Skip to content
The Believer's Library

Biblica® Open Lao Contemporary Version

Daniel 2 OLCV

Show OLCV only
Verse × ×
1 In the second year of his reign, Nebuchadnezzar had dreams; his spirit was troubled and his sleep left him. ໃນ​ປີ​ທີ​ສອງ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ, ເນບູກາດເນັດຊາ​ໄດ້​ຝັນ; ແລ້ວ​ເພິ່ນ​ກໍ​ທຸກໃຈ​ຫລາຍ ແລະ ເຮັດ​ໃຫ້​ເພິ່ນ​ນອນ​ບໍ່​ຫລັບ.
2 So the king ordered the magicians, enchanters, sorcerers, and astrologers summoned to tell him his dreams. They came and stood before the king. ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ເອີ້ນ​ນັກຫລິ້ນ​ອາຄົມ, ນັກຫລິ້ນ​ເວດມົນ, ພໍ່ມົດ​ໝໍຜີ ແລະ ພວກ​ໂຫລາຈານ​ມາ​ພົບ​ເພື່ອ​ບອກ​ເພິ່ນ​ໃຫ້​ຮູ້​ວ່າ​ເພິ່ນ​ຝັນ​ເລື່ອງ​ຫຍັງ. ເມື່ອ​ພວກເຂົາ​ມາ​ພົບ ແລະ ຢືນ​ຢູ່​ຕໍ່ໜ້າ​ກະສັດ,
3 The king said to them, "I dreamed a dream, and my spirit is troubled to know the dream." ກະສັດ​ໄດ້​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ຝັນ ເຊິ່ງ​ເຮັດ​ໃຫ້​ເຮົາ​ທຸກ​ໃຈ​ຫລາຍ ແລະ ເຮົາ​ຢາກ​ຮູ້​ວ່າ​ຝັນ​ນັ້ນ​ໝາຍ​ເຖິງ​ຫຍັງ”.
4 Then the astrologers said to the king in Aramaic, "King, live forever! Tell your servants the dream, and we will reveal its interpretation." ແລ້ວ​ພວກ​ໂຫລາຈານ​ຈຶ່ງ​ຕອບ​ກະສັດ​ວ່າ, “ຂໍ​ກະສັດ​ຈົ່ງ​ຈະເລີນ! ຂໍ​ໂຜດ​ເລົ່າ​ຄວາມ​ຝັນ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ທ່ານ​ຟັງ, ແລ້ວ​ພວກຂ້ານ້ອຍ​ຈະ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ”.
5 The king answered the astrologers, "My decree is firm: if you don't tell me the dream and its meaning, you'll be cut to pieces and your houses reduced to rubble. ກະສັດ​ໄດ້​ຕອບ​ພວກ​ໂຫລາຈານ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຕັ້ງ​ໃຈ​ຢ່າງ​ໜັກແໜ້ນ​ແລ້ວ​ວ່າ: ຖ້າ​ພວກເຈົ້າ​ບອກ​ເຮົາ​ບໍ່​ໄດ້​ວ່າ​ເຮົາ​ຝັນ​ຫຍັງ ແລະ ມັນ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ, ເຮົາ​ຈະ​ຕ້ອງ​ຕັດ​ພວກເຈົ້າ​ເປັນ​ຕ່ອນໆ ແລະ ເຮືອນ​ຂອງ​ພວກເຈົ້າ​ຈະ​ກາຍເປັນ​ຊາກ​ຫັກພັງ.
6 But if you tell the dream and its meaning, you'll receive gifts, rewards, and great honor from me. So tell me the dream and its meaning." ແຕ່​ຖ້າ​ພວກເຈົ້າ​ບອກ​ເຮົາ​ໄດ້​ວ່າ​ເຮົາ​ຝັນ​ຫຍັງ ແລະ ອະທິບາຍ​ໄດ້, ເຈົ້າ​ຈະ​ໄດ້​ຮັບ​ຂອງຂັວນ​ກັບ​ລາງວັນ ແລະ ກຽດຕິຍົດ​ອັນ​ຍິ່ງໃຫຍ່​ຈາກ​ເຮົາ. ດັ່ງນັ້ນ ຈົ່ງ​ບອກ​ເຮົາ​ວ່າ​ເຮົາ​ຝັນ​ຫຍັງ ແລະ ຕີ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້​ເຮົາ”.
