Skip to content
The Believer's Library

Biblica® Open Lao Contemporary Version

Daniel 1 OLCV

Show OLCV only
Verse × ×
1 In Jehoiakim king of Judah's third year, Nebuchadnezzar king of Babylon marched on Jerusalem and besieged it. ໃນ​ປີ​ທີ​ສາມ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ, ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ມາ​ທີ່​ເຢຣູຊາເລັມ ແລະ ອ້ອມ​ເມືອງ​ໄວ້.
2 The Sovereign Father handed Jehoiakim king of Judah over to him, with some items from our Father's house; he took them to Shinar, to his god's house, and the items into his god's treasury. ແລະ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ, ພ້ອມ​ທັງ​ເຄື່ອງໃຊ້​ບາງ​ຢ່າງ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ໄວ້​ໃນ​ມື​ຂອງ​ເພິ່ນ. ເນບູກາດເນັດຊາ​ໄດ້​ນຳ​ເອົາ​ສິ່ງ​ເຫລົ່ານີ້​ໄປ​ທີ່​ວິຫານ​ຂອງ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ ໄດ້​ເກັບ​ໄວ້​ໃນ​ຄັງ​ຊັບສົມບັດ​ຂອງ​ພະ​ຂອງ​ຕົນ.
3 The king ordered Ashpenaz, his chief official, to bring some Israelites from the royal family and nobility. ແລ້ວ​ກະສັດ​ໄດ້​ສັ່ງ​ອັດຊະເປນັດ ຜູ້​ທີ່​ເປັນ​ຫົວໜ້າ​ຂ້າລາຊະການ​ໃນ​ວັງ​ຂອງ​ຕົນ, ໃຫ້​ນໍາ​ເອົາ​ຊາວ​ອິດສະຣາເອນ​ບາງ​ຄົນ​ມາ​ຈາກ​ເຊື້ອສາຍ​ຂອງ​ກະສັດ ແລະ ຢູ່​ໃນ​ຕະກຸນ​ຂຸນນາງ​ເພື່ອ​ຮັບ​ໃຊ້​ກະສັດ.
4 Young men without defect, good-looking, skilled in all wisdom, well-informed, quick to understand, fit to stand in the king's palace—and to teach them Babylonian writing and language. ຊາຍ​ໜຸ່ມ​ທີ່​ມີ​ບໍ່​ຂໍ້​ບົກຜ່ອງ​ທາງ​ຮ່າງກາຍ, ງາມ, ສະຫລາດ​ພ້ອມ​ທີ່​ຈະ​ຮຽນ​ຮູ້, ໄດ້​ຮັບ​ການ​ສຶກສາ​ອົບຮົມ​ມາ​ເປັນ​ຢ່າງ​ດີ, ມີ​ໄຫວພິບ​ດີ ແລະ ຄຸນສົມບັດ​ເໝາະສົມ​ທີ່​ຈະ​ຮັບໃຊ້​ໃນ​ວັງ​ຂອງ​ກະສັດ. ໃຫ້​ອັດຊະເປນັດ​ສອນ​ພາສາ ແລະ ວັນນະຄະດີ​ຂອງ​ຊາວ​ບາບີໂລນ​ໃຫ້​ແກ່​ພວກເຂົາ.
5 The king assigned them a daily portion of his food and wine, three years' training, then service before him. ກະສັດ​ໄດ້​ຈັດ​ອາຫານ ແລະ ເຫລົ້າ​ອະງຸ່ນ​ຈາກ​ໂຕະ​ອາຫານ​ຂອງ​ກະສັດ​ໃຫ້​ພວກເຂົາ​ໃນ​ແຕ່​ລະ​ມື້ ແລະ ພວກເຂົາ​ຕ້ອງ​ໄດ້​ຮັບ​ການ​ຝຶກຝົນ​ເປັນ​ເວລາ​ສາມ​ປີ, ແລ້ວ​ຫລັງ​ຈາກ​ນັ້ນ ພວກເຂົາ​ຈະ​ຕ້ອງ​ເຂົ້າ​ມາ​ຮັບໃຊ້​ກະສັດ.
6 Among them were Daniel, Hananiah, Mishael, and Azariah, from the sons of Judah. ໃນ​ບັນດາ​ຜູ້​ທີ່​ຖືກ​ເລືອກ​ເຫລົ່ານັ້ນ ບາງ​ຄົນ​ຈາກ​ຢູດາຍ​ມີ​ດັ່ງນີ້: ດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ.
