whoever does not fall down and worship will be thrown into a blazing fiery furnace. ແລະ ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຍອມ​ກົ້ມ​ຂາບ​ລົງ ແລະ ກາບໄຫວ້​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກຳລັງ​ລຸກ​ໄໝ້​ຢູ່.
12 Some Jews you put in charge of Babylon province—Shadrach, Meshach, and Abednego—disregard you, king. They won't serve your gods or worship the gold statue you set up." ຂ້າ​ແດ່​ກະສັດ, ແຕ່​ມີ​ຊາວຢິວ​ບາງ​ຄົນ​ຄື ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ທີ່​ບໍ່​ໄດ້​ສົນໃຈ​ຕໍ່​ຄຳສັ່ງ​ຂອງ​ທ່ານ​ເລີຍ. ພວກເຂົາ​ບໍ່​ຍອມ​ຮັບໃຊ້​ບັນດາ​ພະ​ຂອງ​ທ່ານ ແລະ ບໍ່​ຍອມ​ກາບໄຫວ້​ຮູບປັ້ນ​ຄຳ​ທີ່​ທ່ານ​ໄດ້​ຕັ້ງ​ຂຶ້ນ​ນັ້ນ”.
13 Furious, Nebuchadnezzar ordered Shadrach, Meshach, and Abednego brought; they were brought before the king. ເນບູກາດເນັດຊາ​ຈຶ່ງ​ໂກດຮ້າຍ​ຫລາຍ ແລະ ໄດ້​ສັ່ງ​ໃຫ້​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ມາ​ພົບ​ເພິ່ນ. ດັ່ງນັ້ນ ຊາຍ​ສາມ​ຄົນ​ນີ້​ຈຶ່ງ​ຖືກ​ນຳ​ມາ​ພົບ​ກະສັດ,
14 Nebuchadnezzar said, "Shadrach, Meshach, Abednego, is it true you don't serve my gods or worship the gold statue I set up? ແລ້ວ​ເນບູກາດເນັດຊາ​ກໍ​ເວົ້າ​ກັບ​ພວກເຂົາ​ວ່າ, “ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ເປັນ​ຄວາມຈິງ​ບໍ ທີ່​ພວກເຈົ້າ​ບໍ່​ຍອມ​ຮັບໃຊ້​ບັນດາ​ພະ​ຂອງ​ເຮົາ ຫລື ບໍ່​ຍອມ​ກາບໄຫວ້​ຮູບປັ້ນ​ຄຳ​ທີ່​ເຮົາ​ໄດ້​ຕັ້ງ​ຂຶ້ນ?
15 Now if you're ready—when horn, flute, lyre, harp, zither, bagpipe, and every kind of music sound, fall down and worship the image I made—good. But if you don't worship, you'll be thrown at once into a blazing fiery furnace. What god can rescue you from my hands?" ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຍິນ​ສຽງ​ແກ, ຂຸ່ຍ, ພິນ, ພິນ​ນ້ອຍ, ພິນ​ໃຫຍ່, ປີ່ ແລະ ສຽງ​ເຄື່ອງ​ດົນຕີ​ທຸກ​ຊະນິດ​ດັງ​ຂຶ້ນ, ຖ້າ​ພວກເຈົ້າ​ພ້ອມ​ທີ່​ຈະ​ກົ້ມ​ກາບ​ລົງ ແລະ ກາບໄຫວ້​ຮູບປັ້ນ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ກໍ​ດີ​ຫລາຍ. ແຕ່​ຖ້າ​ພວກເຈົ້າ​ບໍ່​ຍອມ​ກາບໄຫວ້​ຮູບປັ້ນ, ພວກເຈົ້າ​ກໍ​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກໍາລັງ​ລຸກ​ຢູ່​ທັນທີ. ແລ້ວ​ພະ​ຕົນ​ໃດ​ຈະ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮົາ​ໄປ​ໄດ້?”