7 They answered a second time, "Let the king tell his servants the dream, and we will give its meaning." ພວກເຂົາ​ໄດ້​ຕອບ​ກະສັດ​ອີກ​ວ່າ, “ຂໍ​ກະສັດ​ເລົ່າ​ຄວາມ​ຝັນ​ຂອງ​ທ່ານ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ຟັງ, ແລ້ວ​ພວກຂ້ານ້ອຍ​ຈະ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້”.
8 The king replied, "I know for certain you're trying to buy time, because you see my decree is firm: ຫລັງຈາກນັ້ນ ກະສັດ​ກໍ​ໄດ້​ຕອບ​ວ່າ, “ເຮົາ​ແນ່ໃຈ​ວ່າ​ພວກເຈົ້າ​ກໍາລັງ​ພະຍາຍາມ​ຖ່ວງ​ເວລາ​ໄວ້, ເພາະ​ພວກເຈົ້າ​ກໍ​ຮູ້​ວ່າ​ເຮົາ​ໄດ້​ຕັດສິນໃຈ​ເດັດຂາດ​ແລ້ວ​ວ່າ:
9 If you don't tell me the dream, there is only one verdict for you. You have agreed to speak lying, corrupt words before me until the times change. So tell me the dream, then I'll know you can reveal its interpretation." ຖ້າ​ພວກເຈົ້າ​ບໍ່​ບອກ​ເຮົາ​ວ່າ​ເຮົາ​ຝັນ​ຫຍັງ, ກໍ​ມີ​ແຕ່​ລົງໂທດ​ພວກເຈົ້າ​ຢ່າງ​ດຽວ. ພວກເຈົ້າ​ໄດ້​ສົມຮູ້​ຮ່ວມ​ຄິດ​ກັນ​ເລົ່າ​ເລື່ອງ​ຫລອກລວງ ແລະ ຊົ່ວຮ້າຍ​ໃຫ້​ເຮົາ​ຟັງ, ໂດຍ​ຫວັງ​ວ່າ​ເຮົາ​ຈະ​ປ່ຽນ​ໃຈ. ດັ່ງນັ້ນ ຈົ່ງ​ເລົ່າ​ຄວາມ​ຝັນ​ໃຫ້​ເຮົາ​ຟັງ ແລະ ເຮົາ​ຈະ​ໄດ້​ຮູ້​ວ່າ​ພວກເຈົ້າ​ສາມາດ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໃຫ້​ເຮົາ​ໄດ້”.
10 The astrologers answered the king, "No one on earth can do what the king asks. No great, powerful king ever demanded such a thing of any magician, enchanter, or Chaldean. ພວກໂຫລາ​ຈານ​ໄດ້​ຕອບ​ກະສັດ​ວ່າ, “ບໍ່​ມີ​ຜູ້ໃດ​ໃນ​ໂລກ​ສາມາດ​ເຮັດ​ຕາມ​ສິ່ງ​ທີ່​ກະສັດ​ຖາມ​ນັ້ນ​ໄດ້! ບໍ່​ມີ​ກະສັດ​ຄົນ​ໃດ​ຈະ​ຖາມ​ຢ່າງ​ນີ້​ຈາກ​ຄົນ​ຫລິ້ນ​ອາຄົມ, ນັດ​ເວດມົນ ຫລື​ໂຫລາຈານ​ໄດ້ ບໍ່​ວ່າ​ກະສັດ​ຄົນ​ນັ້ນ​ຈະ​ຍິ່ງໃຫຍ່​ຫລາຍ​ປານໃດ.
11 The king's request is too hard; only the gods, who don't live among mortals, can reveal it to the king." ສິ່ງ​ທີ່​ກະສັດ​ຖາມ​ນັ້ນ​ແມ່ນ​ຍາກ​ເກີນ​ໄປ. ບໍ່​ມີ​ຜູ້ໃດ​ສາມາດ​ເປີດເຜີຍ​ເລື່ອງ​ນີ້​ໃຫ້​ແກ່​ກະສັດ​ໄດ້ ນອກ​ຈາກ​ພະ​ທັງຫລາຍ ແລະ ພະ​ເຫລົ່າ​ນັ້ນ​ກໍ​ບໍ່​ໄດ້​ຢູ່​ໃນ​ທ່າມກາງ​ມະນຸດ”.
12 At this the king grew angry and furious, and ordered all Babylon's wise men destroyed. ເມື່ອ​ໄດ້​ຍິນ​ເຊັ່ນ​ນີ້​ແລ້ວ ກະສັດ​ກໍ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ໄດ້​ສັ່ງ​ໃຫ້​ປະຫານ​ຊີວິດ​ນັກປາດ​ທັງໝົດ​ໃນ​ບາບີໂລນ.