7 The chief official renamed them: Daniel, Belteshazzar; Hananiah, Shadrach; Mishael, Meshach; Azariah, Abednego. ຫົວໜ້າ​ຂ້າລາຊະການ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ດານີເອນ​ມີ​ຊື່​ວ່າ​ເບັນເຕຊັດຊາເຣ, ຮານານີຢາ​ມີ​ຊື່​ວ່າ​ຊັດຣາກ, ມີຊາເອນ​ມີ​ຊື່​ວ່າ​ເມຊາກ ແລະ ອາຊາຣີຢາ​ມີ​ຊື່​ວ່າ​ອາເບັດເນໂກ.
8 Daniel resolved not to make himself unclean with the king's food or wine, so he asked the chief official's permission not to make himself unclean. ແຕ່​ດານີເອນ​ໄດ້​ຕັ້ງໃຈ​ວ່າ​ຈະ​ບໍ່​ຍອມ​ໃຫ້​ຕົນ​ເອງ​ເປັນມົນທິນ​ຍ້ອນ​ອາຫານ ແລະ ເຫລົ້າ​ອະງຸ່ນ​ຂອງ​ກະສັດ, ແລ້ວ​ລາວ​ຈຶ່ງ​ຂໍ​ອະນຸຍາດ​ຈາກ​ຫົວໜ້າ​ຂ້າລາຊະການ​ທີ່​ຈະ​ບໍ່​ໃຫ້​ຕົນ​ເອງ​ເປັນ​ມົນທິນ​ໃນ​ເລື່ອງ​ນີ້.
9 Now our Father gave Daniel favor and compassion in the eyes of the chief official. ບັດນີ້ ພຣະເຈົ້າ​ກໍ​ໄດ້​ເຮັດ​ໃຫ້​ຫົວໜ້າ​ຂ້າລາຊະການ​ນັ້ນ​ພໍໃຈ ແລະ ເຫັນ​ໃຈ​ດານີເອນ,
10 The chief official told Daniel, "I fear my lord the king, who set your food and drink. Why should he see your faces worse than boys your age? You'd forfeit my head to the king." ລາວ​ຈຶ່ງ​ບອກ​ດານີເອນ​ວ່າ, “ຂ້ອຍ​ຢ້ານ​ກະສັດ​ຜູ້​ເປັນ​ເຈົ້ານາຍ​ຂອງ​ຂ້ອຍ, ເຊິ່ງ​ເປັນ​ຜູ້​ຈັດ​ອາຫານ ແລະ ເຄື່ອງດື່ມ​ໃຫ້​ພວກເຈົ້າ. ຖ້າ​ຂ້ອຍ​ປ່ອຍ​ໃຫ້​ເພິ່ນ​ເຫັນ​ພວກເຈົ້າ​ເບິ່ງ​ບໍ່​ງາມ​ກວ່າ​ຊາຍ​ໜຸ່ມ​ຄົນ​ອື່ນ​ໄວ​ດຽວ​ກັນ​ກັບ​ພວກເຈົ້າ? ກະສັດ​ອາດ​ຈະ​ຕັດ​ຫົວ​ຂອງ​ຂ້ອຍ​ເພາະ​ພວກເຈົ້າ”.
11 Then Daniel said to the steward the chief official had appointed over Daniel, Hananiah, Mishael, and Azariah, ແລ້ວ​ດານີເອນ​ຈຶ່ງ​ບອກ​ຄົນ​ຍາມ ເຊິ່ງ​ເປັນ​ຫົວໜ້າ​ຂ້າລາຊະການ​ທີ່ໄດ້​ແຕ່ງຕັ້ງ​ໃຫ້​ຮັບຜິດຊອບ​ດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ​ວ່າ,
12 "Please test your servants for ten days. Give us only vegetables to eat and water to drink. “ຂໍ​ທົດລອງ​ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ເວລາ​ສິບ​ວັນ​ຄື: ຢ່າ​ເອົາ​ຫຍັງ​ໃຫ້​ພວກເຮົາ ນອກຈາກ​ຜັກ​ເພື່ອ​ກິນ ແລະ ນ້ຳ​ເພື່ອ​ດື່ມ.
13 Then compare our appearance with the youths eating the king's food; do with your servants as you see." ແລ້ວ​ຈົ່ງ​ປຽບທຽບ​ໜ້າຕາ​ຂອງ​ພວກເຮົາ​ກັບ​ຊາຍ​ໜຸ່ມ​ທີ່​ກິນ​ອາຫານ​ຂອງ​ກະສັດ, ຫລັງ​ຈາກ​ນັ້ນ ຂໍ​ໃຫ້​ທ່ານ​ປະຕິບັດ​ຕໍ່​ຜູ້ຮັບໃຊ້​ຂອງ​ທ່ານ​ຕາມ​ທີ່​ທ່ານ​ເຫັນ​ສົມຄວນ”.