16 Shadrach, Meshach, and Abednego answered the king, "Nebuchadnezzar, we don't need to answer you about this. ຊັດຣາກ, ເມຊາກ, ອາເບັດເນໂກ​ໄດ້​ຕອບ​ກະສັດ​ວ່າ, “ຂ້າ​ແດ່​ກະສັດ​ເນບູກາດເນັດຊາ, ພວກຂ້ານ້ອຍ​ບໍ່​ຈຳເປັນ​ຕ້ອງ​ແກ້ໂຕ​ເພື່ອ​ຕົນ​ເອງ​ຕໍ່​ທ່ານ​ໃນ​ເລື່ອງ​ນີ້.
17 If our Father, whom we serve, can rescue us, he will rescue us from the blazing furnace and from your hand, king. ຖ້າ​ພວກຂ້ານ້ອຍ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກໍາລັງ​ລຸກ​ຢູ່, ພຣະເຈົ້າ​ທີ່​ພວກຂ້ານ້ອຍ​ຮັບໃຊ້​ນັ້ນ​ຈະ​ກອບກູ້​ພວກຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ເຕົາໄຟ​ນັ້ນ ແລະ ພຣະອົງ​ຈະ​ກອບກູ້​ພວກຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ທ່ານ​ໄດ້.
18 But if not, know this, king: we won't serve your gods or worship the gold statue you set up." ແຕ່​ເຖິງ​ແມ່ນ​ວ່າ​ພຣະອົງ​ບໍ່​ຊ່ວຍ, ຂ້າ​ແດ່​ກະສັດ, ພວກຂ້ານ້ອຍ​ກໍ​ຂໍ​ໃຫ້​ທ່ານ​ຮູ້​ວ່າ ພວກຂ້ານ້ອຍ​ຈະ​ບໍ່​ຍອມ​ຮັບໃຊ້​ບັນດາ​ພະ​ຂອງ​ທ່ານ ຫລື ກາບໄຫວ້​ຮູບປັ້ນ​ຄຳ​ທີ່​ທ່ານ​ໄດ​ສ້າງ​ຂຶ້ນ​ນັ້ນ​ເດັດຂາດ”.
19 Then Nebuchadnezzar, furious, his expression changed toward Shadrach, Meshach, and Abednego; he ordered the furnace heated seven times hotter than normal. ແລ້ວ​ເຈົ້າ​ເນບູກາດເນັດຊາ​ກໍ​ໃຈຮ້າຍ​ໃຫ້​ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ແລ້ວ​ທ່າທີ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ພວກເຂົາ​ກໍ​ປ່ຽນ​ໄປ. ເພິ່ນ​ໄດ້​ສັ່ງ​ໃຫ້​ສຸມ​ໄຟ​ໃນ​ເຕົາ​ໃຫ້​ຮ້ອນແຮງ​ຂຶ້ນ​ກວ່າ​ເກົ່າ​ອີກ​ເຈັດ​ເທົ່າ
20 He ordered some of his strongest soldiers to bind Shadrach, Meshach, and Abednego and throw them into the blazing furnace. ແລະ ສັ່ງ​ໃຫ້​ພວກທະຫານ​ທີ່​ແຂງແຮງ​ທີ່​ສຸດ​ໃນ​ກອງທັບ​ຂອງ​ເພິ່ນ​ຈັບ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ມັດ​ໄວ້ ແລະ ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ກໍາລັງ​ລຸກ​ຢູ່.
21 So these men, tied up in cloaks, trousers, turbans, and other garments, were thrown into the blazing fiery furnace. ດັ່ງນັ້ນ ພວກ​ທະຫານ​ຈຶ່ງ​ໄດ້​ຈັບ​ຊາຍ​ສາມ​ຄົນ​ມັດ​ໄວ້ ແລະ ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກຳລັງ​ລຸກ​ຢູ່, ທັງ​ທີ່​ຊາຍ​ທັງ​ສາມ​ຄົນ​ນັ້ນ​ຍັງ​ຄຽນ​ຜ້າ​ຢູ່​ຫົວ, ນຸ່ງ​ເສື້ອຄຸມ, ໂສ້ງ ແລະ ເຄື່ອງ​ແຕ່ງ​ກາຍ​ອື່ນໆ​ຂອງ​ຕົນ​ຢູ່.