13 So the decree went out to kill the wise men, and they searched for Daniel and his companions to put them to death. ດັ່ງນັ້ນ ຈຶ່ງ​ມີ​ຄຳສັ່ງ​ອອກ​ມາ​ໃຫ້​ຂ້າ​ພວກ​ນັກປາດ ແລ້ວ​ກໍ​ມີ​ຄົນ​ຖືກ​ສົ່ງ​ໄປ​ຊອກ​ຫາ​ດານີເອນ​ກັບ​ໝູ່​ຂອງ​ລາວ​ເພື່ອ​ນຳ​ເອົາ​ພວກເຂົາ​ໄປ​ຂ້າ.
14 Then Daniel answered Arioch, the king's guard commander, with wisdom and discretion; Arioch had gone out to kill Babylon's wise men. ເມື່ອ​ອາຣີໂອກ​ຜູ້​ບັນຊາການ​ທະຫານ​ຍາມ​ຂອງ​ກະສັດ, ພວກເຂົາ​ໄດ້​ອອກ​ໄປ​ເພື່ອ​ຂ້າ​ນັກປາດ​ທັງຫລາຍ​ຂອງ​ບາບີໂລນ, ດານີເອນ​ຈຶ່ງ​ໄດ້​ເວົ້າ​ກັບ​ລາວ​ດ້ວຍ​ສະຕິປັນຍາ ແລະ ໄຫວພິບ.
15 He asked Arioch, the king's officer, "Why such a harsh decree from the king?" Then Arioch explained it to Daniel. ດານີເອນ​ໄດ້​ຖາມ​ຂ້າລາຊະການ​ຂອງ​ກະສັດ​ວ່າ, “ດ້ວຍ​ເຫດ​ໃດ​ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ຮຸນແຮງ​ຢ່າງ​ນີ້?” ອາຣີໂອກ​ກໍ​ໄດ້​ອະທິບາຍ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃຫ້​ດານີເອນ​ຟັງ.
16 So Daniel went in and asked the king for time, so that he might reveal the interpretation to the king. ດ້ວຍ​ເຫດ​ນີ້ ດານີເອນ​ຈຶ່ງ​ໄດ້​ໄປ​ເຂົ້າ​ພົບ​ກະສັດ ແລະ ໄດ້​ຂໍ​ເວລາ, ເພື່ອ​ວ່າ​ດານີເອນ​ຈະ​ໄດ້​ຕີ​ຄວາມຫມາຍ​ຂອງ​ຄວາມ​ຝັນ​ໃຫ້​ໃຫ້​ກະສັດ​ຟັງ.
17 Then Daniel went home and told his companions Hananiah, Mishael, and Azariah about the matter, ແລ້ວ​ດານີເອນ​ກໍ​ກັບ​ຄືນ​ເມືອ​ເຮືອນ​ຂອງ​ຕົນ ແລະ ໄດ້​ອະທິບາຍ​ເລື່ອງ​ທີ່​ເກີດ​ຂຶ້ນ​ນັ້ນ​ໃຫ້​ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ​ໝູ່​ຂອງ​ຕົນ​ຟັງ.
18 urging them to plead for mercy from our Father in heaven about this mystery, so Daniel and his companions wouldn't be destroyed with Babylon's other wise men. ລາວ​ໄດ້​ຂໍຮ້ອງ​ໃຫ້​ພວກເຂົາ​ອະທິຖານ​ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ​ກ່ຽວກັບ​ເລື່ອງ​ເລິກລັບ​ນີ້, ເພື່ອ​ວ່າ​ດານີເອນ​ກັບ​ໝູ່​ຂອງ​ຕົນ​ຈະ​ບໍ່​ຖືກ​ປະຫານ​ຊີວິດ​ພ້ອມ​ກັບ​ນັກປາດ​ທັງຫລາຍ​ໃນ​ບາບີໂລນ.
19 Then the mystery was revealed to Daniel in a night vision, and Daniel blessed our Father in heaven. ໃນ​ຄືນ​ນັ້ນ ຄວາມ​ເລິກລັບ​ນັ້ນ​ໄດ້​ຖືກ​ເປີດເຜີຍ​ໃຫ້​ດານີເອນ​ຮູ້​ໃນ​ທາງ​ນິມິດ. ຫລັງ​ຈາກ​ນັ້ນ ດານີເອນ​ຈຶ່ງ​ໄດ້​ສັນລະເສີນ​ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ
20 Daniel said: "Blessed be the name of our Father forever and ever, for wisdom and might belong to him. ແລະ ກ່າວ​ວ່າ: “ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຕະຫລອດ​ໄປ​ເປັນນິດ; ສະຕິປັນຍາ ແລະ ລິດອຳນາດ​ຈົ່ງ​ເປັນ​ຂອງ​ພຣະອົງ.