14 So he agreed to this and tested them for ten days. ດັ່ງນັ້ນ ຄົນ​ຍາມ​ກໍ​ໄດ້​ຕົກລົງ​ຕາມ​ນີ້ ແລະ ໃຫ້​ພວກເຂົາ​ທົດລອງ​ເປັນ​ເວລາ​ສິບ​ວັນ.
15 After ten days they looked healthier and better fed than all the young men eating the royal food. ເມື່ອ​ຄົບ​ສິບ​ແລ້ວ ກໍ​ປາກົດ​ວ່າ​ພວກເຂົາ​ມີ​ສຸຂະພາບ​ດີ ແລະ ໄດ້​ຮັບ​ການ​ບຳລຸງລ້ຽງ​ດີ​ກວ່າ​ຊາຍ​ໜຸ່ມ​ທີ່​ກິນ​ອາຫານ​ຂອງ​ກະສັດ.
16 So the steward took away their assigned food and the wine they were to drink, and gave them vegetables instead. ດັ່ງນັ້ນ ຄົນ​ຍາມ​ຈຶ່ງ​ງົດ​ໃຫ້​ອາຫານ ແລະ ເຫລົ້າ​ອະງຸ່ນ​ແກ່​ພວກເຂົາ ແຕ່​ໄດ້​ເອົາ​ຜັກ​ໃຫ້​ພວກເຂົາ.
17 To these four boys our Father gave knowledge and insight in all writing and wisdom; Daniel understood all visions and dreams. ພຣະເຈົ້າ​ໄດ້​ໃຫ້​ຊາຍ​ໜຸ່ມ​ທັງ​ສີ່​ຄົນ​ເຫລົ່ານີ້​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃນ​ດ້ານ​ວັນນະຄະດີ ແລະ ການ​ຮຽນ​ຮູ້​ທຸກ​ຢ່າງ. ແລ້ວ​ດານີເອນ​ນັ້ນ​ກໍ​ສາມາດ​ເຂົ້າໃຈ​ນິມິດ ແລະ ຄວາມ​ຝັນ​ທຸກ​ປະເພດ.
18 When the king's set days for bringing them in ended, the chief official brought them before Nebuchadnezzar. ເມື່ອ​ຄົບ​ກຳນົດ​ຕາມ​ທີ່​ກະສັດ​ຕ້ອງ​ສັ່ງ​ໃຫ້​ນໍາ​ເອົາ​ພວກເຂົາ​ເຂົ້າ​ມາ​ຮັບໃຊ້​ເພິ່ນ, ຂ້າລາຊະການ​ກໍ​ໄດ້​ນຳເອົາ​ພວກເຂົາ​ທັງໝົດ​ເຂົ້າ​ພົບ​ກະສັດ​ເນບູກາດເນັດຊາ.
19 The king spoke with them, and none matched Daniel, Hananiah, Mishael, and Azariah; so they served the king. ກະສັດ​ໄດ້​ສົນທະນາ​ກັບ​ພວກເຂົາ ແລະ ເພິ່ນ​ກໍ​ພົບ​ວ່າ​ບໍ່​ມີ​ຊາຍ​ໜຸ່ມ​ຄົນ​ໃດ​ທຽບເທົ່າ​ກັບ​ດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ​ໄດ້; ດັ່ງນັ້ນ ພວກເຂົາ​ສີ່​ຄົນ​ຈຶ່ງ​ໄດ້​ເຂົ້າ​ໄປ​ຮັບໃຊ້​ກະສັດ.
20 Whenever the king questioned them on wisdom and understanding, he found them ten times better than all magicians and enchanters in his whole kingdom. ກະສັດ​ໄດ້​ຖາມ​ພວກເຂົາ​ທຸກ​ເລື່ອງ​ໃນ​ດ້ານ​ສະຕິປັນຍາ ແລະ ຄວາມ​ເຂົ້າໃຈ, ເພິ່ນ​ກໍ​ພົບ​ວ່າ​ພວກເຂົາ​ດີ​ເດັ່ນ​ກວ່າ​ພວກ​ນັກຫລິ້ນ​ອາຄົມ ແລະ ພວກ​ນັກຫລິ້ນ​ເວດມົນ​ໃນ​ທົ່ວ​ອານາຈັກ​ຂອງ​ເພິ່ນ​ເຖິງ​ສິບ​ເທົ່າ.
21 And Daniel remained there until the first year of King Cyrus. ແລ້ວ​ດານີເອນ​ກໍ​ໄດ້​ຮັບໃຊ້​ຢູ່​ທີ່​ນັ້ນ​ຕະຫລອດ​ມາ​ຈົນ​ເຖິງ​ປີ​ທີ​ໜຶ່ງ​ແຫ່ງ​ການ​ປົກຄອງ​ຂອງ​ກະສັດ​ໄຊຣັດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]