22 Because of the king's harsh order and furnace's extreme heat, the fire's flame killed the men who lifted up Shadrach, Meshach, and Abednego. ຄຳສັ່ງ​ຂອງ​ກະສັດ​ແມ່ນ​ຮີບ​ດ່ວນ​ຫລາຍ ແລະ ເຕົາໄຟ​ກໍ​ຮ້ອນແຮງ​ຈົນ​ແປວໄຟ​ໄດ້​ຂ້າ​ທະຫານ​ທີ່​ຈັບ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ນັ້ນ​ຕາຍ.
23 These three men—Shadrach, Meshach, and Abednego—fell bound into the blazing furnace. ແລ້ວ​ຊາຍ​ທັງສາມ​ຄົນ​ທີ່​ຖືກ​ມັດ​ໄວ້​ຢ່າງ​ແໜ້ນ​ກໍ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກໍາລັງ​ລຸກ​ຢູ່.
24 Then King Nebuchadnezzar, astonished, rose in haste. He asked his advisers, "Didn't we throw three bound men into the fire?" They answered the king, "True, king." ຫລັງຈາກນັ້ນ ກະສັດ​ເນບູກາດເນັດຊາ​ກໍ​ໄດ້​ລຸກ​ຢືນ​ຂຶ້ນ​ທັນທີ​ດ້ວຍ​ປະຫລາດ​ໃຈ ແລະ ໄດ້​ຖາມ​ບັນດາ​ທີ່ປຶກສາ​ຂອງ​ຕົນ​ວ່າ, “ພວກເຮົາ​ໄດ້​ມັດ​ຊາຍ​ສາມ​ຄົນ​ໄວ້ ແລະ ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ບໍ່​ແມ່ນ​ບໍ?” ພວກເຂົາ​ໄດ້​ຕອບ​ວ່າ, “ຂ້າ​ແດ່​ກະສັດ, ແມ່ນ​ແລ້ວ”.
25 He said, "Look—I see four men, unbound, walking in the middle of the fire, unharmed; the fourth looks like a son of the gods." ກະສັດ​ໄດ້​ເວົ້າ​ວ່າ, “ແຕ່​ເບິ່ງ​ແມ, ເຮົາ​ເຫັນ​ສີ່​ຄົນ​ກຳລັງ​ຍ່າງ​ຢູ່​ໃນ​ໄຟ, ພວກເຂົາ​ບໍ່​ໄດ້​ຖືກ​ມັດ ແລະ ເປັນ​ອັນຕະລາຍ​ແຕ່​ຢ່າງ​ໃດ ແລະ ຄົນ​ທີ​ສີ່​ນັ້ນ​ກໍ​ເບິ່ງ​ຄື​ກັບ​ລູກຊາຍ​ຂອງ​ພະ​ທັງຫລາຍ”.