21 He changes times and seasons; he removes kings and sets up kings; he gives wisdom to the wise and knowledge to those who have understanding. ພຣະອົງ​ໄດ້​ປ່ຽນແປງ​ເວລາ ແລະ ລະດູການ; ພຣະອົງ​ໄດ້​ແຕ່ງຕັ້ງ ແລະ ຖອນ​ກະສັດ. ພຣະອົງ​ໃຫ້​ສະຕິປັນຍາ​ແກ່​ຜູ້​ທີ່​ສະຫລາດ ແລະ ໃຫ້​ຄວາມ​ຮູ້​ແກ່​ຜູ້​ທີ່​ສະຫລາດ​ຫລັກແຫລມ.
22 He reveals deep and hidden things; he knows what lies in darkness, and the light dwells with him. ພຣະອົງ​ເປີດເຜີຍ​ສິ່ງ​ເລິກ ແລະ ສິ່ງ​ທີ່​ເຊື່ອງ​ຢູ່; ພຣະອົງ​ຮູ້​ສິ່ງ​ທີ່​ແອບແຝງ​ຢູ່​ໃນ​ຄວາມ​ມືດ ແລະ ຄວາມ​ສະຫວ່າງ​ຢູ່​ກັບ​ພຣະອົງ.
23 To you, the God of my fathers, I give thanks and praise, for you have given me wisdom and might, and now you have made known to me what we asked of you; you have made known to us the king's matter." ຂ້າ​ແດ່​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຂອບພຣະຄຸນ ແລະ ສັນລະເສີນ​ພຣະອົງ: ພຣະອົງ​ໄດ້​ໃຫ້​ສະຕິປັນຍາ ແລະ ລິດອຳນາດ​ແກ່​ຂ້ານ້ອຍ, ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ຮູ້​ເຖິງ​ສິ່ງ​ທີ່​ພວກຂ້ານ້ອຍ​ຂໍ​ຈາກ​ພຣະອົງ, ພຣະອົງ​ໄດ້​ເຮັດ​ໃຫ້​ພວກຂ້ານ້ອຍ​ຮູ້​ຄວາມ​ຝັນ​ຂອງ​ກະສັດ”.
24 So Daniel went to Arioch, whom the king had appointed to destroy Babylon's wise men, and said, "Don't destroy Babylon's wise men. Take me to the king, and I will give him the interpretation." ຫລັງຈາກນັ້ນ ດານີເອນ​ກໍ​ໄດ້​ໄປ​ຫາ​ອາຣີໂອກ, ຜູ້​ທີ່​ກະສັດ​ໄດ້​ແຕ່ງຕັ້ງ​ໃຫ້​ໄປ​ປະຫານ​ຊີວິດ​ນັກປາດ​ທັງຫລາຍ​ຂອງ​ບາບີໂລນ ແລະ ດານີເອນ​ກໍ​ເວົ້າ​ກັບ​ລາວ​ວ່າ, “ຢ່າ​ປະຫານ​ນັກປາດ​ທັງຫລາຍ​ຂອງ​ບາບີໂລນ​ເລີຍ. ຂໍ​ໃຫ້​ທ່ານ​ພາ​ຂ້ານ້ອຍ​ໄປ​ພົບ​ກະສັດ ແລະ ຂ້ານ້ອຍ​ຈະ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໃຫ້​ເພິ່ນ”.
25 Then Arioch quickly brought Daniel before the king and said, "Among the exiles of Judah I found a man who can tell the king the interpretation." ອາຣີໂອກ​ຈຶ່ງ​ໄດ້​ພາ​ດານີເອນ​ເຂົ້າ​ໄປ​ພົບ​ກະສັດ​ທັນທີ ແລະ ໄດ້​ເວົ້າ​ວ່າ, “ຂ້ານ້ອຍ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ໃນ​ທ່າມກາງ​ຊະເລີຍ​ທີ່​ມາ​ຈາກ​ຢູດາຍ ເຊິ່ງ​ສາມາດ​ບອກ​ວ່າ​ຄວາມ​ຝັນ​ຂອງ​ກະສັດ​ນັ້ນ​ໝາຍ​ຄວາມ​ວ່າ​ຫຍັງ”.
