Skip to content
The Believer's Library

Biblica® Open Lao Contemporary Version

Amos 2 OLCV

Show OLCV only
Verse × ×
1 This is what our Father says: For three sins of Moab, and for four, I will not revoke it—he burned the bones of Edom's king to lime. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ເນື່ອງ​ຈາກ​ໂມອາບ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ເລົ່າ​ສາມ​ສີ່​ຄັ້ງ ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ. ເພາະ​ມັນ​ໄດ້​ເຜົາ​ກະດູກ​ກະສັດ​ເອໂດມ ໃຫ້​ເປັນ​ຂີ້ເຖົ່າ,
2 So I will send fire on Moab, and it will devour the strongholds of Kerioth; Moab will die amid the uproar, with shouting and the sound of the shofar. ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ໂມອາບ ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເກຣິໂອດ. ໂມອາບ​ຈະ​ຫລົ້ມຈົມ​ທ່າມກາງ​ຄວາມ​ວຸ້ນວາຍ ທ່າມກາງ​ສຽງ​ໂຫ່​ຮ້ອງ​ອອກ​ຮົບ ແລະ ສຽງ​ແກ​ດັງ​ສະໜັ່ນ.
3 I will cut off the ruler from her midst and kill all her officials with him, says our Father. ເຮົາ​ຈະ​ທຳລາຍ​ຜູ້​ປົກຄອງ​ມັນ ແລະ ຂ້າ​ບັນດາ​ຂ້າລາຊະການ​ພ້ອມ​ກັບ​ມັນ​ດ້ວຍ”, ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.
4 This is what our Father says: For three sins of Judah, and for four, I will not revoke it—they rejected our Father's instruction and did not keep his rules, and their lies led them astray, the same lies their ancestors followed. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ເນື່ອງ​ຈາກ​ຢູດາ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ ເຮົາ​ຈຶ່ງ​ຍົກເລີກ​ການ​ລົງໂທດ. ເພາະ​ມັນ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ​ຢາເວ ແລະ ບໍ່​ໄດ້​ປະຕິບັດ​ຕາມ​ດຳລັດ​ຂອງ​ພຣະອົງ, ເພາະ​ພະ​ປອມ​ທັງຫລາຍ​ໄດ້​ຊັກຊວນ​ພວກເຂົາ​ໃຫ້​ຫລົງ​ຕະເຫລີດ​ໄປ ບັນດາ​ພະ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຫລົງ​ຕາມ​ໄປ,
5 So I will send fire on Judah, and it will devour the strongholds of Jerusalem. ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ຢູດາ ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເຢຣູຊາເລັມ”.
6 This is what our Father says: For three sins of Israel, and four, I won't relent—they sell the righteous for silver, the needy for a pair of sandals. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ເນື່ອງ​ຈາກ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ ເຮົາ​ຈຶ່ງ​ຍົກເລີກ​ການ​ລົງໂທດ. ພວກເຂົາ​ຂາຍ​ຜູ້​ບໍລິສຸດ​ເພື່ອ​ແລກປ່ຽນ​ກັບ​ເງິນ, ແລະ ຂາຍ​ຄົນ​ຂັດສົນ​ເພື່ອ​ແລກປ່ຽນ​ກັບ​ເກີບ​ຄູ່​ດຽວ.
7 They trample the heads of the poor into the dust of the earth and push the afflicted off the road. A man and his father go to the same girl, profaning my holy name. ພວກເຂົາ​ຢຽບຢ່ຳ​ຫົວ​ຂອງ​ຄົນ​ທຸກຍາກ ເໝືອນ​ກັບ​ຍ່າງ​ຢຽບ​ຂີ້ຝຸ່ນ​ຢູ່​ເທິງ​ພື້ນດິນ ແລະ ບໍ່​ຍອມ​ໃຫ້​ຄວາມ​ຍຸຕິທຳ​ແກ່​ຜູ້​ຖືກ​ກົດຂີ່. ພໍ່ ແລະ ລູກຊາຍ​ໃຊ້​ຜູ້ຍິງ​ຄົນ​ດຽວ​ກັນ ແລະ ເປັນ​ເຫດ​ໃຫ້​ນາມ​ອັນ​ສັກສິດ​ຂອງ​ເຮົາ​ຖືກ​ລົບຫລູ່.