26 Nebuchadnezzar went to the blazing furnace's door and said, "Shadrach, Meshach, and Abednego, servants of the Most High God, come out here!" Shadrach, Meshach, and Abednego came out of the fire. ດັ່ງນັ້ນ ເນບູກາດເນັດຊາ​ຈຶ່ງ​ເຂົ້າ​ໄປ​ທີ່​ປະຕູ​ຂອງ​ເຕົາໄຟ​ທີ່​ກຳລັງ​ລຸກ​ຢູ່​ນັ້ນ ແລະ ຮ້ອງ​ຂຶ້ນ​ວ່າ, “ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ຈົ່ງ​ອອກ​ມາ! ຈົ່ງ​ອອກ​ມາ​ບ່ອນ​ນີ້!” ດັ່ງນັ້ນ ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ຈຶ່ງ​ອອກ​ມາ​ຈາກ​ໄຟ,
27 The satraps, prefects, governors, and king's counselors gathered and saw fire had no power over these men's bodies—hair not singed, robes unharmed, no smell of fire on them. ແລ້ວ​ບັນດາ​ເສນາບໍດີ, ເຈົ້າແຂວງ, ຜູ້ວ່າການ, ທີ່ປຶກສາ​ຕ່າງ​ກໍ​ພາ​ກັນ​ມາ​ຫຸ້ມ​ເບິ່ງ​ຄົນ​ທັງ​ສາມ. ພວກເຂົາ​ໄດ້​ເຫັນ​ວ່າ​ໄຟ​ບໍ່​ໄດ້​ເຮັດ​ອັນຕະລາຍ​ຮ່າງກາຍ​ຂອງ​ພວກເຂົາ​ເລີຍ, ຜົມ​ຂອງ​ພວກເຂົາ​ກໍ​ບໍ່​ໄໝ້​ແມ່ນ​ແຕ່​ເສັ້ນ​ດຽວ; ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ບໍ​ຖືກ​ເຜົາ, ແລະ ບໍ່​ມີ​ແມ່ນ​ແຕ່​ກິ່ນ​ໄໝ້​ຢູ່​ນຳ​ພວກເຂົາ.
28 Nebuchadnezzar said, "Blessed be the God of Shadrach, Meshach, and Abednego! He sent his angel and rescued his trusting servants. They defied the king's command and were willing to die rather than serve or worship any god but their own God. ດັ່ງນັ້ນ ເນບູກາດເນັດຊາ​ຈຶ່ງ​ໄດ້​ເວົ້າ​ວ່າ, “ສັນລະເສີນ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ຜູ້​ທີ່​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ ແລະ ຊ່ວຍ​ກອບກູ້​ຜູ້ຮັບໃຊ້​ຂອງ​ພຣະອົງ! ພວກເຂົາ​ໄວ້ວາງໃຈ​ໃນ​ພຣະອົງ ແລະ ໄດ້​ລະເມີດ​ຄຳສັ່ງ​ຂອງ​ກະສັດ ແລ້ວ​ຍອມ​ຕາຍ​ດີ​ກວ່າ​ໄປ​ຮັບໃຊ້ ຫລື ກາບໄຫວ້​ພະ​ອື່ນ​ນອກ​ຈາກ​ພຣະເຈົ້າ​ຂອງ​ຕົນ.
29 I decree: any people, nation, or language that speaks anything against the God of Shadrach, Meshach, and Abednego will be cut to pieces, their houses turned to rubble—since no other god can rescue like this." ເຫດສະນັ້ນ, ເຮົາ​ຂໍ​ປະກາດ​ຄຳສັ່ງ​ວ່າ ພົນລະເມືອງ​ຊາດ​ໃດ ຫລື ພາສາ​ໃດ​ທີ່​ກ່າວ​ສິ່ງໃດ​ຕໍ່ສູ້​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ກໍ​ຈະ​ຖືກ​ຕັດ​ເປັນ​ຕ່ອນໆ ແລະ ເຮືອນ​ຂອງ​ພວກເຂົາ​ກໍ​ຈະ​ກາຍ​ເປັນ​ຊາກ​ຫັກພັງ. ເພາະ​ບໍ່​ມີ​ພະ​ອື່ນ​ໃດ​ສາມາດ​ຊ່ວຍ​ໄດ້​ເຖິງ​ປານ​ນີ້”.
30 Then the king promoted Shadrach, Meshach, and Abednego in the province of Babylon. ຫລັງຈາກນັ້ນ ກະສັດ​ກໍ​ໄດ້​ເລື່ອນ​ຕຳແໜ່ງ​ໃຫ້​ແກ່​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ໃຫ້​ສູງ​ຂຶ້ນ​ໃນ​ແຂວງ​ບາບີໂລນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]