26 The king asked Daniel, called Belteshazzar, "Can you tell me the dream I saw and what it means?" ກະສັດ​ໄດ້​ຖາມ​ດານີເອນ (ຫລື​ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເບັນເຕຊັດຊາເຣ), “ເຈົ້າ​ສາມາດ​ບອກ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ​ໃນ​ຄວາມຝັນ​ຂອງ​ເຮົາ ແລະ ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໄດ້​ບໍ?”
27 Daniel answered the king, "No wise men, enchanters, magicians, or astrologers can reveal the mystery the king asks about. ດານີເອນ​ໄດ້​ຕອບ​ວ່າ, “ບໍ່​ມີ​ນັກປາດ, ນັກ​ເວດມົນ, ນັກຫລິ້ນ​ອາຄົມ, ໝໍໂຫນ​ຄົນ​ໃດ​ສາມາດ​ອະທິບາຍ​ໃຫ້​ກະສັດ​ຮູ້​ເຖິງ​ຄວາມ​ເລິກລັບ​ທີ່​ທ່ານ​ຖາມ​ນັ້ນ​ໄດ້,
28 But our Father in heaven reveals mysteries, and has made known to King Nebuchadnezzar what will happen in the latter days. Your dream and the visions in your mind as you lay on your bed were these: ແຕ່​ມີ​ພຣະເຈົ້າ​ອົງ​ໜຶ່ງ​ໃນ​ຟ້າ​ສະຫວັນ​ທີ່​ເປີດເຜີຍ​ຄວາມ​ເລິກລັບ​ທັງຫລາຍ​ນີ້​ໄດ້. ພຣະອົງ​ໄດ້​ສໍາແດງ​ໃຫ້​ກະສັດ​ເນບູກາດເນັດຊາ​ເຫັນ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ຄວາມ​ຝັນ ແລະ ນິມິດ​ຂອງ​ທ່ານ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ທ່ານ​ຂະນະ​ທີ່​ທ່ານ​ກໍາລັງ​ນອນ​ຫລັບ​ຢູ່​ເທິງ​ຕຽງ​ມີ​ດັ່ງນີ້:
29 "As you lay in bed, O king, your thoughts turned to what would come, and the revealer of mysteries showed you what is to be. “ຂ້າ​ແດ່​ກະສັດ ຂະນະທີ່​ທ່ານ​ກໍາລັງ​ນອນ​ຫລັບ​ຢູ່​ນັ້ນ, ທ່ານ​ໄດ້​ຝັນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ ແລະ ພຣະເຈົ້າ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ກໍ​ສະແດງ​ໃຫ້​ທ່ານ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ.
30 But this mystery was revealed to me not because I have more wisdom than anyone else alive, but so the king may know its interpretation, and you may understand your heart's thoughts. ທີ່​ພຣະເຈົ້າ​ໃຫ້​ຄວາມ​ເລິກລັບ​ນີ້​ຖືກ​ເປີດເຜີຍ​ແກ່​ຂ້ານ້ອຍ, ບໍ່​ແມ່ນ​ເພາະ​ຂ້ານ້ອຍ​ມີ​ສະຕິປັນຍາ​ຫລາຍ​ກວ່າ​ຄົນ​ອື່ນໆ, ແຕ່​ເພື່ອ​ວ່າ​ທ່ານ​ຈະ​ຮູ້​ຄວາມໝາຍ ແລະ ເຂົ້າໃຈ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ຄວາມ​ຄິດ​ນັ້ນ.
31 "You watched, O king, and saw a great statue. This statue, huge and dazzling in brightness, stood before you, and its appearance was terrifying. “ຂ້າ​ແດ່​ກະສັດ ທ່ານ​ໄດ້​ແນມ​ເຫັນ​ຮູບ​ປັ້ນ​ຂະໜາດ​ໃຫຍ່​ຕັ້ງ​ຢູ່​ຕໍ່ໜ້າ​ທ່ານ, ສ່ອງແສງ​ເຫລື້ອມ, ມີ​ລັກສະນະ​ເປັນ​ຕາ​ໜ້າ​ຢ້ານ.
32 The statue's head was fine gold, its chest and arms silver, its belly and thighs bronze, ຫົວ​ຂອງ​ຮູບປັ້ນ​ນັ້ນ​ແມ່ນ​ເຮັດ​ດ້ວຍ​ຄຳ​ບໍລິສຸດ, ໜ້າເອິກ ແລະ ແຂນ​ແມ່ນ​ເຮັດ​ດ້ວຍ​ເງິນ, ທ້ອງ ແລະ ກົກຂາ​ແມ່ນ​ເຮັດ​ດ້ວຍ​ທອງສຳລິດ,
33 its legs of iron, its feet partly of iron and partly of clay. ຂາ​ແມ່ນ​ເຮັດ​ດ້ວຍ​ເຫລັກ, ຕີນ​ສ່ວນ​ໜຶ່ງ​ເປັນ​ເຫລັກ ແລະ ຕີນ​ອີກ​ສ່ວນ​ໜຶ່ງ​ເປັນ​ດິນດາກ.