8 They stretch out beside every altar on garments taken as collateral, and in the house of their God they drink the wine of those they have fined. ພວກເຂົາ​ເອນ​ໂຕ​ລົງ​ນອນ​ຂ້າງ​ແທ່ນບູຊາ​ທຸກ​ແທ່ນ ສວມ​ເສື້ອ​ຜ້າ​ທີ່​ຢຶດ​ມາ​ຈາກ​ການ​ຈຳນຳ. ພວກເຂົາ​ດື່ມ​ເຫລົ້າອະງຸ່ນ​ທີ່​ຢຶດ​ມາ​ຈາກ​ການ​ປັບໄໝ ໃນ​ເຮືອນ​ຂອງ​ພະ​ຂອງ​ພວກເຂົາ.
9 Yet it was I who destroyed the Amorite before them, as tall as the cedars and as strong as the oaks; I destroyed his fruit above and his roots below. “ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຕໍ່ໜ້າ​ພວກເຂົາ, ທັງ​ທີ່​ອາໂມ​ສູງ​ສະຫງ່າ​ເໝືອນ​ດັ່ງ​ຕົ້ນໄມ້ສີດາ ແລະ ແຂງແກ່ນ​ເໝືອນ​ດັ່ງ​ຕົ້ນໂອກ. ເຮົາ​ໄດ້​ທຳລາຍ​ຜົນ​ຂອງ​ພວກເຂົາ​ທີ່​ຢູ່​ຂ້າງ​ເທິງ ແລະ ຮາກ​ຂອງ​ພວກເຂົາ​ທີ່​ຢູ່​ຂ້າງ​ລຸ່ມ.
10 And it was I who brought you up out of the land of Egypt and led you forty years in the wilderness, to take possession of the land of the Amorite. ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ ແລະ ນຳພາ​ພວກເຈົ້າ​ຜ່ານ​ຖິ່ນແຫ້ງແລ້ງກັນດານ​ຕະຫລອດ​ສີ່ສິບ​ປີ ເພື່ອ​ຍົກ​ດິນແດນ​ຂອງ​ຊາວ​ອາໂມ​ໃຫ້​ແກ່​ພວກເຈົ້າ.
11 I raised up some of your sons as prophets and some of your young men as Nazirites. Is this not so, people of Israel? declares our Father. “ເຮົາ​ຍັງ​ໄດ້​ຕັ້ງ​ລູກຊາຍ​ບາງຄົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ຜູ້ທຳນວາຍ ແລະ ໄດ້​ເລືອກ​ຄົນ​ໜຸ່ມ​ບາງຄົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ຄົນ​ນາຊີຣີ ນີ້​ເປັນ​ຄວາມ​ຈິງ​ບໍ່​ແມ່ນ​ບໍ ປະຊາຊົນ​ອິດສະຣາເອນ?” ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
12 But you made the Nazirites drink wine, and you commanded the prophets, saying, "Do not prophesy." “ແຕ່​ພວກເຈົ້າ​ກໍ​ບັງຄັບ​ໃຫ້​ຄົນ​ນາຊີຣີ​ດື່ມ​ເຫລົ້າອະງຸ່ນ ແລະ ສັ່ງ​ບັນດາ​ຜູ້ທຳນວາຍ​ບໍ່​ໃຫ້​ກ່າວ​ຄຳ​ທຳນວາຍ.
13 Look, I will crush you in your place, as a cart full of sheaves crushes the ground beneath it. “ດັ່ງນັ້ນ ບັດນີ້​ເຮົາ​ຈະ​ຍ່ອງ​ພວກເຈົ້າ ເໝືອນ​ດັ່ງ​ກວຽນ​ທີ່​ບັນທຸກ​ພືດຜົນ​ເຕັມ​ຖືກ​ຍ່ອງ
14 Even the swift will find no escape, the strong will not hold on to his strength, and the warrior will not save his life. ຄົນ​ທີ່​ວ່ອງໄວ​ຈະ​ໜີ​ບໍ່​ພົ້ນ ຄົນ​ທີ່​ແຂງແຮງ​ຈະ​ບໍ່​ອາດ​ຮວບຮວມ​ກຳລັງ​ຂອງ​ຕົນ, ແລະ ນັກຮົບ​ກໍ​ຈະ​ເອົາ​ຊີວິດ​ຂອງ​ຕົນ​ບໍ່​ພົ້ນ.
15 The archer will not stand his ground, the fleet-footed will not escape, and the horseman will not save his life. ນັກ​ຍິງ​ທະນູ​ຈະ​ບໍ່​ອາດ​ຢືນ​ຢູ່​ໄດ້, ທະຫານ​ບົກ​ຈະ​ໜີ​ໄປ​ບໍ່​ພົ້ນ ແລະ ທະຫານ​ມ້າ​ຈະ​ເອົາ​ຊີວິດ​ຂອງ​ບໍ່​ພົ້ນ.
16 Even the bravest of the warriors will flee away naked on that day, declares our Father. ແມ່ນແຕ່​ນັກຮົບ​ທີ່​ກ້າຫານ​ທີ່ສຸດ ກໍ​ຈະ​ໜີ​ໂຕ​ເປົ່າ​ໄປ​ໃນ​ວັນ​ນັ້ນ”, ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]