Skip to content
The Believer's Library

Biblica® Open Lao Contemporary Version

Amos 3 OLCV

Show OLCV only
Verse × ×
1 Hear this word our Father has spoken against you, children of Israel—against the whole family I brought up from Egypt: ປະຊາຊົນ​ອິດສະຣາເອນ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ຕໍ່ວ່າ​ພວກເຈົ້າ ຕໍ່ວ່າ​ຄອບຄົວ​ທັງໝົດ​ທີ່​ເຮົາ​ໄດ້​ນຳ​ອອກ​ມາ​ຈາກ​ເອຢິບ ດັ່ງນີ້​ວ່າ:
2 Of all the families of the earth, I have known only you; therefore I will hold you accountable for all your sins. “ພວກເຈົ້າ​ເທົ່ານັ້ນ​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຈາກ​ຊົນຊາດ​ທັງໝົດ​ໃນ​ໂລກ​ນີ້; ເຫດສະນັ້ນ ເຮົາ​ຈະ​ລົງໂທດ​ພວກເຈົ້າ ເພາະ​ບາບ​ທັງໝົດ​ຂອງ​ພວກເຈົ້າ”.
3 Do two walk together, unless they have agreed to meet? ສອງ​ຄົນ​ຈະ​ຍ່າງ​ໄປ​ດ້ວຍ​ກັນ ໂດຍ​ພວກເຂົາ​ບໍ່​ໄດ້​ຕົກລົງ​ກັນ​ໄວ້​ກ່ອນ​ໄດ້​ບໍ?
4 Does a lion roar in the forest when he has no prey? Does a young lion cry out from his den if he has caught nothing? ເມື່ອ​ໂຕສິງ​ລ່າ​ເຫຍື່ອ​ບໍ່​ໄດ້ ມັນ​ກໍ​ຈະ​ແຜດ​ສຽງ​ດັງ​ຢູ່​ໃນ​ປ່າ​ບໍ? ເມື່ອ​ມັນ​ຈັບ​ສັດ​ຫຍັງ​ບໍ່​ໄດ້ ມັນ​ຈະ​ຮ້ອງ​ຄວນ​ຄາງ​ຢູ່​ໃນ​ຖ້ຳ​ບໍ?
5 Does a bird fall into a snare on the ground when there is no trap for it? Does a snare spring up from the earth when it has caught nothing? ເມື່ອ​ບໍ່​ໄດ້​ວາງ​ເຫຍື່ອ​ລໍ້​ໄວ້ ນົກ​ຈະ​ຕົກ​ລົງ​ໃນ​ກັບ​ດັກ​ທີ່​ວາງ​ຢູ່​ທີ່​ພື້ນດິນ​ໄດ້​ບໍ? ຖ້າ​ບໍ່​ມີ​ສິ່ງໃດ​ໄປ​ຕິດ​ຢູ່​ທີ່​ນັ້ນ ກັບດັກ​ຈະ​ລັ່ນ​ຂຶ້ນ​ໄດ້​ບໍ?
6 If a ram's horn is blown in a city, will the people not tremble? If disaster comes to a city, has our Father not done it? ເມື່ອ​ສຽງ​ແກ​ດັງ​ຂຶ້ນ​ໃນ​ເມືອງ ຄົນ​ທັງຫລາຍ​ຈະ​ບໍ່​ຕົກໃຈ​ບໍ? ເມື່ອ​ເກີດ​ໄພພິບັດ​ໃນ​ເມືອງ​ໃດ ພຣະເຈົ້າ​ຢາເວ​ບໍ່​ໄດ້​ເປັນ​ຜູ້​ບັນດານ​ໃຫ້​ເກີດ​ບໍ?
7 Surely the Sovereign Father does nothing without revealing his secret to his servants the prophets. ແນ່ນອນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ບໍ່​ກະທຳ​ສິ່ງໃດ ໂດຍ​ບໍ່​ເປີດເຜີຍ​ແຜນການ​ຂອງ​ພຣະອົງ ໃຫ້​ບັນດາ​ຜູ້ທຳນວາຍ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຮູ້.
8 The lion has roared—who will not fear? The Sovereign Father has spoken—who can keep from prophesying? ເມື່ອ​ໂຕສິງ​ໄດ້​ແຜດ​ສຽງ ຜູ້ໃດ​ຈະ​ບໍ່​ຢ້ານ? ເມື່ອ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ແລ້ວ ຜູ້ໃດ​ຈະ​ບໍ່​ກ່າວ​ຄຳ​ທຳນວາຍ?