34 While you watched, a stone cut without hands struck the statue's feet of iron and clay, crushing them. ໃນ​ຂະນະ​ທີ່​ທ່ານ​ກໍາລັງ​ເບິ່ງ​ຢູ່​ນັ້ນ, ກໍ​ມີ​ຫີນ​ກ້ອນ​ໜຶ່ງ​ຖືກ​ຕັດ​ອອກ​ມາ, ແຕ່​ບໍ່​ແມ່ນ​ດ້ວຍ​ມື​ຂອງ​ມະນຸດ. ຫີນ​ກ້ອນ​ນັ້ນ​ໄດ້​ກະທົບ​ໃສ່​ຕີນ​ເຫລັກ ແລະ ຕີນ​ດິນດາກ​ຂອງ​ຮູບ​ປັ້ນ ແລ້ວ​ກໍ​ແຕກ​ກະຈາຍ.
35 Then the iron, clay, bronze, silver, and gold were all broken to pieces together, becoming like chaff on a summer threshing floor. The wind carried them off, leaving no trace. But the stone that struck the statue became a great mountain filling the whole earth. ແລ້ວ​ເຫລັກ, ດິນດາກ, ທອງສຳລິດ, ເງິນ ແລະ ຄຳ ກໍ​ແຕກ​ເປັນ​ປ່ຽງໆ ແລະ ກາຍເປັນ​ເໝືອນ​ຂີ້ແກບ​ຢູ່​ທີ່​ລານ​ຟາດ​ເຂົ້າ​ໃນ​ລະດູ​ຮ້ອນ. ລົມ​ໄດ້​ພັດ​ຂີ້ແກບ​ນັ້ນ​ໄປ​ບໍ່​ເຫລືອ​ຮ່ອງຮອຍ​ໄວ້​ເລີຍ. ແຕ່​ກ້ອນຫີນ​ທີ່​ກະທົບ​ໃສ່​ຮູບປັ້ນ​ກາຍເປັນ​ພູເຂົາ​ໃຫຍ່​ປົກຄຸມ​ທົ່ວ​ແຜ່ນດິນ​ໂລກ.
36 "This was the dream. Now we will tell the king its interpretation. “ນີ້​ຄື​ຄວາມ​ຝັນ ແລະ ບັດນີ້ ພວກຂ້ານ້ອຍ​ຈະ​ຕີ​ຄວາມໝາຍ​ໃຫ້​ທ່ານ.
37 You, king, are the king of kings, to whom our Father in heaven has given kingdom, power, might, and glory. ຂ້າ​ແດ່​ກະສັດ ທ່ານ​ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ. ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ໄດ້​ໃຫ້​ບາລະມີ, ລິດອຳນາດ, ຄວາມ​ຍິ່ງໃຫຍ່ ແລະ ສະຫງ່າລາສີ​ແກ່​ທ່ານ;
38 Into your hand he has placed all people, the beasts of the field, and the birds of the sky, wherever they live, making you ruler over them all. You are the head of gold. ພຣະເຈົ້າ​ໄດ້​ມອບ​ມະນຸດ​ທຸກຊາດ​ກັບ​ສັດ​ປ່າ​ໃນ​ທົ່ງ ແລະ ຝູງນົກ​ໃນ​ທ້ອງຟ້າ​ໄວ້​ໃນ​ມື​ຂອງ​ທ່ານ. ພຣະເຈົ້າ​ໄດ້​ໃຫ້​ທ່ານ​ຄອບຄອງ​ສິ່ງ​ເຫລົ່ານັ້ນ​ບໍ່​ວ່າ​ພວກມັນ​ອາໄສ​ຢູ່​ໃສ​ກໍ​ຕາມ. ຫົວ​ຄຳ​ນັ້ນ​ຄື​ທ່ານ​ເອງ.
