Skip to content
The Believer's Library

Biblica® Open Lao Contemporary Version

Hosea 3 OLCV

Show OLCV only
Verse × ×
1 Our Father told me again: "Go, love a woman loved by another, an adulterous woman—like your Father loves the children of Israel, though they turn to other gods and love raisin cakes." ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ, ຈົ່ງ​ສະແດງ​ຄວາມ​ຮັກ​ຕໍ່​ເມຍ​ຂອງ​ເຈົ້າ​ອີກ​ຄັ້ງ, ເຖິງ​ແມ່ນ​ວ່າ​ມີ​ຄົນ​ອື່ນ​ຮັກ​ນາງ​ຢູ່ ແລະ ນາງ​ຄົບ​ຊູ້. ຈົ່ງ​ຮັກ​ນາງ​ເໝືອນ​ທີ່​ພຣະເຈົ້າ​ຢາເວ​ຮັກ​ຊົນຊາດ​ອິດສະຣາເອນ, ເຖິງ​ແມ່ນ​ວ່າ​ພວກເຂົາ​ຫັນ​ໄປ​ຫາ​ພະ​ອື່ນໆ ແລະ ຮັກ​ເຂົ້າໝົມ​ໝາກ​ອະງຸ່ນ​ແຫ້ງ​ສັກສິດ​ທີ່​ຖວາຍ​ແກ່​ພະ​ເຫລົ່ານັ້ນ​ກໍ​ຕາມ”.
2 So I bought her back for myself: fifteen pieces of silver and about nine bushels of barley. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຊື້​ນາງ​ຄືນ​ມາ​ດ້ວຍ​ເງິນ​ໜັກ 15 ເຊເຂວ ແລະ ເຂົ້າບາເລ​ປະມານ 1 ໂຮເມີ​ກັບ 1 ເລເທກ.
3 Then I said to her, "Stay with me many days: don't prostitute yourself, don't belong to another man—and I'll do the same for you." ຫລັງຈາກນັ້ນ ຂ້າພະເຈົ້າ​ຈຶ່ງ​ບອກ​ນາງ​ວ່າ, “ເຈົ້າ​ຈະ​ຕ້ອງ​ຢູ່​ກັບ​ເຮົາ​ຫລາຍ​ວັນ; ເຈົ້າ​ຕ້ອງ​ເຊົາ​ເປັນ​ໂສເພນີ ແລະ ບໍ່​ຢູ່​ໃກ້​ຊິດ​ກັບ​ຊາຍ​ຄົນ​ໃດ ແລ້ວ​ເຮົາ​ຈະ​ປະຕິບັດ​ກັບ​ເຈົ້າ​ແບບ​ດຽວກັນ”.
4 The children of Israel will live many days without king or prince, without sacrifice or sacred pillar, without ephod or household idols. ເພາະ​ຊາວ​ອິດສະຣາເອນ​ຈະ​ຢູ່​ໂດຍ​ບໍ່​ມີ​ກະສັດ ຫລື ເຈົ້ານາຍ, ບໍ່​ມີ​ການ​ຖວາຍ​ເຄື່ອງບູຊາ ຫລື ມີ​ຫີນ​ສັກສິດ, ບໍ່​ມີ​ເອໂຟດ ຫລື ຮູບເຄົາລົບ​ເປັນ​ເວລາ​ດົນນານ.
5 Afterward Israel's people will return, seek their Father and David their king, and come trembling to our Father and his goodness in the last days. ຫລັງຈາກນັ້ນ ຊົນຊາດ​ອິດສະຣາເອນ​ຈະ​ກັບ​ມາ​ສະແຫວງຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ ດາວິດ​ກະສັດ​ຂອງ​ພວກເຂົາ. ພວກເຂົາ​ຈະ​ໂຕ​ສັ່ນ​ເຂົ້າ​ມາ​ຫາ​ພຣະເຈົ້າ​ຢາເວ ແລະ ກັບ​ມາ​ຫາ​ພຣະພອນ​ຂອງ​ພຣະອົງ​ໃນ​ວັນ​ສຸດທ້າຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]