9 Proclaim over the strongholds in Ashdod and over the strongholds in the land of Egypt, and say: "Assemble on the mountains of Samaria and see the great uproar within her, and the oppression in her midst." ຈົ່ງ​ປ່າວ​ຮ້ອງ​ແກ່​ປ້ອມ​ປ້ອງກັນ​ແຫ່ງ​ອາຊະໂດດ ແລະ ແກ່​ປ້ອມ​ປ້ອງກັນ​ແຫ່ງ​ເອຢິບ​ວ່າ: “ຈົ່ງ​ມາ​ຊຸມນຸມ​ກັນ​ຢູ່​ເທິງ​ພູເຂົາ​ຂອງ​ຊາມາເຣຍ; ມາ​ເບິ່ງ​ຄວາມ​ສັບສົນ​ວຸ້ນວາຍ​ໃນ​ເມືອງ​ນັ້ນ ແລະ ເບິ່ງ​ການ​ກົດຂີ່​ຂົ່ມເຫັງ​ທ່າມກາງ​ປະຊາຊົນ​ຂອງ​ເມືອງ​ນັ້ນ”.
10 They do not know how to do right, declares our Father—those who hoard up violence and plunder in their strongholds. ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້​ວ່າ, “ບັນດາ​ຜູ້​ທີ່​ສະສົມ​ເຄື່ອງ​ຂອງ​ທີ່​ປຸ້ນ ແລະ ຢຶດ​ມາ ໄວ້​ໃນ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ຕົນ ພວກເຂົາ​ບໍ່​ຮູ້​ຈັກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ”.
11 So the Sovereign Father says: An enemy will surround the land, topple your defenses, and loot your strongholds. ເຫດສະນັ້ນ ພຣະເຈົ້າ​ຢາເວ​ອົງ​ເຈົ້ານາຍ​ກ່າວ​ຈຶ່ງ​ວ່າ: “ສັດຕູ​ຈະ​ມາ​ລ້າງ​ຜານ​ແຜ່ນດິນ​ຂອງ​ເຈົ້າ ພວກເຂົາ​ຈະ​ພັງ​ທີ່ໝັ້ນ​ຂອງ​ເຈົ້າ​ລົງ ແລະ ປຸ້ນ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເຈົ້າ”.
12 This is what our Father says: As a shepherd rescues two legs or a piece of an ear from the lion's mouth, so the children of Israel living in Samaria will be rescued—with a corner of a couch, part of a bed. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ເໝືອນ​ຄົນລ້ຽງແກະ​ຊ່ວຍ​ແກະ​ອອກ​ມາ​ຈາກ​ປາກ​ໂຕສິງ ໄດ້​ພຽງ​ກະດູກ​ຂາ​ສອງ​ອັນ ຫລື ເສດ​ຫູ​ຕ່ອນ​ດຽວ​ສັນໃດ, ຊາວ​ອິດສະຣາເອນ​ກໍ​ຈະ​ໄດ້​ຮັບ​ການ​ຊ່ວຍເຫລືອ​ແບບ​ດຽວ​ກັນ​ສັນນັ້ນ, ຄື​ຄົນ​ເຫລົ່ານັ້ນ​ທີ່​ນັ່ງ​ຢູ່​ເທິງ​ຂອບ​ຕຽງ​ຂອງ​ພວກເຂົາ ໃນ​ຊາມາເຣຍ ແລະ ນັ່ງ​ຢູ່​ເທິງ​ຕັ່ງນວມ​ໃນ​ດາມັສກັດ”.
13 Hear, and testify against the house of Jacob, declares the Sovereign Father, the Father of heaven's armies: ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ປະກາດ​ວ່າ, “ຈົ່ງ​ຟັງ ແລ້ວ​ໄປ​ກ່າວ​ໂທດ​ເຊື້ອສາຍ​ຂອງ​ຢາໂຄບ​ວ່າ,
14 On the day I punish Israel for his rebellions, I will also punish the altars of Bethel; the horns of the altar will be cut off and fall to the ground. “ໃນ​ວັນ​ທີ່​ເຮົາ​ລົງໂທດ​ອິດສະຣາເອນ​ເພາະ​ບາບ​ທັງຫລາຍ​ຂອງ​ພວກເຂົາ; ເຮົາ​ຈະ​ທຳລາຍ​ແທ່ນບູຊາ​ແຫ່ງ​ເບັດເອນ; ເຂົາ​ຂອງ​ແທ່ນ​ຈະ​ຖືກ​ຕັດ​ອອກ ແລະ ຫລົ່ນ​ລົງ​ທີ່​ພື້ນ.
15 I will strike the winter house along with the summer house; the houses of ivory will perish, and the great houses will come to an end, declares our Father. ເຮົາ​ຈະ​ພັງ​ທະລາຍ​ເຮືອນ​ລະດູ​ໜາວ ພ້ອມ​ທັງ​ເຮືອນ​ລະດູ​ຮ້ອນ​ລົງ; ເຮືອນ​ທັງຫລາຍ​ທີ່​ຕົກແຕ່ງ​ດ້ວຍ​ງາຊ້າງ​ກໍ​ຈະ​ຖືກ​ທຳລາຍ ແລະ ອາຄານ​ໃຫຍ່​ທັງຫລາຍ​ຈະ​ສູນສິ້ນ​ໄປ”, ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]