39 "After you another kingdom will arise, inferior to yours; then a third kingdom, of bronze, ruling over all the earth. “ຕໍ່​ຈາກ​ທ່ານ​ໄປ​ແລ້ວ ຈະ​ມີ​ອີກ​ອານາຈັກ​ໜຶ່ງ​ທີ່​ຈະ​ຮຸ່ງ​ຂຶ້ນ​ມາ, ແຕ່​ນ້ອຍ​ກວ່າ​ອານາຈັກ​ຂອງ​ທ່ານ, ຈາກ​ນັ້ນ​ເປັນ​ອານາຈັກ​ທີ​ສາມ​ຄື​ທອງສຳລິດ, ເຊິ່ງ​ຈະ​ປົກຄອງ​ທົ່ວ​ແຜ່ນດິນ​ໂລກ.
40 A fourth kingdom will be strong as iron—iron breaks and shatters everything—and as iron crushes all these, it will break and crush them. ທ້າຍ​ສຸດ ຈະ​ມີ​ອານາຈັກ​ທີ​ສີ່ ເຊິ່ງ​ແຂງແກ່ນ​ເໝືອນດັ່ງ​ເຫລັກ, ເຫລັກ​ນັ້ນ​ຈະ​ເຮັດ​ໃຫ້​ແຕກ ແລະ ທຸບ​ທຸກສິ່ງ ອານາຈັກ​ນັ້ນ​ຈະ​ຍ່ອງ​ອານາຈັກ​ອື່ນໆ​ທັງໝົດ​ໃຫ້​ແຫລກ ແລະ ເໝືອນ​ເຫລັກ​ທີ່​ເຮັດ​ໃຫ້​ສິ່ງ​ອື່ນໆ​ໝຸ່ນ​ໄປ.
41 As you saw the feet and toes—part potter's clay, part iron—it will be a divided kingdom; yet it will have some of iron's strength, just as you saw iron mixed with soft clay. ຕາມ​ທີ່​ທ່ານ​ເຫັນ​ວ່າ​ຕີນ ແລະ ນີ້ວ​ຕີນ​ສ່ວນ​ໜຶ່ງ​ເປັນ​ດິນດາກ ແລະ ອີກ​ສ່ວນ​ໜຶ່ງ​ເປັນ​ເຫລັກ, ດັ່ງນັ້ນ ສິ່ງ​ນີ້​ຈະ​ເປັນ​ອານາຈັກ​ທີ່​ແຕກແຍກ; ແຕ່​ກໍ​ຈະ​ມີ​ບາງ​ສ່ວນ​ແຂງແຮງ​ເໝືອນດັ່ງ​ເຫລັກ​ປົນ​ຢູ່, ຕາມ​ທີ່​ທ່ານ​ເຫັນ​ເຫລັກ​ປະສົມ​ກັນ​ກັບ​ດິນດາກ.
42 As the toes were partly iron and partly clay, so the kingdom will be partly strong and partly brittle. ດັ່ງ​ທີ່​ນີ້ວ​ຕີນ​ສ່ວນ​ໜຶ່ງ​ເປັນ​ເຫລັກ ແລະ ສ່ວນ​ໜຶ່ງ​ອີກ​ເປັນ​ດິນດາກ, ດັ່ງນັ້ນ ອານາຈັກ​ນີ້​ກໍ​ຈະ​ມີ​ສ່ວນ​ທີ່​ແຂງແກ່ນ ແລະ ສ່ວນ​ທີ່​ອ່ອນແອ.
43 As you saw iron mixed with soft clay, the people will mix in marriage but not hold together, just as iron does not mix with clay. ແລະ ຕາມ​ທີ່​ທ່ານ​ເຫັນ​ເຫລັກ​ປົນ​ກັບ​ດິນດາກ ດັ່ງນັ້ນ ປະຊາຊົນ​ກໍ​ປະສົມ​ປະສານ​ກັນ​ແຕ່​ບໍ່​ຮວມ​ເປັນ​ໜຶ່ງ​ດຽວ​ກັນ, ເຊິ່ງ​ກໍ​ບໍ່​ຕ່າງ​ຈາກ​ເຫລັກ​ປະສົມ​ກັບ​ດິນດາກ.
44 "In those kings' days our Father in heaven will set up a kingdom never to be destroyed, nor its rule left to another people. It will crush all these kingdoms and end them, and it will stand forever. “ໃນ​ສະໄໝ​ຂອງ​ກະສັດ​ເຫລົ່ານັ້ນ, ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ​ທີ່​ບໍ່​ມີ​ຜູ້ໃດ​ທຳລາຍ​ລ້າງ​ໄດ້, ທັງ​ຈະ​ບໍ່​ຕົກ​ເປັນ​ຂອງ​ຊົນຊາດ​ອື່ນ. ອານາຈັກ​ນີ້​ຈະ​ຟາດ​ອານາຈັກ​ອື່ນໆ​ທັງໝົດ ແລະ ເຮັດ​ໃຫ້​ອານາຈັກ​ເຫລົ່ານີ້​ເຖິງ​ຈຸດ​ຈົບ. ແຕ່​ອານາຈັກ​ນີ້​ຈະ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດ​ໄປ.
45 This is what the vision meant: the stone cut from a mountain, not by human hands, broke the iron, bronze, clay, silver, and gold to pieces. Our great Father has shown the king what will happen after this. The dream is certain, its interpretation trustworthy." ນີ້​ແມ່ນ​ຄວາມຫມາຍ​ຂອງ​ນິມິດ​ເລື່ອງ​ຫີນ​ກ້ອນ​ໜຶ່ງ​ທີ່​ຖືກ​ຕັດ​ອອກ​ມາ​ຈາກ​ພູເຂົາ, ເຊິ່ງ​ບໍ່​ແມ່ນ​ດ້ວຍ​ມື​ມະນຸດ. ຫີນ​ກ້ອນ​ນັ້ນ​ທີ່​ກະທົບ​ເຫລັກ, ທອງສຳລິດ, ດິນດາກ, ເງິນ ແລະ ຄຳ​ໃຫ້​ແຕກ​ກະຈາຍ. “ພຣະເຈົ້າ​ຜູ້​ຍິ່ງໃຫຍ່​ໄດ້​ສໍາແດງ​ໃຫ້​ທ່ານ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ຄວາມ​ຝັນ​ນີ້​ເປັນ​ຄວາມຈິງ ແລະ ການ​ຕີ​ຄວາມໝາຍ​ນີ້​ກໍ​ເປັນ​ທີ່​ເຊື່ອ​ຖື​ໄດ້”.
46 Then King Nebuchadnezzar fell facedown, bowed to Daniel, and ordered offering and incense given to him. ແລ້ວ​ກະສັດ​ເນບູກາດເນັດຊາ​ກໍ​ໝອບ​ກາບ​ລົງ​ຕໍ່ໜ້າ​ດານີເອນ ແລະ ໃຫ້​ກຽດ​ລາວ ແລ້ວ​ກໍ​ໄດ້​ສັ່ງ​ໃຫ້​ນຳ​ເອົາ​ເຄື່ອງບູຊາ ແລະ ເຄື່ອງ​ຫອມ​ມາ​ມອບ​ໃຫ້​ແກ່​ລາວ.
47 The king told Daniel, "Truly your God is God of gods, Lord of kings, and revealer of secrets, since you could reveal it." ກະສັດ​ເວົ້າ​ກັບ​ດານີເອນ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ພຣະເຈົ້າ​ເໜືອ​ພະ​ທັງຫລາຍ ພຣະອົງ​ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເປັນ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ຕ່າງໆ​ຢ່າງ​ແນ່ນອນ, ເພາະວ່າ​ເຈົ້າ​ສາມາດ​ເປີດເຜີຍ​ຄວາມ​ເລິກລັບ​ນີ້​ໄດ້”.
48 Then the king promoted Daniel to high honor, gave him many great gifts, and made him ruler of Babylon's whole province and chief prefect over all its wise men. ຫລັງ​ຈາກ​ນັ້ນ ກະສັດ​ໄດ້​ແຕ່ງຕັ້ງ​ດານີເອນ​ໃຫ້​ດຳລົງ​ຕຳແໜ່ງ​ສູງ ແລະ ມອບ​ລາງວັນ​ໃຫ້​ລາວ​ຫລາຍ​ຢ່າງ. ເພິ່ນ​ໄດ້​ຕັ້ງ​ລາວ​ໃຫ້​ປົກຄອງ​ທົ່ວ​ແຂວງ​ບາບີໂລນ ແລະ ໃຫ້​ຮັບຜິດຊອບ​ເບິ່ງແຍງ​ນັກປາດ​ທັງໝົດ​ຂອງ​ບາບີໂລນ.
49 Daniel asked the king, who put Shadrach, Meshach, and Abednego over Babylon province's affairs; Daniel remained at the king's court. ຫລາຍ​ກວ່າ​ນັ້ນ, ກະສັດ​ຍັງ​ໄດ້​ແຕ່ງຕັ້ງ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ໃຫ້​ເປັນ​ຜູ້​ບໍລິຫານ​ແຂວງ​ບາບີໂລນ​ຕາມ​ຄໍາ​ຂໍ​ຂອງ​ດານີເອນ, ສ່ວນ​ດານີເອນ​ເອງ​ກໍ​ຍັງ​ຢູ່​ໃນ​ວັງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]